ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາແພດໝໍ ໄນຈີເຣຍ ໜີໄປເຮັດວຽກຢູ່ຕ່າງປະເທດ ເພື່ອຄ່າຈ້າງທີ່ສູງກວ່າ ແລະ ສະພາບການເຮັດວຽກທີ່ດີກວ່າ


Nigeria Doctors Brain Drain USAGM
please wait

No media source currently available

0:00 0:02:45 0:00

ໄນຈີເຣຍ ໄດ້ສູນເສຍແພດໝໍຫຼາຍພັນຄົນໃຫ້ຢູໂຣບ, ອາເມຣິກາເໜືອ ແລະຕາເວັນອອກກາງໃນທຸກໆປີ ຍ້ອນເງິນເດືອນ, ຜົນປະໂຫຍດ ແລະ ສະພາບການເຮັດວຽກທີ່ບໍ່ດີໃນບ້ານຂອງເຂົາເຈົ້າ. ບັນດາເຈົ້າໜ້າທີ່ສາທາ ລະນະສຸກໄດ້ສັນຍາທີ່ຈະປັບປຸງການຊົດເຊີຍ​ຄ່າ​ແຮງ​ງານເພື່ອເຮັດ​ໃຫ້ຜູ້ມີຄວາມ ສາມາດທາງການແພດຂອງປະເທດເຊົາໄປເຮັດວຽກຢູ່ປະເທດອື່ນ. ແຕ່ດັ່ງທີ່ນັກ ຂ່າວວີໂອເອ ທິໂມຕີ ໂອບີເອຊູ ລາຍງານຈາກນະຄອນອາບູຈາ ນັ້ນມັນອາດ ຈະບໍ່ພຽງພໍເທື່ອ, ເຊິ່ງ ພຸດທະສອນ ມີລາຍງານມາສະເໜີທ່ານໃນອັນດັບຕໍ່ໄປ.

ພວກເຮົາບໍ່ມີວັດຖຸທີ່ພວກເຮົາຕ້ອງການເພື່ອເຮັດວຽກ ສະນັ້ນເຈົ້າ ຈະເຫັນຄົນຕາຍຍ້ອນໂຣກຕ່າງໆທີ່ສາມາດປ້ອງກັນໄດ້.

ທ່ານໝໍຊາວໄນຈີເຣຍ, ທ່ານຈີເອເມຊີ ອີເບ ຈື່ສະພາບການທີ່ບໍ່ດີ ຂອງລະບົບສາທາລະນະສຸກຂອງໄນຈີເຣຍໄດ້​ດີ. ເວລາທີ່ທ່ານມີຂໍ້ສະເໜີ​ໃຫ້​ໄປ​ເຮັດວຽກໃນປະເທດອັງກິດເມື່ອສອງເດືອນທີ່ຜ່ານມາ, ທ່ານກໍໄດ້ຮັບ ເອົາມັນໃນທັນທີ.

ດຣ. ຈີເອເມຊີ ອີເບ ໄດ້ກ່າວວ່າ: “ຂ້າພະເຈົ້າໄດ້ໜີອອກມາຍ້ອນຂ້າພະເຈົ້າອຶດອັດໃຈ. ຂ້າພະເຈົ້າໄດ້ເຮັດວຽກ ໃນບ່ອນທີ່ຂ້າພະເຈົ້າໄດ້ເຮັດໃນສະພາບແວດລ້ອມທີ່ວ່າ ການເຮັດວຽກຂອງ ຂ້າພະເຈົ້າໃນສີ່ເດືອນທຳອິດຂ້າພະເຈົ້າບໍ່ໄດ້ຮັບຈເງິນເດືອນ​ເລີຍ ແລະ ໃນສີ່ເດືອນທີ່ວ່ານີ້ ຂ້າພະເຈົ້າຕ້ອງໄດ້ຈ່າຍຄ່າຕ່າງໆ, ຄວາມຮັບຜິດຊອບ ທັງຫຼາຍທີ່ຕ້ອງໄດ້ເຮັດ, ຂ້າພະເຈົ້າຕ້ອງ​ໄດ້ໄປເຮັດວຽກທຸກມື້.”

ດຣ. ອີເບ ແມ່ນນຶ່ງໃນທ່ານໝໍປະມານ 2 ພັນຄົນທີ່ໄນຈີເຣຍ ໄດ້ສູນເສຍໄປ ໃນທຸກປີຕໍ່ວຽກງານທີ່ໄດ້​ຄ່າຈ້າງດີກວ່າໃນຕ່າງປະເທດ, ອີງຕາມສະມາ ຄົມການແພດແຫ່ງຊາດຂອງປະເທດນັ້ນ. ປະເທດຕ່າງໆຄື ອັງກິດ, ສະຫະລັດ, ຊາອຸດີ ອາຣາເບຍ, ແລະການາດາ ແມ່ນຈຸດໝາຍປາຍທາງຕົ້ນຕໍ.

ສະມາຄົມດັ່ງກ່າວເວົ້າວ່າ ການໃຫ້ເງິນທຶນທີ່ບໍ່ພຽງພໍ, ການນັດຢຸດງານ ກ່ຽວກັບຄ່າຈ້າງຢ່າງເປັນປະຈຳ ແລະ ນະໂຍບາຍລັດຖະບານທີ່ບໍ່ເອື້ອ ອຳນວຍໃຫ້ຂະແໜງສາທາລະນະສຸກ ແມ່ນສາເຫດທີ່ເຮັດໃຫ້ຜູ້ມີຄວາມສາມາດ ທາງການແພດໄປເຮັດວຽກຢູ່ປະເທດອື່ນ.

ເງິນບໍ່ແມ່ນປັດໃຈຫຼັກພຽງອັນດຽວທີ່ເຮັດໃຫ້ຜູ້ຊ່ຽວຊານດ້ານການແພດໄປ ຕ່າງປະເທດ, ດັ່ງທີ່ຜູ້ຊ່ຽວຊານດ້ານການວັດແທກສາຍຕາໄນຈີເຣຍ, ທ່ານ ອີເຟອານີ ອູເກັນຢີ ອະທິບາຍໃຫ້​ຟັງ.

ທ່ານ ອີເຟອານີ ກ່າວວ່າ: “ຂ້າພະເຈົ້າຢາກເຮັດວຽກໃນສິ່ງແວດລ້ອມທີ່ຂ້າພະເຈົ້າມີເຄື່ອງມືກວດໂຣກທຸກ ຢ່າງໃຫ້ຂ້າພະເຈົ້າໃຊ້.”

ຄວາມຂັດແຍ້ງກ່ຽວກັບຄ່າຈ້າງລະຫວ່າງລັດຖະບານກັບແພດໝໍແມ່ນມີ ສືບຕໍ່ມາຫຼາຍປີ ແລະ ໄດ້ນຳໄປສູ່ການນັດຢຸດງານ. ເຊິ່ງຄັ້ງຫຼ້າສຸດແມ່ນການ ນັດຢຸດງານຢູ່ສະມາຄົມແພດໝໍຝຶກຫັດແຫ່ງຊາດ, ທີ່ໄດ້ຢຸດງານຊົ່ວຄາວ ໃນຕົ້ນເດືອນນີ້ ຫຼັງຈາກເຂົ້າເຈົ້າໄດ້ເລີ່ມເຮັດວຽກສອງເດືອນກວ່າ.

ສະມາຄົມການແພດຂອງໄນຈີເຣຍ ໄດ້ຖິ້ມໂທດໃສ່ການຍົກຍ້າຍຖິ່ນຖານ ສຳລັບອັດຕາການປິ່ນປົວຂອງໝໍຕໍ່ຈຳ​ນວນຄົນໄຂ້ທີ່ຫຼຸດລົງຂອງໄນຈີເຣຍ.

ແຕ່ແພດໝໍບາງຄົນຄືທ່ານ ເບຼສຊິງ ອົກວູບໍ ໄດ້ປະຕິເສດທີ່ຈະໜີ.

ດຣ. ເບຼສຊິງ ອົກວູບໍ ກ່າວວ່າ: “ຂ້າພະເຈົ້າມີໂອກາດຫຼາຍຄັ້ງທີ່ຈະເຮັດວຽກຢູ່ຕ່າງປະເທດ ແຕ່ຂ້າພະເຈົ້າ ເລືອກທີ່ຈະເສີມສ້າງປະສິດທິພາບໃຫ້ປະເທດຂອງຂ້າພະເຈົ້າ ແລະ ຂະແໜງສາທາລະນະສຸກ.”

ເດືອນນີ້, ບັນດາເຈົ້າໜ້າທີ່ ໄນຈີເຣຍ ໄດ້ສັນຍາທີ່ຈະເພີ່ມຄ່າຈ້າງໃນຄວາມພະ ຍາຍາມທີ່ຈະຮັກສາບັນດາແພດໝໍໄວ້.

ແຕ່ຜູ້ຊ່ຽວຊານດ້ານການແພດ ທ່ານ ເອຈິເກ ອໍຈີ ກ່າວວ່າ ວິທີການທີ່ກວ້າງ ກວ່າແມ່ນມີ​ຄວາມຈຳເປັນເພື່ອຮັບປະກັນວ່າ​ບັນດາແພດໝໍໄນຈີເຣຍຈະຢູ່ໃນ ປະເທດຂອງເຂົາ​ເຈົ້າ.

ດຣ. ເອຈິເກ ອໍຈີ ກ່າວວ່າ “ລະບົບປິ່ນປົວສຸຂະພາບຂອງພວກເຮົາແມ່ນຊຸດໂຊມຫຼາຍ ເຊິ່ງພວກເຮົາ ຕ້ອງການັແຫຼ່ງຊັບພະຍາກອນຢ່າງຫຼວງຫຼາຍ, ແລະ ພວກເຮົາຕ້ອງໃຊ້ຄວາມ ໂປ່ງໃສ ແລະ ຄວາມຮັບຜິດຊອບຢ່າງຫຼວງຫຼາຍໃຫ້ເປັນປະໂຫຍດ ແມ່ນ ກະທັ້ງທີ່ພວກເຮົາຢາກເຮັດພຽງໜ້ອຍດຽວກໍຕາມ.”

ຕາບ​ໃດ​ຫາກ​ຍັງ​ບໍ່​ທັນ​ເຮັດ​ແນວນັ້ນ ບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກ ຂອງໄນຈີເຣຍ ຫຼາຍພັນຄົນຈະສືບຕໍ່ພະຍາຍາມຊອກຫາວຽກຢູ່ຕ່າງປະເທດ.

Nigeria loses thousands of doctors every year to Europe, North America, and the Middle East, due to poor salaries, benefits, and working conditions. Nigerian health authorities are promising to improve compensation to stop the country’s medical brain drain, but as Timothy Obiezu reports from Abuja, it may not be enough.

"Chiemezie Ibe - "We didn't have the materials we needed to work with so you'd see people die from preventable diseases.”

Nigerian doctor Chiemezie Ibe comments on the poor state of Nigeria’s health system from his new base in Britain. He relocated in August to take a new job with better pay.

"I left because I got frustrated. I worked in a place where … I worked in an environment where for the first four months of my employment I was owed and in these four months I had bills to pay, responsibilities to meet up to, had to be at work every day."

Dr. Ibe is among the estimated 2,000 Nigerian doctors lost every year to better paying jobs abroad, according to the country’s National Medical Association, or NMA. Britain, Canada, Saudi Arabia and the United States are the main destinations.

The NMA says underfunding, frequent strikes over pay and unfavorable health policies are to blame for the medical brain drain.

Nigerian optometrist Ifeanyi Ugenyi says money is not the only reason that health professionals are leaving.

"When medical practitioners agitate for better working environment, it doesn't only entail salary … I want to practice in an environment where I have basically all diagnostic tools at my disposal."

Pay disputes between Nigerian authorities and medical unions often simmer and lead to strikes. The latest involves the National Association of Resident Doctors (NARD) strike, which was suspended in early October, more than two months after it began.

Nigeria’s medical association says the migration of doctors is the reason for Nigeria’s falling doctor-to-patient ratio. But some doctors, like Blessing Okwubor, say they would rather stay in Nigeria.

"I have had several opportunities to work abroad but I still chose to strengthen my country and the health sector."

This month, Nigerian authorities promised to increase pay in a bid to retain physicians, but medical expert Ejike Orji says a broader approach is needed to ensure Nigerian doctors stay.

"Our health care system is so broken that we need a lot of resources, and we need a lot of transparency and accountability to make use of even the little that we want to put in it."

For now, thousands of Nigerian health professionals will continue trying to get a job abroad.

XS
SM
MD
LG