ເກົາຫຼີເໜືອ ໄດ້ທຳການຍິງລູກສອນໄຟຂີປະນາວຸດໄລຍະສັ້ນ ສູ່ນ່ານນໍ້າທາງທິດຕາເວັນອອກຂອງພວກເຂົາໃນວັນພະຫັດມື້ນີ້, ໃນເວລາບໍ່ເທົ່າໃດຊົ່ວໂມງ ລຸນຫຼັງທີ່ເກົາຫຼີເໜືອໄດ້ຂົ່ມຂູ່ວ່າຈະດໍາເນີນການຕອບໂຕ້ທາງທະຫານທີ່ “ຮ້າຍແຮງຂຶ້ນ” ຕໍ່ສະຫະລັດ ທີ່ໄດ້ໃຫ້ຄໍາໝັ້ນຕໍ່ການສະໜັບສະໜຸນດ້ານຄວາມໝັ້ນຄົງແກ່ປະເທດພັນທະມິດ ເກົາຫຼີໃຕ້ ແລະ ຍີ່ປຸ່ນ, ອີງຕາມລາຍງານອົງການຂ່າວ AP.
ລູກສອນໄຟດັ່ງກ່າວ ຍິງອອກຈາກບໍລິເວນເມືອງວອນຊານ (Wonsan) ທີ່ຕັ້ງຢູ່ແຄມຝັ່ງທາງທິດຕາເວັນອອກຂອງເກົາຫຼີເໜືອ ໃນເວລາ 10:48 ຕອນເຊົ້າ, ໂດຍຕົກລົງສູ່ໜ້ານໍ້າລະຫວ່າງແຫຼມເກົາຫຼີ ແລະຍີ່ປຸ່ນ, ອີງຕາມລາຍງານຈາກປະເທດເພື່ອນບ້ານຂອງພວກເຂົາ. ລຸນຫຼັງຕິດຕາມເບິ່ງການຍິງດັ່ງກ່າວແລ້ວ, ກອງທັບຂອງເກົາຫຼີໃຕ້, ສະຫະລັດ ແລະ ຍີ່ປຸ່ນ ໄດ້ປະນາມການຍິງລູກສອນໄຟດັ່ງກ່າວໃນທັນທີ, ໂດຍກ່າວວ່າ ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຢູ່ໃນພູມິພາກແຫ່ງນີ້.
ນີ້ເປັນຄັ້ງທໍາອິດ ໃນການຍິງລູກສອນໄຟຂີປະນາວຸດໃນຮອບ 8 ມື້, ແລະເປັນການຍິງທົດລອງຄັ້ງຫຼ້າສຸດໃນຮອບຫຼາຍເດືອນທີ່ຜ່ານມາ. ກ່ອນໜ້ານັ້ນ ເກົາຫຼີ ເໜືອກ່າວວ່າ ການທົດລອງບາງສ່ວນ ແມ່ນການຈໍາລອງການໂຈມຕີ ດ້ວຍອາ ວຸດນິວເຄລຍ ທີ່ມີເປົ້າໝາຍໃສ່ເກົາຫຼີໃຕ້ ແລະສະຫະລັດ. ບັນດາຜູ້ຊ່ຽວຊານກ່າວວ່າ ໃນທີ່ສຸດແລ້ວ ເກົາຫຼີເໜືອຕ້ອງການເພີ້ມຄວາມອາດສາມາດດ້ານນິວເຄລຍຂອງພວກເຂົາ ເພື່ອຍາດແຍ່ງການຍິນຍອມຜ່ອນຜັນຫຼາຍຂຶ້ນຈາກບັນດາຄູ່ແຂ່ງຂອງພວກເຂົາ.
ໃນຕອນເຊົ້າວັນພະຫັດມື້ນີ້, ລັດຖະມົນຕີກະຊວງການຕ່າງປະເທດ ເກົາຫຼີເໜືອ ທ່ານຊູ ເຊິນ ຮຸຍ (Choe Son Hui) ໄດ້ເຕືອນວ່າ ກອງປະຊຸມສຸດຍອດຂອງສະຫະລັດ ເກົາຫຼີໃຕ້ ແລະຍີ່ປຸ່ນ ເມື່ອໄວໆມານີ້ກ່ຽວກັບເກົາຫຼີເໜືອ ໄດ້ສົ່ງຜົນເຮັດໃຫ້ເກີດຄວາມເຄັ່ງຕຶງ ຢູ່ໃນແຫຼມເກົາຫຼີ “ຄາດການບໍ່ໄດ້ຫຼາຍຂຶ້ນ.”
ຢູ່ໃນຖະແຫຼງການຂອງ ທ່ານຊູ ແມ່ນການຕອບໂຕ້ຢ່າງເປັນທາງການຄັ້ງທໍາອິດຂອງເກົາຫຼີເໜືອຕໍ່ກອງປະຊຸມສຸດຍອດສາມຝ່າຍຂອງປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກັບຄູ່ຕຳແໜ່ງ ຈາກ ເກົາຫຼີໃຕ້ ແລະຍີ່ປຸ່ນ ຢູ່ນອກການເຕົ້າ ໂຮມ ສໍາລັບກອງປະຊຸມລະດັບພູມິພາກໃນວັນອາທິດທີ່ຜ່ານມາ ຢູ່ປະເທດກໍາປູເຈຍ. ໃນຖະແຫຼງການຮ່ວມຂອງພວກເຂົາເຈົ້າ, ຜູ້ນໍາຂອງທັງສາມປະເທດໄດ້ປະນາມຢ່າງແຮງ ຕໍ່ການທົດລອງຍິງລູກສອນໄຟຄັ້ງຫຼ້າສຸດຂອງເກົາຫຼີເໜືອ ແລະຕົກລົງເຫັນດີທີ່ຈະດໍາເນີນງານຮ່ວມກັນ ເພື່ອເສີມສ້າງຄວາມເຂັ້ມແຂງໃນການຕ້ານຢັນ. ທ່ານໄບເດັນ ໄດ້ຢືນຢັນອີກຄັ້ງ ໃນຄໍາໝັ້ນທີ່ຈະປົກປ້ອງເກົາຫຼີໃຕ້ແລະຍີ່ປຸ່ນ ດ້ວຍຄວາມສາມາດຢ່າງເຕັມທີ່, ລວມທັງດ້ານອາວຸດນິວເຄລຍ ນໍາອີກດ້ວຍ.
“ແຮງສະຫະລັດມີຄວາມຕ້ອງການທີ່ຈະ ‘ສະເໜີການສະກັດກັ້ນເພີ້ມຂຶ້ນ’ ຕໍ່ບັນດາປະເທດພັນທະມິດຂອງພວກເຂົາເຈົ້າຫຼາຍເທົ່າໃດ, ແຮງເປັນການເພີ້ມຄວາມຮຸນແຮງ ໃນຄວາມເຄັ່ງຕຶງກ່ຽວກັບການເຄື່ອນໄຫວທາງທະຫານ ຢູ່ໃນແຫຼມເກົາຫຼີ ແລະພູມິພາກແຫ່ງນີ້ຫຼາຍຂຶ້ນ, ການຕອບໂຕ້ທາງທະຫານທີ່ຮຸນແຮງຂອງເກົາຫຼີເໜືອກໍອາດຈະເກີດຂຶ້ນໂດຍກົງ,” ທ່ານຊູ ກ່າວ. “ມັນຈະເປັນໄພຂົ່ມຂູ່ທີ່ຮ້າຍແຮງຂຶ້ນ, ທີ່ເປັນຄວາມຈິງ ແລະຫຼີກໜີບໍ່ໄດ້ຕໍ່ສະຫະລັດ ແລະກອງກໍາລັງຮັບໃຊ້ຂອງພວກເຂົາເຈົ້າ.”
ທ່ານຊູ ບໍ່ໄດ້ກ່າວກ່ຽວກັບບາດກ້າວໃນການປະຕິບັດງານຂອງເກົາຫຼີເໜືອ, ແຕ່ໄດ້ເວົ້າວ່າ “ສະຫະລັດຈະຮູ້ດີວ່າ ນີ້ແມ່ນການແຂ່ງຂັນ ທີ່ພວກເຂົາເຈົ້າຈະມີຄວາມເສຍໃຈຢ່າງແນ່ນອນ.”