ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເກົາຫຼີເໜືອ ອວດອ້າງເຖິງ ການຍິງທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບລຸ້ນໃໝ່ ທີ່ໃຊ້ເຊື້ອໄຟແທ່ງ


ຈໍໂທລະພາບ ແມ່ນເຫັນໄດ້ ລາຍງານຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໂດຍມີແຟ້ມພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 13 ເມສາ 2023.
ຈໍໂທລະພາບ ແມ່ນເຫັນໄດ້ ລາຍງານຂອງການຍິງລູກສອນໄຟຂອງເກົາຫຼີເໜືອ ໂດຍມີແຟ້ມພາບຂອງຜູ້ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນລະຫວ່າງລາຍການຂ່າວ ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງໂຊລ, ເກົາຫຼີໃຕ້, ວັນທີ 13 ເມສາ 2023.

ເກົາຫຼີເໜືອ ໄດ້ກ່າວໃນວັນສຸກນີ້ວ່າ ຕົນໄດ້ທົດລອງ ລູກສອນໄຟຂີປະນາວຸດຂ້າມທະວີບລຸ້ນໃໝ່ຫຼື ICBM ທີ່ໃຊ້ເຊື້ອເພີງແທ່ງ ເຊິ່ງເປັນການກ່າວອ້າງ ຖ້າຫາກຖືກຢືນຢັນ ກໍຈະເຮັດໃຫ້ ຄວາມອາດສາມາດຂອງພຽງຢາງທີ່ຈະ​ທຳການໂຈມຕີເປົ້າໝາຍຂອງສະຫະລັດ ໄດ້ໄວຂຶ້ນກວ່າເກົ່າ ແລະບໍ່ສາມາດຄາດການໄດ້.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ກ່າວວ່າ ຜູ້ນຳຂອງເກົາຫຼີເໜືອ ກິມ ຈົງ ອຶນ ໄດ້ກຳກັບນຳການຍິງລູກສອນໄຟ ວາຊົງ-18 (Hwasong-18) ໃນວັນພະຫັດວານນີ້ ເຊິ່ງອົງການຂ່າວນີ້ ກ່າວວ່າ ຈະເປັນການປັບປຸງຢ່າງໃຫຍ່ຫຼວງໃນຍຸດທະສາດດ້ານການສະກັດກັ້ນ ແລະທ່າທີການໂຈມຕີຕອບໂຕ້ດ້ານນິວເຄລຍ.

ທ່ານກິມ “ໄດ້ສະແດງຄວາມເພິ່ງພໍໃຈເປັນຢ່າງຍິ່ງກ່ຽວກັບຜົນສຳເລັດທີ່ມະຫັດ ສະຈັນ” ຂອງການທົດລອງດັ່ງກ່າວ ດັ່ງທີ່ອົງການຂ່າວ KCNA ໄດ້ລາຍງານ ແລະໄດ້ກ່າວຕື່ມວ່າ ພວກສັດຕູຂອງປະເທດ ບັດນີ້ຈະ “ປະເຊີນກັບຄວາມກະ ວົນກະວາຍ ແລະຢ້ານກົວຢ່າງໜັກ...ສະນັ້ນ ຈຶ່ງຈະເຮັດໃຫ້ພວກເຂົາ ເສຍໃຈສຳລັບການເລືອກໃນທາງທີ່ຜິດ ຢ່າງສິ້ນຫວັງ.”

ເກົາຫຼີເໜືອຕ້ອງການຢາກຈະພັດທະນາລູກສອນໄຟ ICBM ທີ່ໃຊ້ເຊື້ອໄຟແທ່ງ ມາຍາວນານ ເຊິ່ງໃນທິດສະດີແລ້ວ ແມ່ນຍາກຂຶ້ນກວ່າເກົ່າ ສຳລັບຄູ່ປໍລະປັກ ເຊັ່ນສະຫະລັດ ທີ່ຈະກວດຫາ ແລະພະຍາຍາມສະກັດມັນໄດ້.

ກ່ອນໜ້ານີ້ ລູກສອນໄຟ ICBM ທັງສາມລູກ ຂອງເກົາຫລີເໜືອ ທີ່ໄດ້ຖືກທົດລອງນັ້ນ ນຳໃຊ້ເຊື້ອໄຟແຫຼວ ເຊິ່ງຕ້ອງໄດ້ບັນຈຸເຂົ້າໃນລູກຈະຫຼວດໃນຂັ້ນຕອນທີ່ໃຊ້ເວລາຫຼາຍຊົ່ວໂມງ ແລະຕ້ອງການອຸປະກອນທີ່ທັນສະໄໝຊັບຊ້ອນ ເຊິ່ງສາມາດແນມເຫັນໄດ້ງ່າຍຈາກອະວະກາດ.

North Korea said it had tested a new intercontinental ballistic missile that uses solid fuel – a claim that, if confirmed, would give Pyongyang the ability to conduct quicker and more unpredictable launches that target the United States.

The official Korean Central News Agency said North Korean leader Kim Jong Un oversaw the Thursday launch of the Hwasong-18 missile, which it said would dramatically improve the country's strategic deterrence and nuclear counterattack posture.

Kim “expressed great satisfaction over the miraculous success” of the test, KCNA reported, adding that the country’s enemies will now “face extreme uneasiness and fear … thus making them regret for their wrong choice in despair.”

North Korea has long wanted to develop solid-fueled ICBMs, which in theory are much harder for adversaries like the United States to detect and try to intercept.

XS
SM
MD
LG