ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາ​ຫຼີ​ເໜືອ​ ທົ​ດ​ລອງ ​ລູກ​ສອນ​ໄຟ​​ອີກ ​ຊຶ່ງລະ​ເມີດ ຄຳ​ໜັ້ນ​ສັນ​ຍາ ​ຕໍ່ ປ. ທ​ຣຳ


ພາບການ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ບໍ່​ບອກ​ເຖິງ​ວັນ​ເວ​ລາ ໄດ້​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ທີ 16 ສິງ​ຫາ 2019 ໂດຍ​ອົງ​ການ​ຂ່າວສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີເໜືອ.
ພາບການ​ທົດ​ລອງ​ລູກ​ສອນ​ໄຟ ທີ່​ບໍ່​ບອກ​ເຖິງ​ວັນ​ເວ​ລາ ໄດ້​ນຳ​ອອກ​ເຜີຍ​ແຜ່​ ໃນ​ວັນ​ທີ 16 ສິງ​ຫາ 2019 ໂດຍ​ອົງ​ການ​ຂ່າວສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີເໜືອ.

ເກົາ​ຫຼີ​ເໜືອ​ໄດ້​ທຳ​ການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ອີກ ຊຶ່ງ​ເປັນ​ການ​ລະ​ເມີດ​ຢ່າງ ​ຈະ
ແຈ້ງຕໍ່​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ໃຫ້​ໄວ້ ​ກັບປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນລ ທ​ຣຳ ທີ່​
ຈະ​ລະ​ເວັ້ນ​ ຈາກ​ການ​ທົດ​ລອງ​ດັ່ງ​ກ່າວ ຫຼັງ​ຈາກ​ການ​ຊ້ອມ​ລົບທາງ​ທະ​ຫານລະ​ຫວ່າງ
​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ສິ້ນ​ສຸດ​ລົງ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ເຖິງ​ຢ່າງ​ໃດ​ກໍ​ດີ ໄດ້​ກ່າວ​ວ່າ ທ່ານບໍ່​ເຫັນ​ວ່າການ​ທົດ​ລອງຍິງ​ລູກ
​ສອນ​ໄຟຂອງ​ເກົາ​ຫຼີ​ເໜືອເທື່ອ​ຫລ້າ​ສຸດ​ ເປັນ​ການລະ​ເມີດ​ຕໍ່​ສັນ​ຍາ. ກ່ອນ​ເດີນ​ທາງອອກ​
ຈາກ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເພື່ອໄປຮ່ວມກອງ​ປ​ະ​ຊຸມສຸດຍອດ​ກຸ່ມ G-7 ຜູ້​ນຳ​ສະ​ຫະ​ລັດ
​ກ່າວ​ວ່າ ຜູ້​ນຳ​ເກົາ​ຫຼີ​ເໜືອ “ທ່ານ​ກິມ ຈົງ​ ອຶນ ທ່ານຄົງ​ຮູ້ ກົງ​ໄປ​ກົງ​ມາ​ກັບ​ຂ້າ​ພະ​ເຈົ້າ.
ທ່ານ​ມັກ​ທົດ​ລອງ​ລູກ​ສອນ​ໄຟ ແຕ່​ພວກ​ເຮົາ​ບໍ່​ເຄີຍ​ຈຳ​ກັດ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້ເລີຍ.”


ລັດ​ຖະ​ບານຍີປຸ່ນໄດ້​ລາຍ​ງານ​ເປັນ​ຜູ້​ທຳ​ອິດກ່ຽວ​ກັບການຍິງທົ​ດ​ລອງ​ດັ່ງ​ກ່າວ​ໃນ​ຕອນ
​ເຊົ້າ​ວັນ​ເສົາ​ມື້​ນີ້. ກອງ​ທັບ​ເກົາ​ຫຼີ​ໃຕ້ ​ໄດ້​ໃຫ້​ການ​ຢືນຢັນ​ໃນ​ການ​ທົດ​ລອງ​ບໍ່​ເທົ່າ​ໃດ​ນາ​
ທີ່​ຕໍ່​ມາ ໂດຍກ່າວ​ວ່າ​ ເກົາ​ຫຼີ​ເໜືອ​ໄດ້​ຍິ​ງ​ອາ​ວຸດນີ້ຈາກແຂວງຮຳຢອງໃຕ້ (South
Hamgyong) ອອກ​ຈາກ​ແຄມ​ຝັ່ງທະ​ເລທາງ​ຟາກ​ຕາ​ເວັນອອກ​ຂອງ​ຕົນ.

ລູກ​ສອນ​ໄຟຊຶ່ງ​ມີ​ການຊັ່ງ​ຊາ​ວ່າ​ ເປັນ “ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ໄລ​ຍ​ະ​ໃກ້” ​ໄດ້​ເດີນ​ທາງ
​ປະ​ມານ 300 ກິ​ໂລ​ແມັດ ຂຶ້ນສູງເຖິງ 97 ກິ​ໂລ​ແ​ມັດ ແລະ​ຄວາມ​ໄວ Mach 6.5 ຫຼືສູງ
ກວ່ານັ້ນ ອີງ​ຕ​າມ​ຖະ​ແຫຼ​ງ​ການ​ຈາກ​ເສນາ​ທິການ​ຮ່ວມຂອງ​ເກົາ​ຫຼີ​ໃຕ້.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ສະ​ຫະ​ລັດ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ພວກ​ເຮົາ​ຮູ້ເລື້ອງ​ແລ້ວກ່ຽວ​ກັບ​ລາຍ​
ງານ ​ການ​ຍິງ​ລູກ​ສອນ​ໄຟ​ຂອງເກົາ​ຫຼີ​ເໜືອ ແລະ​ສືບ​ຕໍ່ສັງ​ເກດເບິ່ງສ​ະ​ພາບ​ການ. ພວກ​
ເຮົາ​ກຳ​ລັງ​ປຶກ​ສ​າ​ຫາ​ລື​ກັບ​ບັນ​ດາ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ຂອງ​ພວກ​ເຮົາ ຍີ​ປຸ່ນ ແລະ​ເກົາ
​ຫຼີ​ໃຕ້.”

ຫຼັງ​ຈາກກອງ​ປະ​ຊຸມ​ສຸກ​ເສີນ ສະ​ພາ​ຄວາມໝັ້ນ​ຄົງ​ແຫ່ງ​ຊາດ​ຂອງເກົາ​ຫຼີ​ໃຕ້ ໄດ້​ສະ​
ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ແຮງ” ທີ່​ເກົາ​ຫຼີ​ເໜືອ ​ຍັງ​ສືບ​ຕໍ່​ຍິງ​ລູກ​ສອນ​ໄຟ ເຖິງ​ແມ່ນ​
ການ​ຊ້ອມ​ລົບທາງ​ທະ​ຫານ​ຂອງສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ກໍ​ຕາມ.

ໃນ​ຕົ້ນ​ເດືອນ​ນີ້ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້ກ່າວຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທ​ວິດ​ເຕີ​ວ່າ
ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ໄດ້​ສັນ​ຍາ​ທີ່​ຈະ​ຢຸດ​ການ​ຍິງ​ລູກ​ສອນ​ໄຟ ແລະ​ກັບ​
ຄືນເຂົ້າ​ຮ່ວມ​ການ​ເຈ​ລະ​ຈານິວ​ເຄ​ລຍ ເວ​ລາ​ໃດ​ທີ່​ການ​ຊ້ອມ​ລົບ​ທາງ​ທະ​ຫານ​ຮອບ​
ຫລ້າ​ສຸດ​ຂອງສ​ະ​ຫະ​ລັດ ​ແລະເກົາ​ຫຼີ​ໃຕ້ໄດ້​ສິ້ນ​ສຸດ​ລົງ ຊຶ່ງ​ແມ່ນ​ວັນອັງ​ຄານທີ່​ຜ່ານ​ມາ​.

ເຖິງ​ຢ່າງ​ໃດ​ກໍ​ດີ ເກົາ​ຫຼີ​ເໜືອ​ຍັງ​ບໍ່​ທັນ​ໄດ້​ພົວ​ພັນ​ໃນ​ການ​ສົນ​ທະ​ນາ​ໃດໆ ​ແຕ່​ກັບ​ຕ້ອງ​
ຕິວໍຊິງ​ຕັນ ແລະ​ໂຊ​ລ ກ່ຽວ​ກັບ​ການຊ້ອມ​ທາງ​ທະ​ຫານ​ນັ້ນ.


North Korea has conducted another ballistic missile launch, violating an apparent promise to U.S. President Donald Trump to refrain from such tests after the conclusion of U.S.-South Korean military exercises.

Trump, however,said he did not see the latest North Korean test launches as breaking a promise.Before leaving Washington to attend the G-7 summit, the U.S. leader said North Korean leader "Kim Jong Un has been, you know, pretty straight with me. . .He likes testing missiles, but we never restricted short-range missiles."

Japan's government first reported the launch early Saturday. South Korea's military confirmed the test minutes later, saying North Korea fired the weapons from South Hamgyong Province into the sea off its eastern coast.

The projectiles, assessed to be "short-range ballistic missiles," traveled about 380 kilometers, reaching an altitude of 97 kilometers and a speed of Mach 6.5 or higher, according to a statement from South Korea's Joint Chiefs of Staff.

"We are aware of reports of a missile launch from North Korea, and continue to monitor the situation. We are consulting closely with our Japanese and South Korean allies," a senior U.S. official told VOA.

Following an emergency meeting, South Korea's National Security Council voiced "strong concern" that North Korea continues to fire projectiles, despite the end of U.S.-South Korea military exercises.

Earlier this month, Trump said in a tweet that North Korean leader Kim Jong Un promised to stop launching missiles and return to nuclear talks once the latest round of U.S.-South Korean military drills ended, which was Tuesday.

XS
SM
MD
LG