ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຄົ້ນຄວ້າ ຈີນ ເວົ້າວ່າ ບ່ອນທົດລອງ ນິວເຄລຍ ເກົາຫຼີເໜືອ ອາດໃຊ້ການບໍ່ໄດ້


ຜູ້ຊາຍຄົນນຶ່ງ ກຳລັງເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບ ການທົດລອງນິວເຄລຍ ຂອງເກົາຫຼີເໜືອ ທີ່ບ່ອນທົດລອງ ພຸງກາຍຣີ.
ຜູ້ຊາຍຄົນນຶ່ງ ກຳລັງເບິ່ງລາຍງານຂ່າວໂທລະພາບ ກ່ຽວກັບ ການທົດລອງນິວເຄລຍ ຂອງເກົາຫຼີເໜືອ ທີ່ບ່ອນທົດລອງ ພຸງກາຍຣີ.

ບ່ອນທົດລອງອາວຸດນິວເຄລຍ ທີ່ສຳຄັນສຸດຂອງເກົາຫຼີເໜືອ ອາດໄດ້ຮັບຄວາມເສຍ
ຫາຍ ແລະບາງສ່ວນຂອງບ່ອນທົດລອງອາດຢູ່ໃນສະພາບທີ່ບໍ່ທຸ່ນທ່ຽງ ແຕ່ພວກນັກ
ວິເຄາະກ່າວວ່າ ນັ້ນບໍ່ໄດ້ໝາຍຄວາມວ່າ ພຽງຢາງບໍ່ສາມາດທຳການທົດລອງອາວຸດ
ນິວເຄລຍ ຢູ່ສະຖານທີ່ແຫ່ງນັ້ນ ຫຼືສະຖານແຫ່ງອື່ນໆ ໄດ້ອີກຕໍ່ໄປ.

ໃນທ້າຍອາທິດແລ້ວນີ້ ທ່ານກິມ ຈົງ ອຶນ ຜູ້ນຳຂອງເກົາຫຼີເໜືອ ໄດ້ໃຫ້ຄຳໝັ້ນສັນຍາ
ທີ່ຈະຢຸດເຊົາການທົດລອງອາວຸດນິວເຄລຍແລະລູກສອນໄຟແລະປິດສະຖານທີ່ທົດ ລອງຢູ່ພຸງກາຍຣີ. ບ່ອນທົດລອງນີ້ແມ່ນເຄີຍໃຊ້ໃນການທົດລອງອາວຸດນິວເຄລຍທັງ
6 ເທື່ອຂອງພຽງຢາງມາແລ້ວ.

ໃນໄລຍະສອງສາມປີຜ່ານມານີ້ ຄວາມຄົງຕົວຂອງພູມອນແທັບ (Montap) ທີ່ບ່ອນ
ທົດລອງ ໄດ້ກາຍເປັນຈຸດທີ່ມີການເພັ່ງເລັງ ແລະເປັນຫ່ວງຫຼາຍຂຶ້ນ ກ່ຽວກັບຄວາມ
ເປັນໄປ ໄດ້ທີ່ວ່າ ກຳມັນຕະພາບລັງສີ ອາດຈະມີການຮົ່ວໄຫຼອອກມາແລະໃນເວລາ
ນີ້ ໄດ້ມີຂ່າວກ່ຽວກັບການສຶກສາສອງສະບັບ ຂອງພວກນັກຊ່ຽວຊານດ້ານແຜ່ນດິນ ໄຫວຂອງຈີນ ທີ່ໃຫ້ການຢືນຢັນ ຕໍ່ຄວາມເປັນຫ່ວງດັ່ງກ່າວ.

ຮູບຈາກດາວທຽມ ເອກກະຊົນ ທີ່ສະແດງໃຫ້ເຫັນ ບ່ອນທົດລອງນິວເຄລຍ ພຸງກາຍຣີ
ຮູບຈາກດາວທຽມ ເອກກະຊົນ ທີ່ສະແດງໃຫ້ເຫັນ ບ່ອນທົດລອງນິວເຄລຍ ພຸງກາຍຣີ

ອີງຕາມລາຍງານຂອງສື່ມວນຊົນແລ້ວ ພວກນັກວິທະຍາສາດຈີນພົບວ່າ ຫຼັງຈາກເກົາ
ຫຼີເໜືອ ທົດລອງອາວຸດນິວເຄລຍ ເທື່ອຫລ້າສຸດໃນປີກາຍນີ້ ອຸໂມງທີ່ຢູ່ຂ້າງໃນພູມອນ
ແທັບໄດ້ພັງລົງມາ. ນຶ່ງໃນການສຶກສາເວົ້າວ່າ ການພັງລົງຂອງອຸໂມງໃນພູດັ່ງກ່າວພາ
ໃຫ້ເກີດຊ່ອງທາງ ທີ່ອາດເຮັດໃຫ້ກຳມັນຕະພາບລັງສີ ຮົ່ວໄຫລອອກມາຈາກບ່ອນທົດ
ລອງລະເບີດ ໄປສູ່ບັນຍາກາດ.

ລາຍງານຂອງໜັງສືພິມວາລະສານ ວອລສຕຣີດ (Wall Street) ໃນອາທິດນີ້ແຈ້ງວ່າ
ການສຶກສາດັ່ງກ່າວ ຍັງໄດ້ເຕືອນວ່າ ຖ້າຫາກຍັງມີການທົດລອງຕື່ມອີກ ຢູ່ທີ່ບ່ອນທົດ
ລອງ ແຫ່ງນີ້ ທີ່ມີຜົນຄ້າຍຄືກັນນັ້ນ ອາດຈະເປັນໄພພິບັດຕໍ່ສິ່ງແວດລ້ອມ.

ການສຶກສາອີກອັນນຶ່ງທີ່ພິມເຜີຍແຜ່ໃນເດືອນນີ້ ໂດຍພວກນັກວິທະຍາສາດຫຼາຍຄົນ
ຂອງຈີນ ກໍມີການສະຫລຸບແບບດຽວກັນ ກ່ຽວກັບການພັງທະລາຍລົງຂອງອຸໂມງຢູ່ສະ
ຖານທີ່ດັ່ງກ່າວ ແຕ່ບໍ່ໄດ້ເວົ້າວ່າ ບ່ອນທົດລອງແຫ່ງນີ້ຍັງໃຊ້ການໄດ້ຫຼືບໍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG