ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ເໜືອ ຈະເລືອກຕັ້ງ ສະພາ ໃນເດືອນ ມີນານີ້


ປະທານປະເທດ ເກົາຫຼີ​ເໜືອ ທ່ານ Kim Jong Un
ປະທານປະເທດ ເກົາຫຼີ​ເໜືອ ທ່ານ Kim Jong Un
ເກົາຫຼີ​ເໜືອ​ ກ່າວ​ວ່າ ຕົນ​ຈະຈັດການ​ເລືອ​ກຕັ້ງ​ສະພາ ທີ່​ບໍ່​ມີ​ອຳ
ນາດ​ຢ່າງ​ແທ້​ຈິງ ​ໃນ​ເດືອນ​ມີນາ​ຈະ​ມາ​ນີ້ ຊຶ່ງ​ເປັນການ​ເລືອກ​ຕັ້ງ
​ຄັ້ງ​ທໍາ​ອິດ ພາຍ​ໃຕ້​ການ​ປົກຄອງ ​ຂອງ​ທ່ານ Kim Jong Un.

ອົງການ​ຂ່າວສູນ​ກາງ ຂອງທາງ​ການເກົາຫຼີ​ເໜືອ ​ໄດ້​ກ່າວ​ໃນ​
ວັນ​ພຸດ​ມື້​ນີ້​ວ່າ ການ​ເລືອກ​ຕັ້ງສະພາ​ປະຊາຊົນ​ສູງ​ສຸດ ​ຈະ​ມີ​ຂຶ້ນ
​ໃນ​ວັນ​ທີ 9 ​ເດືອນ​ມີນານີ້.

ການ​ເລືອກ​ຕັ້ງ​ ທີ່ມີ​ຂຶ້ນ​ໃນ​ທຸກໆ 5 ປີ ຊຶ່ງ​ສ່ວນ​ໃຫຍ່​ແລ້ວ ​
ແມ່ນ​ມີ​ຂຶ້ນພຽງ​ແຕ່​ໃນ​ນາມ​ເທົ່າ​ນັ້ນ ​ແລະ​ມີ​ຜູ້​ສະມັກ​ທີ່ໄດ້​ຮັບ
​ການ​ອະນຸມັດພຽງຄົນ​ດຽວ​ເທົ່າ​ນັ້ນ ​ລົງ​ສະມັກໃນ​ແຕ່ລະ​ເຂດ.

​ແຕ່ໃນ​ເມື່ອ​ວ່າ​ສະພາ​ດັ່ງກ່າວ​ນີ້​ ແມ່ນປະກອບ​ດ້ວຍ​ເຈົ້າ​ໜ້າ​ທີ່​ຂັ້ນສູງຄົນ​ສໍາ​ຄັນໆ ​
ເພາະສະ​ນັ້ນຜົນການ​ເລືອກ​ຕັ້ງ ຈຶ່ງຈະມີ​ການ​ຈັບ​ຕາ​ເບິ່ງຢ່າງ​ໃກ້ຊິດວ່າ ທ່ານ Kim
​ໄດ້​ເພີ່ມການ​ຮວບຮວມ​ເອົາ​ອໍານາດ​ເຂົ້າມາ​ກຳ​ຕື່ມ​ຫລື​ບໍ່?

​ໃນ​ເດືອນ​ແລ້ວ​ນີ້ ທ່ານ Kim ​ໄດ້ສັ່ງປະຫານ​ຊີວິດອາວ​ເຂີຍຂອງ​ທ່ານ​ ຄື​ ທ່ານ Jang
Song Thaek ພ້ອມ​ກັບ​ຜູ້​ຊ່ອຍ​ອະ​ວຸ​ໂສ​ຂອງ​ທ່ານ​ຫຼາຍ​ຄົນນໍາ​ ​ໃນ​ການ​ກຳຈັດ​ກວດ​ລ້າງ
ຄະນະ​ນຳພາ​ທີ່​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ.

ທ່ານ Jang ຜູ້​ຊຶ່ງ​ມອງ​ເຫັນ​ວ່າ​ ເປັນ​ທີ່​ປຶກສາ​ຄົນ​ສໍາຄັນ​ຂອງທ່ານ Kim ​ແລະ​ເປັນ​
ຜູ້​ທີ່​ມີ​ອໍານາດ​ອັນ​ດັບ 2 ​ຂອງ​ປະ​ເທດ​ນັ້ນ ​ໄດ້ຖືກ​ກ່າວ​ຫາ​ວ່າ​ ຈະທໍາ​ການ​ໃຫຍ່ໂຄ່ນ​ລົ້ມ
​ລັດຖະບານ.

​ໃນການ​ກ່າວ​ຄໍາ​ປາ​ໄສວັນ​ຂຶ້ນ​ປີ​ໃໝ່ນັ້ນ ທ່ານ Kim ​ເວົ້າ​ວ່າ ການ​ປະຫານ​ຊີວິດ​ທ່ານ
Jang ນັ້ນ ​ແມ່ນ​ມີ​ຄວາມ​ຈໍາ​ເປັນ ທີ່​ຈະ​ກວດ​ລ້າງ​ການ​ແຕກແຍກ ​ພາຍ​ໃນພັກ​ແຮງ​ງານ
ຊຶ່ງເປັນ​ພັກ​ລັດຖະບານ​ປົກຄອງ​ປະ​ເທດໃນ​ປະຈຸ​ບັນ​ນີ້. ​
XS
SM
MD
LG