ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ່ມີຮ່ອງຮອຍ ດາວຫາງ ISON ຫຼັງຈາກ ໂຄຈອນອ້ອມ ພະອາທິດ


ດາວຫາງ ISON ​​
ດາວຫາງ ISON ​​
ບັນດາ​ນັກວິທະຍາສາດກ່າວ​ວ່າ ການ​ເດີນທາງ​ຂອງດາວຫາງ
ISON ມາເປັນ​ເວລາຫ້າ​ລ້ານ​ປີຈາກ​ເຂດທີ່​ໄກ​ສຸດຂອງລະບົບ
ສຸລິຍະ​ຈັກກະວານນັ້ນ ປະກົດ​ວ່າ​ ໄດ້​ສີ້ນສຸດລົງ ໃນການ​ເດີນ
ທາງ​ ແຕ່​ພຽງ​ຖ້ຽວ​ດຽວ ອ້ອມພະ​ອາທິດ.

ບັນດານັກດາຣາສາດກ່າວ​ວ່າ ດາວຫາງ ISON ​ທີ່​ມີຫາງ​ຍາວ
​ແລະ​ຮຸ່ງ​ແຈ້ງ ​ນັ້ນ ໄດ້​ໂຄຈອນ​ຫ່າງ​ຈາກ​ພື້ນຜິວ​ຂອງພະ​ອາທິດ
​ພຽງ​ແຕ່ 1 ລ້ານ 2 ​ແສນ​ກິ​ໂລ​ແມັດ​ໃນ​ເວລາ 18 ​ໂມງ 37 ຂອງ
​ເວລາ​ມາດຕະຖານ​ສາກົນ ​ໃນ​ວັນ​ພະຫັດ​ວານ​ນີ້. ບັນດາກ້ອງ
ສ່ອງ​ດວງ​ດາວ ທີ່​ຈ້ອງ​ໄປ​ໃສ່​ພະ​ອາທິດ ບໍ່​ໄດ້​ພົບ​ເຫັນ​ຮ່ອງ​ຮອຍ
​ຂອງ​ດາວຫາງນີ້ ​ໂຜ່ໂຕ​ອອກ​ມາ​ຈາກອີກກໍ້າ​ນຶ່ງຂອງ​ພະ​ອາທິດ​ເລີຍ​.

ຢູ່ໃນ​ຈຸດໃກ້​ທີ່​ສຸດດາວຫາງ ISON ​ທີ່ເດີນທາງ​ດ້ວຍຄວາ​ມ​ໄວ 350 ກິ​ໂລ​ແມັດ​ຕໍ່​ວິນາ​ທີນັ້ນ
​ປະ​ເຊີນ​ກັບ​ອຸນຫະພູມ​ທີ່​ຄາດ​ຄະ​ເນ​ວ່າສູງ​ເຖິງ 2,700 ອົງສາ​ແຊ​ລ ​ເຊີ​ສ. ບັນດາ​ນັກ​ວິທະ
ຍາສາດກ່າວ​ວ່າ ພາຍ​ໃຕ້ອຸນຫະພູມດັ່ງກ່າວ ແມ່ນຮ້ອນ​ພໍ​ທີ່ຈະ​ເຮັດ​ໃຫ້ນໍ້າກ້ອນທີ່ຫຸ້ມຫໍ່
ດາວ​ຫາງ​ນັ້ນລະ​ເຫີຍ​ໄປພ້ອມ​ດ້ວຍ​ຂີ້ຝຸ່ນ​ແລະ​ກ້ອນ​ຫີນ.

ນັກດາຣາສາດຊ່ຽວຊານ​ໃນ​ດ້ານ​ຄຸນສົມບັດ​ອົງ​ປະກອບ​ຂອງ​ດວງ​ດາວຄົນ​ນຶ່ງ ​ທີ່​ຕິດຕາມ​
ເບິ່ງດາວຫາງ ISON ຈາກ​ສູ​ນກາງ​ຄົ້ນ​ຄວ້າ ຂອງກອງທັບ​ເຮືອສະຫະ ລັດ ທີ່​ນະຄອນ​ຫລວງ
ວໍ​ຊິງ​ຕັນ ກ່າວ​ຕໍ່​ໂທລະພາບ ອົງການ NASA ວ່າ ທ່ານ​ບໍ່​ເຫັນ​ຫຍັງ​ໝົດ ທີ່​ເຄື່ອນຍ້າຍ​ອອກ
​ມາ​ຈາກດ້ານ​ຫຼັງຂອງພະ​ອາທິດ.

​ໃນ​ປີ​ແລ້​ວນີ້ ນັກ​ດາລາສາດ​ສະມັກ​ຫລີ້ນຄົນ​ນຶ່ງ​ ຂອງຣັດ​ເຊຍ ​ໄດ້​ຄົ້ນ​ພົບ​ດາວ ຫາງ ISON
​ເວລາ​ມັນ​ຍັງ​ຢູ່​ກາຍດາວ​ພະຫັດອອກ​ໄປ. ການ​ຄົ້ນ​ພົບໄດ້​ພາໃຫ້​ບັນດາ​ນັກວິທະຍາສາດ
ແລະ​ບັນດານັກ​ຊອກ​ຫາດ​ວງດາວຢູ່​ທົ່ວ​ໂລກ ​ມີ​ຄວາມ ຫວັງ​ວ່າ ອາດ​ຈະມີ​ໂອກາດທີ່​ໜ້າ​ຕື່ນ
​ເຕັ້ນ​ໄດ້​ເຫັນ​ດາວຫາງ​ນີ້ ​ດ້ວຍ​ຕາ​ເປົ່າຈາກ​ໂລກ ​ຫລຽວຂື້ນ​ສູ່ທ້ອງຟ້າ ​ໃນ​ທ້​າຍ​ເດືອນ​ໜ້າ​ນີ້.

ກ່ຽວຂ້ອງກັນ

XS
SM
MD
LG