ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ອາດສົ່ງສັນຍານ ຂັ້ນຕອນໃໝ່ ໃນການຕໍ່ສູ້ກັບ ການລະບາດລະດັບໂລກ ຂອງໄວຣັສໂຄໂຣນາ


North Korea could be signaling new phase in pandemic battle
please wait

No media source currently available

0:00 0:02:42 0:00

ເຊີນຊົມວີດີໂອ ລາຍງານນີ້ ເປັນພາສາອັງກິດ

ຫຼັງຈາກທີ່ໄດ້ຢືນຢັດມາໄດ້ຫຼາຍເດືອນແລ້ວວ່າ ຕົນປາສະຈາກໄວຣັສໂຄໂຣນາ ໃນສັບປະດານີ້ ເກົາຫຼີເໜືອ ໄດ້ຍອມຮັບກໍລະນີທຳອິດທີ່ສົງໄສວ່າ ຕິດເຊື້ອໄວຣັສດັ່ງກ່າວ. ການຍອມຮັບນັ້ນ ອາດເປັນໄປໄດ້ວ່າ ເປັນສັນຍານຂອງແນວທາງໃໝ່ ຕໍ່ການລະບາດລະດັບໂລກຂອງໄວຣັສນີ້ ທີ່ມີທ່າແຮງຈະກາຍເປັນໄພຂົ່ມຂູ່ທີ່ໃຫຍ່ທີ່ສຸດຂອງເກົາຫຼີເໜືອ ໃນຫຼາຍປີຕໍ່ໜ້າ ດັ່ງທີ່ ບີລ ກາໂລ ນັກຂ່າວຂອງວີໂອເອ ລາຍງານມາຈາກນະຄອນຫຼວງໂຊລ ຂອງເກົາຫຼີໃຕ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ພວກຄົນພາຍນອກ ໄດ້ສັນນິຖານມາເປັນເວລາຍາວນານວ່າ ເກົາຫຼີເໜືອ ກຳລັງຮັບມືກັບການລະບາດຂອງໄວຣັສໂຄໂຣນາຢູ່. ໃນສັບປະດານີ້ ໃນທີ່ສຸດເກົາຫຼີເໜືອ ກໍໄດ້ຍອມຮັບແລ້ວ ຕາມແບບວິທີທາງຂອງຕົນເອງ.

ສື່ມວນຊົນຂອງທາງການ ກ່າວວ່າ ກໍລະນີທຳອິດທີ່ມີການຕິດເຊື້ອ ອາດຈະເປັນໄປໄດ້ວ່າແມ່ນຊາວເກົາຫຼີເໜືອຜູ້ໂຕນໜີ ເມື່ອບໍ່ດົນມານີ້ ໄດ້ກັບຄືນໄປປະເທດ.

ວີດີໂອການສຳພາດຜູ້ໂຕນໜີຈາກເກົາຫຼີເໜືອ ຜ່ານຢູທູບ:

https://www.youtube.com/watch?v=Vwox19aHHJc&t=795s

ຊາຍອາຍຸ 24 ປີ ທີ່ເຫັນຢູ່ໃນການສຳພາດຜ່ານທາງຢູທູບ (YouTube) ເມື່ອເດືອນແລ້ວນີ້ ໄດ້ຫລົບໜີເຂົ້າໄປໃນເກົາຫຼີໃຕ້ ໃນ 3 ປີກ່ອນ ຍ້ອນຄວາມທຸກຍາກ.

ເກົາຫຼີໃຕ້ ຍອມຮັບວ່າ ຊາຍຄົນນີ້ອາດໄດ້ລອຍນ້ຳກັບຄືນເຂົ້າໄປໃນເກົາຫຼີເໜືອ ແທ້ ແຕ່ກ່າວວ່າ ລາວອາດຈະບໍ່ມີເຊື້ອໄວຣັສໂຄໂຣນາກໍເປັນໄດ້.

ອັນນັ້ນ ບໍ່ເປັນບັນຫາຫຍັງສຳລັບເກົາຫຼີເໜືອ ອີງຕາມບັນດານັກວິເຄາະຈຳນວນນຶ່ງ ທີ່ກ່າວວ່າ ຜູ້ໂຕນໜີຄົນນີ້ ອາດເປັນໄປໄດ້ສູງ ທີ່ຈະຖືກໃຊ້ເປັນຂໍ້ແກ້ໂຕສຳລັບພຽງຢາງ ເພື່ອໃນທີ່ສຸດກໍຍອມຮັບວ່າ ມີການລະບາດພະຍາດນັ້ນ.

ທ່ານນາງດູຢອງ ກິມ ຢູ່ທີ່ກຸ່ມວິກິດການສາກົນ ກ່າວຜ່ານທາງ ສະໄກປ໌ ວ່າ “ເກົາຫຼີ ເໜືອ ບໍ່ຈໍາເປັນຕ້ອງປະຕິເສດເລື້ອງກໍລະນີຕິດເຊື້ອໄວຣັສໂຄໂຣນາທັງຫຼາຍນີ້ ອີກຕໍ່ໄປແລ້ວ. ແລະເກົາຫຼີເໜືອສາມາດເຮັດໄດ້ ຕົນສາມາດຖິ້ມໂທດໃສ່ໄດ້ຢ່າງງ່າຍດາຍ ຕໍ່ພວກຜູ້ໂຕນໜີ ແລະການນໍາເອົາກໍລະນີຕິດເຊື້ອທັງຫຼາຍເຂົ້າມາຈາກເກົາຫຼີໃຕ້.”

ເກົາຫຼີເໜືອ ໄດ້ປິດຊາຍແດນຂອງຕົນ ໃນເດືອນມັງກອນ -- ເປັນເວລາດົນນານ ກ່ອນປະເທດອື່ນໆສ່ວນຫຼາຍຈະເອົາມາດຕະການລະມັດລະວັງຕໍ່ໄວຣັສໂຄໂຣນາ ທີ່ຄ້າຍຄືກັນນັ້ນ.

ແຕ່ເຖິງຈະຢູ່ຢ່າງໂດດດ່ຽວເຊັ່ນນັ້ນ ກໍພາໃຫ້ເກີດບັນຫາດ້ານເສດຖະກິດ --ຊຶ່ງ ບາງທີອາດຈະໜັກໜ່ວງຫຼາຍກວ່າ ການເກີດຈາກມາດຕະການລົງໂທດຕ່າງໆຂອງນານາຊາດກໍເປັນໄດ້. ມັນອາດຈະອະທິບາຍເຖິງເຫດຜົນທີ່ວ່າເປັນຫຍັງເກົາຫຼີເໜືອ ມາບັດນີ້ ຖິ້ມໂທດໃສ່ເກົາຫຼີໃຕ້ ສຳລັບການລະບາດທີ່ອາດຈະເປັນໄປໄດ້ນັ້ນ.

ທ່ານນາງ ດູຢອງ ກິມ ກ່າວອີກວ່າ “ການເຊື່ອມໂຍງອັນນີ້ ຍັງສະໜອງການປົກປິດດ້ານການເມືອງໃຫ້ແກ່ທ່ານກິມ ຈົງ ອຶນ ດ້ວຍການບ່າຍບ່ຽງຄວາມສົນໃຈອອກຈາກການປະຕິບັດງານຂອງທ່ານ ໃນການຖິ້ມໂທດໃສ່ປັດໄຈຕ່າງໆຈາກພາຍນອກສຳລັບບັນຫາຫຍຸ້ງຍາກທາງສາທາລະນະສຸກຂອງຊາດ ແລະເສດຖະກິດ.”

ບາງທີມັນອາດເປັນໄພຄຸກຄາມທີ່ຍິ່ງໃຫຍ່ທີ່ສຸດຕໍ່ການປົກຄອງໄລຍະ 9 ປີ ຂອງທ່ານກິມ ຈົງ ອຶນ -- ໂດຍສະເພາະແລ້ວ ຖ້າມັນຫັນປ່ຽນເປັນການລະບາດຄັ້ງໃຫຍ່.

ບັນດານັກຊ່ຽວຊານ ກ່າວວ່າ ເກົາຫຼີເໜືອ ອາດຢູ່ໃນຖານະປ້ອງກັນການລະບາດລະດັບໂລກອັນນີ້ ຫລາຍກວ່າການຮັບມືກັບມັນ.

ທ່ານຄີ ພາກ ອາຈານຜູ້ບັນຍາຍຢູ່ມະຫາວິທະຍາແພດສາດຮາວາດ ກ່າວຜ່ານທາງສໄກພ໌ ວ່າ “ບໍ່ມີຜູ້ໃດຮູ້ຈັກຢ່າງແທ້ຈິງວ່າ ມີເຄື່ອງຊ່ອຍຫາຍໃຈຈັກເຄື່ອງ ໃນເກົາຫຼີເໜືອ. ແຕ່ຢ່າງເກັ່ງມັນກໍບໍ່ສາມາດມີຫຼາຍກວ່າສອງສາມຮ້ອຍເຄື່ອງດອກ ຕາມການຄາດເດົາຂອງຂ້າພະເຈົ້າ….ອັນນັ້ນ ມັນບໍ່ພຽງພໍທີ່ຈະຮັກສາປິ່ນປົວການລະບາດຄັ້ງໃຫຍ່ ໂດຍທີ່ມີຫຼາຍພັນຄົນ ແລະຜູ້ປ່ວຍຫຼາຍພັນຄົນທີ່ຈະເຂົ້າມາປິ່ນປົວ.”

ທ່ານຄີ ພາກ ເດີນທາງໄປຍັງເກົາຫຼີເໜືອຢູ່ເລື້ອຍໆ ເພື່ອແລກປ່ຽນດ້ານການແພດ. ທ່ານກ່າວວ່າໃນຂະນະທີ່ບັນດາກຸມຊ່ວຍເຫຼືອສາກົນ ໄດ້ບໍລິຈາກອຸປະ ກອນທີ່ກ່ຽວຂ້ອງກັບພະຍາດໂຄວິດ ໃຫ້ແກ່ເກົາຫຼີເໜືອ ຍັງມີຫຼາຍຢ່າງທີ່ຄວນຈະເຮັດ.

ທ່ານຄີ ພາກ ກ່າວຜ່ານທາງສະໄກພ໌ ວ່າ “ມັນເປັນເລື້ອງທີ່ໜ້າເປັນຫ່ວງ ແມ່ນບໍ່? ທ່ານຮູ້ບໍ່ວ່າ ພວກຄົນປ່ວຍຍ້ອນໂຄວິດເຫຼົ່ານີ້ ສາມາດປ່ວຍໜັກໄດ້ຢ່າງວ່ອງໄວ ແລະມັນສາມາດຖ້ວມລົ້ນແມ່ນກະທັງລະບົບສາທາລະນະສຸກທີ່ດີທີ່ສຸດໄດ້.”

ສື່ມວນຊົນຂອງທາງການ ສືບຕໍ່ລາຍງານສະຖານະການວ່າ ຢູ່ພາຍໃຕ້ການຄວບຄຸມໄດ້.

ທ່ານກິມ ຜູ້ທີ່ຫາຍໄປຈາກສາຍຕາ ຢ່າງຜິດປົກກະຕິ ເປັນເວລາໄລຍະຍາວນານຫລາຍຄັ້ງ ໃນລະຫວ່າງການລະບາດຂອງໄວຣັສດັ່ງກ່າວ ແລ້ວເມື່ອບໍ່ດົນມານີ້ ກໍໄດ້ປາກົດໂຕຕໍ່ມະຫາຊົນຫຼາຍຂຶ້ນເລື້ອຍໆ.

ແຕ່ບັນດາເຈົ້າໜ້າທີ່ເກົາຫຼີເໜືອ ຍັງໄດ້ເຕືອນເຖິງຄວາມຈຳເປັນທີ່ຕ້ອງໄດ້ລະມັດລະວັງຫຼາຍຂຶ້ນ ໂດຍກ່າວວ່າ ສະຖານະການອາດຫັນປ່ຽນເຂົ້າສູ່ “ໄພອັນຕະລາຍຮ້າຍແຮງແລະຄວາມພິນາດ.”

After months of insisting it was completely coronavirus-free, North Korea this week acknowledged its first suspected infection. That admission signals a possible new approach to a pandemic that has the potential to become North Korea’s biggest threat in years, as VOA’s Bill Gallo reports from Seoul.

Outsiders long assumed North Korea was dealing with a coronavirus outbreak. This week, the North finally admitted that, in its own way.

State media says the first possible case was a North Korean defector who recently returned.

The 24-year-old, seen here in a YouTube interview last month, fled to South Korea three years ago because of poverty.

South Korea acknowledged the man likely did recently swim back into North Korea but says he probably did not have the coronavirus.

That’s no problem for North Korea, according to some analysts who say the defector is likely an excuse for Pyongyang to finally acknowledge an outbreak.

(Duyeon Kim, International Crisis Group)

“North Korea does not need to deny anymore coronavirus infection cases. And it can

It can blame, easily, its epidemic on defectors and imported cases from South Korea.”

North Korea sealed its borders in January -- long before most other countries took similar coronavirus precautions.

But with that isolation has come economic pain - perhaps even more than from international sanctions. It may explain why North Korea is now blaming the South for a possible outbreak.

(Duyeon Kim, International Crisis Group)

“This linkage also provides political cover for Kim Jong Un by deflecting attention away from his performance to blaming external factors for national health and economic difficulties.”

It is perhaps the biggest threat yet to Kim Jong Un’s nine-year-rule -- especially if it turns into a major outbreak.

Experts say North Korea may be better placed to prevent a pandemic than to deal with one.

(Kee Park, Lecturer, Harvard Medical School)

“No one really knows how many ventilators North Korea has. But it can't be more than a couple hundred is my best guess...that’s not enough to treat a major outbreak with thousands and thousands of patients coming in.”

Kee Park frequently travels to North Korea for medical exchange trips. He says while international aid groups have donated COVID equipment to the North, more should be done.

(Kee Park, Lecturer, Harvard Medical School)

“It’s a bit worrisome, right? You know, that these COVID patients can get very sick quickly and it can overwhelm even the best health systems.”

State media continue to portray the situation as under control.

Kim, who was unusually absent for several prolonged periods during the pandemic, has recently appeared in public more often.

But North Korean officials have also warned that more vigilance is needed, saying the situation could turn into a “deadly and destructive disaster.”

XS
SM
MD
LG