ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຸງຊາດ ເກົາຫຼີເໜືອ ຖືກຊັກຂຶ້ນ ສູ່ປາຍເສົາ ຢູ່ທີ່ໝູ່ບ້ານ ໂອລິມປິກ ໃນເກົາຫຼີໃຕ້


ທຸງຊາດເກົາຫຼີເໜືອ, ຊ້າຍ, ປິວສະບັດ ຢູ່ຮ່ວມກັບທຸງຊາດອື່ນໆ ຈາກຫຼາຍປະເທດ ຢູ່ໃນໝູ່ບ້ານໂອລິມປິກ ຂອງເມືອງ ກາງເນີງ ທີ່ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອລິມປິກ ລະດູໜາວ ປີ 2018 ຂອງເກົາຫຼີໃຕ້, ວັນທີ 1 ກຸມພາ 2018.
ທຸງຊາດເກົາຫຼີເໜືອ, ຊ້າຍ, ປິວສະບັດ ຢູ່ຮ່ວມກັບທຸງຊາດອື່ນໆ ຈາກຫຼາຍປະເທດ ຢູ່ໃນໝູ່ບ້ານໂອລິມປິກ ຂອງເມືອງ ກາງເນີງ ທີ່ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອລິມປິກ ລະດູໜາວ ປີ 2018 ຂອງເກົາຫຼີໃຕ້, ວັນທີ 1 ກຸມພາ 2018.

ທຸງຊາດຂອງເກົາຫຼີເໜືອ ໄດ້ຖືກຊັກຂຶ້ນສູ່ປາຍເສົາ ທີ່ຄຸ້ມບ້ານພັກ ສຳລັບບັນດານັກ
ກິລາ ທີ່ເຂົ້າຮ່ວມໃນການແຂ່ງຂັນກິລາໂອລິມປິກລະດູໜາວເຊິ່ງຈະມີຂຶ້ນຢູ່ເກົາຫຼີໃຕ້
ໃນໄວໆນີ້.

ທຸງຊາດເກົາຫຼີເໜືອໄດ້ເລີ່ມປິວສະບັດ ຢູ່ທີ່ຄຸ້ມບ້ານພັກ ນັກກິລາໂອລິມປິກ ໃນເມືອງ
ພຽງຈາງ ທີ່ເປັນເຈົ້າພາບຈັດງານ ແລະ ເມືອງກາງເນີງ ເຊິ່ງຕັ້ງຢູ່ຫ່າງຈາກນະຄອນ
ຫຼວງໂຊລ ໄປທາງກ້ຳຕາເວັນອອກ ປະມານ 230 ກິໂລແມັດ ນຶ່ງວັນຫຼັງຈາກທີ່ໄດ້ມີ
ການຈັດພິທີຕ່າງໆ ເພື່ອເປີດຄຸ້ມບ້ານພັກ ນັກກິລາໂອລິມປິກ ຢ່າງເປັນທາງການ.

ມີການຊັກຊ້ານຶ່ງວັນ ໃນການຊັກທຸງດັ່ງກ່າວຂຶ້ນສູ່ປາຍເສົາ ຍ້ອນກົດໝາຍດ້ານ
ຄວາມໝັ້ນຄົງ ທີ່ເຄັ່ງຄັດຂອງເກົາຫຼີໃຕ້ ໄດ້ຫ້າມບໍ່ໃຫ້ປັກທຸງຊາດ ຂອງເກົາຫຼີເໜືອ.
ບັນດາເຈົ້າໜ້າທີ່ ຈຶ່ງໄດ້ໃຫ້ການຍົກເວັ້ນຕໍ່ທຸກໆສະຖານທີ່ ທີ່ກ່ຽວຂ້ອງກັບການແຂ່ງ
ຂັນກິລາໂອລິມປິກລະດູໜາວ ລວມທັງບ້ານພັກຂອງບັນດານັກກິລາ ແລະ ສະໜາມ
ກິລາ ທີ່ຈັດການແຂ່ງຂັນຕ່າງໆ ນຳດ້ວຍ.

United Korea Hockey Team Divides South
please wait

No media source currently available

0:00 0:02:26 0:00

ທຸງຊາດຂອງເກົາຫຼີເໜືອ ໄດ້ຖືກຊັກຂຶ້ນສູ່ປາຍເສົາ ທັນກັບເວລາ ເພື່ອຕ້ອນຮັບ ທີມ
ນັກກິລາໂອລິມປິກ ຂອງເກົາຫຼີເໜືອ ຈຳນວນ 10 ຄົນ ທີ່ມີກຳນົດ ຈະເດີນທາງໄປ
ຮອດເກົາຫຼີໃຕ້ ໃນຕອນແລງວັນພະຫັດມື້ນີ້. ພວກເຂົາເຈົ້າຈະເຂົ້າຮ່ວມ ກັບພວກ
ນັກກິລາຕີຄີເທິງນ້ຳກ້ອນ ເພດຍິງ ຈຳນວນ 12 ຄົນ ທີ່ໄດ້ເດີນທາງໄປຮອດ ເມື່ອ
ສັບປະດາແລ້ວນີ້ ເພື່ອເຂົ້າຮ່ວມ ກັບນັກກິລາເກົາຫຼີໃຕ້ ໃນການຝຶກຊ້ອມ ເປັນທີມ
ນຶ່ງດຽວຂອງເກົາຫຼີ.

Olympics Security
please wait
Embed

No media source currently available

0:00 0:00:53 0:00

North Korea’s national flag has been raised above the living quarters for the athletes taking part in the upcoming Winter Olympics in South Korea.

The flag began flying Thursday over the Olympic villages in the host cities of Pyeongchang and Gangneung, about 230 kilometers east of Seoul, one day after ceremonies were held marking the villages’ official opening.

The one-day delay was because of South Korea’s strict national security law that prohibits flying the North’s flag. Authorities have exempted all venues connected with the Winter Games, including the athletes’ dormitories and stadiums.

The North’s flag was raised in time to greet 10 members of the North’s Olympic squad who are scheduled to arrive in South Korea later Thursday. They will join 12 female hockey players who arrived last week to join their South Korean counterparts to train as a unified Korean team.

XS
SM
MD
LG