ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫລີເໜືອ ມ້າງທ່ອນຈະຫລວດ ທີ່ມີແຜນຈະຍິງຂື້ນນັ້ນ


ຖານສົ່ງດາວທຽມຂອງເກົາຫລີເໜືອ
ຖານສົ່ງດາວທຽມຂອງເກົາຫລີເໜືອ
ປາກົດ​ວ່າ ​ເກົາຫລີ​ເໜືອ ກໍາລັງມ້າງ​ລູກ​ສອນ​ໄຟ​ລະຍະ​ໄກ ທີ່​
ຕົນ​ມີ​ແຜນ​ຈະ​ຍິງນັ້ນ​ລົງ ນຶ່ງ​ມື້​ຫລັງ​ຈາກໄດ້ປະກາດ​ວ່າ ມີ​ບັນ
ຫາ​ດ້ານ​ເທັກ​ນິກທີ່​ເຮັດ​ໃຫ້​ມີ​ການ​ຕໍ່​ຊ່ວງ​ເວລາ​ ໃນ​ການ​ຍິງລູກ​
ສອນ​ໄຟ ​ຫລື​ຈະ​ຫຼລວດ​ດັ່ງກ່າວ ທີ່​ເປັນບັນຫາ​ຂັດ​ແຍ້​ງ​ນັ້ນ.

​ເຈົ້າໜ້າ​ທີ່ ລັດຖະບານ​ເກົາ​ຫລີ​ໃຕ້ ກ່າວ​ຕໍ່​ສື່​ມວນ​ຊົນ​ທ້ອງ​ຖິ່ນ​ວ່າ
ຮູບ​ພາບທີ່ຖ່າຍ​ຈາກດາວ​ທຽມ​ໃນ​ວັນ​ຈັນ​ວານ​ນີ້ ​ສະ​ແ​ດງ​ໃຫ້​ເຫັນ​ບັນດາ​ນາຍ​ຊ່າ​ງເລີ້ມພາ
ກັນມ້າງພາກສ່ວນ ສາມທ່ອນຂອງ​ຈະ​ຫລວດ ອອກ​ຈາກ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ ທີ່​ລາຍ​ງານ​ບໍ່​ບົ່ງຊື່ ກ່າວ​ວ່າ ພວກ​ຕົນບໍ່ຊາບ​ວ່າ ມີພຽງພາກ​ສ່ວນດຽວ​ທີ່​ຈະ​ຖືກ​ມ້າງ​ອອກ ຫລືວ່າໝົດ​ທັງ​ສາມ​ທ່ອນນັ້ນ​.

ພຽງຢາງ​ໄດ້ປະຕິຍານ​ວ່າ​ ຈະ​ດໍາ​ເນີນ​ໄປ​ຕາມ​ແຜນການສົ່ງ​ຈະ​ຫລວດ ​ເຖິງ​ແມ່ນ​ວ່າ​ນາໆ​ຊາດ​ພາກັນ​ປະນາມຢ່າງຫລວງຫລາຍ​ກໍ​ຕາມ ​ແລະ​ທັງ​ໆ​ທີ່ມີ​ອາກາດ​ໜາວອັນ​ຍາວ​ນານ ​ແລະ​ບັນຫາ​ດ້ານ​ເທັກ​ນິກ .

​ໃນ​ວັນ​ຈັນວານ​ນີ້ ​ເກົາຫລີ​ເໜືອໄດ້ຕໍ່​ຊ່ວງ​ເວລາ​ການ​ສົ່ງ​ຈະ​ຫລວດ​ອອກ​ໄປ​ອີກ​ນຶ່ງ​ອາທິດ ຈົນ​ຮອດ​ວັນ​ທີ 29 ​ເດືອນ​ທັນ​ວາ ​ໂດຍ​ອ້າງ​ວ່າ “ມີ​ບັນຫາ​ດ້ານ​ເທັກ​ນິກ ຢູ່​ໃນຫ້ອງ​ຄວບ​ຄຸມ​ເຄື່ອງ​ຈັກໃນ​ທ່ອນ​ທີ່​ນຶ່ງຂອງ​ ຈະ​ຫລວດ.”

​ໄດ້​ມີ​ການວາງ​ກໍາໜົດ​ໃນ​ເບື້ອງ​ຕົ້ນ ​ໃສ່​ລະຫວ່າ​ງວັນ​ທີ 10 ຫາ 22 ​ ​ທັນວາ ​ເພື່ອ​ໃຫ້​ຖືກ​ກັບ​ວັນຄົບຮອບ ປີ​ທໍາ​ອິດ​ຂອງການ​ເສຍ​ຊີວິດ​ຂອງ ມື້​ລາງ​ອະດີດ​ຜູ້​ປົກຄອງເກົາຫລີ​ເໜືອ Kim Jong il.

​ໂຄສົກ​ກະຊວງ​ຕ່າງປະ​ເທດເກົາຫລີ​ໃຕ້ ທ່ານ Cho Tai-young ກ່າວໃນ​ວັນ​ອັງຄານ​ນີ້​ວ່າ ມີ​ຄວາມ​ກົດ​ດັນ​ຫຼາຍຂຶ້ນ​ເລື້ອຍໆ​ຈາກນາໆ​ຊາດເພື່ອໃຫ້​ເກົາຫລີ​ເໜືອ​ລົບ​ລ້າງ​ການ​ສົ່ງຈະ​ຫຼວດນັ້ນ ຊຶ່ງ​ທ່ານກ່າວ​ວ່າ “ປັດຈຸບັນ​ນີ້ ມີ ລັດຖະບານ ​29 ປະ​ເທດ ແລະອີກສາມອົງ​ການ
ຈັດ​ຕັ້ງ​ນາໆ​ຊາດ ອັນຮວມ​ທັງ ສະຫະລັດ ສະຫະພາບຢູໂຣບ ​ແລະ​ອົງການ​ເນ​ໂຕ ທີ່​ໄດ້​ເຜີຍ​ແຜ່​ຖະ​ແຫລ​ງການ ​ຢືນ​ຢັດ​ໃຫ້​ເກົາຫລີ​ເໜືອ ຍົກ​ເລີກ ການ​ສົ່ງ​ຈະ​ຫຼວດນັ້ນ.

​ເກົາຫລີ​ເໜືອໄດ້​ຖືກ​ຫ້າ​ມ​ບໍ່​ໃຫ້​ຍິງລູກ​ສອນ​ໄຟ ຫຼືຈະ​ຫຼວດ ຫລືທໍາ​ການ​ທົດ​ລອງອາວຸດ​ທີ່
ພົວພັນ​ກັບນິວ​ເຄລຍ ​ໂດຍ​ມະຕິ​ຕ່າງໆ​ຂອງສະຫະ​ປະຊາ​ຊາດ ທີ່​ນໍາ​ໃຊ້​ໃນ​ປີ 2006 ​ແລະ 2009 ຫລັງ​ຈາກ​ທີ່​ພຽງ​ຢາງ​ໄດ້​ທໍາ​ການທົດລອງນິ​ວ​ເຄລຍ ທີ່​ບໍ່​ສໍາ​ເລັດ​ຜົນ. ການ​ສົ່ງ​ຈະ​ຫລວດ​ຄັ້ງ​ທີ່​ສາມ ​ໃນ​ເດືອນ​ເມສາຜ່ານ​ມາ ກໍ​ປະສົບ​ຄວາມ​ຫລົ້ມແຫລວ​ອີກ ​ແລະ​ໄດ້​ຖືກ​ປະນາມ​ ​ໂດຍສະພາ​ຄວາມ​ໜັ້ນ​ຄົງ
XS
SM
MD
LG