ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜນການ ຈັດກອງປະຊຸມ ສຸດຍອດ ເກົາຫຼີເໜືອ ກຳລັງກ້າວໜ້າໄປ


ຜູ້ໂດຍສານຄົນນຶ່ງກຳລັງອ່ານໜັງສືພິມ ທີ່ຂ່າວພາດຫົວ ວ່າ ກອງປະຊຸມສຸດຍອດທີ່ຖືກວາງແຜນໄວ້ ລະຫວ່າງ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. 10 ມີນາ, 2018.
ຜູ້ໂດຍສານຄົນນຶ່ງກຳລັງອ່ານໜັງສືພິມ ທີ່ຂ່າວພາດຫົວ ວ່າ ກອງປະຊຸມສຸດຍອດທີ່ຖືກວາງແຜນໄວ້ ລະຫວ່າງ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຢູ່ລົດໄຟໃຕ້ດິນໃນນະຄອນຫຼວງ ໂຊລ, ປະເທດ ເກົາຫຼີໃຕ້. 10 ມີນາ, 2018.

ຄວາມພະຍາຍາມທາງການທູດແມ່ນກຳລັງເຂັ້ມຂຸ້ນຂຶ້ນ ເພື່ອຈະປະສານແຜນງານ
ແລະ ກຳນົດການ ສຳລັບກອງປະຊຸມສຸດຍອດ ທີ່ຄາດວ່າຈະເກີດຂຶ້ນລະຫວ່າງເກົາຫຼີ
ເໜືອ ກັບ ເກົາຫຼີໃຕ້ ແລະ ຫຼັງຈາກນັ້ນກໍຈະແມ່ນກັບ ສະຫະລັດ, ທີ່ຈະຫາຂໍ້ຕົກລົງ
ເພື່ອສິ້ນສຸດໂຄງການອາວຸດນິວເຄລຍຂອງ ເກົາຫຼີເໜືອ.

ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ເປີດໂອກາດໃຫ້ຈັດການເຈລະຈາປົດອາວຸດ
ນິວເຄລຍ ດ້ວຍການຕົກລົງທີ່ຈະຈັດກອງປະຊຸມສຸດຍອດລະຫວ່າງ ເກົາຫຼີ ກັບຜູ້ນຳ
ເກົາຫຼີໃຕ້ ທ່ານ ມູນ ແຈ ອິນ, ແລະ ໄດ້ສະເໜີການເຊື້ອເຊີນ ເພື່ອພົບປະ ກັບປະທາ
ນາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.

ທ່ານ ກິມ ໄດ້ຕົກລົງວ່າ ຈະປຶກສາຫາລືເລື່ຶອງ ການສິ້ນສຸດໂຄງການອາວຸດນິວເຄລຍ
ທີ່ເປັນໄພຂົ່ມຂູ່ຂອງປະເທດ ເຊິ່ງໃນປີທີ່ຜ່ານມາ, ໄດ້ເພີ່ມຄວາມພະຍາຍາມທີ່ຈະພັດ
ທະນາລູກສອນໄຟຂີປະນາວຸດຂ້າມທະວີບ ທີ່ອາດມີເປົ້າໝາຍຍິງໃສ່ ແຜ່ນດິນໃຫຍ່
ສະຫະລັດ, ແລະ ໄດ້ຢຸດການທົດລອງອາວຸດທີ່ເປັນການຍຸແຍ່ຕໍ່ໄປ ໃນຂະນະທີ່ການ
ເຈລະຈາກຳລັງດຳເນີນໄປຢູ່.

ການຕັດສິນໃຈຂອງປະທານາທິບໍດີ ທຣຳ ເພື່ອຕົກລົງວ່າ ຈະເຂົ້າຮ່ວມໃນການເຈລະ
ຈາປົດອາວຸດນິວເຄລຍໃນທ້າຍເດືອນພຶດສະພາ ໄດ້ເຮັດໃຫ້ບັນດາປະເທດພັນທະ
ມິດ ແລະ ສັດຕູທັງຫຼາຍແປກໃຈ. ແຕ່ແນວໃດກໍຕາມ, ລັດຖະບານທ່ານ ທຣຳ ໄດ້
ກ່າວວ່າ ການປະຕິບັດການ “ເພື່ອທຳຄວາມກົດດັນສູງສຸດ” ແມ່ນຍັງຄົງຈະມີຢູ່ຄືເກົ່າ
ຈົນກວ່າຂໍ້ຕົກລົງດັ່ງກ່າວຈະບັນລຸຜົນ. ພາຍໃຕ້ການນຳພາຂອງທ່ານ ທຣຳ, ສະຫະ
ລັດ ໄດ້ນຳໜ້າໃນຂະບວນການສາກົນຫຼາຍຄັ້ງ ເພື່ອວາງມາດຕະການລົງໂທດທາງ
ເສດຖະກິດເພີ່ມຂຶ້ນ ຕໍ່ເກົາຫຼີເໜືອ ແລະ ໄດ້ກ່າວຢໍ້າວ່າ ການປະຕິບັດການທາງທະ
ຫານ ກໍຍັງແມ່ນທາງເລືອກທີ່ເປັນໄປໄດ້ ເພື່ອສິ້ນສຸດໄພຂົ່ມຂູ່ນິວເຄລຍທີ່ກຳລັງມີ
ເພີ່ມຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG