ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍຕາທັງໂລກ ຈ້ອງມອງເບິ່ງ ການໂອ້ລົມສົນທະນາ ຄັ້ງທຳອິດຂອງສອງເກົາຫຼີ ໃນຮອບ 2 ປີ


World Eyes First Inter-Korean Talks in Two Years
please wait

No media source currently available

0:00 0:02:21 0:00

ສາ​ຍຕາທັງ​ໂລກ ​ແມ່ນ​ຈັບ​ຈ້ອງ​ໃສ່​ສອງ​ປະເທດເກົາຫຼີ ​ແລະການ​ພົບ​ປະລະ​ດັບ​ສູງ
ຂອງພວກເຂົາເຈົ້າ ​ໃນ​ວັນ​ອັງຄານ​ວານ​ນີ້ ຊຶ່ງ​ເປັນການພົບປະຄັ້ງ​ທຳ​ອິດ​ໃນ​ຮອບ 2 ປີ
ຜ່ານມາ.ການ​ພົບ​ປະດັ່ງກ່າວ​ນີ້ ​ແມ່ນ​ເພັ່ງ​ແນໃສ່​ການ​ເຂົ້າ​ຮ່ວມແຂ່ງຂັນ​ກິລາ​ໂອ​ລິ​ມປິກ​
ຂອງເກົາຫຼີເໜືອ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້ຢູ່​ເກົາຫຼີ​ໃຕ້. ​ແຕ່​ວ່າ ກໍ​ຍັງ​ມີ​ຄວາມ​ຫວັງວ່າ
ການພົບປະກັນແບບເຊິ່ງໜ້າທີ່ບໍ່ຄ່ອຍມີ ຢູ່​ໃນ​ໝູ່​ບ້ານປັນມຸນ​ຈັອມທີ່ຢູ່ຊາຍ​ແດນນັ້ນ
ຈະ​ສາມາດ​ເປັນຂີດໝາຍຂອງຜົນສໍາເລັດໃໝ່ ໃນສາຍ​ພົວພັນ​ລະຫວ່າງເກົາ​ຫຼີນໍາກັນ
ຊຶ່ງ​ວັນນະ​ສອນຈະນຳລາຍ​ອຽດກ່ຽວກັບເລື່ອງນີ້ ຈາກ​ນັກ​ຂ່າວ​ຂອງວີ​ໂອ​ເອ ຊລາ​ຕິກາ ​
ໂຮ໊​ກ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຊາວ​ເກົາຫຼີ​ໃຕ້​ຍອມຮັບວ່າການພົບປະກັນກັບເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອໂດຍຫຼັກໆ​ແລ້ວ
​ແມ່ນ​ເປັນ​ສັນຍານ​ທີ່ບອກໃຫ້ຮູ້​ວ່າ ​ກິລາ​ໂອ​ລິ​ມປິກທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ໜ້າ​ນີ້ ຈະ​ບໍ່ຖືກ​
ທຳລາຍ​ໂດຍ ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາຫຼີ​ເໜືອໃສ່ແຫຼມ​ເກົາຫຼີ.

ທ້າວ ​ໂກ ຊັງ ນໍາ (Go Sung Num) ຜູ້​ຢູ່​ອາ​ໄສ​ໂຊ​ລ ກ່າວ​ວ່າ ເປັນ​ພາສາ​ເກົາຫຼີ​ວ່າ
“ຜ່ານ​ວິທີ​ການ​ທູດດ້ານກິລາ ​ແລະ​ການທີ່ເກົາຫຼີ​ໃຕ້​ປະເຊີນໜ້າກັບ​ເກົາຫຼີ​ເໜືອ
ຢູ່​ໃນກິລາ​ໂອ​ລິ​ມປິກທີ່ພຽງ​ຈາງ (Pyeongchang) ພວກ​ເຮົາສາມາດກ້າວ​ອອກ​
ຈາກ​ໄພ​ຂົ່ມຂູ່ຂອງສົງຄາມໄປໄດ້​ບາດກ້າວ​ນຶ່ງ​.”

​ແຕ່​ວ່າ ຍ້ອນ​ເມື່ອຍ​ກັບ​ສະພາບ​ເຄັ່ງ​ຕຶງ​ທີ່ເກີດມາຈາກ​ການ​ທົດ​ລອງ​ລູກ​ສອນ​ໄຟຂີປະນາ
ວຸດ​ຂອງ​ເກົາຫຼີ​ເໜືອ​ ທີ່ມີຢູ່ເລື້​ອຍໆນັ້ນ ​ຊາວ​ເກົາຫຼີ​ໃຕ້​ຫຼາຍໆ​ຄົນ ກໍຫວັງ​ວ່າ ການ​ພົບປະ
ດັ່ງກ່າວ ຈະສາມາດ​ກ້າວ​ຂຶ້ນຈາກ​ເລື່ອງກິລາ ​ໄປ​ສູ່​ການ​ເຈລະຈາ​ເລື່ອງໂຄງການ​ນິວ​ເຄລຍຂອງເກົາຫຼີ​ເໜືອໄດ້.

ທ່ານ ກັງ ຈົງ​-ແຕະ ຜູ້​ຢູ່​ອາ​ໄສ​ໂຊ​ລເວົ້າວ່າ “ກ່ອນ​ອື່ນ​ໝົດ, ການຈັດກິລາ​ໂອ​ລິ​ມປິກ
ພຽງ​ຈາງຢ່າງປອດໄພແມ່ນ​ສຳຄັນ​ຫລາຍ. ​ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ​ເຖິງ​ແມ່ນ​ວ່າ​ມັນ
ຈະເປັນ​ສະພາບການທາງສາກົນທີ່ຫຍຸ້ງຍາກກໍຕາມ, ຂ້າພະ​ເຈົ້າ​ຄິດ​ວ່າ ການ​ພົບປະ
ໂອ້ລົມດັ່ງກ່າວຈະ​ເປັນ​ສິ່ງທີ່​ກະ​ຕຸ້ນໃຫ້ມີການ​ສົນທະນາ​ກ່ຽວ​ກັບ​ເລື່ອງ​ນີວ​ເຄລຍ.”

​ຄາດກັນວ່າ ເກົາຫຼີ​ເໜືອ​ຈະ​ອະນຸຍາດ​ໃຫ້​ນັກ​ແລ່ນ​ສະເກັດຄູ່​ນຶ່ງຂອງຕົນ​ເຂົ້າ​ແຂ່ງກິລາ​
ໂອ​ລິ​ມ ປິກ. ​ເຈົ້າ​ໜ້າ​ທີ່​ເກົາຫຼີໃຕ້​ກ່າວ​ວ່າ ປະເທດຕົນ​ຈະຫາວິທີ​ເຈລະຈາ​ກ່ຽວກັບ
​ການເຮັດໃຫ້ມີການ​ທ້ອ​ນ​ໂຮມ​ບັນດາ​ຄອບຄົວທີ່​ພັດ​ພາກ​ຈາກ​ກັນນັບ​ຕັ້ງ​ແຕ່​ສົງ​ຄາມ
​ເກົາຫຼີ ນັ້ນກັບຄືນມາປະ ຕິບັດອີກ. ມີຜູ້​ສູງ​ອາຍຸຊາວ​ເກົາຫຼີ​ໃຕ້​ປະມານ 60 ພັນຄົນ
ຍັງມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ພົບ​ພໍ້​ກັບ​ຍາດ​ພີ່ນ້ອງ​ຂອງ​ພວກ​ເຂົາ​ເຈົ້າ​ອີກ.

“ການ​ພົບ​ປະໂອ້​ລົມ​ກັນສ່ວນ​ໃຫຍ່ຈະ​ແມ່ນກ່ຽວກັບກິລາ​ໂອ​ລິ​ມປິກພຽງ​ຈາງ ​ແລະ​
ສ່ວນ​ທີ່ເຫລືອ​ກໍ​ຈະແມ່ນ​ເລື່ອງ​ມະນຸດສະທຳ ຊຶ່ງ​ລວມມີ​ເລື່ອງ​ຄອບຄົວທີ່​ພັດ​ພາກ​
ຈາ​ກກັນ ແລະການຊ່ວຍ​ເຫລືອ​ແກ່ພວກເດັກນ້ອຍ​ ແລະ​ພວກ​ແມ່​ມານຢູ່​ໃນ​ເກົາຫຼີ​
ເໜືອ.”

​ໃນການໃຫ້​ຄໍາ​ເຫັນ​ກ່ອນໜ້າຈະ​ມີ​ການ​ພົບ​ປະກັນ​ນັ້ນ ນັກວິ​ເຄາະຂອງ​ເກົາຫຼີ​ໃຕ້ຄົນ​ນຶ່ງ
ເວົ້າ​ວ່າ ​ເກົາຫຼີ​ເໜືອຢາກ​ຈະ​ສະ​ແດງ​ໃຫ້​ປະຊາ​ຄົມສາກົນ​ເຫັນ​ວ່າ ຕົນ​ບໍ່​ແມ່ນ​ຜູ້​ສ້າງ​ບັນຫາ.

ທ່ານ ກິມ ຢົງ-ຮວຸນ (Kim Yong-Hyun) ຈາກ​ມະຫາວິທະຍາ​ໄລ ດົງ​ກັກ (Dongguk)
ກ່າວ​ວ່າ “​ໂດຍ​ຜ່ານ​ການ​ເຂົ້າຮ່ວມກິລາ​ໂອ​ລິ​ມປິກນີ້ ​ເກົາຫຼີ​ເໜືອຢາກ​ສະ​ແດງ​ໃຫ້​ໂລກ​
ຮູ້​ວ່າ ຕົນ​ເປັນ​ປະ​ເທດ​ທີ່ທໍາ​ມະ​ດາ ​ແລະ​ວ່າ ທ່ານ ຄິມ ຈົງ-​ອຶນ ​ເປັນ​ຜູ້ນຳທີ່ທໍາ​ມະ​ດາ
ເຊັ່ນ​ດຽວ​ກັນ.​”

ຜູ້ນຳເກົາຫຼີ​ເໜືອ ທ່ານ ກິມ ຈົງ-​ອຶນ ​ໄດ້ໃຊ້​ຄໍາ​ເວົ້າ​ຖົກ​ຖຽງກັນກັບ​ປະທານາທິບໍດີ​ສະຫະ
ລັດ ທ່ານ​ດໍ​ໂນ​ລ ທຣຳ ​ຊຶ່ງ​ໄດ້​ສ້າງ​ຄວາມ​ຢ້ານ​ກົວ​ວ່າ ​ອາດ​ຈະ​ເກີດ​ການ​ຕໍ່ສູ້​ກັນ​ໂດຍ​ໃຊ້​
ລະ​ເບີດ​ນິວ​ເຄລຍ​ໄດ້. ຈີນ ​ໄດ້ຮຽກຮ້ອງ​ຄັ້ງ​ແລ້ວ​ຄັ້ງ​ເລົ່າ ໃຫ້ສອງ​ປະ​ເທດ​ນັ້ນ ​ຫັນໜ້າຄືນ​
ສູ່​ການ​ເຈລະຈາກັນ.

ພະສັນ​ຕະປາປາ​ຟຣານຊິ​ສ ​ໄດ້​ຮຽກຮ້ອງ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້​ວ່າ ​ໃຫ້​ມີ​ການເກືອດ​ຫ້າມ​
ແບບມີ​ການຜູກ​ມັດ​ທາງ​ກົດໝາຍຂອງນາໆ​ຊາດ ຕໍ່ອາວຸດນີວ​ເຄລຍ ​ແລະ​ຮຽກຮ້ອງ​ໃຫ້
​ບັນດາ​ນັກ​ການ​ທູດ​ຕ່າງປະ​ເທດ ​ສະໜັບສະໜຸນ ​ທຸກໆຄວາມ​ພະຍາຍາມ​ທີ່​ເຮັດ​ໃຫ້​ມີ​
ການ​ເຈລະຈາ​ໃນ​ແຫຼມ​ເກົາຫຼີ​ທີ່​ວ່າ​ນີ້. ພວກ​ນັກວິ​ເຄາະ​ກ່າວ​ວ່າ ເກົາຫຼີ​ເໜືອຈະ​ບໍ່ຍຸຕິ
ການພັດທະນາ​ດ້ານນິວ​ເຄລຍຂອງຕົນ​ໃນ​ອານາ​ຄົດ​ອັນ​ໃກ້​ໆ​ນີ້. ທ່ານ​ທຣຳ ​ແມ່ນ​ມີ
​ຄວາມ​ຍິນ​ດີ​ຕໍ່​ການ​ປະຊຸມລະຫວ່າງເກົາຫຼີດ້ວຍ​ກັນດັ່ງກ່າວ, ​ແຕ່​ກໍ​ໄດ້​ກ່າວ​ວ່າ ທ່ານ​ຈະ
​ບໍ່​ຍອມ​ໃຫ້ເກົາຫຼີ​ເໜືອມີ​ອາວຸດ​ນີວ​ເຄລຍ ​ເດັດ​ຂາດ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG