ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ຢູ່ໃນວາລະກອງປະຊຸມ ຂອງທ່ານບລິງເກັນ ໃນໂຊລ ພາຍໃຕ້ເງົາຂອງກາຊາ ແລະ ຢູເຄຣນ


ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ແລະ ລັດຖະມົນຕີການຕ່າງປະເທດຂອງເກົາຫຼີໃຕ້ ພາກ ຈິນ ຈັບມືກັນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຫຼັງຈາກພວກເພິ່ນໄດ້ເຂົ້າຮ່ວມກອງປະຊຸມ ຢູ່ກະຊວງການຕ່າງປະເທດໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9 ພະຈິກ 2023.
ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ແລະ ລັດຖະມົນຕີການຕ່າງປະເທດຂອງເກົາຫຼີໃຕ້ ພາກ ຈິນ ຈັບມືກັນ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວຮ່ວມ ຫຼັງຈາກພວກເພິ່ນໄດ້ເຂົ້າຮ່ວມກອງປະຊຸມ ຢູ່ກະຊວງການຕ່າງປະເທດໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 9 ພະຈິກ 2023.

ລັດຖະມົນຕີການຕ່າງປະເທດສະຫະລັດ ແອນໂທນີ ບລິງເກັນ ໄດ້ຈັດການເຈລະຈາຫຼາຍຮອບ ຢູ່ເກົາຫຼີໃຕ້ ໃນວັນພະຫັດມື້ນີ້ ກ່ຽວກັບຄວາມສຳພັນທາງດ້ານທະຫານ ລະຫວ່າງ ເກົາຫຼີເໜືອ ແລະຣັດເຊຍ ທີ່ເພີ້ມຂຶ້ນນັບມື້ ໃນຂະນະທີ່ທ່ານ ກໍຍັງສືບຕໍ່ດຳເນີນຄວາມພະຍາຍາມ ເພື່ອໄກ່ເກ່ຍໃຫ້ໂຈະການເຮັດສົງ ຄາມລະຫວ່າງ ອິສຣາແອລ ກັບກຸ່ມຮາມາສ ດ້ານມະນຸດສະທຳ ແລະການແກ້ໄຂທີ່ຍາວນານສຳລັບເຂດກາຊາ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.


ການຢ້ຽມຢາມເກົາຫຼີໃຕ້ ໄລຍະສອງວັນ ຂອງທ່ານບລິງເກັນ ແມ່ນຄັ້ງທຳອິດໂດຍລັດຖະມົນຕີການຕ່າງປະເທດສະຫະລັດ ໃນຮອບ 2 ປີເຄິ່ງ ແລະເປັນສ່ວນນຶ່ງຂອງການເດີນທາງໄປຍັງເຂດເອເຊຍ ອັນກວ້າງຂວາງກວ່າເກົ່າ ທີ່ຈະລວມທັງ ການຢຸດແວ່ຢູ່ ອິນເດຍ ນຳດ້ວຍ.

ທ່ານໄດ້ໄປແວ່ ເຂດຕາເວັນອອກກາງ ກ່ອນທີ່ຈະໄປຍີ່ປຸ່ນ.

ສະຫະລັດຍັງຄົງເພັ່ງເລັງໃສ່ເຂດອິນໂດ-ປາຊີຟິກ ເຖິງແມ່ນຈະມີຄວາມທ້າທາຍອື່ນໆຢູ່ທົ່ວໂລກກໍຕາມ, ທ່ານບລິງເກັນ ໄດກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວທີ່ນະຄອນຫຼວງໂຕກຽວ ໃນວັນພຸດວານນີ້ ໂດຍກ່າວວ່າ ສະຫະລັດ ສາມາດ “ແລ່ນແລະຫຍ້ຳຊິງໂກມ ໃນເວລາດຽວກັນ.”

U.S. Secretary of State Antony Blinken held talks in South Korea on Thursday on growing military ties between North Korea and Russia, while he maintained efforts to broker humanitarian pauses in the Israel-Hamas war and long-term solutions for Gaza.

Blinken arrived in South Korea on Wednesday after a meeting in Japan of G7 foreign ministers.

As a group, they called for pauses in the fighting between Israel and the Palestinian militant group Hamas to allow humanitarian aid to reach civilians in Gaza after a month of bombardment and increasing ground operations by Israel's military.

Blinken's two-day visit to South Korea is the first by a U.S. secretary of state in 2½ years and part of a broader Asia trip that will include a stop in India. He was in the Middle East before Japan.

The United States remains focused on the Indo-Pacific despite other global challenges, Blinken told a press conference in Tokyo on Wednesday, saying the U.S. was capable of "running and chewing gum at the same time."

XS
SM
MD
LG