ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດລອງ ຍິງລູກສອນໄຟ ຈາກເຮືອດຳນ້ຳ ຂອງເກົາຫຼີເໜືອ ລົ້ມແຫຼວ ອີກຄັ້ງໜຶ່ງ


ຊາຍຄົນໜຶ່ງເບິ່ງ ລາຍການຂ່າວ ທີ່ສະແດງໃຫ້ເຫັນ ພາບບັນທຶກ ການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ Seoul ຂອງເກົາຫຼີໃຕ້, ວັນທີ 23 ເມສາ 2016.
ຊາຍຄົນໜຶ່ງເບິ່ງ ລາຍການຂ່າວ ທີ່ສະແດງໃຫ້ເຫັນ ພາບບັນທຶກ ການຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ Seoul ຂອງເກົາຫຼີໃຕ້, ວັນທີ 23 ເມສາ 2016.

ເກົາຫຼີເໜືອ ຮ້ອງ ການທົດລອງຍິງລູກສອນໄຟຂີປະນາວຸດ ຈາກເຮືອດຳນ້ຳຂອງຕົນ ຫຼື SLBM ໃນວັນເສົາວານນີ້ ວ່າ ເປັນ “ຜົນສຳເລັດອັນຍິ່ງໃຫຍ່” ໃນຂະນະທີ່ ເກົາຫຼີໃຕ້ ໄດ້ເອີ້ນມັນວ່າ ເປັນການລົ້ມແຫຼວ. ແຕ່ຫາກວ່າ ບັນດານັກວິເຄາະດ້ານທະຫານ ໄດ້ຈັດ ໃຫ້ການຍິງລູກສອນໄຟດັ່ງກ່າວນັ້ນ ວ່າ “ເປັນຜົນສຳເລັດທີ່ລົ້ມແຫຼວ.”

ການກ່າວອ້າງຂອງເກົາຫຼີເໜືອ ອ້າງຜ່ານທາງອົງການຂ່າວ KCNA ວ່າ ບັດນີ້ ຕົນມີວິທີ ອີກອັນໜຶ່ງ ທີ່ຈະສາມາດທຳການ “ໂຈມຕີດ້ວຍນິວເລຍທີ່ມີພະລັງສູງ” ນັ້ນ ແມ່ນເຫັນ ວ່າ ເປັນການເວົ້າໂຍກເກີນຄວາມອາດສາມາດ ທາງດ້ານທະຫານຂອງຕົນ ໃນປັດຈຸບັນ.

ພວກຄົນຢືນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ເຖິງພາບບັນທຶກ ຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 18 ມີນາ 2016.
ພວກຄົນຢືນເບິ່ງໂທລະພາບ ທີ່ສະແດງໃຫ້ເຫັນ ເຖິງພາບບັນທຶກ ຍິງລູກສອນໄຟ ໂດຍເກົາຫຼີເໜືອ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້, ວັນທີ 18 ມີນາ 2016.

ການປະເມີນຜົນ ໃນແງ່ລົບ ຂອງເສນາທິການໃຫຍ່ຂອງເກົາຫຼີໃຕ້ ຊີ້ໃຫ້ເຫັນ ຂໍ້ຈຳກັດ ຂອງໂຄງການ SLBM ຂອງເກົາຫຼີເໜືອ. ໂຊລໄດ້ກ່າວວ່າ ການຍິງລູກສອນໄຟຂີປະນາ ວຸດ ໃນວັນເສົາວານນີ້ ທີ່ບິນໄປພຽງ 30 ກິໂລແມັດ ເທົ່ານັ້ນ ກ່ອນທີ່ມັນຈະຕົກລົງໄປໃນ ທະເລ ຊຶ່ງໄກ້ຫຼາຍ ອີງຕາມໄລຍະຕ່ຳສຸດຂອງ 300 ກິໂລແມັດ ສຳລັບ ລູກສອນໄຟຂີປະ ນາວຸດ ໄລຍະກາງ ທີ່ຕົນໄດ້ທົດລອງໄປ. ແຫລ່ງຂ່າວອີກອັນໜຶ່ງ ຂອງລັດຖະບານໂຊລ ໄດ້ກ່າວວ່າ ເຄື່ອງຈັກຂອງລູກສອນໄຟນັ້ນ ໄດ້ຖືກຜະລິດຂຶ້ນມາໃນໄລຍະສັ້ນໆ ຫຼັງຈາກ ນັ້ນ ມັນກໍໄດ້ຖືກຍິງຂຶ້ນ.

ເກົາຫຼີເໜືອ ຖືວ່າ ຄວາມອາດສາມາດ ຂອງການຍິງລູກສອນໄຟຂີປະນາວຸດ ຈາກເຮືອດຳ ນ້ຳ ແມ່ນຢູ່ໃນຂັ້ນຕົ້ນຂອງການພັດທະນາ. ເກົາຫຼີເໜືອ ໄດ້ພະຍາຍາມທຳການທົດລອງ ຍິງ SLBM ມາແລ້ວ 3 ເທື່ອ ໃນປີກາຍນີ້. ການທົດລອງທັງໝົດ ແມ່ນເຊື່ອວ່າ ບໍ່ປະສົບ ຜົນສຳເລັດທັງນັ້ນ ເຖິງແມ່ນວ່າ ອົງການຂ່າວ KCNA ຈະໄດ້ອ້າງໄປ ແນວອື່ນກໍຕາມ ແລະ ອີງຕາມບັນດານັກວິເຄາະ ພວກວີດີໂອ ຂອງການຍິງທີ່ຜ່ານມາ ແມ່ນໄດ້ຖືກຕັດຕໍ່ ເພື່ອເຮັດໃຫ້ພວກມັນປາກົດວ່າ ປະສົບຜົນສຳເລັດ.

ແຕ່ ບັນດານັກວິເຄາະກ່າວວ່າ ການທົດລອງແຕ່ລະຄັ້ງ ພຽງຢາງ ກໍໄດ້ແກ້ໄຂຄວາມຜິດ ພາດໄປແລ້ວ ແລະ ຍັບເຂົ້າໃກ້ການພັດທະນາ ຄວາມອາດສາມາດອັນໃໝ່ ທີ່ຈະເປັນອັນ ຕະລາຍ ເພື່ອຈະທຳການໂຈມຕີ ພວກສັດຕູຢູ່ໃນຂົງເຂດຂອງຕົນ ແລະ ແມ່ນກະທັງເປົ້າ ໝາຍ ແຜ່ນດິນໃຫຍ່ຂອງສະຫະລັດນຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

North Korea Missile
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG