ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ເທດ ໄນ​ເຈີ ປິດ​ເຂດ​ໜ່ານ​ຟ້າ​ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ຕິ​ເສດ​ທີ່​ຈະ​ນຳ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ ມາ​ກຳ​ອຳ​ນາດ​ຄືນ


ພາບ​ນີ້​ຖືກ​ຖ່າຍ ແລະ ເປີດ​ເຜີຍ​ໃນ​ວັນ​ທີ 1 ສິງ​ຫາ 2023 ໂດຍ​ພະ​ນັກ​ງານ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ຝ​ຣັ່ງ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ກອງ​ທັບ ຝ​ຣັ່ງ ຢູ່​ສະ​ໜາມ​ບິນ ດີ​ອໍ​ຣີ-ຮາ​ມາ​ນີ ຂອງ​ນະ​ຄອນຫຼວງ ເນຍ​ເມ ໃນ​ປະ​ເທດ ໄນ​ເຈີ.
ພາບ​ນີ້​ຖືກ​ຖ່າຍ ແລະ ເປີດ​ເຜີຍ​ໃນ​ວັນ​ທີ 1 ສິງ​ຫາ 2023 ໂດຍ​ພະ​ນັກ​ງານ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ ຝ​ຣັ່ງ ສະ​ແດງ​ໃຫ້​ເຫັນ​ເຮືອ​ບິນ​ກອງ​ທັບ ຝ​ຣັ່ງ ຢູ່​ສະ​ໜາມ​ບິນ ດີ​ອໍ​ຣີ-ຮາ​ມາ​ນີ ຂອງ​ນະ​ຄອນຫຼວງ ເນຍ​ເມ ໃນ​ປະ​ເທດ ໄນ​ເຈີ.

ປະ​ເທດ ໄນ​ເຈີ ໄດ້​ປິດ​ເຂດ​ໜ່ານ​ຟ້າ​ຂອງ​ເຂົາ​ເຈົ້າ​ຈົນ​ກວ່າ​ຈະ​ມີ​ແຈ້ງ​ການ​ເພີ່ມ​ເຕີມ​ໃນ​ວັນ​ອາ​ທິດ​ວານນີ້, ໂດຍ​ອ້າງ​ເຖິງ​ໄພ​ຂົ່ມ​ຂູ່​ຈາກ​ການ​ແຊກ​ແຊງ​ທາງ​ທະ​ຫານ​ຈາກ​ກຸ່ມ​ພາກ​ພື້ນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ຫຼັງ​ຈາກ​ພວກ​ຜູ້​ນຳ​ລັດ​ຖະ​ປະ​ຫານ​ໄດ້​ປະ​ຕິ​ເສດ​ຂີດ​ເສັ້ນ​ຕາຍ​ເພື່ອ​ນຳ​ເອົາ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​ແໜ່ງ​ຂອງ​ປະ​ເທດ​ກັບ​ມາ​ກຳ​ອຳ​ນາດ​ຄືນ.

ກ່ອ​ນ​ໜ້ານີ້, ຜູ້​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ​ທະ​ຫານຫຼາຍ​ພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ສະ​ໜາມ​ກິ​ລາ​ໃນ​ນະ​ຄອນຫຼວງ ເນຍ​ເມ, ເພື່ອສະ​ແດງ​ຄວາມ​ຍິນ​ດີ​ກັບ​ການ​ຕັດ​ສິນ​ໃຈ​ທີ່​ຈະ​ບໍ່​ເຮັດ​ຕາມ​ການ​ກົດ​ດັນ​ຈາກ​ພາຍ​ນອກ​ເພື່ອ​ຖອນ​ຕົວ​ອອກ​ໄປ​ໃນ​ວັນ​ອາ​ທິດ​ວານນີ້ ລຸນຫຼັງ​ການ​ຍຶ​ດ​ອຳ​ນາດ​ໃນ​ວັນ​ທີ 26 ກໍ​ລະ​ກົດ​ທີ່​ຜ່ານ​ມາ.

ການ​ກໍ່​ລັດ​ຖະ​ປະ​ຫານ​ດັ່ງ​ກ່າວ, ເຊິ່ງ​ເປັນ​ຄັ້ງ​ທີ 7 ໃນ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ແລະ ກາງ​ໃນ​ຮອບ​ສາມ​ປີ​ນັ້ນ, ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ພາກ​ພື້ນ ຊາ​ແຮ​ລ໌, ເຊິ່ງ​ແມ່ນ​ນຶ່ງ​ໃນ​ພາກ​ພື້ນ​ທີ່​ທຸກ​ຍາກ​ທີ່​ສຸດ​ໃນ​ໂລກ. ຍ້ອນ​ຄວາມ​ອຸ​ດົມ​ສົມ​ບູນ​ດ້ວຍ​ທາດ​ຢູ​ເຣ​ນຽມ ແລະ ນ້ຳ​ມັນ​ຂອງ​ເຂົາ​ເຈົ້າ ແລະ ບົດ​ບາດ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ​ໃນ​ການ​ເຮັດ​ສົງ​ຄາມ​ກັບ​ພວກ​ຫົວ​ຮຸນ​ແຮງ ອິ​ສ​ລາມ ນັ້ນ, ໄນ​ເຈີ ແມ່ນ​ມີ​ຄວາມ​ສຳ​ຄັນ​ສຳ​ລັບ ສະ​ຫະ​ລັດ, ຢູ​ໂຣບ, ຈີນ ແລະ ຣັດ​ເຊຍ.

ຫົວ​ໜ້າ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ອາ​ຟ​ຣິ​ກາ​ຕາ​ເວັນ​ຕົກ ຫຼື (ECOWAS) ໄດ້​ຕົກ​ລົງ​ຕໍ່​ແຜນ​ດຳ​ເນີນ​ງານ​ທາງ​ທະ​ຫານ​ທີ່​ອາດ​ເປັນ​ໄປ​ໄດ້, ລວມ​ມີ​ເວ​ລາ ແລະ ສະ​ຖານ​ທີ່ໆ​ຈະ​ໂຈມ​ຕີ, ຖ້າ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຖືກ​ກັກ​ຂັງ, ທ່ານ ໂມ​ຮາ​ເມັດ ບາ​ຊູມ, ບໍ່​ຖືກ​ປ່ອຍ​ຕົວ ແລະ ນຳ​ກັບ​ຄືນ​ສູ່​ອຳ​ນາດ​ພາຍ​ໃນ​ຂີ​ດ​ເສັ້ນ​ຕາຍ.

ຜູ້​ແທນ​ລັດ​ຖະ​ບານ​ທະ​ຫານ​ຄົນ​ນຶ່ງ​ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ໂທ​ລະ​ພາບ​ແຫ່ງ​ຊາດ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ “ຍ້ອນ​ໄພ​ຂົ່​ມ​ຂູ່​ຂອງ​ການ​ແຊກ​ແຊງ​ທີ່​ໄດ້​ກາຍ​ມາ​ມີ​ຄວາມ​ຊັດ​ເຈ​ນຫຼາຍ​ຂຶ້ນ​ນັ້ນ, ໜ່ານ​ຟ້າ​ຂອງ ໄນ​ເຈີ ແມ່ນ​ໄດ້​ປິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ນັບ​ຈາກມື້ນີ້​ເປັນ​ຕົ້ນ​ໄປ.”

ທ່ານ​ໄດ້​ກ່າວ​ວ່າ​ມັນ​ໄດ້​ມີ​ການ​ສົ່ງກອງ​ກຳ​ລັງ​ລ່ວງ​ໜ້າ​ໃນ​ສອງ​ປະ​ເທດ​ອາ​ຟ​ຣິ​ກາ​ກາງ ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ແຊກ​ແຊງ​ແຕ່ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG