ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ມູນ ຍັງມີຄວາມຫວັງ ໃນ ການເຈລະຈາ ປົດອາວຸດນິວເຄລຍ ຫຼັງຈາກ ສະຖານທູດ ເກົາຫຼີເໜືອ ຖືກບຸກຄົ້ນ


ພະນັກງານໄປສະນີ ຂອງສະເປັນຄົນນຶ່ງ ກຳລັງໂອ້ລົມ ກັບພະນັກງານຂອງສະຖານທູດເກົາຫຼີເໜືອ, ບໍ່ເຫັນໃນພາບ, ໃນນະຄອນ ມາດຣິດ ຂອງສະເປນ, ວັນທີ 13 ມີນາ 2019.
ພະນັກງານໄປສະນີ ຂອງສະເປັນຄົນນຶ່ງ ກຳລັງໂອ້ລົມ ກັບພະນັກງານຂອງສະຖານທູດເກົາຫຼີເໜືອ, ບໍ່ເຫັນໃນພາບ, ໃນນະຄອນ ມາດຣິດ ຂອງສະເປນ, ວັນທີ 13 ມີນາ 2019.

ເກົາຫຼີເໜືອ ໄດ້ເອີ້ນການບຸກເຂົ້າກວດຄົ້ນ ໃນຕອນກາງ​ເວັນ ທີ່ສະຖານທູດ ຂອງຕົນ
ຢູ່ໃນນະຄອນມາດຣິດ ຂອງສະ​ເປນ ເມື່ອເດືອນກຸມພາຜ່ານມານັ້ນ ວ່າ “ເປັນການ
ໂຈມຕີ ກໍ່ການຮ້າຍທີ່ຮ້າຍແຮງ”
ແລະໄດ້ຮຽກຮ້ອງໃຫ້ເປີດການສືບສວນສອບສວນ
ຢ່າງຄົບຖ້ວນ ກ່ຽວ​ກັບເຫດການທີ່ໄດ້ເກີດຂຶ້ນ ໃນສັບປະດາ ກ່ອນໜ້າກອງປະຊຸມ
ສຸດຍອດ ຄັ້ງທີສອງ ລະຫວ່າງ ຜູ້ນຳຂອງຕົນ ທ່ານ ກິ່ມ ຈົງ ອຶນ ແລະ ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ.

ຄຳເຫັນຂອງເກົາຫຼີເໜືອ ກ່ຽວກັບ ການບຸກເຂົ້າກວດຄົ້ນ ຕໍ່ສະຖານທູດຂອງຕົນ ໃນ
ປະເທດສະເປນ ມີຂຶ້ນ ຫຼາຍກວ່ານຶ່ງເດືອນຜ່ານມາ ຫຼັງຈາກເຫດການ ເມື່ອວັນທີ 22
ກຸມພາ ໄດ້ຜ່ານພົ້ນໄປ ດັ່ງທີ່ລາຍລະອຽດຕ່າງໆ ຈາກການສືບສວນ ຢ່າງເປັນທາງ
ການ ໄດ້ເລີ້ມປາກົດອອກມາ.

ສາເຫດນຶ່ງທີ່ອາດເປັນໄປໄດ້ສຳລັບການຕອບໂຕ້ທີີ່ຫຼ້າຊ້າຂອງພຽງຢາງ ກໍແມ່ນ ວ່າ
ເກົາຫຼີເໜືອ ໄດ້ດຳເນີນການສືບສວນສອບສວນຂອງຕົນ ໃນເລື້ອງທີ່ເກີດຂຶ້ນ ແລະ
ພະຍາຍາມຈະລະບຸວ່າ ແມ່ນຫຍັງໄດ້ເກີດຂຶ້ນ ອີງຕາມຄຳ​ເວົ້າ ຂອງທ່ານ ແດນີລ
ພິງສຕັນ ອາຈານບັນລະຍາຍ ດ້ານສາຍສຳພັນ ລະຫວ່າງປະເທດ ຢູ່ທີ່ ມະຫາວິທະ-
ຍາໄລ ທຣອຍ ໃນນະຄອນຫຼວງໂຊລ ຂອງເກົາຫຼີໃຕ້.

ທ່ານໄດ້ກ່າວວ່າ “ຂັ້ນຕອນໃນການຕັດສິນໃຈ ຈະໃຊ້ເວລາຫຼາຍພໍສົມຄວນ ຢູ່ໃນ
ເກົາຫຼີເໜືອ ແລະຈະຕ້ອງຂຶ້ນມາຕາມລຳດັບຈົນເຖິງຂັ້ນສູງສຸດ ໃນກໍລະນີ ເຊັ່ນນີ້.
ສະນັ້ນ ຂ້າພະເຈົ້າຄຶດວ່າ ອັນນັ້ນເປັນເຫດຜົນ ທີ່ມັນໃຊ້ເວລາຫຼາຍພໍ ສົມຄວນ.”

ທ່ານພາກ ວອນ-ກອນ ຫົວ​ໜ້າຝ່າຍກິດຈະການດ້ານການຕ່າງປະເທດ ຢູ່ທີ່ມະຫາວິ-
ທະຍາໄລ ໂກ​ລ​ໂບ ຮານດົງ ກ່າວຕື່ມວ່າ ຊ່ວງເວລາຂອງກອງປະຊຸມສຸດຍອດ ຢູ່ທີ່
ນະຄອນຫຼວງ ຮາໂນ່ຍ ຍັງອາດເປັນເງື່ອນໄຂ ໃນການຕັດສິນໃຈຂອງ ພຽງຢາງ ທີ່ຈະ
ບໍ່ເອີ່ຍເຖິງເລື້ອງດັ່ງກ່າວ ໄວຂຶ້ນກວ່ານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG