ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງລູກສອນໄຟຂີປະນາວຸດ ທີ່ມີຄວາມໄວກວ່າສຽງຂອງເກົາຫຼີເໜືອ ເປັນຫຍັງຈຶ່ງເປັນບັນຫາສໍາຄັນ


ລູກສອນໄຟຂີປະນາວຸດ ທີ່ມີຄວາມໄວກວ່າສຽງ ຊື່ວ່າຮົວຊອງ-8 (Hwasong)-8 ທີ່ຖືກຍິງຂຶ້ນຟ້າ
ລູກສອນໄຟຂີປະນາວຸດ ທີ່ມີຄວາມໄວກວ່າສຽງ ຊື່ວ່າຮົວຊອງ-8 (Hwasong)-8 ທີ່ຖືກຍິງຂຶ້ນຟ້າ

ການທົດລອງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ ແມ່ນພົວພັນກັບອາວຸດທີ່ມີຄວາມໄວກວ່າສຽງຊະນິດນຶ່ງ ຊຶ່ງເປັນການທົດລອງຄັ້ງທໍາອິດຂອງປະເທດດັ່ງກ່າວກ່ຽວກັບລະບົບລູກສອນໄຟທີ່ທັນສະໄໝທີ່ຈະເພີ່ມສ່ວນປະກອບອັນບໍ່ສາມາດຄາດເດົາໄດ້ອີກ ໃຫ້ແກ່ຄັງອາວຸດທີ່ມີການຂະຫຍາຍຕົວຢ່າງວ່ອງໄວ, ອີງຕາມການລາຍງານຂອງອົງການສື່ມວນຊົນລັດໃນວັນພຸດມື້ນີ້.

ອົງການຂ່າວສູນກາງເກົາຫຼີ ຫລື KCNA ຂອງລັດຖະບານໄດ້ລົງຮູບຂອງລູກສອນໄຟຂີປະນາວຸດທີ່ມີຄວາມໄວສູງກວ່າສຽງຊື່ວ່າຮົວຊອງ (Hwasong)-8 ທີ່ຖືກຍິງຂຶ້ນທ້ອງຟ້າທີ່ມືດມົວ ໃນຕອນເຊົ້າວັນອັງຄານວານນີ້ ໃນແຂວງຈາກັງ (Jagang) ທາງພາກເໜືອຂອງເກົາຫຼີເໜືອ ເປັນເທື່ອທໍາອິດ.

ລາຍງານຂອງ KCNA ອ້າງວ່າການທົດລອງດັ່ງກ່າວປະສົບຜົນສຳເລັດ, ໂດຍກ່າວຕື່ມອີກວ່າ ອາວຸດທີ່ມີຄວາມໄວສູງກວ່າສຽງຫລາຍ ແມ່ນນຶ່ງໃນ “ຫ້າໜ້າວຽກບູລິມະສິດອັນດັບນຶ່ງ” ຂອງແຜນການປ້ອງກັນຊາດ 5 ປີ ທີ່ໄດ້ວາງອອກໂດຍທ່ານກິມ ຈົງ ອຶນ, ຜູ້ນຳເກົາຫຼີເໜືອ ຢູ່ໃນກອງປະຊຸມທາງການເມືອງ ທີ່ສຳຄັນໃນເດືອນມັງກອນຜ່ານມາ.

KCNA ລາຍງານວ່າ "[ການທົດລອງ] ໄດ້ຢືນຢັນການຄວບຄຸມໃນການນຳທາງແລະຄວາມໝັ້ນທ່ຽງຂອງລູກສອນໄຟ ຢູ່ໃນພາກສ່ວນທີ່ເຄື່ອນໄຫວໄດ້ ແລະຂໍ້ກໍານົດສະເພາະທາງດ້ານເຕັກນິກຂອງມັນ ລວມທັງຄວາມສາມາດໃນການຈັດກົນລະຍຸດທີ່ຊີ້ນຳ ແລະລັກສະນະການບິນອອກໄປຂອງຫົວຂີປະນາວຸດທີ່ໄວກວ່າສຽງຫລາຍທີ່ເລື່ອນອອກ.

ຜູ້ຊ່ຽວຊານດ້ານການປ້ອງກັນປະເທດກ່າວວ່າ ການພັດທະນາອັນທີ່ເອີ້ນວ່າຍານພາຫະນະທີ່ມີຄວາມໄວສູງກວ່າສຽງຫລາຍທີ່ເລື່ອນອອກ ຫລື HGV ຂອງເກົາຫຼີເໜືອແມ່ນຫຼັກຖານຫຼ້າສຸດທີ່ຊີ້ໃຫ້ເຫັນວ່າ ມັນສະແຫວງຫາທາງທີ່ຈະມີຄວາມສາມາດເຈາະລະບົບປ້ອງກັນລູກສອນໄຟຂອງສະຫະລັດ, ທັງຢູ່ໃນເຂດເອເຊຍຕາເວັນອອກສຽງເໜືອ ແລະແຜ່ນດິນໃຫຍ່ຂອງສະຫະລັດ.

ເຊັ່ນດຽວກັນກັບລູກສອນໄຟຂີປະນາວຸດສ່ວນໃຫຍ່, HGV ບິນດ້ວຍຄວາມໄວກວ່າສຽງຫລາຍ, ຫຼືໄວກວ່າຄວາມໄວຂອງສຽງຫ້າເທົ່າ. ແຕ່ວ່າໃນທາງທິດສະດີແລ້ວ HGV ແມ່ນເປັນການຍາກກວ່າທີ່ກວດຈັບ ແລະສະກັດໄວ້ໄດ້, ເພາະວ່າມັນສາມາດບິນໄດ້ໃນລະດັບຄວາມສູງຂ້ອນຂ້າງຕໍ່າ ແລະສາມາດຄວບຄຸມໄດ້ໃນຕອນບິນໄປຢູ່ນັ້ນ.

ທ່ານອາດາມ ເມົາທ໌ (Adam Mount) ນັກຄົ້ນຄວ້າຂັ້ນອາວຸໂສຂອງສະຫະພັນນັກວິທະຍາສາດອາເມຣິກາ ກ່າວວ່າ "ລູກສອນໄຟທີ່ໄວກວ່າສຽງທີ່ສຸດຈະສະໜອງວິທີການອື່ນໃນການໂຈມຕີເປົ້າໝາຍໄດ້ຢ່າງແມ່ນຢໍາໃນແຫຼມດັ່ງກ່າວ ຜ່ານການປ້ອງກັນລູກສອນໄຟທີ່ເປັນພັນທະມິດ."

ນັບຕັ້ງແຕ່ມັນເລີ້ມການທົດລອງລູກສອນໄຟຄັ້ງໃຫຍ່ໃນປີ 2019 ທ່າມກາງຄວາມລົ້ມແຫຼວໃນການເຈລະຈາກັບສະຫະລັດເປັນຕົ້ນມາ, ເກົາຫຼີເໜືອໄດ້ເປີດເຜີຍລະບົບອາວຸດຫຼາຍຊະນິດທີ່ອອກແບບມາເພື່ອທັບມ້າງ ຫຼືຫຼົບຫຼີກການປ້ອງກັນລູກສອນໄຟຂອງສະຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG