ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ສະແດງທ່າທີທ້າທາຍ ໃນຂະນະທີ່ຄູ່ປໍລະປັກ ທຳການຫັນປ່ຽນປະເທດ


ເກົາຫຼີເໜືອ ສະແດງໃຫ້ເຫັນລູກສອນໄຟຂີປະນາວຸດຂອງຕົນໃນລະຫວ່າງ ການເດີນສວນສະໜາມ. 10 ຕຸລາ 2015.
ເກົາຫຼີເໜືອ ສະແດງໃຫ້ເຫັນລູກສອນໄຟຂີປະນາວຸດຂອງຕົນໃນລະຫວ່າງ ການເດີນສວນສະໜາມ. 10 ຕຸລາ 2015.

ໂດຍບໍ່ຄຳນຶງເຖິງການຕິຕຽນຈາກສາກົນ ແລະ ມາດຕະການລົງໂທດທີ່ຫຼາຍຂຶ້ນໃນປີ 2016 ນັ້ນ, ເກົາຫຼີເໜືອ ໄດ້ເລີ່ມພັດທະນາ ແລະ ສະໜັບສະໜູນໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງພວກເຂົາ, ແຕ່ຕໍ່ມາໄດ້ຢຸດຢ່າງກະທັນຫັນ, ເຊິ່ງເບິ່ງຄືວ່າຈະປະເມີນການປ່ຽນແປງດ້ານການເມືອງທີ່ຄາດບໍ່ເຖິງໃນ ສະຫະລັດ ແລະ ເກົາຫຼີໃຕ້.

ເກົາຫຼີເໜືອ ໄດ້ເລີ່ມຕົ້ນປີໃໝ່ ດ້ວຍການທົດລອງລະເບີດນິວເຄລຍທີ່ມີຄວາມແຮງສູງໃນເດືອນມັງກອນຕົ້ນປີ ຈົນເຮັດໃຫ້ເກີດແຜ່ນດິນໄຫວແຮງເຖິງ 5.1. ອົງການຂ່າວລັດຖະ ບານ KCNA ໄດ້ອ້າງວ່າກອງທັບໄດ້ທົດລອງລະເບີດນິວເຄລຍ ໄຮໂດຣເຈັນ ທີ່ມີຄວາມແຮງຫຼາຍກວ່າການທົດລອງລະເບີດປະລະມະນູໃນຄັ້ງທີ່ຜ່ານມາ 100 ເທົ່າ.

ແຕ່ນັກພວກນັກວິເຄາະບາງຄົນຍັງມີຄວາມສົງໄສຢູ່. ການວິເຄາະຕົວຢ່າງອາກາດ ແລະ ຂໍ້ມູນການສັ່ນສະເທືອນໄດ້ລະບຸວ່າ ການລະເບີດແມ່ນບໍ່ແຮງພໍ ທີ່ຈະເປັນລະເບີດ ໄຮ ໂດຣເຈັນ, ແລະ ເບິ່ງຄືວ່າຈະເປັນລະເບີດທຳມະດາ ທີ່ຖືກເຮັດຂຶ້ນດ້ວຍເຊື້ອເພີງປະສົມ.

ການທົດລອງລະເບີດນິວເຄລຍ ໄດ້ສິ້ນສຸດການຮ່ວມມືໄລຍະສັ້ນລະຫວ່າງ ສອງປະເທດ ເກົາຫຼີ, ໃນເວລາທີ່ ເກົາຫຼີເໜືອ ແລະ ໃຕ້ ໄດ້ຈັດການພົບປະທີ່ບໍ່ຄ່ອຍມີ ສຳລັບບັນດາຄອບຄົວທີ່ຖືກແຍກທາງໂດຍການແບ່ງແຍກກັນມາຫຼາຍທົດສະວັດ ແລະ ໄດ້ພິຈາລະນາເຖິງການແລກປ່ຽນທີ່ບໍ່ກ່ຽວຂ້ອງກັບການເມືອງປະເພດອື່ນໆນຳກັນ.

ດ້ວຍການທົດລອງເມື່ອເດືອນມັງກອນທີ່ຜ່ານມານັ້ນ, ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ໄດ້ປະກາດຄວາມຕັ້ງໃຈຂອງທ່ານຄັ້ງໃໝ່ ເພື່ອບັງຄັບໃຫ້ໂລກຍອມຮັບເອົາປະເທດຂອງທ່ານເປັນປະເທດນິວເຄລຍ ດ້ວຍນ້ຳສຽງອັນເດັດດ່ຽວ ແລະ ທ້າທາຍ, ແລະ ໄດ້ປະຕິເສດມະຕິສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ກ່ຽວກັບ ການຫ້າມໂຄງການນິວເຄລຍ ແລະ ລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ.

Undeterred by international rebukes and increased sanctions in 2016, North Korea set forth to advance and legitimize its nuclear and ballistic missile programs, but then paused suddenly, likely to assess unexpected political changes underway in the United States and South Korea.

North Korea began the year with a powerful nuclear bomb blast in January that caused a magnitude 5.1 earthquake. The state controlled news organization KCNA claimed the military had successfully tested a miniaturized thermonuclear hydrogen bomb 100 times more powerful than past atomic bomb tests.

But some analysts were skeptical. An examination of air samples and seismic data indicated the explosion was not powerful enough to be an H-bomb, and was more likely a conventional nuclear bomb made with enhanced fuels.

The nuclear test ended a brief period of inter-Korean cooperation during which the North and South arranged a rare reunion for families that have been separated by decades of division and considered other types of non-political exchanges.

With the January test, North Korean leader Kim Jong Un was setting a new, uncompromising and defiant tone, openly declaring his intention to force the world to accept his country as a nuclear state, and rejecting U.N. Security Council resolutions banning the North's nuclear and missile programs.

XS
SM
MD
LG