ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເກົາຫຼີເໜືອ ເວົ້າວ່າ ມີເຫດຜົນເລັກນ້ອຍ ເພື່ອຮັກສາ ສາຍພົວພັນ ລະຫວ່າງ ທ່ານ ກິມ ກັບ ທ່ານ ທຣຳ


ຊິ້ນສ່ວນສິລະປະ ທີ່ປະກອບມີປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຖືກວາງສະແດງຢູ່ຫ້ອງສະແດງພາບ. ນະຄອນຫຼວງ ຮ່າໂນຍ, ຫວຽດນາມ. 28 ກຸມພາ, 2019.
ຊິ້ນສ່ວນສິລະປະ ທີ່ປະກອບມີປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ຖືກວາງສະແດງຢູ່ຫ້ອງສະແດງພາບ. ນະຄອນຫຼວງ ຮ່າໂນຍ, ຫວຽດນາມ. 28 ກຸມພາ, 2019.

ເກົາຫຼີເໜືອ ປະຕິຍານວ່າ ຈະສືບຕໍ່ເສີມຂະຫຍາຍກອງທັບຂອງເຂົາເຈົ້າ ແລະ ເວົ້າວ່າ ສາຍພົວພັນກັບ ສະຫະລັດ ແມ່ນໄດ້ຕົກຢູ່ໃນ “ສະພາບໝົດຫວັງ,” ໃນຖະແຫຼງການສະບັບນຶ່ງທີ່ໄດ້ປະກາດອອກມາ ເພື່ອເປັນນຂີດໝາຍຄົບຮອບ ສອງປີຂອງກອງປະຊຸມສຸດຍອດ ລະຫວ່າງ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ.

ຖະແຫຼງດັ່ງກ່າວໄດ້ມີຂຶ້ນໃນຂະນະທີ່ປະເທດຄອມມູນິສທີ່ຖືກໂດດດ່ຽວນັ້ນ ໄດ້ ເພີ້ມຄວາມເຄັ່ງຕຶງກັບ ສະຫະລັດ ແລະ ເກົາຫຼີໃຕ້. ໃນອາທິດນີ້, ເກົາຫຼີເໜືອ ໄດ້ປະກາດວ່າເຂົາເຈົ້າຈະຕັດຊ່ອງທາງ ການສື່ສານທັງໝົດກັບ ເກົາຫຼີໃຕ້ ແລະ ໄດ້ປະກາດການຂົ່ມຂູ່ທີ່ຈະແຊກແຊງການເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນເດືອນພະຈິກນີ້.

ໃນບົດວິຈານ ທີ່ພິມເຜີຍແຜ່ໂດຍອົງການຂ່າວສູນກາງ ເກົາຫຼີ ຂອງລັດຖະບານ ຫຼື KCNA ໃນວັນ ສຸກມື້ນີ້, ລັດຖະມົນຕີການຕ່າງປະເທດ ເກົາຫຼີເໜືອ ທ່ານ ນີ ຊອນ ກວອນ ໄດ້ກ່າວ ຄວາມຫວັງ ໃນການມີສັນຕິພາບ ໃນແຫຼມ ເກົາຫຼີ “ໄດ້ ຫາຍໄປໃນຝັນຮ້າຍ” ແລະ ວ່າສະຖານະການ “ແມ່ນເລີ່ມທີ່ຈະຮ້າຍແຮງລົງນັບ ມື້.”

ທ່ານ ນີ ກ່າວວ່າ “ຄຳຖາມກໍແມ່ນວ່າ ບໍ່ວ່າມັນຈະຕ້ອງໄດ້ມີການຈັບມືກັນໃນ ສິງກະໂປ ກໍ່ຕາມ, ດັ່ງ ທີ່ພວກເຮົາເຫັນນັ້ນ ມັນບໍ່ໄດ້ມີຫຍັງຕ້ອງໄດ້ປັບປຸງໃນຄວາມສຳພັນ ລະຫວ່າງ ສປປ ເກົາຫຼີ ກັບ ສະຫະລັດ ພຽງແຕ່ສືບຕໍ່ ຮັກສາສາຍພົວພັນສ່ວນຕົວລະຫວ່າງຜູ້ນຳສູງສຸດຂອງພວກເຮົາ ກັບປະ ທານາທິບໍດີ ສະຫະລັດ.” ຊື່ທາງການຂອງເກົາຫຼີເໜືອ ແມ່ນ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນ ເກົາຫຼີ ຫຼື DPRK.

ໃນກອງປະຊຸມສຸດຍອດຂອງພວກເພິ່ນ ໃນເດືອນມິຖຸນາ 2018 ນັ້ນ, ທ່ານ ທຣຳ ກັບ ທ່ານ ກິມ ໄດ້ເຊັນຖະແຫຼງການສັ້ນໆສະບັບນຶ່ງທີ່ເຫັນດີຈະ “ເຮັດ ໃຫ້ແຫຼມ ເກົາຫຼີເປັນເຂດປອດນິວເຄລຍ ຢ່າງສິ້ນເຊີງ.” ທັງສອງຝ່າຍແມ່ນບໍ່ ເຄີຍຕົກລົງກັນ ກ່ຽວກັບ ຄວາມໝາຍຂອງຄຳເວົ້ານັ້ນ ຫຼືວິທີທີ່ຈະເລີ່ມປະຕິບັດແບບໃດ, ແມ່ນກະທັ້ງຫຼັງຈາກ ກອງປະຊຸມທີ່ຕິດຕາມມາລະຫວ່າງ ທ່ານ ທຣຳ ກັບ ທ່ານ ກິມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG