ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ກຽມພ້ອມ ຈະຍິງລູກສອນໄຟ ຂີປະນາວຸດ


ທະຫານ ເກົາຫຼີເໜືອ ເດີນສວນສະໜາມຄັ້ງໃຫຍ່ຜ່ານ ຈະຕຸລັດ Kim Il Sung ພ້ອມກັບລູກສອນໄຟຂີປະນາວຸດ ແລະ ຈະຫຼວດຂອງພວກເຂົາ . 10 ຕຸລາ, 2015, ພຽງຢາງ, ເກົາຫຼີເໜືອ.
ທະຫານ ເກົາຫຼີເໜືອ ເດີນສວນສະໜາມຄັ້ງໃຫຍ່ຜ່ານ ຈະຕຸລັດ Kim Il Sung ພ້ອມກັບລູກສອນໄຟຂີປະນາວຸດ ແລະ ຈະຫຼວດຂອງພວກເຂົາ . 10 ຕຸລາ, 2015, ພຽງຢາງ, ເກົາຫຼີເໜືອ.

ໃນບົດລາຍງານຂ່າວວັນອາທິດມື້ນີ້ຈາກອົງການຂ່າວ Yonhap ຂອງ ເກົາຫຼີໃຕ້ ກ່າວວ່າ ເກົາຫຼີເໜືອ ໄດ້ປະກາດເຂດຫ້າມເດີນ ເຮືອຢູ່ນອກຊາຍຝັ່ງພາກຕາ ເວັນອອກຂອງຕົນ, ເປັນສັນຍານເຊິ່ງ ພວກເຂົາອາດຈະຕຽມການທົດ ລອງຍິງລູກສອນໄຟຂີປະນາວຸດ.

ເຂດຫ້າມເດີນເຮືອໄດ້ມີຜົນບັງຄັບໃຊ້ຈາກວັນທີ 11 ພະຈິກ ຫາ ວັນທີ 7 ທັນວານີ້, ອີງຕາມແຫຼ່ງຂ່າວລັດຖະບານທີ່ບໍ່ປະສົງອອກຊື່ ອ້າງໂດຍ Yonhap. ແຫຼ່ງຂ່າວດັ່ງກ່າວໄດ້ບອກ Yonhap ວ່າ “ພວກເຮົາຕິດຕາມຢ່າງໃກ້ຊິດວ່າ ເກົາຫຼີເໜືອ ຈະຍິງຈະຫຼວດ ຫຼື ລູກສອນໄຟຂີປະນາວຸດປະເພດໃໝ່ຫຼືບໍ່.”

ອີກແຫຼ່ງຂ່າວລັດຖະບານແຫ່ງໜຶ່ງ ທີ່ບໍ່ປະສົງອອກຊື່ກ່າວວ່າ ມັນມີຄວາມເປັນ ໄປໄດ້ວ່າ ເກົາຫຼີເໜືອ ອາດຈະຕຽມພ້ອມທົດລອງຍິງລູກສອນໄຟຂີປະນາວຸດ ທີ່ຍິງຈາກເຮືອດຳນ້ຳ.

ເກົາຫຼີເໜືອ ໄດ້ປະກາດເຂດຫ້າມເດີນເຮືອໃນເຂດທະເລຕາເວັນອອກ ໃນຄັ້ງທີ່ ຜ່ານມາໂດຍ ບໍ່ໄດ້ຍິງຂີປະນາວຸດແມ່ນແຕ່ລູກດຽວ. ປະເທດດັ່ງກ່າວແມ່ນຢູ່ພາຍໃຕ້ຫຼາຍມາດຕະການລົງ ໂທດຂອງ ອົງການສະຫະປະຊາຊາດ ສຳລັບການດຳເນີນການທົດລອງຍິງລູກສອນໄຟຂີປະ ນາວຸດ ແລະ ລະເບີດນິວເຄລຍ.

A report Sunday from South Korea's Yonhap news agency says North Korea has declared a no-navigation zone off its eastern coast, a sign it may be preparing to test launch a missile.

The no-navigation zone is in effect from November 11th to December 7th, according to an unnamed government source quoted by Yonhap."We are closely watching whether the North will launch a Scud or a new type of ballistic missile," the source told Yonhap.

Another anonymous government source says it is possible the North could be preparing to test a submarine-launched ballistic missile.

North Korea has issued previous no-navigation zones in the East Sea without launching a missile.The country is under numerous U.N.-led sanctions for conducting previous ballistic missile and nuclear tests.

XS
SM
MD
LG