ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ​ ກ່າວ​ຫາ​ ສະ​ຫະ​ລັດວ່າ​ ປຸ້ນ​ສະ​ດົມ ​ຍ້ອນ​ຍຶດ ກໍ​າ​ປັ່ນ​ຂົນ​ສົ່ງ ຂອງ​ຕົນ


ກຳ​ປັ່ນ ​ຂອງເກົາ​ຫຼີ​ເໜືອ​, Wise Honest, ກາງ, ​ຖືກ​ກັກໄວ້​ທີ່​ເມືອງ​ທ່າ Pago Pago, ອາ​ເມ​ຣິ​ກາ ຊາ​ມົວ, 11 ພຶດ​ສະ​ພາ 2019.
ກຳ​ປັ່ນ ​ຂອງເກົາ​ຫຼີ​ເໜືອ​, Wise Honest, ກາງ, ​ຖືກ​ກັກໄວ້​ທີ່​ເມືອງ​ທ່າ Pago Pago, ອາ​ເມ​ຣິ​ກາ ຊາ​ມົວ, 11 ພຶດ​ສະ​ພາ 2019.

ເກົາ​ຫຼີ​ເໜືອ​ ໄດ້ກ່າວ​ຫາ​ສະ​ຫະ​ລັດ ວ່າ​ປຸ້ນ​ສະ​ດົມ ໃນ​ວັນ​ອັງ​ຄານ​ມື້​ນີ້ ແລະໄດ້ຮຽກ​ຮ້ອງ​
ໃຫ້​ສົ່ງ​ກໍ​າ​ປັ່ນ​ຂົນ​ສົ່ງ ທີ່​ຖືກຍຶດ​ໄວ້ ໃນ​ການ​ກ່າວ​ຫາ​ທີ່​ວ່າ ໄດ້​ລະ​ເມີດ​ການ​ລົງ​ໂທດ​ສາກົນ
ນັ້ນ.

ໃນ​ຖະ​ແຫຼງ​ການຢ່າງ​ເປັນ​ທາງ​ການສະ​ບັບ​ນຶ່ງ ​ທີ່​ພິມ​ເຜີຍ​ແຜ່​ ໂດຍອົງ​ການ​ຂ່າວສູນ​ກາງ
ຂອງເກົາ​ຫຼີ​ເໜືອ, ກະ​ຊວງການ​ຕ່າງ​ປະ​ເທດ​ຂອງ​ເກົາ​ຫຼີ​ເໜືອໄດ້​ເຕືອນ​ເຖິງ “ຜົນ​ກະ​ທົບ
​ທີ່​ບໍ່​ເຈາະ​ຈົງ​ທີ່​ຈະຕາມ​ມາ”
ໃນ​ການ​ຕອບໂຕ​ຕໍ່​ສະ​ຫະ​ລັດ ທີ່​ໄດ້ ຍຶດ​ກ່ຳ​ປັ່ນ​ຂອງ​ຕົນ​ໄວ້
​ນັ້ນ.

“ສະ​ຫະ​ລັດ ຄວນ​ຈະ​ພິ​ຈາ​ລະ​ຈາ​ຢ່າງລະ​ໝັດ​ລະ​ວັງ ​ຕໍ່ຜົນ​ກະ​ທົບ​ທີ່​ຈະ​ຕາມ​ມາ
ໃນ​ສະ​ຖາ​ນະ​ການປັດ​ຈຸ​ບັນ​ນີ້ ​ຍ້ອນ​ການ​ປຸ້​ນ​ສະ​ດົມ​ຂອງ​ພວກ​ເຂົາ ແລະໃຫ້​ສົ່ງ
​ກຳ​ປັ່ນ​ຄືນ​ໃນ​ທັນໃດ,”
ນັ້ນ​ແມ່ນ​ຂໍ້​ຄວາມໃນຖະ​ແຫຼງ​ການທີ່​ອອກ​ໃນ​ວັນ​ອັງ​ຄານ​ມື້​ນີ້.

ຖະ​ແຫຼງ​ການຂອງ​ອົງ​ການ​ຂ່າວສູນ​ກາງ​ຂອງເກົາ​ຫຼີ​ເໜືອ ​ກ່າວ​ອ້າງວ່າ ​ການ​ຍຶດກຳ​ປັ່ນດັ່ງ​ກ່າວ​ນີ້ ​ແມ່ນລະ​ເມີດ​ຕໍ່​ຂໍ້​ຕົກ​ລົງ​ປີ 2018 ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດທ່ານ​ດໍ​ໂນ​ລ ທ​ຣຳ ແລະຜູ້​ນຳເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ເພື່ອ​ປັບປຸງສາຍ​ພົວ​ພັ​ນ​ສອງ​ຝ່າຍ.

​ພາບນຳ​ເຜີຍ​ແຜ່ຈາກ​ກະ​ຊວງ​ຍຸຕິ​ທຳ ໃນ​ວັນ​ທີ 9 ພຶດ​ສະ​ພາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ເກົາ​ຫຼີ​ເໜືອ 'Wise Honest'.
​ພາບນຳ​ເຜີຍ​ແຜ່ຈາກ​ກະ​ຊວງ​ຍຸຕິ​ທຳ ໃນ​ວັນ​ທີ 9 ພຶດ​ສະ​ພາ 2019 ທີ່​ສະ​ແດງ​ໃຫ້​ເຫັນ​ກຳ​ປັ່ນ​ເກົາ​ຫຼີ​ເໜືອ 'Wise Honest'.

ສະ​ຫະ​ລັດ ໄດ້​ປະ​ກາດ​ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າ ຕົນ​ໄດ້​ຍຶດ​ເອົາກຳ​ປັ່ນ ຊື່​ວ່າ Wise Honest ຊຶ່ງ​ຕົ້ນ​ຕໍ​ແລ້ວ​ໄດ້​ຖືກ​ຈັບໃນ​ເດືອນ​ເມ​ສາ​ປີ 2018 ໂດຍ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ.

ກຳປັ່ນໜັກ 17,000 ໂຕນ​ດັ່ງ​ກ່າວ ແມ່ນ​ກຳ​ປັ່ນ​ທີ່​ໃຫຍ່​ອັນ​ດັບ 2 ຂອງເກົາ​ຫຼີ​ເໜືອ ທີ່ໄດ້​ຖືກ​ນຳ​ໃຊ້​ເພື່ອ​ການ​ສົ່ງ​ອອກຖ່ານ​ຫີນ​ຂອງເກົາ​ຫຼີ​ເໜືອ ໃນ​ການ​ລະ​ເມີດ​ຕໍ່​ຂໍ້​ຕົກ​ລົງສາ​ກົນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ.

ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະ​ຫະ​ລັດ ຍຶດ​ເອົາ​ກຳ​ປັ່ນ​ຂອງເກົາ​ຫຼີ​ເໜືອ.

ການ​ເອົາ​ບາດ​ກ້າວ​ຕໍ່ໄປ ໄດ້ເຮັດ​ໃຫ້​ສາຍ​ພົວ​ພັນທີ່​ເຄັ່ງ​ຕຶງ​ຢູ່​ແລ້ວລະ​ຫວ່າງ​ເກົາ​ ຫຼີ​ເໜືອກັບ​ສະ​ຫະ​ລັດ​ຊຸດ​ໂຊມ​ລົງ​ຕື່ມ ທີ່​ເ​ບິ່ງ​ຄື​ວ່າ ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ຂອງ​ການ​ເປັນ​ກໍ​ລະ​ປັກ​ກັນ ຫຼັງ​ຈາກນຶ່ງ​ປີຂອງ​ການ​ເຈ​ລະ​ຈາ​ດ້ານ​ອາ​ວຸດ​ນິວ​ເຄ​ລຍ.

ໃນ​ສັບ​ປະ​ດາ​ຫວ່າງ​ມໍ່ໆ​ມາ​ນີ້, ເກົາ​ຫຼີ​ເໜືອ ໄດ້​ກັບໄປທົດ​ລອງ​ລູກ​ສອນ​ໄ​ຟ​ຂີ​ປະ​ນາ​ວຸດ​ຄືນ​ອີກ ຫຼັງ​ຈາກ​ທີ່​ໄດ້​ຍຸຕິ​ການ​ທົດ​ລອງ​ດັ່ງ​ກ່າວ ມາ​ໄດ້ ນຶ່ງ​ປີ ເຄິ່ງ​ແລ້ວ​ນັ້ນ.

ເຈົ້າ​ໜ້າ​ທີ່ສະ​ຫະ​ລັດ ບໍ່​ໄດ້​ເອົາ​ຫົວ​ຊາ ຕໍ່​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ໄລ​ຍະ​ສັ້ນ 3 ລູກ​ ໂດຍ​ກ່າວ​ວ່າ ປະ​ຕູ​ຍັງ​ຈະ​ເປີດກວ້າງ ຕໍ່​ການ​ເຈ​ລະ​ຈາ​ກັບ​ເກົາ​ຫຼີ​ເໜືອ ຢູ່.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນກອງປະຊຸມສຸດຍອດ ຄັ້ງທີ 2 ໃນນະຄອນຮາໂນ່ຍ, ຫວຽດນາມ, 28 ກຸມພາ 2019.
ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໃນກອງປະຊຸມສຸດຍອດ ຄັ້ງທີ 2 ໃນນະຄອນຮາໂນ່ຍ, ຫວຽດນາມ, 28 ກຸມພາ 2019.
XS
SM
MD
LG