ຄົນນຳທ່ຽວທ້ອງຖີ່ນເສຍຊີວິດຢ່າງໜ້ອຍ 12 ຄົນ. ອີກຈຳ
ນວນນຶ່ງໄດ້ຖືກກູ້ຊິວິດໄວ້ໄດ້ ໃນຂະນະທີ່ຍັງອີກຫຼາຍຄົນ
ຫາຍສາບສູນຢູ່.
ເຈົ້າໜ້າທີ່ເນປານຄົນນຶ່ງ ຂອງກະຊວງທອງທ່ຽວ ກ່າວວ່າ
ຜູ້ທີ່ເສຍຊີວິດທັງໝົດ ແມ່ນຜູ້ນຳທ່ຽວ ຊົນຊາດ Sherpa ທີ່
ເຮັດວຽກຢູ່ເທິ່ງພູເວລາເລີ້ມຕຽມລະດູປີນພູ.
ເຈົ້າໜ້າທີ່ ກ່າວວ່າ ຫິມະເຈື່ອນໄດ້ເກີດຂື້ນປະມານ 6:30
ຕອນເຊົ້າ ວັນສຸກມື້ນີ້ 1 ໂມງຕາມເວລາສາກົນ ຢູ່ໃນເຂດທີ່
ຮ້ອງວ່າ “popcorn field” ນັ້ນ.
ຫິມະເຈື່ອນທີ່ຮ້າຍແຮງນີ້ເປັນເທື່ອທຳອິດຂອງລະດູປີນພູທີ່ສູງທີ່ສຸດຂອງໂລກ ແລະທັງ
ເປັນເທື່ອທີ່ມີຄົນຕາຍຫຼາຍທີ່ສຸດໃນພູເຂົາ ເອເວິແຣັສ.
ບັນດານັກປີນພູຫລາຍພັນຄົນ ໄດ້ພາກັນປີນຂື້ນພູດ່ັງກ່າວ ນັບຕັ້ງແຕ່ ທ່ານ Edmund
Hillary ແລະ ທ່ານ Tenzing Norgay ໄດ້ປີນສຳເລັດ ຄັ້ງທຳອິດໃນປີ 1953.
ເກືອບ 250 ຄົນໄດ້ເສຍຊີວິດມາແລ້ວ.