ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການຊອກຄົ້ນຫາມືປືນ ທີ່ໂຈມຕີ night club ໃນນະຄອນ Istanbul ຍັງພວມສືບຕໍ່ຢູ່


ຕຳຫຼວດເທີກີ ຢືນປ້ອງກັນຄວາມປອດໄພ ໃນຖະໜົນ ທີ່ນຳໄປສູ່
nightclub ໃນ Bosphorus, ທີ່ຖືກໂຈມຕີ, Jan. 1, 2017.
ຕຳຫຼວດເທີກີ ຢືນປ້ອງກັນຄວາມປອດໄພ ໃນຖະໜົນ ທີ່ນຳໄປສູ່ nightclub ໃນ Bosphorus, ທີ່ຖືກໂຈມຕີ, Jan. 1, 2017.

​ກຸ່ມ​ລັດ​ອິສລາມ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ໃນຄ່ຳ​ຄືນ​ວັນ​ສະຫຼອງ
​ປີໃໝ່ ​ຢູ່ night club ​ໃນນະຄອນ Istanbul. ​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພເທີ​ກີ
​ອ້າງ​ວ່າ ​ໄດ້​ຈັບ​ກຸມ ພວກທີ່ພົວພັນ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ທີ່​ໄດ້​ສັງຫານ 39 ຄົນ
​ໃນ​ຂະນະ​ທີ່​ຍັງ​ສືບ​ຕໍ່ ຊອກ​ຫາ​ມື​ປືນຢູ່. ນັກ​ຂ່າວ ຂອງ VOA, Dorian Jones ມີລາຍ​ງານ​ຈາກ ນະຄອນ Istanbul ຊຶ່ງ​ວັນນະ​ສອນ​ ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ໜ່ວຍ​ຮັກສາ​ຄວາມ​ປອດ​ໄພເທີ​ກີ ​ກ່າວ​ວ່າ ຕົນ​ໄດ້​ກັກ​ຂັງ​ໃນ​ຮອບ​ທຳ​ອິດ ພວກ​ທີ່​ຖືກສົງ​ໄສ​ວ່າ ​ພົວພັນກັບການ​ໂຈມ​ຕີ​ໃນ​ຄ່ຳ​ຄືນ​ວັນ​ສະຫຼອງ​ຂຶ້ນປີໃໝ່ ​ທີ່ night club ​ໃນ​ຂະນະ​ທີ່
ຍັງສືບຕໍ່ຊອກ​ຄົ້ນ​ຫາ​ຜູ້ທຳ​ການ​ໂຈມ​ຕີ​ຢູ່. ຮູບພາບ​ທີ່ບໍ່ເຫັນແຈ້ງດີ​ ຂອງ​ຜູ້​ທີ່​ຕ້ອງ​ສົງ​ໄສ​ ວ່າ​ແມ່ນ​ມື​ປືນ​ ຈາກ​ກ້ອງຖ່າຍ​ຂອງໜ່ວຍ​ຮັກສາ​ຄວາມ​ປອດ​ໄພ ​ໄດ້ຖືກ​ນຳ​ອອກ​ມາ​ເຜີຍ​ແຜ່.

ການ​ຈັບ​ກຸມໄດ້​ມີຂຶ້ນ ລຸນຫຼັງກຸ່ມ​ລັດ​ອິສລາມ ໄດ້​ອອກ​ມາ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ ທີ່ເວົ້າ ​ ໃນ​ລາຍ​ງານ​ທາງ​ອິນ​ເທີ​ແນັຕວ່າ “ພວກ​ທະຫານ ​ໄດ້​ແນ​ເປົ້າ​ໝາຍ​ໃສ່​ເທີ​ກີ ​ທີ່ເວົ້າ
ວ່າ ​ພົວພັນ ກັບ​ນາໆ​ປະ​ເທດ ທີ່ນັບຖື​ໄມ້​ກາງ​ເຂນ,” ຊຶ່ງ​ກຸ່ມ​ດັງ​ກ່າວ​ເວົ້າ​ວ່າ ການ​ທີ່ night club ຖືກ​ເປັນ​ເປົ້າ​ໝາຍ​ກໍເພາະວ່າ ມັນ​ເປັນ​ບ່ອນ​ທີ່​ຊາວ​ຄຣິສ ພາກັນ​ມາສະ​ຫຼອງ​ພະຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ​.”

ແມ່ຍິງຜູ້ນຶ່ງໄດ້ຮັບບາດເຈັບ ໄດ້ຖືກນຳໂດຍລັດພະຍາບານ ຈາກ nightclub ບ່ອນທີ່ມືປືນ ໄດ້ທຳການໂຈມຕີໃນ Istanbul, ເທີກີ, 1 ມັງກອນ, 2017.
ແມ່ຍິງຜູ້ນຶ່ງໄດ້ຮັບບາດເຈັບ ໄດ້ຖືກນຳໂດຍລັດພະຍາບານ ຈາກ nightclub ບ່ອນທີ່ມືປືນ ໄດ້ທຳການໂຈມຕີໃນ Istanbul, ເທີກີ, 1 ມັງກອນ, 2017.



ນັກ​ວິໄຈທາງ​ການ​ເມືອງ ທ່ານ Sinan Ulgen ຈາກ EDAM ທີ່​ມີ​ສຳນັກງານ​ຢູ່​ທີ່​ນະຄອນ Istanbul ກ່າວ​ວ່າ ການ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຂອງກຸ່ມ​ລັດ​ອິສລາມ ຄັ້ງ​ນີ້ ຄວນ​ຈະຖືເອົາເປັນເຣື່ອງຈິງຈັງ​.

ທ່ານ Ulgen ກ່າວ​ວ່າ “ແນ່ນອນ ຕ້ອງຄາດ​ຫວັງ​ວ່າ ກຸ່ມ​ລັດ​ອິສລາມ ​ຈະ​ຕ້ອງ​ພົວພັນກັບ​ການ​ໂຈມ​ຕີນີ້ບໍ່ວິທີໃດກໍວິທີນຶ່ງ ເມື່ອ​ເບິ່ງທັງ​ສອງ​ດ້ານ​ຂອງ​ການ​ໂຈມຕີ ​night club ທີ່​ເປັນ​ທີ່​ນິຍົມ ​ແລະ​ເວລາ ຂອງ​ການ​ໂຈມ​ຕີ​ໃນ​ວັນ​ສະຫຼອງ​ປີໃໝ່.”

​ໃນ​ພາບ​ວິ​ດີ​ໂອ ທີ່​ໄດ້​ນຳ​ອອກ​ມາ​ເຜີຍ​ແຜ່​ໃນ​ສັບປະດາ​ທີ່​ແລ້ວ​ນີ້ ກຸ່ມ​ລັດ​ອິສລາມ ​ຮຽກຮ້ອງ​ພວກ​ທີ່​ສະໜັບສະໜຸນ​ຕົນ​ໃຫ້​ທຳ​ການ​ໂຈມ​ຕີ ​ໃນ​ເທີ​ກີ. ພາບ​ວີ​ດີ​ໂອ​ໄດ້​ອອກ​ເຜີຍແຜ່ ເພື່ອຕໍ່ຕ້ານກອງ​ກຳລັງ​ຂອງ​ເທີ​ກີ ທີ່​ຍັງ​ສືບ​ຕໍ່ ຕ້ານ​ຢັນ ​ໃນ​ເຂດ​ທີ່ເປັນ​ຍຸດ​ທະ​ສາດ​ສຳຄັນ ເພື່ອຄວບຄຸມ​ເມືອງ al-Bab ໃນຊີເຮຍຈາກ​ກຸ່ມ jihad

ການປະມວນພາບ: ​ການ​ໂຈມ​ຕີ ​night club ທີ່ນະຄອນ Istanbul

ການ​ຊາ​ປະ​ນະ​ກິດ​ແມ່ນ​ຍັງມີ​ສືບ​ຕໍ່​ສຳ​ຫຼັບ​ພວກ​ທີ່​ຖືກ​ສັງຫານ​ໃນຄ່ຳ​ຄືນ​ວັນ​ສະຫຼອງ​ຂຶ້ນປີໃໝ່ ຊຶ່ງເປັນ​ຄັ້ງ​ທີ 4 ຂອງການ​ໂຈມ​ຕີ​ໂດຍກຸ່ມ​ລັດ​ອິສລາມທີ່ ອິສຕັງບູລ ​ໃນ​ປີ​ນີ້.

ສຳ​ຫຼັບ​ພວກ​ທີ່​ໂສກ​ເສົ້າເສຍ​ໃຈ​ຕໍ່​ການ​ຕາຍ​ນີ້ ​ແມ່ນ​ມີ​ທັງ​ຄວາມ​ໂກດ​ແຄ້ນ​ແລະຜິດ​ຫວັງ.

ທ່ານ Vox ທີ່ໄດ້ກ່າວ​ເປັນ​ພາສາ​ເທີ​ກີ​ ວ່າ “ນີ້​ແມ່ນ​ບ່ອນ​ທີ່​ຄຳ​ເວົ້າ​ບໍ່​ສາມາດ​ອະທິບາຍ​
ໄດ້ ຄຳ​ເວົ້າ​ໃດ ປະ​ໂຫຍ​ກ​ໃດໆ ກໍ​ບໍ່​ສາມາດ​ອະທິບາຍ​ເຖິງ​ຄວາມ​ຮູ້ສຶກ​ເຈັບ​ປວດ
ຫຼັງ​ຈາກ​ທີ່​ໄດ້​ສູນເສຍ​ຊີວິດ ຫົວ​ໃຈ​ໄດ້ເສຍໄປ​ແລ້ວ. ກຸ່ມ​ກໍ່​ການ​ຮ້າຍ​ບໍ່​ພຽງ​ແຕ່​ເປັນ
​ວິ​ກິດ​ການ​ໃຫຍ່​ໃນ​ປະ​ເທດ​ນີ້ ມັນ​ຄື​ບັນຫາ​ຂອງ​ທຸກ​ຜູ້​ຄົນ​ທີ່​ມີ​ຊີວິດ ​ແຕ່​ວ່າ​ພວກ​ເຂົາ​
ເຈົ້າ​ບໍ່​ສາມາດ​ຫາ​ທາງ​ອອກ​ໄດ້.”

ກຸ່ມຫົວ​ຮຸນ​ແຮງ PKK ​ເທີ​ກີ ຍັງ​ໄດ້​ທຳ​ການລະ​ເບີດ​ໃນເມືອງ​ໃຫຍ່​ໃນເທີ​ກີ, ຊຶ່ງ​ຮວມທັງ​ເດືອນ​ທີ່​ແລ້ວ ​ໃນ​ເດືອນ​ແລ້ວ​ນີ້​ໃນນະຄອນ Istanbul. ລັດຖະບານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ
ທີ່​ຈະ​ຈັດ​ໃຫ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພ ຢ່າງ​ເຂັ້ມ​ງວດ​ແລະ​ປະ​ຫັດ​ປະຫານຕໍ່​ພວກ​ທີ່​ສະໜັບສະໜຸນ​ກຸ່ມ​ກໍ່​ການ​ຮ້າຍ ທາງ​ສື່​ສັງຄົມ​ອອນ​ໄລ​ນ໌.

​ແຕ່​ວ່າ ພວກ​ນັກວິ​ໄຈ​ໄດ້​ສັງ​ເກດ​ເຫັນ​ລາຍ​ງານ​ທີ່​ຄ້າຍຄື​ກັນ ທີ່​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ການ​
ໂຈມ​ຕີ ​ແລະ​ມັນ​ຍັງ​ມີ​ຄວາມ​ຮູ້ສຶກ​ໃນ​ປະ​ເທດ​ທີ່​ວ່າ ການ​ເພີ່ມ​ຂຶ້ນ​ຂອງການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ມີ​ນັ້ນ ​ແມ່ນ​ບໍ່​ສາມາດ​ຮັບ​ມື ​ແລະ​ຈັດການ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ທັງຫຼາຍໄດ້​ເລີຍ.​

The Islamic State group has claimed responsibility for the New Year's Eve attack on an Istanbul night club. Turkish security forces claim to have made eight detentions in connection with the attack, which killed 39 people, while continuing their hunt for the gunman. Dorian Jones reports for VOA from Istanbul.

Turkish security forces say they have made their first detentions in connection with the New Year's Eve night club attack, as a manhunt continues for the attacker. A grainy image of the suspected gunman taken from security camera footage has been released.

The detentions follow a claim of responsibility for the attack by Islamic State, which said in a statement on the internet that one of its, quote, "soldiers" targeted Turkey, which it said has sided "with countries of the cross." The group said the night club was targeted because it was a place where "Christians celebrated their apostles."

Political analyst Sinan Ulgen, of EDAM, an Istanbul-based political research group, says Islamic State's claim of responsibility should be taken seriously.

((ULGEN ACT))

"It was certainly expected that Islamic State would one way or another be linked to the attack, looking at both the nature of the target, a popular night club, (and) the timing, New Year's Eve."

((END ACT))

In a video released last week, Islamic State called on its supporters to launch attacks in Turkey. The video came against the backdrop of the Turkish military's ongoing battle to wrest control of the strategically important Syrian town of al-Bab from the jihadist group.

((OPT)) Citing security sources, Turkish media reported Monday the gunman in the night club attack is believed to have come from a Central Asian country, either Kyrgyzstan or Uzbekistan. Many Islamic State fighters are drawn from Central Asian countries and have used Istanbul as a base before traveling to fight in Syria. ((END OPT))

((FUNERAL ACT IN & UNDER))

Funerals are continuing of those killed in the New Year's Eve attack, which was the fourth deadly attack the conducted by Islamic State in Istanbul in a year.

For this mourner there is both anger and despair.

((VOX TURKISH IN & UNDER))

This is where words fail, he said. What word, what sentence can depict this pain? After life is gone, the heart is gone. Terror is not only the problem of this country, it is the problem of every living person, but they just can not find a solution.

The PKK Kurdish rebel group has also carried out bombings in Turkey's main cities, including last month in Istanbul. The government has promised to step up security and crack down on supporters of terrorism on social media.

But analysts note similar statements have been made after every attack, and there is a growing sense in the country that its increasingly overstretched security forces are incapable of stopping the terror attacks. ((DORIAN JONES FOR VOA NEWS ISTANBUL))

XS
SM
MD
LG