ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກ​ສາ​ ຄວາມ​ປອດ​ໄພ ພາຍ​ໃນ ສະ​ຫະ​ລັດ ລາ​ອອກ​ຈາກ​ຕຳ​ແໜ່ງ


ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກ​ສາ​ ຄວາມ​ປອດ​ໄພ ພາຍ​ໃນ ທ່ານ​ນາງ ເຄີ​ສ​ເຈັນ ນຽ​ລ​ເຊັນ ໃຫ້​ປາກ​ຄຳ​ຕໍ່​ໜ້າ ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ພາ​ຕ່ຳ. ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 6 ມ​ີ​ນາ, 2019.
ລັດ​ຖະ​ມົນ​ຕີ ກະ​ຊວງ​ຮັກ​ສາ​ ຄວາມ​ປອດ​ໄພ ພາຍ​ໃນ ທ່ານ​ນາງ ເຄີ​ສ​ເຈັນ ນຽ​ລ​ເຊັນ ໃຫ້​ປາກ​ຄຳ​ຕໍ່​ໜ້າ ຄະ​ນະ​ກຳ​ມະ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ພາ​ຕ່ຳ. ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 6 ມ​ີ​ນາ, 2019.

ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ສະ​ຫະ​ລັດ ທ່ານ​ນາງ ເຄີ​ສ​ເຈັນ
ນຽລເຊັນ ໄດ້ລາອອກຈາກຕຳແໜ່ງຫຼັງຈາກເຮັດວຽກໄດ້ 16 ເດືອນ ແລະ ມີຄວາມ
ກົດຢ່າງຫຼວງຫຼາຍຈາກທຳນຽບຂາວ ແລະ ສາທາລະນະ ກ່ຽວກັບ ສະຖານະການຢູ່
ຕາມເຂດຊາຍແດນຂອງປະເທດ.

ທ່ານ​ນາງ ນຽ​ລ​ເຊັນ ໄດ້​ຂຽນ​ໃນ​ຈົດ​ໝາຍ​ລາ​ອອກ​ຂອງ​ລາວ ເຖິງ​ປະ​ທາ​ນາ​ທິ​ບໍ​ດີ ດໍ
ໂນລ ທຣຳ ວ່າ “ເຖິງແມ່ນພວກເຮົາໄດ້ມີຄວາມກ້າວໜ້າ ໃນການປະຕິຮູບການຮັກ
ສາຄວາມປອດໄພພາຍໃນສຳລັບຍຸກໃໝ່ກໍຕາມ, ຂ້າພະເຈົ້າໄດ້ພິຈາລະນາວ່າ ມັນ
ເຖິງເວລາແລ້ວທີ່ຂ້າພະເຈົ້າຕ້ອງຫຍັບອອກໄປ.”

ໃນ​ຂະ​ນະ​ທີ່​ທ່າ​ນ​ນາງບໍ່​ໄດ້​ເວົ້າ​ວ່າ ​ເປັນ​ຫຍັງ​ລາວ​ຈຶ່ງ​ລາ​ອອກ​ແທ້, ທ່ານ​ນາງໄດ້​ຂຽນ​
ວ່າລາວຫວັງວ່າລັດຖະມົນຕີຄົນຕໍ່ໄປ “ຈະໄດ້ຮັບການສະໜັບສະໜູນຈາກລັດຖະ
ສະພາ ແລະ ສານ ໃນການແກ້ໄຂກົດໝາຍ ເຊິ່ງໄດ້ກີດກັ້ນຄວາມສາມາດຂອງພວກ
ເຮົາທີ່ຈະຮັກເຂດຊາຍແດນຂອງ ອາເມຣິກາ ຢ່າງເຕັມທີ່ ແລະ ໄດ້ເຮັດໃຫ້ມີການບໍ່
ເຫັນດີກັນ ໃນການສະແດງຄວາມຄິດເຫັນຂອງປະເທດເຮົາ. ປະເທດຂອງເຮົາ ແລະ
ບັນດາຜູ້ຊາຍ ແລະ ແມ່ຍິງ ຂອງກະຊວງຮັກສາຄວາມພາຍໃນ ສົມຄວນໄດ້ຮັບເຄື່ອງ
ມື ແລະ ແຫຼ່ງຊັບພະຍາກອນຕ່າງໆທີ່ເຂົາເຈົ້າຕ້ອງການ ເພື່ອປະຕິບັດພາລະກິດທີ່
ຖືກມອບໝາຍໃຫ້ເຂົາເຈົ້າ.”

ຕໍ່​ມາ​ທ່ານ​ນາງ ນຽ​ລ​ເຊັນ ໄດ້​ກ່າ​ວ​ໃນ ທວິດ​ເຕີ ວ່າ​ມື້​ເຮັດ​ວຽກ​ມື້​ສຸດ​ທ້າຍ​ຂອງ​ລາວ​ຈະ
ແມ່ນວັນພຸດນີ້.

ທ່ານ ທ​ຣຳ ໄດ້​ສະ​ແດງ​ຄວາມ​ອຶດ​ອັດ​ໃຈ​ ກັບ​ສະ​ຖາ​ນະ​ການ​ຢູ່​ຕາມ​ເຂດ​ຊາຍ​ແດນ
ສະຫະລັດ ກັບເມັກຊິໂກ, ບ່ອນທີ່ຜູ້ຍົກຍ້າຍຖິ່ນຖານຫຼາຍຮ້ອຍພັນຄົນ ທີ່ພະຍາ
ຍາມຫຼົບໜີຈາກຄວາມທຸກຍາກ ແລະ ອາຊະຍາກຳໃນເຂດອາເມຣິກາກາງໄດ້ເດີນ
ທາງດ້ວຍຄວາມຫວັງວ່າຈະເຂົ້າມາໃນ ສະຫະລັດ.

ທ່ານ​ໄດ້​ກ່າວ​ຢ້ຳ​ ກ່ຽວ​ກັບ ການ​ຢືນ​ຢັນ​ຂອງ​ທ່ານ​ໃນ​ທວິດ​ເຕີຫຼາຍ​ຄັ້ງ​ໃນ​ຕອນ​ແລງວັນ
ອາທິດວານນີ້, ດ້ວຍການເນັ້ນຄຳເວົ້າວ່າ “ປະເທດຂອງພວກເຮົາແມ່ນເຕັມແລ້ວ.”

ທ່ານ ທ​ຣຳ ອີກ​ຄັ້ງ​ນຶ່ງ​ໄດ້​ຂົ່ມ​ຂູ່​ທີ່​ຂະ​ຫຍາ​ຍ​ພາ​ສີ​ຕໍ່​ສິນ​ຄ້າ ເມັກ​ຊິ​ໂກ ຫຼື ປິດ​ເຂດ​ຊາຍ
ແດນ, ຖ້າບັນດາເຈົ້າໜ້າທີ່ບໍ່ “ຈັບພວກຄົນຜິດກົດໝາຍ.” ພາຍໃຕ້ກົດໝາຍ ສະຫະ
ລັດ, ຄົນຕ່າງປະເທດສາມາດທີ່ຈະສະໝັກຂໍລີ້ໄພໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG