ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີເໜືອ ກ່າວອ້າງວ່າ ຕົນໄດ້ຍິງທົດລອງລູກສອນໄຟ ໃນໄລ​ຍະໄກສຸດ ນັບແຕ່ປີ 2017 ມາ


ເກົາຫຼີເໜືອ ໃນວັນທີ 31 ມັງກອນ 2022 ສະແດງໃຫ້ເຫັນ ໃນອັນທີ່ ເກົາຫຼີເໜືອເວົ້າວ່າ ເປັນການຍິງທົດລອງ ລູກສອນໄຟຮວາຊອງ-12.
ເກົາຫຼີເໜືອ ໃນວັນທີ 31 ມັງກອນ 2022 ສະແດງໃຫ້ເຫັນ ໃນອັນທີ່ ເກົາຫຼີເໜືອເວົ້າວ່າ ເປັນການຍິງທົດລອງ ລູກສອນໄຟຮວາຊອງ-12.

ສື່ມວນ​ຊົນ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ ​ໄດ້ໃຫ້​ການ​ຢືນ​ຢັນ​ ກ່ຽວ​ກັບ​ການ​ທົດ​ລອງ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ​ໄລ​ຍະ​ປານ​ກາງ​ຂອງ​ປະ​ເທດ​ດັ່ງ​ກ່າວ ຊຶ່ງ​ເປັນ​ການ​ຍິງລູກ​ສອນ​ໄຟ ​ໃນ​ໄລ​ຍະ​ໄກ​ທີ່​ສຸດ​ຂອງ​ພຽງ​ຢາງ ໃນ​ຮອບ​ສີ່​ປີກວ່າໆ.

ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ເກົາ​ຫຼີ ຫຼື KCNA ກ່າວ​ວ່າ ການ​ທົດ​ລອງນີ້​ແມ່ນ​ເພື່ອ ກວດ​ພິ​ສູດເບິ່ງ​ຄວາມ​ຖືກ​ຕ້ອງ​ແມ່ນ​ຢຳ​ຂອງ​ລູກ​ສອນ​ໄຟ​ຮ​ວາ​ຊອງ-12 ທີ່​ໄດ້​ຍິງໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດ​ວານນີ້ ຈາກ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປະເທດ.

ສື່ມວນ​ຊົນ​ຂອງ​ທາງ​ການ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮູບ​ພາບ ບໍ່​ພຽງ​ແຕ່​ຂອງ​ລູກ​ສອນ​ໄຟພຸ່ງ​ອອກ​ມາ​ຈາກ​ຖານ​ຍິງ​ເຄື່ອນ​ທີ່ ໃນ​ບໍ​ລິ​ເວນ​ປ່າ​ເທົ່າ​ນັ້ນ ແຕ່​ຍິງ​ໄດ້​ສະ​ແດງໃຫ້​ເຫັນຮູບ​ພາບ 2 ແຜ່ນເບິ່ງ​ກັບ​ຄືນ​ມາ​ຍັງ​ໂລກ ຊຶ່ງ​ໄດ້​ຖ່າຍ​ໂດຍ​ກ້ອງ​ທີ່​ຕິດ​ຕັ້ງໃສ່​ຫົວ​ລະ​ເບີດ ຫຼັງ​ຈາກ​ໄດ້​ບິນ​ຂຶ້ນ​ໄປ​ຮອດ​ຊັ້ນ​ນອກ​ຂອງ​ອະ​ວະ​ກາດ​ແລ້ວ.

ເກົາ​ຫຼີ​ໃຕ້​ກ່ອນ​ໜ້ານີ້​ກ່າວ​ວ່າ ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ບິນ​ຂຶ້ນ​ຮອດ​ລະ​ດັບ​ປະ​ມານ 2,000 ກິ​ໂລ​ແມັດໃນ​ທາງ​ຕັ້ງ ກ່ອນຈະ​ຕົກ​ລົງ​ມາ​ປະ​ມານ 800 ກິ​ໂລ​ແມັດ​ຫ່າງ​ຈາກ​ບ່ອນ​ຍິງ.

ເກົາ​ຫຼີ​ເໜືອ​ໄດ້​ໃຊ້​ວິ​ທີຍິງ​ຂຶ້ນ​ສູງ​ແຕ່​ໃຫ້​ຕົກ​ຢູ່​ໃນ​ໄລ​ຍະ​ທີ່​ຕົນ​ກຳ​ນົດ​ໄວ້ “ເພື່ອ​ເຫັນ​ແກ່​ຄວາມ​ປອດ​ໄພ ​ຂອງບັນ​ດາ​ປະ​ເທດ​ເພື່ອນ​ບ້ານ” ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ KCNA.

ການ​ຍິງ​ລູກ​ສອນ​ໄຟ​ຂອງ​ເກົາ​ຫຼີ​ເໜືອ ບາງ​ຄັ້ງ​ບາງ​ຄາວ​ກໍ​ໄດ້​ບິນ​ຜ່ານ​ປະ​ເທດ​ຍີ​ປຸ່ນ ຊຶ່ງ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ​ໃຫ້​ແກ່​ພວກ​ຜູ້​ນຳ​ຂອງ​ຍີ​ປຸ່ນ.

ລູກ​ສອນ​ໄຟ​ຮ​ວາ​ຊອງ-12 (Hwasong-12) ມີ​ລັດ​ສະ​ໝີ​ຍິງ​ໄດ້ປະ​ມານ 4,500 ກິ​ໂລ​ແມັດ ອີງ​ຕາມ​ພວກ​ນັກ​ວິ​ເຄາະ​ ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ.

ນີ້​ແມ່ນ​ການ​ຍິງ​ລູກ​ສອນ​ໄຟ​ໃນໄລ​ຍະໄກ​ທີ່​ສຸດ​ຂອງ​ເກົາ​ຫຼີ​ເໜືອ ນັບ​ແຕ່​ປີ 2017 ເປັນ​ຕົ້ນ​ມາ ເວ​ລາ​ເກົາ​ຫຼີ​ເໜືອ​ໄດ້​ຍິງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຂ້າມ​ທະ​ວີບ 2 ລູກ ໃນ​ລະ​ຫວ່າງ​ທີ່​ມີ​ຄວາມ​ເຄັ່ງ​ຕຶງ​ໃນ​ລະ​ດັບ​ສູງ​ສຸດ ລະ​ຫວ່າງ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ກິມ ຈົງ ອຶນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ​ ທ່ານ​ດໍ​ໂນ​ລ ທ​ຣຳ ໃນ​ເວ​ລານັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG