ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກົາຫຼີ​ໃຕ້​​​​ກຽມພ້ອມ​ ຮັບມືກັບ ​ເກົາຫຼີ​ເໜືອ​ (ວີດິໂອ)


ກິມ ຈົ່ງ ອຸນ ຜູ້ນໍາເກົາຫລີເໜືອ ຫາລືແຜນການໂຈມຕີ ກັບບັນດານາຍທະຫານຂັ້ຍສູງ, ວັນທີ 29 ມີນາ 2013.
ກິມ ຈົ່ງ ອຸນ ຜູ້ນໍາເກົາຫລີເໜືອ ຫາລືແຜນການໂຈມຕີ ກັບບັນດານາຍທະຫານຂັ້ຍສູງ, ວັນທີ 29 ມີນາ 2013.
​ເກົາຫຼີ​ໃຕ້​ບໍ່​ໄດ້​ສະ​ແດງ​ຄວາມ​ຕື່ນ​ຕົກ​ໃຈ ຫລືເຕືອນໃຫ້ລະວັງ
​ໄພໃດໆ ຫຼັງຈາກ​ການ​ຂູ່​ປະກາດ​ສົງຄາມ​ຂອງເກົາຫຼີ​ເໜືອ ​
ໂດຍ​ກ່າວ​ວ່າຕົນ​ບໍ່​ໄດ້ສັງ​ເກດ​ເຫັນ​ໄພ​ຂົ່ມຂູ່ໃໝ່​ແຕ່​ຢ່າງ​ໃດ ​
ແຕ່ທາງ​ການ​ສະຫະລັດກ່າວ​ວ່າຕົນ​ຖືເອົາ​ເລຶ່ອງນີ້​ຢ່າງ​ຈິງຈັງ.
Steve Herman ຜູ້​ສື່​ຂ່າວ​ວີ​ໂອ​ເອປະ​ຈໍາ​ເກົາຫລີ​ໃຕ້ ມີ​ລາຍ
​ລະອຽດ​ຂອງ​ເລຶ່ອງນີ້ ຊຶ່ງ​ທອງ​ປານຈະ​ນໍາ​ມາສະ​ເໜີ​ທ່ານ​.

ກະຊວງ​ປ້ອງ​ກັນ​ຊາດ​ຂອງ​ເກົາຫຼີ​ໃຕ້ ​ໄດ້​ອອກ​ຖະ​ແຫຼງການ
​ສະບັບ​ນຶ່ງ ຮຽກຮ້ອງ​ໃຫ້​ເກົາຫຼີ​ເໜືອ​ ຈົ່ງ​ຢຸດ​ເຮັດ​ໃນ​ສິ່ງ​ທີ່​ຕົນ​
ເອີ້ນ​ວ່າ ການ​ຂົ່ມຂູ່​ທີ່​ຮັບເອົາ​ບໍ່​ໄດ້​ນັ້ນ​ເສຍ.

ກະຊວງ​ຍັງ​ໄດ້​ເຕືອນ​ວ່າ ກອງທັບ​ຂອງ​ເກົາຫຼີ​ໃຕ້​ແມ່ນ​ຢູ່​ໃນ​ທ່າ
​ຕຽມ​ພ້ອມ​ຢ່າງ​ເຕັມອັດຕາພ້ອມ​ທີ່​ຈະ​ລົງ​ໂທດ​ເກົາຫຼີ​ເໜືອ​ຢ່າງ​ຮາບ​ຄາບ ​ຖ້າ​ຫາກ​ຍັງມີ​ການເກາະ​ຜິດ​ຄິດ​ຮ້າຍ​ໃດໆ ອີກຕໍ່​ໄປ​ນັ້ນ.

ທາງກະຊວງທ້ອນ​ໂຮມ​ຊາດ ທີ່​ຮັບຜິດຊອບ​ຄວາມສໍາພັນ​ລະຫວ່າງ​ເກົາຫຼີ​ເໜືອແລະ​ໃຕ້ ​
ແທນ​ຄວາມ​ສໍາພັນ​ທາງ​ການ​ທູ​ດນັ້ນ ​ເວົ້າວ່າ ການ​ຂູ່​ກໍ່​ສົງ ຄາມໂດຍ​ເກົາຫຼີ​ເໜືອ​ເມື່ອ​ວັນ​
ເສົາ​ຜ່ານ​ມາ​ນັ້ນ​ ​ບໍ່​ແມ່ນ​ເລຶ່ອງ​ໃໝ່ ແຕ່​ເປັນ ພຽງ​ການສືບ​ຕໍ່ຂົ່ມ​ຂູ່​ແບບ​ເກາະ​ຜິດ​ໄປ​
ເລື້ອຍໆ​ເທົ່າ​ນັ້ນ​ເອງ.​

​ແຕ່​ແນວ​ໃດ​ກໍ​ດີ ​ໂຄສົກ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະຫະລັດ​ເວົ້າ​ວ່າ ທາງ​ການ
ສະຫະລັດ​ກໍາລັງ​ຖື​ເອົາຄໍາ​ປະກາດ​ຂອງ​ເກົາຫຼີ​ເໜືອນັ້ນ ​ເປັນ​ເລື່ອງຈິງຈັງ.

​ເມື່ອ​ເຊົ້າ​ວັນ​ເສົາ​ຜ່ານ​ມາ​ນີ້ ສະຖາ​ນີວິທະຍຸ​ກະຈາຍສຽງ​ສູນ​ກາງ​ຂອງ​ເກົາຫຼີ​ເໜືອ ​ໄດ້ ອອກອາກາດ ຂໍ້ຄວາມ​ພິ​ເສດ ຍາວ​ແປ​ດນາທີ ​ໃນ​ນາມ​ລັດຖະບານ ພັກ​ການ​ເມືອງ ​
ແລະ​ອົງການ​ຕ່າງໆ.

ຜູ້ປະກາດເວົ້າ​ວ່າ…“ຄວາມ​ສໍາພັນ​ລະຫວ່າງເກົາຫຼີເໜືອ​ແລະ​ໃຕ້​ນັ້ນ ​ຈະ​ກ້າວ​
ເຂົ້າສູ່​ສະພາວະ​ສົງຄາມ​ ເລິ່ມ​ແຕ່​ຊົ່ວ​ໂມງ​ນີ້​ໄປ ​ແລະເພາະສະ​ນັ້ນ ບັນຫາ​ທັງ
ໝົດ​ລະຫວ່າງເໜືອ​ແລະ​ໃຕ້​ນັ້ນ ​ແມ່ນຈະ​ຖືກ​ຈັດການ​ ຄື​ກັນ​ກັບ​ເປັນ​ບັນຫາ​
ໃນ​ຍາມ​ສົງຄາມ… ສະພາວະທີ່​ບໍ່​ມີ​ທັງ​ສົງຄາມຫຼືສັນຕິພາ​ບ ດັ່ງ​ທີ່​ເຄີຍ​ເປັນ
​ມານັ້ນ ​ແມ່ນ​ໄດ້​ສິ້ນສຸດ​ລົງແລ້ວ ຢູ່​ໃນ​ແຫຼມ​ເກົາຫຼີ.”


ຄໍາ​ປະກາດ​ເວົ້າ​ຕື່ມ​ວ່າ ຖ້າ​ຫາກ​ມີ​ການ​ເກາະ​ຜິດ​ໃດໆ​ທາງ​ທະຫານ​ ໂດຍ​ສະຫະລັດ​ແລະເກົາຫຼີ​ໃຕ້​ ຢູ່​ທີ່ຫ້າ​ໝູ່​ເກາະ​ຢູ່​ໃນ​ເຂດ​ທະ​ເລ​ເຫຼືອງ ​ແລະເສ້ນ​ປັກ​ປັນເຂດ​ທະຫານ ທີ່​ຄໍາ​ປະ ກາດໄດ້​ເອີ່ຍ​ເຖິງໂດຍ​ສະ​ເພາະນັ້ນແລ້ວ ຂໍ້​ຂັດ​ແຍ້​ງກັນ​ນີ້​ຈະ​ບໍ່​ເປັນ​ການ​ສູ້​ລົບ​ກັນ ລະດັບ​ຂົງ​ເຂດ​ເທົ່າ​ນັ້ນ ​ແຕ່​ຈະ​ເປັນ​ສົງຄາມ​ໃນ​ຂອບ​ເຂດ​ເຕັມ​ອັດຕາ ນັ້ນ​ຄື ສົງຄາມ​ນີວ​ເຄຼຍ.

​ບັນດາ​ນັກວິ​ເຄາະ​ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້ແມ່ນ​ເທື່ອ​ທໍາ​ອິດ​ນັບ​ຕັ້ງ​ແຕ່ ມີ​ການເຊັນ​ສັນຍາ​ສະ
ຫງົບ​ເສິກ​ຊົ່ວຄາ​ວ ​ໃນປີ 1953 ​ເປັນ​ຕົ້ນມາ​ ທີ່​ວ່າ​ສື່ຂອງ​ລັດ​ທີ່​ມີ​ອໍານາດ​ໃນເກົາຫຼີ​ເໜືອ ​
ໄດ້​ອອກຄໍາປະກາດ​ແບບ​ນີ້​ ​ເຖິງ​ແມ່ນເຄີຍ ມີ​ການ​ເອີ່ຍ​ເຕື້ອງ​ເຖິງ​ສະພາວະ​ເຄິ່ງ​ສົງຄາມ​
ໃນ​ປີ 1983 ​ແລະ​ປີ 1993 ນັ້ນ ​ກໍ​ຕາມ.

ປະມວນພາບຫລ້າສຸດ ກ່ຽວກັບສະຖານະການ ໃນແຫລມເກົາຫລີ:



ທ່ານ Deniel Pinkston ນັກວິ​ເຄາະ​ອາວຸ​ໂສກ່ຽວ​ກັບ​ເກົາຫຼີ ປະ​ຈໍາ​ກຸ່ມ​ວິ​ກິດ​ການ​ລະ
ຫວ່າງ​ຊາດ ຫຼື International Crisis Group ​ເວົ້າ​ວ່າ ການປະກາດ​ທີ່​ບໍ່​ເຄີຍ​ມີ​ມາ
​ກ່ອນ​ແບບ​ນີ້ ​ກໍ່​ໃຫ້​ເກີດ​ຄວາມ​ເປັນ​ຫ່ວງ​ເຖິງການທີ່​ອາດ​ມີ​ການຄໍານວນ​ຜິດ​ພາດ​ກັນ​ໄດ້.

ທ່ານ ພິງ​ສຕັນ ​ເວົ້າ​ວ່າ: “ພວກ​ເຮົາ​ໄດ້​ຢູ່ກັບ​ການ​ຂົ່ມຂູ່​ ​ຄື​ຄວາມ​ອາດ​ສາມາດ
​ເປັນ​ໄປ​ໄດ້ແບບ​ນັ້ນ ມາ​ໄດ້​ເຄິ່ງສັດຕະວັດ​ກວ່າ​ແລ້ວ​ເຖິງ​ດຽວ​ນີ້. ຂ້າພະ​ເຈົ້າ
ຄິດ​ວ່າ ຄວາມ​ສ່ຽງ​ຂອງ​ການສູ້​ລົບ​ກັນ​ແມ່ນໄດ້ເພີ່ມ​ຂຶ້ນ​ໄປ​ ບັນຫາ​ກໍ​ຄື​ວ່າ ຂ້າພະເຈົ້າບໍ່​ເຫັນ​ວ່າ​ເກົາຫຼີ​ເໜືອ​ຈະຖອນ​ຕົວ​ອອກໂດຍວິທີ​ໃດ ຫຼືມີທາງ​
ອອກ​ທາງໃດ ສໍາ ລັບເກົາຫລີ​ເໜືອ.”


ທ່ານ ພິງ​ສຕັນ​ ອະທິບາຍ​ຕໍ່​ໄປ​ວ່າ ນັ້ນ​ແມ່ນ​ເປັນຍ້ອນ​ນະ​ໂຍບາ​ຍການທະຫານ​ທີ່​ສິ້ນ​
ເປືອງ​ຄ່າ​ໃຊ້​ຈ່າຍ​ແລະ​ສ່ຽງ​ອັນຕະລາຍ​ຂອງ​ປະ​ເທດ​ທີ່ຢູ່​ໂດດດ່ຽວ​ແລະ​ທຸກ​ຈົນ​ແຫ່ງ​ນັ້ນ.

ທ່ານ ພິງ​ສຕັນ ​ເວົ້າ​ອີກ​ວ່າ: “ນີ້​ຄື​ສັນຍານ​ທີ່​ໜ້າ​ຕື່ນ​ເຕ້ນຫຼາຍ ສ່ວນ​ໃຫຍ່ແມ່ນ
​ສໍາລັບປະຊາຊົນ​ຢູ່​ພາຍ​ໃນເກົາຫຼີ​ເໜືອ ທີ່ ກິມ ຈົ່ງ​ ອຸນ​ ​ຈະ​ຮັດ​ແໜ້ນ​ຖານະ
ການເປັນ​ຜູ້​ນໍາ​ຂອງ​ຕົນໃຫ້​ໝັ້ນຄົງ​ຍິ່ງ​ຂຶ້ນ. ແຕ່​ມັນ​ກໍ​ເປັນ​ຍຸ​ທະ​ການ​ທີ່​ສ່ຽງ
ຫຼາຍ ແລະມັນ​ອາດ​ເກີດ​ຜົນ​ຮ້າຍ​ຕາມ​ມາ​ແບບ​ບໍ່​ໄດ້​ຕັ້ງ​ໃຈ​ຕໍ່​ລັດຖະບານ​
ເກົາຫຼີ​ເໜືອ​ໃນ​ອະນາຄົດ​ໄດ້.”


ກິມ ຈົ່ງ​ ອຸນ ຜູ້​ນໍາ​ໜຸ່ມ​ຂອງ​ເກົາຫຼີ​ເໜືອ ທີ່​ໄດ້​ສືບ​ຕໍາ​ແໜ່​ງ​ແທນ​ພໍ່​ທີ່​ເສຍ​ຊີວິດໄປໃນ​ເດືອນ
ທັນວາ ປີ 2011 ນັ້ນ ​ໄດ້​ປະກາດ​ເມື່ອ​ວັນ​ສຸກ​ຜ່ານ​ມາ​ນີ້​ວ່າ ກອງທັບ​ຂອງ​ຕົນ​ພ້ອມ​ທີ່​ຈັດ
ການແກ້​ບັນຫາ​ຕ່າງໆກັບ​ສະຫະລັດ ​ໃນ​ຂັ້ນ​ເດັດ​ຂາດ​ແລ້ວ.

​ຄໍາ​ປະກາດນີ້​ໄດ້​ມີ​ຂຶ້ນ ຫຼັງຈາກ​ເຮືອບິນ​ຖິ້ມ​ລະ​ເບີດນິວ​ເຄລຍ B-2 ທີ່​ເຣດ້າຈັບ​ບໍ່​ໄດ້ຄູ່​ນຶ່ງ ​
ໄດ້ບິນອອກ​ຈາກຖານ​ທັບ​ອາກາດ​ແຫ່ງ​ນຶ່ງ​ໃນ​ສະຫະລັດ​ເພື່ອ​ໄປ​ເຝິກ​ຖິ້ມ​ລະ​ເບີດ​ປອມ ຢູ່​
ໃນ​ເຂດ​ໝູ່​ເກາະ​ຂອງ​ເກົາ​ຫຼີ​ໃຕ້​ແຫ່ງ​ນຶ່ງ ​ແລ້ວ​ກໍ​ບິນ​ກັບ​ຄືນ.

ຖ້ຽວ​ບິນ​ດັ່ງກ່າວ ຊຶ່ງຕິດຕາມ​ມາ​ດ້ວຍ​ຖ້ຽວ​ບິນ​ຂອງ​ເຮືອບິນ​ຖິ້ມ​ລະ​ເບີດຍັກ B-52 ຂອງ​
ສະຫະລັດ​ໃນ​ຕົ້ນ​ເດືອນມີນານັ້ນ ​ຖືກ​ເບິ່ງ​ເຫັນ​ວ່າ ​ເປັນ​ການ​ສົ່ງ​ຂໍ້​ຄວາມ​ໄປ​ຍັງ​ທັງເກົາຫຼີ​
ໃຕ້​ແລະ​ເໜືອ. ຄື​ສໍາລັບ​ເກົາຫລີ​ໃຕ້​ນັ້ນ ​ແມ່ນ​ເປັນ​ການ​ໃຫ້​ຄວາມ​ໝັ້ນ​ໃຈ​ຢ່າງ​ໂດດ​ເດ່​ນ
ອີກ​ເທື່ອ​ໃໝ່ ​ວ່າ​ເກົາຫຼີ​ໃຕ້ຈະ​ໄດ້​ຮັບ​ການ​ພິທັກ​ປົກ​ປ້ອງ ​ພາຍ​ໃຕ້ການ​ຄຸ້ມ​ຄອງ​ໂດຍນີວ​ເຄຼຍຂອງ​ສະຫະລັດ. ​ແລະ​ເປັນ​ການເຕືອນໃຫ້​ເກົາຫຼີ​ເໜືອ​ຮູ້​ ​ເຖິງ​ຄວາມ​ສາມາດ​ຂອງ​
ສະຫະລັດ ທີ່​ຈະ​ທໍາການ​ໂຈມ​ຕີ​ເປົ້າໝາຍຢ່າງແມ່ນ​ຍໍາ ​ແລະ​ຢ່າງ​ວ່ອງ​ໄວ ຈາກ​ໄລຍະ​
ທາງໄກໄດ້ ຖ້າ​ຫາກ​ເກີດ​ສົງຄາມ​ກັນ​ແທ້ໆ.

ວີດິໂອກ່ຽວຂ້ອງ:

New Threats Put Korean Peninsula on Edge
please wait

No media source currently available

0:00 0:02:19 0:00
ລິງໂດຍກົງ
XS
SM
MD
LG