ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ​ນາງ​ນິກກີ ​ເຮ​ລີ ​ໂຈມຕີລາຍງານ ສະຫະປະຊາຊາດ ວ່າ ສະຫະລັດທຸກຈົນ


ທ່ານ​ນາງ​ນິກກີ ​ເຮ​ລີ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈຳ​ສະຫະ​ປະຊາ​ຊາດ.
ທ່ານ​ນາງ​ນິກກີ ​ເຮ​ລີ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈຳ​ສະຫະ​ປະຊາ​ຊາດ.

ທ່ານ​ນາງ​ນິກກີ ​ເຮ​ລີ ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈຳ​ສະຫະ​ປະຊາ​ຊາດກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ລາຍ​ງານຂອງອົງການ​ສະຫະ​ປະຊາ​ຊາດກ່ຽວ​ກັບ​ຄວາມທຸກ​ຈົນ​
ພາຍ​ໃນປະ​ເທ​ດສະຫະລັດນັ້ນ​ເປັນ​ເລື້ອງ​ທີ່ "​ເປັນໜ້າ​ຢາກຫົວ."

ທ່ານ​ນາງ​ເຮ​ລີ​ໄດ້​ຂຽນຢູ່​ໃນ​ໜັງ​ສື​ທີ່​ສົ່ງໄປ​ຫາສະມາຊິກ​ສະພາ​ສູງ​ ທ່ານ​ເບີ​ນີ ​ແຊນ​ເດີຣສ໌
ສັງກັດ​ພັກ​ອິສະຫຼະ​ຈາກ​ລັດ​ເວີ​ມັນທ໌ວ່າ “ຢູ່ໃນ​ປະ​ເທດ​ຂອງ​ພວກ​ເຮົານີ້, ທ່ານປະທານາທິ
ບໍດີ, ບັນດາສະມາຊິກລັດຖະ​ສະພາ, ຜູ້​ປົກຄອງ​ລັດ ​ເຈົ້າ​ເມືອງ, ​ແລະ​ບັນດາ​ສະມາຊິກ​ສະ
ພາ​ປະ​ຈຳ​ເມືອງຕ່າງໆ, ​ໄດ້​ເຮັດ​ວຽກ​ຢ່າງ​ຫ້າວຫັນກ່ຽວ​ກັບ​ບັນຫາ​ຄວາມ​ທຸກ​ຈົນຢູ່​ທຸກ​ມື້
​ທຸກ​ວັນ. ສະນັ້ນຈົ່ງ​ສົມທຽບອັນ​ນັ້ນໃສ່​ກັບ​ຫຼາຍໆ​ປະ​ເທດ​ຢູ່​ທົ່ວ​ໂລກ ​ເປັນທີ່​ຮູ້ກັນ​ດີ​ວ່າ​ລັດ
ຖະບາ​ນ​ໄດ້ລະ​ເມີດສິດທິ​ມະນຸດ ​ແລະ​ສ້າງ​ຄວາມ​ເຈັບ​ປວດ ​ແລະ​ຊອກ​ຊໍ້າໃຫ້​ແກ່​ປະຊາຊົນ.”

ລາຍ​ງານ​ຂອງສະຫະ​ປະຊາ​ຊາດ ທີ່​ໄດ້​ເຜີຍ​ແຜ່ອອກ​ມາ​ໃນ​ຕົ້ນ​ເດືອນ​ນີ້ ​ໄດ້ເນັ້ນ​ໜັກ​ໃຫ້
ເຫັນເຖິງ​ຄວາມ​ບໍ່ສະ​ເໝີ​ພາບກັນທາງ​ດ້ານ​ເສດຖະກິດ ​ແລະ​ໄດ້​ອ້າງ​ວ່າ ການ​ດຳ​ເນີນ
​ຕາມ​ນະ​ໂຍບາຍຂອງລັດຖະບານ​ປະທານາທິບໍດີ​ທຣໍາ ຈະ​ເຮັດ​ໃຫ້ຊ່ອງ​ຫວ່າງຄວາມ​ຮັ່ງມີ
​ຂອງ​ປະເທດ​ເພີ້​ມຄວາມຮ້າຍແຮງຂຶ້ນ​ອີກ ຊຶ່ງຈະ​ເຮັດ​ໃຫ້ພວກ​ທຸກ​ຍາກ ຍິ່ງທຸກ​ຈົນ​ລົງໄປອີກ.

ລາຍງານໄດ້ຂຽນ​ວ່າ “ບັນດາ​ນະ​ໂຍບາຍ​ທີ່ໄດ້ປະຕິບັດ​ມາ​ແຕ່​ປີ​ກາຍ​ນີ້ ​ປາກົດ​ວ່າ​ມີເຈດຕະນາ​ອອກ​ແບບ​ເພື່ອ​ຍົກເລີກການໃຫ້ການປ້ອງ​ກັນ​ແບບພື້ນຖານແກ່ ພວກທີ່​ທຸກຈົນ​ທີ່​ສຸດ, ລົງ​ໂທດ
ຕໍ່​ບັນດາ​ຜູ້​ທີ່​ບໍ່ມີ​ວຽກເຮັດ​ງານທໍາ ​ແລະແມ່ນ ກະທັງ ເຮັດໃຫ້​ປະກັນ​ໄພ​ສຸຂະພາບ​ແບບພື້ນຖານ ຖືວ່າເປັນ​ກຽດ​ທີ່ເຮັດໃຫ້ ຄົນຕ້ອງສູ້ຊົນຈຶ່ງ​ໄດ້​ຮັບ ​ແທນ​ທີ່ເປັນສິດທິ​ຂອງ​ປະຊາຊົນ.”

ສະມາຊິກສະພາສູງ ທ່ານເບີນີ ແຊລເດີ ສັງກັດພັກອິດສະຫຼະ ຈາກລັດເວີມັນລ໌ ກ່າວຕໍ່ບັນດານັກຂ່າວທີ່ລັດຖະສະພາ.
ສະມາຊິກສະພາສູງ ທ່ານເບີນີ ແຊລເດີ ສັງກັດພັກອິດສະຫຼະ ຈາກລັດເວີມັນລ໌ ກ່າວຕໍ່ບັນດານັກຂ່າວທີ່ລັດຖະສະພາ.

ລາຍ​ງານ​ດັ່ງກ່າວພົບເຫັນ​ວ່າ ສະຫະລັດ "ເປັນປະ​ເທດພັດທະນາ​ທີ່​ນຳ​ໜ້າໝູ່ໃນຄວາມ
ແຕກໂຕນກັນທາງດ້ານ​ລາຍ​ຮັບ ​ແລະ​ຄວາມ​ຮັ່ງມີ” ທີ່ມີ 40 ລ້ານ​ຄົນ​ຢູ່ໃນ​ປະ​ເທດ​ ປັດຈຸ
ບັນ​ນີ້​ຢູ່​ໃນ​ຄວາມທຸກ​ຈົນ ​ແລະ​ປະຊາຊົນ​ສະຫະລັດ​ມີ “ອາ​ຍຸ​ສັ້ນ​ລົງ ​ແລະ​ມີ​ຊີວິດ​ຢູ່​ແບບມີ
ຄວາມເຈັບປ່ວຍຫລາຍກວ່າ ເມື່ອທຽບໃສ່ກັບພວກ​ທີ່ຢູ່​ໃນ​ປະ​ເທດ​ປະຊາທິປະ​ໄຕປະເທດ
ອື່ນທີ່​ຮັ່ງມີ​ທັງ​ຫລາຍ.”

ທ່ານ​ຟີລິບ ອາລສ​ເຕີນ, ຊ່ຽວຊານດ້ານຄວາມທຸກຈົນຢ່າງໜັກໜ່ວງ ຂອງອົງການສະຫະ
ປະຊາຊາດ ແລະເປັນຜູ້ຂຽນບົດລາຍງານດັ່ງກ່າວເວົ້າວ່າ ຄະນະລັດຖະບານຂອງທ່ານ
ທຣໍາ ບໍ່ແມ່ນຕົ້ນເຫດແຕ່ພຽງຜູ້ດຽວທີ່ຕ້ອງຮັບ ຜິດຊອບຕໍ່ສະພາບທີ່ກ່າວຢູ່ໃນບົດລາຍ
ງານນີ້ ທ່ານວ່າມັນເປັນບັນຫາທີ່ເປັນລະບົບຂອງການເມືອງສະຫະລັດ.

​ທ່ານ​ຟີລິບ ອາລສ​ເຕີນຂຽນວ່າ “ຄວາມທຸກ​ຈົນທີ່​ມີ​ຢູ່ເລື້ອຍມາ​ນັ້ນ​ເປັນ​ທາງ​ເລືອກ​ໃນທາງ
ການ​ເມືອງພວກ​ທີ່​ມີ​ອຳນາດເລືອກເອົາ​. ຖ້າຫາວ່າ ມີ​ຄວາມເຕັມ​ໃຈໃນທາງ​ການ​ເມືອງສະ
ຫະລັດກໍ​ຄວາມ​ພ້ອມ​ແລ້ວ​ທີ່​ຈະລົບ​ລ້າງໃຫ້ມັນໝົດໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG