ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ ຄາ​ໂຣ​ໄລ​ນາ​ເໜືອ ຈະ​ຈັດ​ການ​ເລືອກ​ຕັ້ງ​ພິ​ເສດຂຶ້ນ


ພະ​ນັກ​ງານ​ການ​ເລືອກ​ຕັ້ງ​ຄົນ​ນຶ່ງ ຍ່າງ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເມືອງ ຊາ​ລັອດ, ລັດ​ຄາ​ໂຣ​ໄລ​ນາ​ເໜືອ. 24 ເມ​ສາ, 2019.
ພະ​ນັກ​ງານ​ການ​ເລືອກ​ຕັ້ງ​ຄົນ​ນຶ່ງ ຍ່າງ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ເມືອງ ຊາ​ລັອດ, ລັດ​ຄາ​ໂຣ​ໄລ​ນາ​ເໜືອ. 24 ເມ​ສາ, 2019.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ເຂດ​ທີ 9 ຂອງລັດ ຄາ​ໂຣ​ໄລ​ນາ​ເໜືອ ຈະ​ພາ​ກັນ​ໄປ​ລົງ​ຄະ
ແນນສຽງເລືອກຕັ້ງໃນວັນອັງຄານມື້ອື່ນ ເພື່ອການເລືອກຕັ້ງຂັ້ນຕົ້ນຮອບພິເສດ ທີ່ຈະ
ຕັດສິນວ່າ ສະມາຊິກພັກຣີພັບບລີກັນ ຄົນໃດ ຈະໄດ້ແຂ່ງຂັນກັບສະມາຊິກພັກເດໂມ
ແຄຣັດ ທ່ານ ແດນ ແມັກເຄຣດີ ສຳລັບຕຳແໜ່ງໃນສະພາຕ່ຳ ສະຫະລັດ.

ທ່ານ ແມັກ​ເຄ​ຣດີ ໄດ້​ເສຍໄຊ​ໃຫ້​ທ່ານ ມາກ ແຮ​ຣິ​ສ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ໂດຍ​ຄະ
ແນນສຽງພຽງ 905 ຄະແນນໃນການເລືອກຕັ້ງທົ່ວໄປ ທີ່ຖືກຈັດຂຶ້ນໃນເດືອນກັນຍາປີ
2018. ແຕ່ຜົນຂອງຄະແນນດັ່ງກ່າວແມ່ນບໍ່ເຄີຍຖືກຢືນຢັນ ຍ້ອນການກ່າວຫາ ກ່ຽວ
ກັບ ການສໍ້ໂກງບັດຄະແນນສຽງ ຜູ້ທີ່ບໍ່ໄດ້ໄປສະຖານທີ່ປ່ອນບັດ.

ຄະ​ນະ​ກຳ​ມະ​ການ ການ​ເລືອກ​ຕັ້ງ​ຂອງ​ລັດ ຄາ​ໂຣ​ໄລ​ນາເໜືອ ໄດ້​ສັ່ງ​ໃຫ້​ຈັດ​ການ​ເລືອກ
ຕັ້ງຮອບໃໝ່ ຫຼັງຈາກການກ່າວຫາໄດ້ປາກົດອອກມາວ່າ ຜູ້ບໍລິຫານການໂຄສະນາຫາ
ສຽງຂອງທ່ານ ແຮຣິສ, ທ່ານ ເລັສລີ ແມັກແຄຣ ໂດລສ໌ ອາດໄດ້ໄປຫຍຸ້ງກ່ຽວກັບ ບັດ
ຄະແນນສຽງ ຂອງຜູ້ທີ່ບໍ່ສາມາດໄປປ່ອນບັດໄດ້ ທີ່ຖືກສົ່ງທາງໄປສະນີ.

ອີງ​ຕາມ​ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ​ນັ້ນ, ທ່ານ ໂດ​ລ​ສ໌ ໄດ້​ປ​ະ​ຕິ​ບັດ​ການ​ເກັບ
ກຳບັດຄະແນນສຽງ” ຢ່າງຜິດກົດໝາຍ ໃນເວລາທີ່ລາວເຮັດວຽກໃຫ້ທ່ານ ແຮຣິສ. ທ່ານ
ໂດລສ໌ ກັບ ຜູ້ຊ່ວຍຂອງເພິ່ນ ໄດ້ຊ່ວຍຜູ້ລົງຄະແນນສຽງຮັບບັດຄະແນນສຽງຜູ້ທີ່ບໍ່ສາ
ມາດໄປປ່ອນບັດໄດ້ ແລະ ຫຼັງຈາກນັ້ນກໍໄດ້ຮວບຮວມບັດທີ່ຖືກຕື່ມຂໍ້ມູນໃສ່ ດ້ວຍການ
ສະເໜີວ່າຈະເອົາມັນໃສ່ໃນຈົດໝາຍໄປສະນີໃຫ້.

ພະ​ນັກ​ງານ​ຂອງ​ທ່ານ ໂດ​ລ​ສ໌ ໃນ​ເມືອງ ເບ​ລ​ເດັນ ທີ່​ຕັ້ງ​ຢູ່​ເຂດ​ຊົນ​ນະ​ບົດ​ໄດ້​ຢືນ​ຢັນ​ວ່າ
ເຂົາເຈົ້າໄດ້ຖືກຊີ້ນຳໃຫ້ເກັບປັດຄະແນນສຽງເປົ່າ ຫຼື ຕື່ມໃສ່ແລ້ວຈາກຜູ້ລົງຄະແນນສຽງ,
ລັກເຊັນໃສ່ມັນ ແລະ ແມ່ນກະທັ້ງຕື່ມຄະແນນສຽງໃຫ້ຜູ້ລົງແຂ່ງຂັນທ້ອງຖິ່ນ. ໂດຍທົ່ວ
ໄປແລ້ວມັນຜິດກົດໝາຍໃນລັດ ຄາໂຣໄລນາເໜືອ ທີ່​ຄົນ​ບາງ​ຄົນ ນອກ​ຈາກ​ຜູ້​ລົງ​ຄະ​
ແນນສຽງ ຫຼື ສະມາຊິກຄອບຄົວຂອງເຂົາເຈົ້າ ທີ່ຈະຮັບຜິດຊອບກັບບັດຄະແນນສຽງທີ່
ຕື່ມແລ້ວໆ ຂອງຄົນບາງຄົນ.

ທ່ານ ແຮ​ຣິ​ສ ໄດ້​ປະ​ຕິ​ເສດ​ທີ່​ຈະ​ລົງ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ພິ​ເສດດັ່ງກ່າວ.

ມີ​ສະ​ມາ​ຊິ​ກ​ພັກ​ຣີ​ພັບ​ບ​ລີ​ກັນ 10 ຄົນ ທີ່​ລົງ​ແຂ່ງ​ຂັນ​ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ. ຖ້າ​ບໍ່​ມີ​ຄົນ
ໃດໄດ້ຮັບຄະແນນສຽງເຖິງ 30 ເປີເຊັນ ຫຼື ຫຼາຍກວ່ານັ້ນ, ການເລືອກຕັ້ງເບື້ອງຕົ້ນຂັ້ນຊີ້
ຂາດ ກໍຈະຖືກຈັດຂຶ້ນໃນວັນທີ 10 ກັນຍາ ແລະ ການເລືອກຕັ້ງທົ່ວໄປຈະຖືກຍ້າຍໄປ
ໃສ່ວັນທີ 5 ພະຈິກ.

ແນວ​ໃດ​ກໍ​ຕາມ, ຖ້າ​ຜູ້​ຊະ​ນະ​ເລີດ​ມີ​ຂຶ້ນ​ມາ​ຢ່າງ​ຈະ​ແຈ້ງ, ຜູ້​ລົງ​ແຂ່ງ​ຂັນ​ຄົນ​ດັ່ງ​ກ່າວ ກໍ​ຈະ
ໄດ້ແຂ່ງກັບທ່ານ ແມັກເຄຣດີ ໃນການເລືອກຕັ້ງທົ່ວໄປໃນວັນທີ 10 ກັນຍາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG