ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລົບ ສະຫະລັດ ລຳນຶ່ງບິນຢູ່ເທິງນ່ານຟ້າ ເກົາຫຼີໃຕ້ ໃນການ ສະແດງອອກ ເຖິງກຳລັງ ຕໍ່ເກົາຫຼີເໜືອ


North Korea Nuclear
please wait
Embed

No media source currently available

0:00 0:01:04 0:00

ເຊີນຊົມ ວີດີໂອ ລາຍງານນີ້

ເຮືອບິນຖິ້ມລະເບີດໄລຍະໄກ ຂອງສະຫະລັດ ລຳໜຶ່ງ ໄດ້ບິນ
ຜ່ານນ່ານຟ້າຂອງເກົາຫຼີໃຕ້ ໃນວັນອາທິດມື້ນີ້ ໃນອັນທີ່ປາກົດ
ວ່າ ເປັນການຕອບໂຕ້ຕໍ່ ການທົດລອງອາວຸດນິວເຄລຍ ຂອງ
ເກົາຫຼີເໜືອຄັ້ງຫຼ້າສຸດ.

ເຮືອບິນຖິິ້ມລະເບີດ B-52 ຊຶ່ງມີຄວາມສາມາດ ບັນທຸກອາວຸດ
ນິວເຄລຍຕ່າງໆ ໄດ້ພົບເຫັນວ່າ ກຳລັງບິນຢູ່ນ່ານຟ້າ ເທິງຖານ
ທັບອາກາດ Osan ທີ່ຕັ້ງຢູ່ 72 ກິໂລແມັດທາງກ້ຳໃຕ້ຂອງເຂດ
ຊາຍແດນ ທີ່ແບ່ງແຍກສອງປະເທດເກົາຫຼີ ກ່ອນມັນຈະບິນກັບ
ຄືນມຸ້ງໜ້າໄປຍັງຖານທັບຂອງມັນ ຢູ່ໃກ້ກັບເກາະ Guam.
ເຮືອບິນຖິິ້ມລະເບີດນັ້ນ ໄດ້ຖືກຕິດຕາມໄປດ້ວຍ ເຮືອບິນລົບ
ສອງລຳຈາກສະຫະລັດ ແລະເກົາຫຼີໃຕ້.

ເຮືອບິນຖິ້ມລະເບີດ ສະຫະລັດ B-52 ຕິດຕາມດ້ວຍ ເຮືອບິນລົບ ຈາກສະຫະລັດ ແລະ ເກົາຫຼີໃຕ້ ກຳລັງບິນຢູ່ເທິງນ່ານຟ້າ ຂອງເກົາຫຼີໃຕ້.
ເຮືອບິນຖິ້ມລະເບີດ ສະຫະລັດ B-52 ຕິດຕາມດ້ວຍ ເຮືອບິນລົບ ຈາກສະຫະລັດ ແລະ ເກົາຫຼີໃຕ້ ກຳລັງບິນຢູ່ເທິງນ່ານຟ້າ ຂອງເກົາຫຼີໃຕ້.

ພົນເອກກອງທັບເຮືອ Harry B. Harris, Jr. ຜູ້ບັນຊາການ
ກອງບັນຊາການເຂດປາຊີຟິກ ຂອງສະຫະລັດ ໄດ້ອອກຖະ
ແຫລງການສະບັບໜຶ່ງ ທີ່ເອີ້ນການບິນດັ່ງກ່າວນັ້ນ ວ່າ “ເປັນ
ການສະແດງຂອງຄວາມໝັ້ນໝາຍ ທີ່ມີຊື່ວ່າ ironclad
ຕໍ່ບັນດາພັນທະມິດ ຂອງຕົນໃນເກົາຫຼີໃຕ້ ໃນຍີ່ປຸ່ນ ແລະ
ເພື່ອປ້ອງກັນດິນແດນຂອງອາເມຣິກາ.”

ໃນການກ່າວຄຳປາໄສ ເນື່ອງໃນວັນປີໃໝ່, Kim Jong Un ຮຽກຮ້ອງໃຫ້ ເສີມຂະຫຍາຍ ສາຍສຳພັນ ກັບໂຊລ, ກະຕຸ້ນໃຫ້ເກີດການປະເມີນວ່າ ທ່ານ Kim ອາດຫາຊ່ອງທາງປະນີປະນອມ ອັນເປັນສ່ວນນຶ່ງຂອງການກະກຽມແຜນການທີ່ສຳຄັນ ໃຫ້ແກ່ພັກ ໃນເດືອນພຶດສະພາ ຈະມາເຖິງນີ້.
ໃນການກ່າວຄຳປາໄສ ເນື່ອງໃນວັນປີໃໝ່, Kim Jong Un ຮຽກຮ້ອງໃຫ້ ເສີມຂະຫຍາຍ ສາຍສຳພັນ ກັບໂຊລ, ກະຕຸ້ນໃຫ້ເກີດການປະເມີນວ່າ ທ່ານ Kim ອາດຫາຊ່ອງທາງປະນີປະນອມ ອັນເປັນສ່ວນນຶ່ງຂອງການກະກຽມແຜນການທີ່ສຳຄັນ ໃຫ້ແກ່ພັກ ໃນເດືອນພຶດສະພາ ຈະມາເຖິງນີ້.

ພົນໂທ Terrence O’Shaugnessy ຮອງຜູ້ບັນຊາການ ກອງບັນຊາການທະຫານຮ່ວມ
ສະຫະລັດ ແລະ ເກົາຫຼີໃຕ້ ໄດ້ກ່າວຕໍ່ບັນດານັກຂ່າວ ເຖິງຖະແຫລງການທີ່ໄດ້ ປະກາດ
ອອກໄປ ຫຼັງຈາກການບິນນັ້ນ ວ່າ ສະຫະລັດ “ຍັງຄົງຢຶດໝັ້ນຢູ່” ໃນການປົກປ້ອງ ເກົາຫຼີໃຕ້
“ແລະເພື່ອຮັກສາໄວ້ ສະຖຽນລະພາບ ໃນແຫຼມເກົາຫຼີ, ທີ່ລວມທັງການສະກັດກັ້ນ
ແບບຍາວນານ ຊຶ່ງເປັນການສະໜອງໃຫ້ໂດຍກອງກຳລັງຕາມແບບແຜນ ແລະ ແບບ
ແຜນປົກຄຸມຂອງນິວເຄລຍພວກເຮົາ.”

ສະຫະລັດ ໄດ້ສົ່ງເຮືອບິນຖິ້ມລະເບີດໄລຍະໄກ ບິນຢູ່ເທິງນ່ານຟ້າຂອງເກົາໃຕ້ ໃນປີ
2013 ບໍ່ດົນຫຼັງຈາກເກົາຫຼີເໜືອ ໄດ້ທຳການທົດລອງນິວເຄລຍຂອງຕົນ ຄັ້ງທີສາມ.

XS
SM
MD
LG