ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີການເມີນເສີຍ ຕໍ່ໄປອີກແລ້ວ ຊາວໜຸ່ມ ຣັດເຊຍ ເຂົ້າຮ່ວມ ການໂຮມຊຸມນຸມປະທ້ວງ


No Longer Apathetic, Russia's Youth Join the Rallies
please wait

No media source currently available

0:00 0:02:52 0:00

ເຊີນຊົມວີດີໂອ ພາສາອັງກິດ ກ່ຽວກັບເລື້ອງນີ້

ຈຳນວນການໂຮມຊຸມນຸມດ້ານການເມືອງທີ່ເພີ້ມຫຼາຍຂຶ້ນນັບມື້ ໃນຣັດ ເຊຍ ໄດ້ດຶງດູດ
ເອົາພວກຊາວໜຸ່ມ ຫຼາຍໆຄົນອອກມາ ຜູ້ຊຶ່ງຈົນເຖິງປັດຈຸບັນນີ້ ໂດຍສ່ວນໃຫຍ່ແລ້ວ
ບໍ່ຄ່ອຍຫົວຊານຳເລື້ອງການເມືອງ. ຢູເລຍ ຊາບເຊັງໂກ (Yulia Savchenko) ນັກຂ່າວ
ຂອງວີໂອເອ ປະຈຳມົສກູ ກ່າວວ່າ ການຂາດໂອກາດທາງດ້ານເສດຖະກິດ ແລະເມື່ອ
ມໍ່ໆມານີ້ ພາບຕ່າງໆຂອງຕຳຫຼວດ ທຳຮ້າຍຮ່າງກາຍພວກປະທ້ວງ ແມ່ນເຫດຜົນນຶ່ງ
ໃນຫຼາຍໆເຫດຜົນ ທີ່​ວ່າເປັນຫຍັງ ພວກຊາວໜຸ່ມຣັດເຊຍ ຈຶ່ງເຂົ້າຮ່ວມໃນການໂຮມ
ຊຸມນຸມທັງຫຼາຍນັ້ນ. ໄຊຈະເລີນສຸກ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານ.

“ບໍ່ມີປະເທດສຳລັບພວກຊາຍໜຸ່ມ” ນັ້ນຄືສິ່ງທີ່ຣັດເຊຍໄດ້ກາຍເປັນ ໃນສາຍຕາຂອງ ນັກວິຈານເພງຣັອກທີ່ມີຊື່ສຽງ ທ່ານອາຣເທນີ ທຣອຍສ໌ກີ.

ທ່ານທຣອຍສ໌ກີ ອາຍຸ 64 ປີ ຊຶ່ງເປັນສັນຍາລັກຂອງການຕໍ່ຕ້ານ ໄດ້ເຫັນ ສະພາບການ
ແລະຮູ້ສຶກຜິດຫວັງ ໃນຂະນະທີ່ພວກຊາວໜຸ່ມຣັດເຊຍ ຂາດ ຄວາມສົນໃຈຫຼາຍຂຶ້ນ.

ທ່ານທຣອຍສ໌ກີ ເວົ້າວ່າ “ນັບເປັນເວລາຫຼາຍທົດສະວັດມ​າ​ແລ້ວ ເລີ້ມ​ແຕ່ເດືອນສິງຫາ
ປີ 1991 ​ເປັນ​ຕົ້ນ​ມາ ທີ່ພວກຊາວໜຸ່ມໄດ້ກາຍເປັນພາກສ່ວນນຶ່ງ ຂອງ ພົນລະເມືອງ
ທີ່ເມີນເສີຍ ບໍ່ຫົວຊາ ບໍ່ສົນໃຈໃນເລື້ອງການເມືອງ ຫຼາຍທີ່ສຸດຂອງສັງຄົມ.”


ແຕ່ອັນນັ້ນ ໄດ້ປ່ຽນແປງໄປແລ້ວ ໃນບໍ່ເທົ່າໃດປີມານີ້. ໃນປີ 2017 ການປະທ້ວງຕໍ່ຕ້ານ
ການສໍ້ລາດບັງຫຼວງ ນຳພາໂດຍ ຜູ້ນຳຝ່າຍຄ້ານ ທ່ານອາເລັກຊີ ນາວາລນີ ໄດ້ນຳເອົາ
ພວກຊາວໜຸ່ມ ທີ່​ເປັນຮຽນ ລົງສູ່ຫົນ​ຖະ​ໜົນທາງຊຶ່ງບໍ່ໜ້າ ເປັນໄປໄດ້ເລີຍ. ແນວໂນ້ມ
ອັນນັ້ນ ໄດ້ມີຢູ່ຕໍ່​ມາ.

ທ່ານທຣອຍສ໌ກີ ກ່າວວ່າ “ສ່ວນນຶ່ງ ກໍ​ເປັນ​ຍ້ອນ ທ່ານອາເລັກຊີ ນາວາລນີ ສ່ວນນຶ່ງ
ກໍເປັນຍ້ອນການສໍ້ລາດບັງຫຼວງ ແລະຄວາມບໍ່ລະອາຍໃຈ ຂອງລະ ບອບການປົກ
ຄອງຂອງປູຕິນ ທີ່ມີຫຼາຍຂຶ້ນນັບມື້ ພວກຊາວໜຸ່ມຈຶ່ງໄດ້ເລີ້ມຕື່ນ ຕົວແລະໃນທັນທີ
ທັນໃດນັ້ນ ພວກເຂົາເຈົ້າໄດ້ພົບເຫັນວ່າ ມັນເປັນການສະໜຸກສະໜານ ທີ່ໄດ້ອອກ
ມາປະທ້ວງ.”


ພວກຊາວໜຸ່ມ ໄດ້ພາກັນລົງສູ່ຖະໜົນຫົນທາງຫຼາຍສາຍຂອງນະຄອນຫຼວງມົສກູ ໃນ
ໄລ​ຍະສອງສາມເດືອນຜ່ານ​ມານີ້.

ຊາຍໜຸ່ມຜູ້ປະທ້ວງຊາວຣັດເຊຍ ກ່າວວ່າ “ຍຸກສະໄໝຂອງພວກເຮົາ ບໍ່ໄດ້ເຫັນສະຫະ
ພາບໂຊຫວຽດ ຫຼື​ຊຸມປີ 1990 ເລີຍ. ຍຸກສະໄໝຂອງພວກເຮົາ ມີຄວາມຮູ້ສຶກພາກ
ພູມໃຈໃນຕົນເອງ ແລະດ້ວຍອັນນັ້ນ ພວກເຮົາຢາກຈະຕໍ່ສູ້ ເພື່ອສິດທິຂອງ ພວກເຮົາ
ແລະປ່ຽນແປງປະເທດ ໃຫ້ດີຂຶ້ນກວ່າເກົ່າ. ໃນຍຸກສະໄໝຂອງຂ້າພະເຈົ້າ ໝູ່ເພື່ອນ​
ໃນ​ແວດ​ວົງ ທີ່ສະໜັບສະໜຸນປູຕິນນັ້ນ ແມ່ນບໍ່ໄດ້ເລີຍ ມັນເປັນ ສິ່ງທີ່ໜ້າລະອາຍ.
ຂ້າພະເຈົ້າບໍ່ໄດ້ພົບຜູ້ໃດເລີຍ ໃນໄວດຽວກັນກັບຂ້າພະເຈົ້າ ຜູ້ທີ່ສະໜັບສະໜຸນປູຕິນ.”

ສ່ວນຍິງສາວຜູ້ປະທ້ວງຊາວຣັດເຊຍ ກໍກ່າວວ່າ “ການກົດຂີ່ຂົ່ມເຫັງທັງຫຼາຍເຫຼົ່ານັ້ນ ທີ່
ທາງ ການໄດ້ເລີ້ມຕົ້ນຂຶ້ນ ໃນການຕອບ ໂຕ້ຕໍ່ພວກຄົນທີ່ພະຍາຍາມຕໍ່ສູ້ເພື່ອສິດທິ
ໃນ ການໃຊ້ສິດອອກສຽງ ແມ່ນເປັນທີ່ ໜ້າຢ້ານກົວ ແລະເກີນກວ່າທີ່ຈະເຂົ້າໃຈໄດ້.”


ນັກສຶກສາດ້ານເສດຖະສາດ ທ້າວອີກໍ ຊູຄັອຟວ໌ ຜູ້ທີ່ໄດ້ຖືກຈັບກຸມ ຢູ່ທີ່ການ ໂຮມຊຸມນຸມ
ໃນນະຄອນມົສກູ ໄດ້ກາຍມາເປັນສັນຍາລັກ ຂອງການກົດຂີ່ຂົ່ມ ເຫັງຂອງມົສກູ.

ຊາຍໜຸ່ມຜູ້ປະທ້ວງຊາວຣັດເຊຍ ອີກຄົນນຶ່ງ ກ່າວວ່າ “ເພື່ອນທີ່ດີຂອງຂ້າພະເຈົ້າ ທ້າວ
ອີກໍ ຊູຄັອຟວ໌ ຜູ້ທີ່ລາວເອງ ລົງແຂ່ງຂັນເປັນສະມາຊິກສະພາຕ່ຳ ດູມາຂອງມົສກູ ໄດ້
ຖືກຈັບກຸມ ໂດຍບໍ່ມີເຫດຜົນຫຍັງ. ຂ້າພະເຈົ້າຢູ່ນະທີ່ນີ້ ເພື່ອປະທ້ວງ ການກະທຳທີ່
ຜິດກົດໝາຍ ແລະການກົດຂີ່ຂົ່ມເຫັງທາງການເມືອງ ຕໍ່ລາວ.”


ສິລະປິນຮ້ອງເພງແຣັປ ວົງອັອກຊີມີຣອນ (Oxxxymiron) ໄດ້ຮຽກຮ້ອງຕໍ່ແຟນເພງ
ຂອງລາວ ໃຫ້ມາຮ່ວມໃນການໂຮມຊຸມນຸມ ໃນວັນທີ 10 ສິງຫາ ຜ່ານມານີ້ ເພື່ອສະໜັບ
ສະໜຸນ ທ້າວອີກໍ ຊູຄັອຟວ໌ ແລະພວກນັກໂທດການເມືອງ​ຄົນອື່ນໆ. ສ່ວນສິລະປິນອື່ນໆ
ຍັງໄດ້ທຳການສະແດງ ເພື່ອສະແດງອອກເຖິງຄວາມເປັນເອກ​ກະ​ພາບ. ກະປະມານໄດ້
ວ່າ ມີ 60,000 ຄົນ ໄດ້ໄປຮ່ວມໃນການໂຮມຊຸມ ນຸມ ຊຶ່ງໄດ້ຮັບອະນຸຍາດໂດຍທາງການ
ມົສກູ.

ແຕ່ການອະນຸຍາດຢ່າງເປັນທາງການ ຂອງການໂຮມຊຸມນຸມ ກໍບໍ່ໄດ້ຢຸດຢັ້ງຕຳຫຼວດ
ຈາກການເຄື່ອນໄຫວຕໍ່ຕ້ານພວກປະທ້ວງ ແຕ່ຢ່າງໃດເລີຍ. ຫຼາຍກວ່າ 130 ຄົນ ໄດ້ຖືກ
ຈັບໄປ.

Russia's growing number of political rallies are drawing many young people who - until now - had largely ignored politics. VOA's Yulia Savchenko in Moscow says a lack of economic opportunities and - lately - images of police brutality against demonstrators are among the reasons why Russian youth are joining the rallies.

"No country for young men" is what Russia has been in the eyes of famous rock music critic Artemiy Troitsky.

The 64-year-old symbol of resistance watched with disappointment as young Russian grew apathetic.

(ARTEMIY TROITSKY, MUSIC CRITIC - MALE IN ENGLISH)

"For several decades , from August 1991, Russian young people have been the most passive, apolitical , apathetic demographic part of the society.

But that has changed in the last few years. In 2017, anti-corruption protests led by opposition leader Alexey Navalny brought to the streets an unlikely group - school aged teens. The trend has continued.

(ARTEMIY TROITSKY, MUSIC CRITIC - MALE IN ENGLISH)

"Partly thanks to Alexey Navalny , partly thanks to the growing shamelessness and the corruption of the Putin regime, young people started to wake up and they suddenly found out that it is fun to be protesting.

Young people have been taking to the streets of Moscow in recent months.

(PROTESTER - MALE IN RUSSIAN)

"Our generation didn't see neither the Soviet Union, nor the 90s. Our generation has a sense of self-esteem, and with that we want to fight for our rights and change the country for the better.""In my generation, in my circle supporting Putin is a no go, it is a shame. I haven't met anyone my age, who support Putin"

(PROTESTER (FEMALE IN RUSSIAN)

"All those repressions that authorities started in response to people trying to fight for their electoral rights, are terrifying and beyond comprehension."

Economics student Egor Zhukov - who was detained at Moscow rallies - has become symbol of Moscow's of repression.

(RUSSIAN PROTESTER( MALE IN RUSSIAN)

"My good friend Egor Zhukov, who himself was running for Moscow state Duma, was arrested for nothing. I am here to protest this unlawfulness and political repression against him."

Rap musician Oxxxymiron called on his fans to participate in an August 10th rally to support Egor Zhukov and other political prisoners. Other artists also performed in solidarity.

An estimated 60-thousand people made it to the rally, which was sanctioned by the Moscow authorities.

But official approval of the rally did not stop police from moving against the demonstrators. More than 130 were detained.

XS
SM
MD
LG