ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອໄດ້ເນັ້ນ​ໜັກ​ການ​ໃຊ້​ຢາ ​ພື້ນ​ເມືອງ​ເພື່ອ​ຕໍ່​ສູ້​ກັບ ພະ​ຍາດ​ ໂຄວິດ-19


ພະ​ນັກ​ງານ​ໃນ​ໂຮງ​ງານ​ຜະ​ລິດ​ຢາ Junggu Koryo ໄດ້​ຜະ​ລິດ​ຢາ​ໂຄ​ຣຽວເພື່ອ​ປົວ​ພະ​ຍາດ​ໂຄວິດ​ໃນ​ນະ​ຄອນ​ຫລວງ​ພຽງ​ຢາງ, ວັນ​ທີ 7 ມິ​ຖຸ​ນາ, 2022
ພະ​ນັກ​ງານ​ໃນ​ໂຮງ​ງານ​ຜະ​ລິດ​ຢາ Junggu Koryo ໄດ້​ຜະ​ລິດ​ຢາ​ໂຄ​ຣຽວເພື່ອ​ປົວ​ພະ​ຍາດ​ໂຄວິດ​ໃນ​ນະ​ຄອນ​ຫລວງ​ພຽງ​ຢາງ, ວັນ​ທີ 7 ມິ​ຖຸ​ນາ, 2022

ຫວ່າງມໍ່ໆມານີ້ ເກົາຫຼີເໜືອໄດ້ລາຍງານວ່າ ​ມີກໍລະນີຄົນເປັນໄຂ້ປະຈຳວັນ​ໜ້ອຍກວ່າ 200 ຄົນ ທ່າມກາງການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຄັ້ງທຳອິດ ແລະກ່າວວ່າ ຢາສະໝຸນໄພພື້ນເມືອງ “ໂຄ​ຣຽວ” (Koryo) ຂອງຕົນ ແມ່ນມີບົດບາດສຳຄັນໃນການປິ່ນປົວຄົນເຈັບ, ອີງ​ຕາມລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ນັກ​ຊ່ຽວ​ຊານ​ດ້ານ​ການ​ຢາ​ກຳ​ລັງ​ເອົາ​ຢາ​ໂຄ​ຣຽວໄປ​ໃຫ້​ຄົນ​ເຈັບ​ຜູ້​ນຶ່ງ ທີ່​ຄ​ລີ​ນິກແຫ່ງ​ນຶ່ງໃນ​ເມືອງ Moranbong ຂອງ​ນະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາຫຼີ​ເໜືອ ວັນ​ທີ 21 ກຸມ​ພາ, 2013.
ນັກ​ຊ່ຽວ​ຊານ​ດ້ານ​ການ​ຢາ​ກຳ​ລັງ​ເອົາ​ຢາ​ໂຄ​ຣຽວໄປ​ໃຫ້​ຄົນ​ເຈັບ​ຜູ້​ນຶ່ງ ທີ່​ຄ​ລີ​ນິກແຫ່ງ​ນຶ່ງໃນ​ເມືອງ Moranbong ຂອງ​ນະ​ຄອນ​ຫລວງ​ພຽງ​ຢາງຂອງ​ເກົາຫຼີ​ເໜືອ ວັນ​ທີ 21 ກຸມ​ພາ, 2013.

ຜູ້ຊ່ຽວຊານພາຍນອກກ່າວວ່າ ການເນັ້ນຫນັກຂອງເກົາຫລີເຫນືອ ກ່ຽວກັບບົດບາດຂອງຢາໂຄ​ຣຽວນັ້ນ ມີ​ຄວາມຫມາຍວ່າ ປະ​ເທດນີ້ກ່າວອ້າງວ່າຕົນກໍາລັງເອົາຊະນະການລະບາດຂອງ​ພະ​ຍາດນີ້ໄດ້ ດ້ວຍ​ການ​ເພິ່ງຕົນເອງ ໂດຍປາດ​ສະ​ຈາກການຊ່ວຍເຫຼືອຂອງສາກົນ. ພວກນັກສັງເກດການກ່າວວ່າ ເກົາຫຼີເໜືອກຳລັງລະດົມເອົາຢາໂຄ​ຣຽວມາ​ປົວ ເພາະວ່າປະ​ເທດນັ້ນຂາດແຄນຢາ ທີ່ທັນສະໄໝເພື່ອປິ່ນປົວພະຍາດ COVID-19. ພວກເຂົາເຈົ້າເວົ້າວ່າ ຢາພື້ນເມືອງສາມາດປິ່ນປົວອາການໄຂ້ ແລະອາການທີ່​ມີເລັກນ້ອຍໄດ້ຢ່າງມີປະສິດທິພາບ, ແຕ່ບໍ່ສາ​ມາດ​ປົວອາ​ການທີ່ຮ້າຍແຮງໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

North Korea has recently reported fewer than 200 daily fever cases amid its first domestic COVID-19 outbreak and says its traditional "Koryo" herbal medicines are playing a key role in curing patients. Outside experts say North Korea's emphasis on the role of Koryo medicine means it will likely claim that it's overcoming the outbreak on its own without international help. Observers say North Korea is mobilizing Koryo medicine because it lacks modern medicine to treat COVID-19 illnesses. They say traditional medicines could effectively treat fevers and minor symptoms, but not serious illnesses, AP.

XS
SM
MD
LG