ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຊ​ລ ກ່າວ​ວ່າ ເກົາ​ຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ ​ໄລ​ຍະ​ໃກ້ ​ສອງ​ລູກ ຈາກ​ຝັ່ງ​ທະ​ເລ​ທາງ​ຕາ​ເວັນ​ອອກ


ຄົນ​ກຳ​ລັງ​ເບິ່ງ​ຮູບ​ພາບ​ທີ່​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ ຂອງ​ການ​ຍິງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ຢູ່​​ສະ​ຖາ​ນີ​ບ​ລົດ​ໄຟ ນະ​ຄອນ​ຫຼວງ​ໂຊລ ວັນ​ທີ 9, 2019.
ຄົນ​ກຳ​ລັງ​ເບິ່ງ​ຮູບ​ພາບ​ທີ່​ຖ່າຍ​ທອດ​ທາງ​ໂທ​ລະ​ພາບ ຂອງ​ການ​ຍິງ​ລູກ​ສອນ​ໄຟ​ເກົາ​ຫຼີ​ເໜືອ ຢູ່​​ສະ​ຖາ​ນີ​ບ​ລົດ​ໄຟ ນະ​ຄອນ​ຫຼວງ​ໂຊລ ວັນ​ທີ 9, 2019.

ເກົາ​ຫຼີ​ເໜືອ ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້​ສອງ​ລູກ​ຈາກ​ຝັ່ງ​ຕາ​ເວັນ​ອ​ອກ​ຂອງ​ຕົນ​ໃນ
​ຕອນເຊົ້າ​ວັນ​ພະ​ຫັດ​ມື້​ນີ້. ກອງ​ທັບ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ເປັນການເຄື່ອນ​ໄຫວທີ່ ເຫັນ​ຢ່າງ​
ຈະ​ແຈ້ງ​ແນ​ໃສ່​ການ​ເພີ້ມອຳ​ນາດ​ໃນ​ການ​ຕໍ່​ລອງ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍຂອງ​
ພຽງ​ຢາງກັບ​ສະ​ຫະ​ລັດ.

ລູກ​ສອນ​ໄພ​ ໄດ້​ຍິງ​ຈາກ​ບໍ​ລິ​ເວນ ​ອ້ອມ​ແອ້ມ​ເມືອງວອນ​ຊານ ​ທາງພາກ​ຕາ​ເວັນ​ອອກ​
ສຽງ​ເໜືອ​ຂອງ​ເກົາ​ຫຼີ​ເໜືອ ​ແລະ​ມຸ້ງ​ໜ້າ​ໄປ​ສູ່​ທິດ​ຕາ​ເວັນ​ອອກ ກ່ອນ​ຈະ​ຕົກ​ລົງໃສ່ທະ​
ເລອີງ​ຕາມ​ເສນາ​ທິການ​ຮ່ວມກອງ​ທັບ​ຂອງ​ເກົາ​ຫຼີ​ໃຕ້​. ລູກ​ສອນ​ໄຟ​ລູກ ທຳ​ອິດ ​ຍິງ​ໄປ​
ໄກ​ປະ​ມານ 430 ກິ​ໂລ​ແມັດ​ ​ແລະ​ລູກ​ທີ​ສອງ​ ປະ​ມານ​ 690 ກິ​ໂລ​ແມັດ ​ອີງ​ຕາມ​ຄຳ​ຖະ​
ແຫຼງ​ຂອງ​ຄະ​ນະ​ເສ​ນາ​ທິ​ການ.

ກອງ​ທັບ​ເກົາ​ຫຼີ​ໃຕ້​ກ່າວ​ວ່າ ລູກ​ສອນ​ໄຟ​ລູກ​ທີ​ສອງ ອາດ​ເປັນ​ລູກ​ສອນ​ໄຟ​ຊະ​ນິດ​ໃໝ່
ແຕ່​ວ່າ​ຕ້ອງໄດ້​ມີ​ການວິ​ເຄາະ​ກັນ​ຕື່ມ. ຖ້າ​ຫາກໄດ້​ຮັບ​ການ​ຢືນ​ຢັນລູກ​ສອນ​ໄຟ​ລູກ​ທີ​
ສອງ​ ແມ່ນ​ຍິງ​ໄປ​ໄກກວ່າ​ລູກ​ສອນ ​ທີ່​ໄຟເກົາ​ຫຼີ​ເໜືອໄດ້​ຍິງທົດ​ລອງໃນ​ເດືອນ​ພຶດ​ສະ​
ພາ​ຜ່ານ​ມາ ຊຶ່ງຄາດ​ຄະ​ເນ​ວ່າ ໃນ​ລັດ​ສະ​ໝີ​ 450 ກິ​ໂລ​ແມັດ.

ເກົາ​ຫຼີ​ເໜືອ ​ໃນ​ເດືອນ​ພຶດ​ສະ​ພາ​ໄດ້​ຍິງໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນລູກ​ສອນ​ໄຟແບບ​ດຽວ
​ກັບລູກ​ສອນ​ໄຟ ISKANDER ຂອງ​ຣັດ​ເຊຍ ຊຶ່ງລູກ​ສອນ​ເຄິ່ງ​ໄຟ​ຂີ​ປະ​ນາ​ວຸດ ​ໄລ​ຍະ
​ສັ້ນ ທີ່​ສາ​ມາດຄວບ​ຄຸມ ​ໃນ​ລະ​ຫວ່າງ​ທີ່​ບິນ​ຢູ່ ແລະ​ເປັນ​ທີ່​ຈະ​ແຈ້ງ​ອອກ​ແບບ​ເພື່ອຫຼົບ​
ຫຼີກລະ​ບົບ​ປ້ອງ​ກັນລູກ​ລອນ​ໄຟຂອງ ເກົາ​ຫຼີ​ໃຕ້ ແລະສະ​ຫະ​ລັດ.

ການ​ຍິງລູກ​ສອນ​ໄຟ​ດັ່ງ​ກ່າວນີ້ ໄດ້ເນັ້ນ​ໃຫ້​ເຫັນ​ເຖິງ​ຄວາມ​ລົ້ມ​ແຫຼວ​ ຂອງ​ພວກ​ເຈົ້າ​
ໜ້າ​ທີ່​ສະ​ຫະ​ລັດເພື່ອ​ຈະ​ສ້າງ​ຄວາມກ້າວ​ໜ້າໃນ​ການ​ເຈ​ລະ​ຈານິວ​ເຄ​ລຍລະ​ດັບເຮັດ
​ກັບ​ເກົາ​ຫຼີ​ເໜືອ ເຖິງ​ແມ່ນ​ມີ​ປະ​ຊຸມ​ສາມ​ເທື່ອ​ ລະ​ຫວ່າງ​ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ
ທ່ານ​ດໍ​ໂນ​ລ ທ​ຣຳ ແລະ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ໄດ້​ເປັນ​ເວ​ລາບໍ່​ຮອດ​ນຶ່ງ​ເດືອນ ນັບ​ແຕ່​ປະ​ທ​າ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ຈັບ​ມື ​ກັບ​ທ່ານ​ກິມ
ຢູ່​ເຂດ​ປອດ​ທະ​ຫານ​ທີ່​ແບ່ງ​ແຍກສອງ​ເກົາ​ຫຼີ ໃນການ​ພົບ​ປະ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​
ຂ​າວ​ເຫັນ​ໃນ​ເວ​ລາ​ນັ້ນ​ວ່າ ​ເປັນ​ຄວາມ​ກ້າວ​ໜ້າ.

ນັບ​ແຕ່​ນັ້ນ​ມາ ເກົາ​ຫຼີ​ເໜືອ​ກໍ​ບໍ່​ໄດ້​ສະ​ໜອງ​ຕອບ ​ຕໍ່​ການ​ຮ້ອງ​ຂໍ ​ຂອງ​ສະ​ຫະ​ລັດ ເພື່ອ
​ເລີ້ມ​ການ​ເຈ​ລະ​ຈາ​ໃນ​ລະ​ດັບ​ເຮັດ​ວຽກ. ​ແຕ່ເກົາ​ຫຼີ​ເໜືອ ​ກັບໄດ້​ດຳ​ເນີນ​ທ້າ​ທາຍ ແລະ
​ຂົ່ມ​ຂູ່ແທນ ​ໃນ​ອັນ​ທີ່​ບັນ​ດາ​ນັກ​ວິ​ເຄາະ​ກ່າວ​ວ່າ ເປັນ​ການ​ພະ​ຍາ​ຍາມ​ທີ່​ຈະ​ປັບ​ປຸງ​ທ່າ
​ທີ​ໃນການ​ເຈ​ລະ​ຈາ​ຂອງ​ຕົນ.

​ໃນອ​າ​ທິດ​ແລ້ວ​ນີ້ ກະ​ຊວງ​ຕ່າງ​ປະ​ເທດ​ເກົາ​ຫຼີເໜືອໄດ້​ໃຫ້​ຮ່ອງ​ຮອຍ​ວ່າ​ພຽງຢາງ​ ອາດ
ຈະ​ຍົກ​ເລີກ​ການ​ເຈ​ລະ​ຈາ ແລະ​ອາດ​ຈະ​ເລີ້ມ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ
ອີບ ແລະ​ທົດ​ລອງ​ນິວ​ເຄ​ລຍ​ຄືນ​ອີກ ຖ້າ​ຫາກ​ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້​ດຳ​ເນີນການ​ຕໍ່​
ໄປ ໃນແຜນ​ການຊ້ອມ​ລົບ​ຮ່ວມທາງ​ທະ​ຫານນັ້ນ.

North Korea fired two projectiles off its east coast, South Korea's military said early Thursday, Pyongyang's latest provocation amid stalled nuclear talks.

South Korea's joint chiefs of staff said the projectiles were launched from near North Korea's eastern city of Wonsan and traveled approximately 430 kilometers. They were launched at 5:34 a.m. and 5:57 a.m.

The statement by South Korea's joint chiefs of staff did not elaborate what kind of projectiles were launched. If Seoul's estimate is correct, however, it would appear to be a relatively short-range projectile.

An earlier message said Seoul's military is monitoring the situation in case of addition launches and is maintaining a ready posture.

The North Korean launch threatens to further delay nuclear talks with the United States.

U.S. officials have said they would like to begin working-level talks as soon as possible.

Last week, North Korea threatened to resume intercontinental ballistic missile launches and nuclear tests if the U.S. and South Korea go ahead with planned joint military exercises.

U.S. President Donald Trump and North Korean leader Kim Jong Un met last month at the demilitarized zone separating the two Koreas, where they agreed to restart talks.

The U.S. has not responded to the latest launches.

Kim declared a moratorium on all nuclear and ICBM tests in April 2018. Pyongyang, however, launched several short-range ballistic missiles and other projectiles in May.

"Estimating the distance, it is likely that it is the same Iskander type that was shot in May," Jeffrey Lewis, an expert in nuclear nonproliferation with the Middlebury Institute of International Studies at Monterey, told VOA's Korea Service.

XS
SM
MD
LG