ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ຜະ​ລິດ ໄນ​ຈີ​ເຣຍ ປະ​ສົບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ການ​ຂາດ​ແຄນ​ພະ​ລັງ​ງານ


Nigeria Ukraine Manufacturers Energy USAGM-.mp4
please wait

No media source currently available

0:00 0:02:50 0:00

ບັນ​ດາ​ບໍ​ລິ​ສັດ​ຜູ້​ຜະ​ລິດ​ ໄນ​ຈີ​ເຣຍ ເວົ້າ​ວ່າ​ ເຂົາ​ເຈົ້າ​ກຳ​ລັງ​ປະ​ເຊີນ​ຄວາມ​ຫຍຸ້ງ​ຍາກ ​ກັບ​ລາ​ຄາ​ເມັດ​ເຂົ້າ​ທີ່​ສູງ​ຂຶ້ນ, ໂດຍ​ສະ​ເພາະ​ສຳ​ລັບ​ເຂົ້າ​ເບ​ລ່, ທີ່​ເກີດ​ຂຶ້ນ​ຍ້ອນ​ສົງ​ຄາມ​ຂອງ​ຣັດ​ເຊຍ ​ຕໍ່​ຢູ​ເຄ​ຣນ. ແຕ່​ແມ່ນ​ກະ​ທັ້​ງ​ກ່ອນ​ສົງ​ຄາມ​ໄດ້​ເລີ່ມ​ຂຶ້ນ ​ໃນ​ເດືອນ​ກຸມ​ພາ​ນັ້ນ, ໄນ​ຈີ​ເຣຍ ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ຂາດ​ແຄນ​ນ້ຳ​ມັນ​ເຊື້ອ​ໄຟ ແລະ ພະ​ລັງ​ງານ ແລະ ອັດ​ຕາ​ເງິນ​ເຟີ້​ສູງ. ນັກ​ຂ່າວ​ວີ​ໂອ​ເອ ທີ​ໂມ​ຕີ ໂອ​ບີ​ເອ​ຊູ ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ອາ​ບູ​ຈາ, ປະ​ເທດ ໄນ​ຈີ​ເຣຍ, ເຊິ່ງ​ພຸດ​ທະ​ສອນ ມີ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ນາງ ເອັມ​ມາ​ຈຸກວູ ໂອ​ຣິ​ຊູ, ມີ​ທຸ​ລະ​ກິດ​ອາ​ຫານສຳ​ລັບແອ​ນ້ອຍ ແລະແມ່ນ​ກຳ​ລັງ​ກະ​ກາມ​ກຽມ​ສະ​ລັບ​ການ​ນຳ​ສົ່ງ.

ເຄື່ອງ​ປຸງ​ນຶ່ງ​ທີ່​ສຳ​ຄັນ​ທີ່​ລາວ​ໄດ້​ໃຊ້​ແມ່ນ​ເຂົ້າ​ເບ​ລ່​ສີ​ຕັບ​ໝູ. ແຕ່​ຍ້ອນ​ສົງ​ຄາມ​ຂອງ​ຣັດ​ເຊຍ​ໃນ​ຢູ​ເຄ​ຣນ, ລາວ​ບໍ່​ແນ່​ໃຈ​ວ່າ​ເວ​ລາ​ໃດ​ ລາວ​ຈະ​ໄດ້​ສິນ​ຄ້າ​ຊຸດ​ຕໍ່​ໄປ​ຂອ​ງ​ລາວ.

ທ່ານ​ນາງ ເອັມ​ມາຈຸກວູ ໂອ​ຣີ​ຊູ, ຜູ້​ກໍ່​ຕັ້ງ​ບໍ​ລູ​ສັດ Somma’s Yummies ກ່າວ​ວ່າ “ຄື​ວ່າ, ຂ້າ​ພະ​ເຈົ້າ​ໃຊ້​ເຂົ້າ​ເບ​ລ່ ​ພ້ອ​ມ​ກັບ​ເຂົ້າ​ໂອດ ແລະ ແປ້ງ​ມັນ​ຫວານ​ເພື່ອ​ຜະ​ລິດ​ມັນ​ໂດ​ຍ​ສະ​ເພາະ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂີ້​ຕົວະ​ຕໍ່​ທ່ານ, ແມ່ນ​ກະ​ທັ້ງ​ວ່າ​ການ​ໄດ້​ມັນ​ມາ​ແມ່ນ​ຫຍຸ້ງ​ຍາ​ກ​ກໍ່​ຕາມ. ມັນ​ບໍ່​ພຽງ​ແຕ່​ກ່ຽວ​ກັບ​ການ​ຂຶ້ນ​ລາ​ຄາ​ເທົ່າ​ນັ້ນ. ເພື່ອ​ທີ່​ຈະ​ຊື້​ເຂົ້າ​ເບ​ລ່​ແມ່ນ​ຍາກ​ເປັນ​ພິ​ເສດ​ໃນ​ເວ​ລານີ້ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຊື້​ຈຳ​ນວນຫຼາຍ.”

ທ່ານ​ນາງ ໂອ​ຣີ​ຊູ ໄດ້​ເລີ່ມ​ເຮັດ​ອາ​ຫານ​ສຳ​ລັບ​ແອ​ນ້ອຍ​ເມື່ອ​ຫົກ​ປີ​ທີ່​ຜ່ານ​ມາ ຫຼັງ​ຈາກ​ໄດ້​ລາ​ອອກ​ຈາກວຽກ​ເກົ່າ​ຂອງ​ລາວ ​ເປັນ​ນັກ​ວິ​ທະ​ຍາ​ສາດ​ຫ້ອງ​ທົດ​ລອງ.

ແຕ່​ລາວ​ເວົ້າ​ວ່າ​ຫຼ້າ​ສຸດ​ນີ້, ການບໍ່​ມີ​ເຂົ້າ​ເບ​ລ່, ທຸ​ລະ​ກິດ​ແມ່ນບໍ່​ໄດ້​ເປັນ​ຄື​ເກົ່າ.

ທ່ານ​ນາງ ເອັມ​ມາ​ຈຸກວີ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຄົ້ນ​ຄວ້າ ກ່ຽວ​ກັບ ວິ​ທີ​ທີ່​ຈະ​ຫັນ​ປ່ຽນ​ຈາກ​ເຂົ້າ​ເບ​ລ່ສຳ​ລັບ​ສິ່ງ​ອື່ນ. ສິ່ງ​ທີ່​ພວກ​ເຮົາ​ມີ​ໃນ​ຄວາມ​ຄິດ​ດຽວນີ້​ແມ່ນ​ເມັດ​ເຂົ້າ ອາ​ຈາ (Acha grain), ຫຼື ໂຟ​ນີ​ໂອ ເຊິ່ງ​ແມ່ນ​ເມັດ​ເຂົ້າ​ພື້ນ​ເມືອງ​ຂອງ​ຊາວ​ອາ​ຟ​ຣິ​ກັນ. ຂ້າ​ພ​ະ​ເຈົ້າ​ຈະ​ໃຊ້​ເວ​ລາ​ດຽວນີ້ ແລະ ວັນ​ສຸກ​ເພື່ອ​ທຳ​ການ​ຕັດ​ສິນ​ໃຈ​ນັ້ນ.”

ໄນ​ຈີ​ເຣຍ ນຳ​ເຂົ້າ​ເຂົ້າ​ເບ​ລ່ມູນ​ຄ່າ​ສະ​ເລ່ຍ 2 ພັນ​ລ້ານ​ໂດ​ລາ​ໃນ​ປີ 2020 ແລະ 2021, ສ່ວນຫຼາຍ​ແມ່ນ​ຈາກ ສະ​ຫະ​ລັດ ແລະ ຣັດ​ເຊຍ, ອີງ​ຕາມ​ຫ້ອງ​ການ​ສະ​ຖິ​ຕິ​ຂອງ​ປະ​ເທດ.

ສະ​ມາ​ຄົມ​ຊາວ​ນາ​ເຂົ້າ​ເບ​ລ່ແຫ່ງ ໄນ​ຈີ​ເຣຍ ເວົ້າ​ວ່າ​ການ​ຜະ​ລິດ​ເຂົ້າ​ເບ​ລ່ໃນ​ທ້ອງ​ຖິ່ນ​ຢູ່​ທີ່ນີ້​ບັນ​ລຸ​ຕ່ຳ​ກວ່າ 10 ເປີ​ເຊັນ​ຂອງ​ຄວາມ​ຕ້ອງ​ການ​ໃນ​ປະ​ເທດ.

ສະ​ມາ​ຄົມ​ຜູ້​ຜະ​ລິດ ໄນ​ຈີ​ເຣຍ ເວົ້າ​ວ່າ​ການ​ຂາດ​ແຄນ​ເມັດ​ເຂົ້າ​ບໍ່​ໄດ້​ເປັນ​ບັນ​ຫາ​ດຽວເທົ່າ​ນັ້ນ. ກ່ອນ​ການ​ບຸ​ກ​ລຸກ, ທຸ​ລະ​ກິດ​ຕ່າງໆ​ແມ່ນ​ໄດ້​ປະ​ເຊີນ​ກັບ​ການ​ຂ​າດ​ແຄນ​ໄຟ​ຟ້າ ແລະ ນ້ຳ​ມັນ​ເຊື້ອ​ໄຟ, ອັດ​ຕາ​ເງິນ​ເຟີ້, ພື້ນ​ຖານ​ໂຄງ​ລ່າງ​ທີ່​ບໍ່​ດີ ແລະ ຄວາມບໍ່​ໝັ້ນ​ຄົງ​ທີ່​ເພີ່ມ​ຂຶ້ນ​ຢູ່​ແລ້ວ.

ທ່ານ ເຊ​ກຸນ ອາ​ຈາ​ຢີ-ຄາ​ເດີ ຈາກ​ສະ​ມາ​ຄົມ​ຜູ້​ຜະ​ລິດ ໄນ​ຈີ​ເຣຍ ເວົ້າ​ວ່າ “ຄວາມບໍ່​ໝັ້ນ​ຄົງ​ໄດ້​ເຮັດ​ໃຫ້​ຕ່ອງ​ໂສ້​ການ​ສະ​ໜອງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ຫຍຸ້ງ​ຍາກຫຼາຍ. ພາກ​ສ່ວນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບຫຼາຍ​ທີ່​ສຸດ​ຂອງ​ປະ​ເທດ​ຍັງ​ໄດ້​ເປັນ​ເສັ້ນ​ທາງ​ທີ່​ພວກ​ເຮົາ​ໄດ້​ອາ​ຫານ​ຂອງ​ພວກ​ເຮົາ​ມາ. ພວກ​ເຮົາ​ມີ​ສິ່ງ​ທ້າ​ທາຍ​ຕ່າງໆ. ຕອນນີ້​ມັນ​ປະ​ກອບ​ດ້ວຍ​ການ​ທີ່​ວ່າ​ປະ​ຊາ​ຊົນ​ບໍ່​ສາ​ມາດ​ເຮັດ​ໄດ້​ແມ່ນ​ກະ​ທັ້ງ​ນາ.”

ບັນ​ດາ​ເຈົ້າ​ໜ້າ​ທີ່ ໄນ​ຈີ​ເຣຍ ໄດ້​ຖິ້ມ​ໂທດ​ການ​ຂາດ​ແຄນ​ໄຟ​ຟ້າ​ໃສ່​ການ​ພັງ​ລົງ​ຂອງ​ສາຍ​ໄຟ​ຟ້າຫຼາຍ​ຄັ້ງ​ນັບ​ຕັ້ງ​ແຕ່​ເດືອນ​ມັງ​ກອນ​ເປັນ​ຕົ້ນ​ມາ.

ທຸ​ລະ​ກິດຫຼາຍ​ແຫ່ງ​ຄື​ຮ້ານ​ອົບ​ເຂົ້າ​ໜົມ​ຂອງ​ທ່ານ ​ອຸ​ສມານ ໂມ​ຮຳ​ເມັດ ໄດ້​ຖືກ​ຕັດ​ຈາກ​ໄຟ​ຟ້າ ແລະ ອາ​ໄສ​ນ້ຳ​ມັນ​ເຊື້ອ​ໄຟ​ກາ​ຊວນ​ເພື່ອ​ດຳ​ເນີນ​ເຄື່ອງ​ຈັກ. ແຕ່​ລາ​ຄາ​ຂອງ​ມັນ​ໄດ້​ເພີ່ມ​ຂຶ້ນ​ສາມ​ເທົ່າ​ນັບ​ຕັ້ງ​ແຕ່​ເລີ່ມ​ຕົ້ນ​ຂອງ​ປີ.

ທ່ານ ອຸ​ສ​ມານ ໂມ​ຮຳ​ເມັດ ຜູ້​ຈັດ​ການ​ຮ້ານ​ອົບ​ເຂົ້າ​ໜົມ​ກ່າວ​ວ່າ “ແຕ່​ລະ​ມື້​ພວກ​ເຮົາ​ໃຊ້​ນ້ຳ​ມັນ​ກາ​ຊວນ​ຢ່າງຫຼວງຫຼາຍ, ເພາະ​ວ່າ​ໄຟ​ຟ້າ​ແມ່ນ​ຫາ​ຍາກຫຼາຍ.”

ບັນ​ດາ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ​ການ​ເອີ້ນ​ຄືນ​ນ້ຳ​ມັນ​ເຊື້ອ​ໄຟ​ບໍ່​ດີຈາກ​ການ​ໄຫຼວຽນ​ 170 ລ້ານ​ລິດເມື່ອ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ ​ໄດ້​ນຳ​ໄປ​ສູ່​ການ​ຂາດ​ແຄນ​ນ້ຳ​ມັນ​ເຊື້ອ​ໄຟ.

ສຳ​ລັບ​ຕອນນີ້, ເຈົ້າ​ຂອງ​ທຸ​ລະ​ກິດຫຼາຍ​ຄົນ​ຄື​ທ່ານ​ນາງ ໂອ​ຣີ​ຊູ ແລະ ທ່ານ ໂມ​ຮຳ​ເມັດ ແມ່ນ​ມີ​ແຕ່​ຢູ່​ໃຫ້​ລອດເທົ່າ​ນັ້ນ.

Mmachukwu Orizu has a baby formula business and is preparing for a delivery.

One key ingredient she uses is brown wheat. But due to Russia’s war on Ukraine, she’s not sure when she will get her next supply.

"So, I use wheat alongside oats and then yam flour to produce that particular one. I won't lie to you, to even to get it has been difficult. It's not just about the increase in price. To get the wheat is actually difficult now because I buy in bulk."

Orizu started making baby formulas six years ago after quitting her former job as a laboratory scientist.

But she says lately, without her supply of wheat, business has not been the same.

"I'm already trying to research how to switch wheat for something else. What we have in mind for now is acha [grain], that's fonio. I'm taking between now and Friday to make that decision."

Nigeria imported an average $2 billion worth of wheat in 2020 and 2021, mostly from the United States and Russia, according to the country's statistics bureau.

The Wheat Farmers Association of Nigeria says local production of wheat here meets less than 10 percent of the country's needs.

The Nigerian Manufacturers Association says grain shortages are not the only problem. Before the invasion, businesses were already dealing with electricity and fuel shortages, inflation, poor infrastructure, and growing insecurity.

"Insecurity has made the supply chain internally very difficult. The most impacted parts of the country also happen to be the belt that we get most of our foods are from. We have had challenges. Now it is compounded by the fact that people cannot even farm."

Nigerian authorities blame the electricity shortage on the collapse of the national grid multiple times since January.

Many businesses like Usaman Mohammed's bakery are cut off from power and rely on diesel fuel to power generators. But that too has tripled in price since the beginning of the year.

"Each day we use a lot of diesel, because electricity is very scarce."

Authorities also said the recall in January of 170 million liters of tainted fuel from circulation led to fuel shortages.

For now, many business owners like Orizu and Mohammed are just getting by.

XS
SM
MD
LG