ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານແຄຣີ ຈະໄປຢ້ຽມຢາມ ເອເຊຍ (ວີດິໂອກ່ຽວຂ້ອງ)


ທະຫານເກົາຫຼີເໜືອ ຊຸມນຸມຕໍ່ຕ້ານ ສະຫະລັດກັບເກົາຫລີໃຕ້ ທີ່ເມືອງນໍາໂປ, ວັນທີ 3 ເມສາ 2013.
ທະຫານເກົາຫຼີເໜືອ ຊຸມນຸມຕໍ່ຕ້ານ ສະຫະລັດກັບເກົາຫລີໃຕ້ ທີ່ເມືອງນໍາໂປ, ວັນທີ 3 ເມສາ 2013.
ທ່ານ ຈອນ ແຄຣີ ລັດຖະມົນຕີ
ຕ່າງປະເທດສະຫະລັດ ຈະເດີນທາງໄປຢ້ຽມຢາມຂົງເຂດເອເຊຍ
ໃນອາທິດນີ້ ເພື່ອເຈລະຈາຊອກຫາວິທີທາງທີ່ດີທີ່ສຸດ ທີ່ຈະຈັດ
ການກັບທ່າທີຈອງຫອງຂຶ້ນໄປນັບມື້ ຂອງເກົາຫຼີເໜືອນັ້ນ.
Scott Stearn ຜູ້ສື່ຂ່າວອາວຸໂສ ປະຈໍາກະຊວງຕ່າງປະເທດ
ລາຍງານວ່າ ອີກຄັ້ງນຶ່ງ ຈີນເປັນຜູ້ມີບົດບາດສໍາຄັນໃນການເຂົ້າ
ຫາເກົາຫຼືເໜືອ ຊຶ່ງເປັນປະເທດທີ່ຢູ່​ໂດດດ່ຽວນັ້ນ. ທອງປານ
ມີເລຶ່ອງນີ້ມາສະເໜີທ່ານ.

ເມືອງຕ່າງໆ ທີ່ລັດຖະມົນຕີຕ່າງປະເທດສະຫະລັດ ມີກໍານົດໄປຢ້ຽມຢາມ ໃນອາທິດນີ້(ຄລິກເພື່ອຂະຫຍາຍຮູບ)
ເມືອງຕ່າງໆ ທີ່ລັດຖະມົນຕີຕ່າງປະເທດສະຫະລັດ ມີກໍານົດໄປຢ້ຽມຢາມ ໃນອາທິດນີ້(ຄລິກເພື່ອຂະຫຍາຍຮູບ)

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ຈອນ ແຄຣີ ເວົ້າວ່າ ​
ເຖິງ​ແມ່ນ​ເກົາຫຼີ​ເໜືອ​ໄດ້​ກ່າວ​ໃນອັນທີ່ທ່ານເອີ້ນວ່າ ເປັນການ
ຂົ່ມຂູ່ທີ່ອັນຕະລາຍແລະຂາດສະຕິ ທີ່ເກົາຫຼີ​ເໜືອໄດ້ກ່າວ​ມາ
ທັງ​ໝົດນັ້ນ​ກໍ​ຕາມ ​ແຕ່ພຽງຢາງກໍຍັງສາມາດທີ່ຈະເຈລະຈາຕໍ່
ລອງເພື່ອຫາທາງເອົາຕົນ ອອກຈາກການຖືກໂດດດ່ຽວ ​ໂດຍ
ນາໆຊາດ ຍ້ອນໂຄງການນີວເຄຼຍຂອງຕົນນັ້ນ ​ໄດ້ຢູ່. ທ່ານ
ແຄຣີ ເວົ້າວ່າ:

“ເກົາຫຼີເໜືອສາມາດກັບຄືນມາສູ່ໂຕະເຈລະຈາກັນ
ແລະເຂົ້າຮ່ວມກັບປະເທດອື່ນໆທັງໝົດ ໂຮມທັງຈີນ
ຊຶ່ງເປັນປະເທດເພື່ອນບ້ານ ແລະພາຄີທີ່ໃກ້ຊິດທີ່ສຸດ
ຂອງຕົນນັ້ນນໍາ.
​ແນ່ນອນ​ວ່າ ພວກເຂົາເຈົ້າມີສະຖາ
ນະພາບ
​ເປັນເພື່ອນບ້ານທີ່ໃກ້ຊິດທີ່ສຸດ ກັບເກົາຫຼີໃຕ້
ແຕ່ຈີນເປັນ
ຜູ້ມີບົດບາດສໍາຄັນຫລາຍ​ທີ່​ສຸດ ​ແລະ​ກໍ​
ໄດ້​ຮັກສາ
ຄວາມສໍາພັນທີ່ໃກ້ຊິດ ກັບເກົາຫຼີເໜືອ
ກວ່າປະເທດອື່ນໃດ
ມາ​ຕະຫຼອດ.”

ທ່ານ Doug Paal ຜູ້ອໍານວຍການໂຄງການເອເຊຍ ທີ່ສະຖາບັນ Carnegie ​ເພື່ອສັນ
ຕິພາບສາກົນ ເວົ້າວ່າ: ຍ້ອນຄວາມສໍາພັນດັ່ງກ່າວນັ້ນ ຈຶ່ງໄດ້ເຮັດໃຫ້ຈີນມີ​ຄວາມສໍາຄັນ
ມາດົນນານ ຕໍ່ຄວາມພະຍາຍາມຂອງສະຫະລັດ ເພື່ອຫາທາງຍຸຕິ​ໄພຂົ່ມຂູ່ທາງນີວເຄຼຍ
ຈາກເກົາຫຼີເໜືອ ແລະ ອີກຄັ້ງນຶ່ງ ເລຶ່ອງຄວາມ​ສໍາພັນ​ອັນນີ້ ກໍຈະເປັນຫົວຂໍ້ສໍາຄັນຂອງ
ການຢ້ຽມຢາມປັກກິ່ງຂອງທ່ານແຄຣີນັ້ນ. ທ່ານ ປາລ ເວົ້າວ່າ:

“ສະຫະລັດກໍຫວັງວ່າ ຈີນຈະກະທໍາຫຼາຍສິ່ງຫຼາຍຢ່າງເພື່ອຍັບຍັ້ງການຫຼັ່ງໄຫຼ
ຂອງພະລັງງານແລະອາຫານເຂົ້າໄປຍັງເກົາຫຼີເໜືອ
ນັ້ນ ເພື່ອໃຫ້ເກົາຫຼີເໜືອ
ຮູ້ສຶກຕົວ. ບໍ່
​ໃຫ້ມີການລົງທຶນໃໝ່ຫຍັງອີກ ໃນວົງການທຸລະກິດຕ່າງໆໃນເກົາ
ຫຼີເໜືອ.
ທັງ​ໝົດ​ນັ້ນ​ ແມ່ນຕ້ານຢັນກັບຜົນປະໂຫຍດຫຼັກຂອງຈີນຢູ່ໃນເກົາຫຼີ
ເໜືອ ຊຶ່ງ
ກໍ​ຄືການສະໜອງໃຫ້ມີສະຖຽນລະພາບຢູ່ທີ່ນັ້ນ. ສະນັ້ນ ພວກເຮົາ
ກໍ
​ແມ່ນມີຄວາມແຕກຕ່າງຂັ້ນພື້ນຖານກັນ ຫຼາຍຢູ່.”

ຄວາມແຕກຕ່າງ ທີ່ທ່ານ Paal ເວົ້ານັ້ນ ແມ່ນກໍາລັງມີ​ກາ​ນຖົກຖຽງກັນຢູ່ໃນຈີນ ຢ່າງ
ໃຫຍ່ກວ່າແຕ່ກ່ອນ ​ໂຮມ​ທັງ​ຢູ່​ໃນ​ໝູ່ນາຍ​ທະຫານຂັ້ນ​ອາວຸ​ໂສຂອງ​ກອງທັບ ​ແລະ​ບາງ​ຄົນ
​ໃນວົງການລັດຖະບານ​ຊຸດ​ໃໝ່​ນໍາ. ໃນນັ້ນ ກໍມີທ່ານ ຫວັງ ຢີ່ ຜູ້ກໍາລັງຈະເຂົ້າມາຮັບຕໍາ
ແໜ່ງລັດຖະມົນຕີຕ່າງປະເທດຈີນຄົນໃໝ່ ຜູ້ທີ່ໄດ້ນໍາພາການທູດຈີນ ໃນການເຈລະຈາ
ຫົກຝ່າຍກັບ ເກົາຫຼີເໜືອ ເກົາຫຼີໃຕ້ ຣັດເຊຍ ຍີ່ປຸ່ນ ແລະສະຫະລັດ ມາກ່ອນນັ້ນ. ທ່ານ
Paal ເວົ້າອີກ ວ່າ:

“ສະນັ້ນ ພວກເຮົາມີບຸລຸດທີ່ມີຄວາມສາມາດ ແລະ ຄວາມຮອບຮູ້ສູງ ຜູ້ທີ່
ຂ້າພະເຈົ້າຂໍບອກທ່ານໃນທາງສ່ວນຕົວວ່າ ຈະເປັນຜູ້ກ້າປາກກ້າເວົ້າ

ອອກ​ມາແຮງໆ ກ່ຽວກັບເກົາຫຼີເໜືອ ທີ່ບັນດາຜູ້ນໍາຄົນອື່ນໆໃນ ລັດຖະ
ບານຈີນ
ບໍ່ຢາກເວົ້າຢາກວ່າ ຫຍັງນັ້ນ.”

ທ່ານ Justin Logan ປະຈໍາສະຖາບັນ Cato ເວົ້າວ່າ ຄວາມບໍ່ເຕັມໃຈຂອງຈີນ ສ່ວນນຶ່ງ
ແມ່ນມີ​ພຶ້ນຖານ​ມາ​ຈາກຄວາມເປັນຫ່ວງຂອງຈີນ ກ່ຽວກັບຄວາມໄດ້ປຽບຂອງສະຫະລັດ
ຈາກ​ການ​ທີ່ແຫຼມເກົາຫຼີຈະລວມຕົວເຂົ້າ ​ເປັນອັນ​ນຶ່ງ​ອັນ​ດຽວ​ກັນ ໃນທີ່ສຸດນັ້ນ. ທ່ານ
ໂລກັນ ເວົ້າວ່າ:

“ຈີນບໍ່ໄດ້ເວົ້າເລຶ່ອງນີ້ອອກ​ມາຢ່າງເປີດເຜີຍຫຼາຍ ແຕ່ຈີນກໍເປັນຫ່ວງທີ່ສຸດ
ກ່ຽວກັບ
ຊ່ອງ​ທາງ​ທີ່ເກົາຫຼີຈະ​ກາຍ​ມາເປັນອັນນຶ່ງອັນດຽວກັນ ​ໂດຍ​ມີກອງ
ທັບຂອງສະຫະລັດ
ປະຈໍາການຢູ່ໃນເຂດຊາຍແດນຂອງພວກເຂົາເຈົ້າ.
ນັ້ນຄື ບັນຫາຢ່າງນຶ່ງດ້ານທະຫານ ທີ່ຈີນຄິດວ່າ
ມັນສໍາຄັນຫຼາຍເຕີບ.”

ມາ​ຮອດດຽວນີ້ ປະກົດວ່າ ຈີນກໍມີຄວາມເປັນຫ່ວງຄື​ກັນກັບສະຫະລັດ ກ່ຽວກັບຄວາມ​ຈອງຫອງກະຫາຍສົງຄາມຂອງ ກິມ ຈົງ ອຸນ ຜູ້ນໍາເກົາຫຼີເໜືອ ໂດຍທີ່ຈີນໄດ້ໃຫ້ການ ໜຸນຫຼັງແກ່ການລົງໂທດ ທີ່ໜັກໜ່ວງຂຶ້ນກວ່າເກົ່າຂອງສະຫະປະຊາຊາດ ຕໍ່ເກົາຫລີເໜືອ
ແລະຮຽກຮ້ອງໃຫ້ມີການເຈລະຈາກັນຕື່ມ​ອີກ ເພື່ອຫາທາງແກ້ໄຂ ການ​ປະ​ເຊີນ​ໜ້າ​ກັນ​ນັ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້ ຂອງ Scott Stearn:

ທ່ານ Jim Schoff ອະດີດເຈົ້າໜ້າທີ່ກະຊວງປ້ອງກັນປະເທດສະຫະລັດ ສໍາລັບຂົງເຂດ
ເອເຊຍ ຊຶ່ງປັດຈຸບັນນີ້ເປັນເຈົ້າໜ້າອາວຸໂສປະຈໍາສະຖາບັນ Carnegie ເວົ້າວ່າ ເພື່ອ
ສະແດງໃຫ້ເຫັນເຖິງຄວາມປາດຖະໜາຂອງພວກ ເຂົາເຈົ້າເພື່ອຜ່ອນຄາຍວິກິດການ
ລົງນັ້ນ ສະຫະລັດ ຈີນ ແລະເກົາຫຼີໃຕ້ ສາມາດສະເໜີ​ໃຫ້​ມີການເຈລະຈາລະດັບນາ​ຍ
ທະຫານ​ຂັ້ນນາຍພົນ ເພື່ອ ກອບກູ້ສັນຍາສະຫງົບເສິກທີ່ເກົາຫຼີເໜືອໄດ້ຖອນຕົວອອກ
ເມື່ອບໍ່ດົນມານີ້​. ທ່ານ Schoff ເວົ້າວ່າ:

“ເວລານີ້ ກຸງໂຊລກໍາລັງພະຍາຍາມປັບປຸງຄວາມສໍາພັນ ກັບຈີນຢູ່ຄືກັນ. ບາງປະເທດໃນຂົງເຂດເປັນຫ່ວງວ່າ ເກົາຫຼີໃຕ້ອາດຫັນເຫ ອອກຈາກ
ສະຫະລັດ ແລະຍີ່ປຸ່ນ ໄປຫາຈີນ
ກໍໄດ້ ຊຶ່ງນັ້ນກໍບໍ່ແມ່ນແນວຄິດທີ່ຂີ້ຮ້າຍ​
ປານໃດ
ຖ້າຫາກວ່າຄວາມສໍາພັນດີຂຶ້ນ.”

ທ່ານ Schoff ເວົ້າອີກວ່າ ຈະມີຄວາມໄດ້ປຽບທາງເສດຖະກິດຢ່າງ​ຫຼວງຫຼາຍ ສໍາລັບຈີນ
ຖ້າຫາກເກົາຫຼີເໜືອ ຈະເລີນຮຸ່ງເຮືອງຂຶ້ນ. ທ່ານ Schoff ເວົ້າວ່າ:

“ເກົາຫຼີເໜືອ ເປັນພຽງປະເທດທີ່ຫ່ຽວແຫ້ງ ຫຼື ເປັນຄຸ້ມຂອງຄົນທຸກຈົນ ທີ່ຕັ້ງຢູ່ໃກ້ກັບເຂດທີ່ອຸດົມຮັ່ງມີ ແລະມີຜົນຜະລິດຫຼາຍຢ່າງໜ້າເຫຼຶອເຊື່ອ
ຂອງໂລກ. ຄວາມສາມາດບົ່ມຊ້ອນ​ ຄືຂ້າພະ​ເຈົ້າ​ໝາຍ​ຄວາມ​ວ່າ ຖ້າ
ຫາກວ່າເຮົາສ້າງສະພານພາກພື້ນດິນອັນ​ນັ້ນ ກໍ​ຄື​ສາຍ​ພົວພັນເຊື່ອມຕໍ່
ກັນລະຫວ່າງຈີນແຜ່ນດິນໃຫຍ່ ກັບເກົາຫຼີໃຕ້ທີ່ມີພະລັງນັ້ນ ແລະເຊື່ອມ
ເຂົ້າກັບຍີ່ປຸ່ນແລະປະ​ເທດ​ອື່ນໆ​ແລ້ວ ຄວາມ​ສາມາດ​ບົ່ມ​ຊ້ອນ​ທາງ​ເສດ
ຖະກິດ​ໃນຂົງເຂດນັ້ນ ສໍາລັບ​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ
​ແລະ​ເຂດຕາເວັນອອກໄກຂອງຣັດເຊຍ ​ກໍແມ່ນ​ຈະໃຫຍ່ຫຼວງຫຼາຍທີ່ສຸດ.”


ທ່ານ Schoff ເວົ້າອີກວ່າ ນັ້ນກໍເປັນໂອກາດອັນດີຢ່າງນຶ່ງ ສໍາລັບການທູດຂອງສະຫະລັດ.
ທ່ານ Schoff ກ່າວຕໍ່ໄປວ່າ:

“ມີຄວາມສາມາດບົ່ມຊ້ອນຫຍັງແດ່ໃນຂັ້ນຕໍ່ໄປ ສໍາລັບ​ແນວຄິດທີ່ແຕກຕ່າງ
ໄປ​ຈາກ​ປັດຈຸບັນ​ນີ້
ກ່ຽວກັບພູມິສາດການເມືອງ ຂອງຂົງເຂດນັ້ນ? ມັນເປັນ
ຫົວ​ຂໍ້​ສົນທະນາທີ່ລໍາບາກພໍສົມຄວນສໍາລັບຈີນ ​ໃນ​ເວລາ​ນີ້ ແຕ່ບາງທີ ມັນກໍອາດຈະງ່າຍຂຶ້ນ ​ຂະນະ​ທີ່ວັນເວລາ​ຜ່ານ​ພົ້ນ​ໄປ.”

ນອກຈາກໄປຢ້ຽມຢາມປັກກິ່ງແລ້ວ ທ່ານແຄຣີຍັງຈະໄປຢ້ຽມຢາມກຸງໂຊລ ແລະໂຕກຽວ
ນໍາ ໃນອາທິດນີ້.

XS
SM
MD
LG