ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ການ​ທົດ​ລອງ ອາ​ວຸດ "​ຍຸດ​ທະ​ວິ​ທີ" ໃໝ່ ສະ​ແດງ​ໃຫ້​ ເຫັນວ່າ​ ເກົາ​ຫລີ​ເໜືອ ຈະທຳ​ການ ​ທົດ​ລອງ ​ອາ​ວຸດ ​ຄືນ​ອີກ​ ໄດ້

ທ່ານ ກິມ ຈົງ ອຶນ, ຜູ້​ນຳ​ເກົາ​ຫລີ​ເໜືອ ເຂົ້າ​ຮ່ວມ​ຊົມ​ການ​ທົດ​ລອງ​ອາ​ວຸດທີ່​ເປັນ "​ຍຸດ​ທະ​ວິ​ທີ" ທີ່​ສ້າງ​ຂຶ້ນໃໝ່ (ພາບ​ຖ່າຍ​ທີ່ບໍ່​ໄດ້​ໃສ່​ວັນ​ທີ ແຕ່​ຖືກ​ເຜີຍ​ແຜ່ໃນວັນ​ທີ 16 ພະ​ຈິກ, 2018 ໂດຍອົງ​ການ​ຂ່າວ​ສູນ​ກາງ ຂອງ​ລັດ​ຖະ​ບານ​ເກົາ​ຫລີ​ເໜືອ)

ອາ​ວຸດທີ່​ເປັນ "​ຍຸດ​ທະ​ວິ​ທີ" ໃໝ່​ ມີ​ຄວາມ​ໝາຍແນວ​ໃດຕໍ່ຂັ້ນ​ຕອນການ​ລົບ​ລ້າງ​ອາ​ວຸດ​
ນີວ​ເຄ​ລຍ​ຂອງ​ເກົາ​ຫລີ​ເໜືອ? ທັງ​ສະ​ຫະ​ລັດ​ແລະ ລັດ​ຖະ​ບານ​ຂອງເກົາ​ຫລີໃຕ້ ບໍ່​ໄດ້
​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ທົດ​ລອງ​ອາ​ວຸດ​ຕ່າງ​ໆ ແຕ່ວ່າ ທ່ານ ອາ​ດາມ ເມົາ​ທ໌ (Adam
Mount), ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ພວກ​ນັກ​ວິ​ທະ​ຍາດ​ອາ​ເມ​ຣິ​ກັນ ແມ່ນບໍ່​ເຫັນ​ພ້ອມ​
ກັບ​ຄວາມ​ຄິດນັ້ນ.

ໃນ​ການ​ກ່າວ​ຕໍ່​ອົງ​ການ​ຂ່າວຣອຍ​ເຕີ້ ນັ້ນ ທ່ານ​ເວົ້າ​ວ່າ ການ​ທົດ​ລອງ​ອາ​ວຸດ ນັ້ນ ອາດ
​ເປັນ​ການ​ເຕືອນ​ໃຫ້​ວໍ​ຊິງ​ຕັນ​ຮູ້.ທ່ານ​ກ່າວ​ວ່າ "ພວກ​ເຂົາ​ເຈົ້າ​ອາດ​ຈະພະ​ຍາ​ຍາມສົ່ງ​ສັນ
​ຍານ​ໃຫ້ຮູ້​ວ່າ ພວກ​ເຂົາ​ເຈົ້າ​ຍິນ​ດີທີ່​ຈະ​ຍ່າງ​ອອກ​ຈາກ​ກອງປະຊຸມເຈ​ລະ​ຈາ​ກັນ​ ແລະ​ທຳ​
ການ​ທົດ​ລອງ​ອາ​ວຸດ​ຄືນ​ອີກ​ໄດ້." ທ່ານ​ກ່າວ​ອີກວ່າ "ມັນ​ສະ​ແດງ​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ທີ່​
ສຸດ ຢູ່​ໃນ​ຖ້ອຍ​ຖະ​ແຫລງຫລາຍໆ​ອັນ ​ທີ່​ເພີ້ມ​ຄວາມ​ແຮງ​ຂຶ້ນ ທີ່​ສ້າງ​ຂຶ້ນ​ມາ​ ເພື່ອ​ສົ່ງ​ຂໍ້​
ຄວາມນີ້​ໃຫ້​ຮູ້."

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດໃຫ້​ຂໍ້ສະ​ເໜີວ່າ ການ​ທົດ​ລອງ​ດັ່ງ​ກ່າວ ຈະ​ບໍ່​ເຮັດ​ໃຫ້
​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ ທີ່​ຈະ​ຊັກ​ຊວນ​ໃຫ້​ເກົາ​ຫລີເໜືອ ຍົກເລີກ​ໂຄງ​ການ​ອາ​ວຸດ
​ນີວ​ເຄ​ລຍ ຫັນ​ເຫ​ໄປ​ໄດ້.

ທ. ກິມ ຈົງ ອຶນ, ຜູ້​ນຳ​ເກົາ​ຫລີ​ເໜືອ ພົບ​ກັບ​ທ່ານ ໂມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຈ່າງ​ປະ​ເທດ ສຫ​ລ ຢູ່​ນະ​ຄອນ​ພຽງ​ຢາງ (ຮູບ​ຖ່າຍ​ໂດຍ​ອົງ​ການສູນ​ກາງ​ຂອງ​ເກົາ​ຫລີ​ເໜືອ KCNA ໃນ​ວັນ​ທີ 7 ຕຸ​ລາ, 2018)

​ໂຄ​ສົກ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ທ່ານ​ນຶ່ງ​ເວົ້າ​ວ່າ "ພວກ​ເຮົາ​ຍັງ​ມີ​ຄວາມ
​ໝັ້ນ​ໃຈ​ວ່າ ຄຳ​ໝັ້ນ​ສັນ​ຍາທີ່​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແລະ ທ່ານປະ​ທານ​ກິມ ໃຫ້​ຕໍ່​ກັນ​ນັ້ນ
ຈະຖືກນຳ​ມາ​ປະ​ຕິ​ບັດໃຫ້​ໄດ້."

ທ່ານ ແດ​ນຽລ ພິງ​ສ​ຕັນ (Daniel Pinkston), ອາ​ຈານ​ສອນ​ວິ​ຊາ​ພົວ​ພັນ​ສາ​ກົນໃນ​ມະ
​ຫາ​ວິ​ທະ​ຍາ​ໄລທ​ຣອຍ ກໍ​ບໍ່​ເຊື່ອ​ວ່າ ການ​ທົດ​ລອງ​ອາ​ວຸ​ດັ່ງ​ກ່າວ ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ
​ເຈ​ລະ​ຈາ​ກັນ ແລະ​ເວົ້າ​ວ່າ ມັນ​ເປັນ​ຕົວ​ຢ່າງ​ອີກ​ອັນ​ນຶ່ງທີ່ສະ​ແດງ​ໃຫ້​ເຫັນ​ວ່າ "ຈຸດ​ປະ​ສົງ​
ຂອງນະ​ໂຍບາຍ​ຫັນ​ປ່ຽນ​ຂອງ​ເກົາ​ຫລີ​ເໜືອບໍ່​ໄດ້​ມີ​ການປ່ຽນ​ແປງ​ໄປ​ຢ່າງໝົດ​ສິ້ນແຕ່​
ຢ່າງ​ໃດ."

ທ່ານ​ກ່າວ​ເພີ້ມ​ອີກວ່າ "ລະ​ບົບ​ສະ​ເພາະ​ອັນ​ນີ້ ກໍ​ເປັນ​ພຽງ​ສິ່ງ​ຊີ້ບອກອີກ​ອັນ​ນຶ່ງ​ເຖິງ​ຄວາມ
​ສຳ​ຄັນ​ຂອງ​ການ​ທະ​ຫານທີ່​ມີຕໍ່ຄວາມເຂັ້ມ​ແຂງຂອງກອງ​ທັບ​ຢູ່​ໃນ​ເກົາ​ຫລີ​ເໜືອເທົ່າ​ນັ້ນ."

ອ່ານ​ຂ່າວນີ້​ເພີ້ມ​ເປັ​ນ​ພາ​ສາອ​ັງ​ກິດ

XS
SM
MD
LG