ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

​ລາຍ​ງານ​ແຈ້ງວ່າ ເກົາຫຼີເໜືອ ໄດ້ຍິງ​ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນລູກສອນໄຟ​ຂ້າມ​ທະ​ວີບຄັ້ງທໍາອິດ ນັບແຕ່ປີ 2017 ເປັນຕົ້ນມາ


ປະຊາຊົນ ພາກັນເບິ່ງໂທລະພາບທີ່ເປີດເຜີຍໃຫ້ເຫັນຮູບພາບການຍິງລູກສອນໄຟຂອງເກົາຫຼີເໜືອຂອງໂຄງການໃໝ່ ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ເມື່ອວັນທີ 24 ມີນາ 2022.
ປະຊາຊົນ ພາກັນເບິ່ງໂທລະພາບທີ່ເປີດເຜີຍໃຫ້ເຫັນຮູບພາບການຍິງລູກສອນໄຟຂອງເກົາຫຼີເໜືອຂອງໂຄງການໃໝ່ ຢູ່ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ, ປະເທດເກົາຫຼີໃຕ້, ເມື່ອວັນທີ 24 ມີນາ 2022.

ເກົາຫຼີເໜືອໄດ້​ຍິງ ໃນ​ອັນທີ່​ປາ​ກົດວ່າ ເປັນລູກສອນໄຟຂີປະນາວຸດ​ຂ້າມທະວີບ ​ຫຼື ICBM, ອີງຕາມລາຍງານອົງການຂ່າວຢອນຮັບຂອງເກົາຫຼີໃຕ້ ໃນມື້ວັນພະ ຫັດນີ້, ໂດຍອ້າງການປະເມີນທາງທະຫານຂອງເກົາຫຼີໃຕ້ ເຊິ່ງເປັນການຍິງລູກ
ສອນ​ໄຟໄລຍະໄກຄັ້ງທໍາອິດຂອງພຽງຢາງ ນັບຕັ້ງແຕ່ປີ 2017 ເປັນ​ຕົ້ນ​ມາ.

ອົງການຂ່າວຢອນຮັບລາຍງານໃຫ້ເຫັນໃນ​ອັນ​ທີ່​ປາ​ກົດ​ວ່າເປັນການ​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ ​ຫຼື ICBM, ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດໆຕື່ມ. ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ລາຍງານວ່າ ລູກ​ສອນ​ໄຟທີ່ຍິງ ເຊິ່ງ​ໝາຍເຖິງ​ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນຂີປະນາວຸດ, ຖືກຍິງໄປໄກເກືອບຮອດນຶ່ງຊົ່ວໂມງກ່ອນທີ່ມັນຈະ​ຕົກ​ລົງ​ມາ ໃນເຂດເສດຖະກິດສະເພາະຂອງຍີປຸ່ນ.

VOA ບໍ່ສາ​ມາດຢືນຢັນ ຕໍ່ການປະເມີນຜົນ ຂອງກອງທັບເກົາຫຼີໃຕ້ວ່າ ເກົາຫຼີ ເໜືອໄດ້ຍິງລູກ​ສອນ​ໄຟ ICBM. ຢ່າງໃດກໍຕາມ, ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດເກົາຫຼີໃຕ້ ຜູ້ທີ່ບໍ່ປະສົງອອກນາມ ກ່າວກັບ VOA ວ່າ ຖ້າການຄໍານວນຂອງຍີ່ປຸ່ນຫາກຖືກຕ້ອງ, “ມັນອາດຈະເປັນ ICBM ແທ້.”

ເກົາຫຼີເໜືອໄດ້ມີການເຕືອນຊໍ້າແລ້ວຊໍ້າອີກວ່າ ພວກເຂົາເຈົ້າກໍາລັງກະກຽມທີ່ຈະສົ່ງດາວທຽມສອດແນມທາງທະຫານ. ເຈົ້າໜ້າທີ່ຂອງສະຫະລັດກ່າວວ່າ ການຍິງດັ່ງກ່າວນັ້ນ ອາດຈະເທົ່າກັບ ການທົດລອງຍິງລູກສອນໄຟໄລຍະໄກ ແລະອາດຈະກ່ຽວຂ້ອງກັບ ICBM ຂະໜາດໃຫຍ່, ເຊິ່ງນັກຊ່ຽວຊານ ກ່າວວ່າ ລູກສອນໄຟດັ່ງກ່າວ ສາມາດບັນຈຸຫົວລົບໄດ້ຫຼາຍຫົວ.

ເກົາຫຼີເໜືອ ບໍ່ໄດ້ສົ່ງດາວທຽມຂຶ້ນອະວາກາດ ນັບຕັ້ງແຕ່ປີ 2016​ ເປັນ​ຕົ້ນ​ມາ, ການຍິງທົດລອງຄັ້ງຫຼ້າສຸດແມ່ນປີ 2017 ເຊິ່ງເປັນຊ່ວງທີ່ມີຄວາມເຄັ່ງຕຶງສູງລະຫວ່າງ ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ແລະອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ.

ທ່ານ ກິມ ໄດ້ປະກາດຂໍ້ກໍານົດຂອງ​ຕົນ ເພື່ອຍຸຕິການທົດລອງ ICBM ແລະນິວເຄລຍໃນປີ 2018 ໃນຫວ່າງການເຈລະຈາກັບທ່ານ ທຣໍາ ແລະຄູ່​ຕຳ​ແໜ່ງ​ຝ່າຍເກົາຫຼີໃຕ້ ປະທານາທິບໍດີ ມູນ ແຈ-ອິນ, ເຊິ່ງໄລຍະເວລາຢຸດການທົດລອງນັ້ນ ເບິ່ງຄືວ່າກໍາລັງຊິໝົດອາຍຸແລ້ວ.

ເກົາຫຼີເໜືອໄດ້​ທຳການທົດລອງຍິງລູກສອນໄຟ 12 ​ຄັ້ງໃນປີນີ້ ເຊິ່ງລວມມີຢ່າງໜ້ອຍສອງຄັ້ງ​ຫຼ້າ​ສຸດ ​ໃນອັນທີ່ພວກເຂົາກ່າວວ່າ ເປັນການກະກຽມ​ ສຳ​ລັບຍິງດາວທຽມນັ້ນ.

ເກົາຫຼີເໜືອ ກໍາລັງດໍາເນີນການຢ່າງເປັນລະບົບ ໂດຍຜ່ານລາຍລະອຽດຂອງຍຸດທະສາດທາງດ້ານອາວຸດ ຕາມທີ່ຜູ້ນໍາຂອງເກົາຫຼີເໜືອ ທ່ານກິມ ຈົງ ອຶນ ໄດ້ວາງໄວ້.

North Korea launched what appears to be an intercontinental ballistic missile, South Korea’s Yonhap news agency reported Thursday, citing a South Korean military assessment, in what would be Pyongyang’s first long-range launch since 2017.

Yonhap reported the apparent ICBM was launched on a lofted trajectory but offered no further details. Japan’s Defense Ministry reported that the projectile, which it referred to as an apparent ballistic missile, traveled for nearly an hour before splashing down in Japan’s exclusive economic zone.

VOA has not confirmed the South Korean military’s assessment that the North fired an ICBM. However, a South Korean defense ministry official, who spoke on condition of anonymity, told VOA that if Japan’s figures are correct, “it could be an ICBM.”

North Korea has repeatedly warned it is preparing to launch a military spy satellite. U.S. officials say such a launch would also essentially amount to a long-range missile test and may involve a massive new ICBM experts say is capable of carrying multiple warheads.

North Korea has not launched a satellite since 2016. Its most recent ICBM test was in 2017, during the height of tensions between North Korean leader Kim Jong Un and former U.S. President Donald Trump.

Kim announced a self-imposed moratorium on ICBM and nuclear tests in 2018, amid talks with Trump and his South Korean counterpart, President Moon Jae-in. That moratorium now appears to be defunct.

North Korea has conducted 12 rounds of missile tests this year, including at least two that it says were to prepare for the satellite launch.

The North is systematically working through a wish list of strategic weapons laid out last year by North Korean leader Kim Jong Un.

XS
SM
MD
LG