ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ກ່າວວ່າ ທ່ານ ກິມ ຈົງ ອຶນ ຢືນຢັນ ເຖິງ ຄວາມໝາຍໝັ້ນ ທີ່ຈະເຮັດໃຫ້ ແຫຼມເກົາຫຼີ ປອດນິວເຄລຍ


China North Korea Reax
please wait

No media source currently available

0:00 0:02:09 0:00

ຈີນ ກ່າວວ່າ ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໄດ້ຢືນຢັນ ໃນລະຫວ່າງການຢ້ຽມຢາມ
ປັກກິ່ງ ທີ່ປິດລັບ ຕໍ່ຄວາມໝາຍໝັ້ນຂອງທ່ານ ທີ່ຈະເຮັດໃຫ້ແຫຼມເກົາຫຼີ ເປັນເຂດປອດ
ນິວເຄລຍ ແລະ ເຂົ້າຮ່ວມໃນການເຈລະຈາ ກັບເກົາຫຼີໃຕ້ ແລະ ສະຫະລັດ.

ອົງການຂ່າວ ຊິນຫົວ ຂອງທາງການຈີນ ເຊິ່ງໄດ້ນຳເອົາຮູບພາບ ຂອງຜູ້ນຳເກົາຫຼີເໜືອ
ກັບປະທານປະເທດຈີນ ທ່ານ ສີ ຈິ່ນຜິງ ລົງເຜີຍແຜ່ໄດ້ລາຍງານວ່າ ທ່ານ ກິມ ແລະ
ພັນລະຍາຂອງທ່ານ ທ່ານນາງ ຣີ ໂຊລ ຈູ ໄດ້ໄປຢ້ຽມຢາມ ປັກກິ່ງ ຢ່າງບໍ່ເປັນທາງການ
ຈາກວັນອາທິດຜ່ານມານີ້ ຮອດວັນພຸດມື້ນີ້ ແລະ ໄດ້ເຂົ້າຮ່ວມງານລ້ຽງ ຢູ່ໃນ ຫໍສາລາ
ປະຊາຊົນ ກັບ ທ່ານ ສີ ແລະ ພັນລະຍາຂອງທ່ານ ທ່ານນາງ ເຜິງ ລີຢວນ.

Analyst: N. Korea Seeks China's Support Ahead of US, S. Korea Meetings
please wait

No media source currently available

0:00 0:02:34 0:00

ໃນລະຫວ່າງການພົບປະກັນຢູ່ນັ້ນ ຜູ້ນຳທັງສອງ ໄດ້ກ່າວຢ້ຳເຖິງຄວາມສຳຄັນຂອງ
ການຮັກສາຄວາມເປັນພັນທະມິດອັນໃກ້ຊິດໄວ້ ລະຫວ່າງ ຈີນ ແລະເກົາຫຼີເໜືອ
ທີ່ໄດ້ເກີດຄວາມເຄັ່ງຕຶງຂຶ້ນ ຕະຫຼອດໄລຍະ ການທ້າທາຍຂອງພຽງຢາງ ກ່ຽວກັບການ
ທົດລອງນິວເຄລຍ ແລະ ລູກສອນໄຟຂີປະນາວຸດ ນັ້ນ. ທ່ານ ສີ ໄດ້ສະໜັບສະໜູນ
ມາດຕະການລົງໂທດ ທີ່ໜັກຂຶ້ນ ທີ່ນຳພາໂດຍສະຫະລັດ ເພື່ອກົດດັນ ທ່ານ ກິມ
ໃຫ້ກັບຄືນເຂົ້າມາເຈລະຈາ ເພື່ອຍຸຕິໂຄງການນິວເຄລຍຂອງທ່ານ ທີ່ເປັນໄພຂົ່ມຂູ່
ໃນການແລກປ່ຽນ ເພື່ອໃຫ້ຍຸຕິ ຂໍ້ຈຳກັດຕ່າງໆທາງດ້ານເສດຖະກິດ ການເພີ່ມການ
ຊ່ວຍເຫຼືອ ແລະສະໜອງການຄ້ຳປະກັນຄວາມປອດໄພ.

ໃນສອງສາມເດືອນຜ່ານມານີ້ ທ່ານ ກິມ ກ່ອນໜ້ານີ້ ໄດ້ສະແດງອອກທ່າທີ ບໍ່ຍິນຍອມ
ທີ່ຈະເຈລະຈາຂອງທ່ານ ໂດຍກ່າວວ່າ ເກົາຫຼີເໜືອ ບັດນີ້ ເປັນປະເທດທີ່ມີອາວຸດ
ນິວເຄລຍ. ແຕ່ໃນທາງກົງກັນຂ້າມ ທ່ານໄດ້ເຄື່ອນໄຫວ ເພື່ອຫລຸດຜ່ອນຄວາມເຄັ່ງຕຶງ
ດ້ວຍການໂຈະການທົດລອງ ນິວເຄລຍ ແລະລູກສອນໄຟ ການເຂົ້າຮ່ວມໃນການແຂ່ງ
ຂັນກິລາໂອລິມປິກ ເມື່ອບໍ່ດົນມານີ້ ຢູ່ທີ່ເກົາຫຼີໃຕ້ ແລະການສະເໜີທີ່ຈະພົວພັນ ໃນ
ການເຈລະຈາ ນິວເຄລຍ ກັບປະທານາທິບໍດີ ເກົາຫຼີໃຕ້ ທ່ານ ມູນ ແຈ-ອິນ ທີ່ໄດ້ຖືກ
ວາງແຜນເອົາໄວ້ ໃນເດືອນເມສາ ຈະມາເຖິງນີ້ ແລະ ກັບປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ທີ່ຄາດກັນວ່າ ຈະມີຂຶ້ນໃນເດືອນພຶດສະພາ ນີ້.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ກ່າວຄຳປາໄສ ໃນລະຫວ່າງ ພິທີຈົບການສຶກສາ ຂອງວິທະຍາໄລ ການປ້ອງກັນປະເທດ (National Defense Academy) ໃນນະຄອນ ໂຢໂກຊູກາ ຂອງເທດສະບານ ການາກາວາ, ປະເທດຍີ່ປຸ່ນ, ວັນທີ 18 ມີນາ 2018.
ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊີນໂຊ ອາເບະ ກ່າວຄຳປາໄສ ໃນລະຫວ່າງ ພິທີຈົບການສຶກສາ ຂອງວິທະຍາໄລ ການປ້ອງກັນປະເທດ (National Defense Academy) ໃນນະຄອນ ໂຢໂກຊູກາ ຂອງເທດສະບານ ການາກາວາ, ປະເທດຍີ່ປຸ່ນ, ວັນທີ 18 ມີນາ 2018.

ທ່ານ ກິມ ໄດ້ບອກ ທ່ານ ສີ ວ່າ ທ່ານພ້ອມແລ້ວ ທີ່ຈະແກ້ໄຂ “ບັນຫາຂອງການເຮັດ
ໃຫ້ເປັນເຂດປອດນິວເຄລຍ”
ຕາບໃດທີ່ເກົາຫຼີໃຕ້ ແລະ ສະຫະລັດ “ຕອບສະໜອງ
ຕໍ່ຄວາມພະຍາຍາມຂອງພວກເຮົາ ດ້ວຍເຈດຕະນາດີ ສ້າງບັນຍາກາດ ຂອງ
ສັນຕິພາບ ແລະ ສະຖຽນລະພາບ ໃນຂະນະດຽວກັນ ເອົາບາດກ້າວທີ່ກ້າວໜ້າ
ແລະມາດຕະການທີ່ກົມກືນ ເພື່ອໃຫ້ສັນຕິພາບເກີດເປັນຈິງໄດ້”
ອີງຕາມລາຍງານ
ຂອງຊິນຫົວ.

ຫົວເລື້ອງຂອງໜັງສືພິມສະບັບນຶ່ງ ບອກເຖິງ ແຜນການກອງປະຊຸມສຸດຍອດ ລະຫວ່າາງ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖືກວາງສະແດງໃຫ້ເຫັນ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 10 ມີນາ 2018.
ຫົວເລື້ອງຂອງໜັງສືພິມສະບັບນຶ່ງ ບອກເຖິງ ແຜນການກອງປະຊຸມສຸດຍອດ ລະຫວ່າາງ ຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ແລະ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຖືກວາງສະແດງໃຫ້ເຫັນ ຢູ່ທີ່ສະຖານີລົດໄຟໃຕ້ດິນ ໃນນະຄອນຫຼວງ ໂຊລ ຂອງເກົາຫຼີໃຕ້, ວັນທີ 10 ມີນາ 2018.

ໃນວັນພຸດມື້ນີ້ ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ລາຍງານ
ກ່ຽວກັບການຢ້ຽມຢາມຈີນຂອງທ່ານ ກິມ ແຕ່ບໍ່ໄດ້ເອີ່ຍເຖິງຄຳສັນຍາຂອງທ່ານ ທີ່ຈະ
ເຮັດໃຫ້ເປັນເຂດປອດນິວເຄລຍ ຫຼື ກອງປະຊຸມສຸດຍອດ ທີ່ຈະມີຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG