ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາງວັນ Nobel ສາຂາເຄມີ ຕົກເປັນຂອງ ນັກພັດທະນາ 'ເຄື່ອງຈັກນ້ອຍ ທີ່ສຸດຂອງໂລກ'

ພາບຂອງຜູ້ຊະນະເລີດ ລາງວັນ Nobel ສາຂາເຄມີ ຄື: ທ່ານ Jean-Pierre Sauvage, ທ່ານ J Fraser Stoddart ແລະ ທ່ານ Bernard L Feringa ໄດ້ປາກົດຢູ່ທີ່ຈໍໂທລະພາ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໂດຍ ສະຖາບັນການສຶກສາ ດ້ານວິທະຍາສາດ ຂອງຣາຊະອານາຈັກ ສະວີເດັນ ໃນນະຄອນຫຼວງ Stockholm, ປະເທດສະວີເດັນ, ວັນທີ 5 ຕຸລາ 2016.

ຄະນະກຳມະການຕັດສິນລາງວັນ Nobel ໄດ້ມອບລາງວັນ Nobel ສາຂາເຄມີ ໃຫ້ແກ່ນັກວິທະຍາສາດ 3 ທ່ານ ຄື ທ່ານ Jean-Pierre Sauvage, ທ່ານ James Fraser Stoddart ແລະທ່ານ Bernard Feringa ​ໃນວັນພຸດມື້ນີ້ ຍ້ອນຜົນງານ ການສ້າງເຄື່ອງຈັກໂມເລກຸນ ຂອງທັງສາມທ່ານນັ້ນ.

ບັນດາຜູ້ທີ່ໄດ້ຮັບລາງວັນທັງ​ສາມ ໄດ້ອອກແບບ ແລະ ຜະລິດເຄື່ອງຈັກໂມເລກຸນ ທີ່ ສາມາດຜະລິດໂມເລກຸນທີ່ບາງກວ່າເສັ້ນຜົມເຖິງ 1,000 ເທົ່າ ແລະ ມີສ່ວນຕ່າງໆ ທີ່ເຄື່ອນຍ້າຍໄດ້ ໃນເວລາຕື່ມພະລັງໃສ່.

ເຄື່ອງຈັກດັ່ງກ່າວ ຊຶ່ງມີການເຄື່ອໄຫວຕ່າງໆ ທີ່ຈະສາມາດຄວບຄຸມໄດ້ ແລະ ສາມາດ ນຳໄປໃຊ້ເພື່ອໃຫ້ເຮັດວຽກງານ ໃນຂະໜາດສິ່ງທີ່ນ້ອຍທີ່ສຸດ ຊຶ່ງອາດນຳໄປສູ່ ການ ພັດທະນາຕື່ມອີກ ໃນການສ້າງວັດຖຸໃໝ່ໆ ແລະ ລະບົບການສະສົມພະລັງໄວ້.

ສະຖາບັນການສຶກສາ ດ້ານວິທະຍາສາດຂອງຣາຊະ​ອານ​ຍາ​ຈັກສະວີເດັນ ກ່າວວ່າ “ເຄື່ອງຈັກໂມເລກຸນ ແມ່ນຢູ່ໃນຂັ້ນດຽວກັນກັບ ເຄື່ອງຈັກໄຟຟ້າ ເມື່ອຊຸມ​ປີ 1830 ໃນເວລາ ບັນດານັກວິທະຍາສາດ ໄດ້ສະແດງໃຫ້ເຫັນລໍ້ທີ່ຫັນດ້ວຍເຫຼັກໝຸນ ຫຼາຍ ຊະນິດ ໂດຍບໍ່ຮູ້ວ່າ ພວກມັນຈະນຳໄປສູ່ ລົດໄຟໃຊ້ພະລັງໄຟຟ້າ ຈັກສັກເຄື່ອງ ພັດລົມ ແລະ ເຄື່ອງບົດອາຫານ ຕ່າງໆເປັນຕົ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Nobel Prize Chemistry
please wait
Embed

No media source currently available

0:00 0:01:11 0:00

XS
SM
MD
LG