ອົງການຈັດຕັ້ງສາກົນ ແລະ ກຸ່ມອົງການທີ່ບໍ່ຂຶ້ນກັບລັດຖະບານ
ໃນປະເທດເນປານໄດ້ອອກຄຳເຕືອນວ່າຄວາມເສຍຫາຍຮ້າຍ
ແຮງຈາກແຜ່ນດິນໄຫວເມື່ອວັນທີ 25 ເດືອນເມສາທີ່ຜ່ານມາ
ໄດ້ເຮັດໃຫ້ແມ່ຍິງ ແລະ ເດັກນ້ອຍຫຼາຍພັນຄົນມີຄວາມສ່ຽງຕໍ່
ການຕົກເປັນເຫຍື່ອຂອງພວກຄ້າມະນຸດ. Ron Corben ນັກ
ຂ່າວ VOA ລາຍງານວ່າ ນັກປຸກລະດົມຕໍ່ຕ້ານການຄ້າມະນຸດ
ເວົ້າວ່າ ມີຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ຕື່ມຂຶ້ນຕໍ່ການປົກປ້ອງ
ເດັກຍິງ ແລະແມ່ຍິງ. ພຸດທະສອນ ມີລາຍລະອຽດກ່ຽວກັບເລື້ອງ
ນີ້ ມາສະເໜີທ່ານ.
ນັກປຸກລະດົມໄດ້ກ່າວວ່າ ຫຼາຍພັນຄົນໃນປະເທດເນປານ ຍັງບໍ່ ມີທີ່ຢູ່ອາໄສ ແລະ ບ້ານຢູ່
ເຮືອນຊານ, ເຮັດໃຫ້ແມ່ຍິງທີ່ທຸກຍາກ ແລະ ເດັກຍິງບໍ່ປອດໄພ ຈາກພວກຄ້າມະນຸດ.
ອົງການທີ່ບໍ່ຂຶ້ນກັບລັດຖະບານເວົ້າວ່າ ເຄືອຂ່າຍອາດສະຍາກອນແນ ໃສ່ສະເພາະຊຸມຊົນ
ໃນເຂດຊົນນະບົດ, ເຖິງຂັ້ນວ່າປອມຕົວ ເປັນນັກພະນັກງານກູ້ໄພ ເພື່ອລັກພາໂຕ ຫຼື ຫຼອກລວງແມ່ຍິງໜີ.
ອົງການສະຫະປະຊາຊາດເວົ້າວ່າ ມີເດັກຍິງເຖິງ 15,000 ຄົນໄດ້ຖືກລັກລອບອອກຈາກ
ປະເທດ ເນປານ ຢ່າງຜິດກົດໝາຍ, ບັງຄັບໃຫ້ຂາຍບໍລິການທາງເພດຢູ່ໄກເຖິງປະເທດ
ເກົາຫຼີໃຕ້ ແລະ ອາຟຣິກາໃຕ້, ເຖິງວ່າຜູ້ຍິງສ່ວນໃຫຍ່ແມ່ນຖືກລໍ່ລວງໄປ ປະເທດ ອິນເດຍ ເຊິ່ງເປັນບ່ອນທີ່ມີຫຼາຍພັນຄົນ ເຮັດວຽກຢູ່ໃນສະຖານບໍລິການທາງເພດ.
ທ່ານ Anuradha Koirala ຜູ້ກໍ່ຕັ້ງອົງການຕໍ່ຕ້ານການຄ້າມະນຸດ Maiti Nepal ເວົ້າວ່າ
ເດັກຍິງແມ່ນຕົກຢູ່ໃນອັນຕະລາຍເປັນພິເສດ ໃນທ່າມກາງການໃຫ້ຄວາມສົນອົກສົນໃຈແກ່ການຊ່ວຍເຫຼືອ ແລະ ການຟື້ນຟູປະເທດ ທີ່ກຳລັງດຳເນີນຢູ່.
“ທຸກໆຂົງເຂດແມ່ນໄດ້ຮັບຜົນກະທົບ, ພື້ນທີ່ເຫລົ່ານີ້ແມ່ນຖືກຜົນກະທົບຢ່າງຮຸນແຮງ ແລະ ເປັນບ່ອນທີ່ມີການຄ້າຂາຍເດັກນ້ອຍຫຼາຍເຖິງ 80 ເປີເຊັນ. ມີບໍ່ເທົ່າໃດຄົນເທົ່ານັ້ນທີ່ໃຫ້ຄວາມສົນໃຈຕໍ່ກັບບັນຫານີ້. ພວກເຮົາຄິດວ່າເດັກນ້ອຍແມ່ນມີຄວາມສ່ຽງທີ່ສຸດ, ພວກເຮົາຕ້ອງຊ່ວຍເຫຼືອ ພວກເຂົາ ແລະ ພວກເຮົາຕ້ອງເບິ່ງແຍງພວກເຂົາ. ພວກເຮົາເອງກໍ່ໄດ້ຊ່ວຍເຫຼືອເດັກນ້ອຍມາແລ້ວສາມຄົນ.”
ອົງການ ກອງທຶນເດັກ ສະຫະປະຊາຊາດ ຫລື UNICEF ແມ່ນກຳລັງຮຽກຮ້ອງໃຫ້ມີການ
ສ້າງສະຖານທິ່ເພື່ອການຮ່ຳຮຽນຊົ່ວຄາວ, ໂດຍເວົ້າວ່າ ມີເດັກນ້ອຍເກືອບ 1 ລ້ານຄົນບໍ່ສາມາດກັບຄືນໄປໂຮງຮຽນ ເນື່ອງຈາກວ່າອາຄານໂຮງຮຽນເປ່ເພ.
ມີການຄາດຄະເນວ່າ ຫ້ອງຮຽນຈຳນວນ 24,000 ຫ້ອງ ໄດ້ເປ່ເພເສຍຫາຍ ຫຼື ຖືກທຳລາຍຍ້ອນແຜ່ນດິນໄຫວ, ເຊິ່ງເປັນຄັ້ງທີ່ຮ້າຍແຮງທີ່ສຸດໃນຮອບ 80 ປີ.
ອົງການ UNICEF ເວົ້າວ່າໃນພື້ນທີ່ເຊັ່ນ Gorkha, Sindhupalchok and Nuwakot,
ໂຮງຮຽນຫຼາຍກວ່າ 90 ເປີເຊັນໄດ້ຖືກທຳລາຍ. ໃນເມືອງ Dhading ອາຄານໂຮງຮຽນ 80 ເປີເຊັນໄດ້ພັງທະລາຍ. ໂຮງຮຽນໃນເຂດອື່ນໆເຊັ່ນ ນະຄອນຫຼວງ Kathmandu ແລະ Bhaktopur ແມ່ນຖືກໃຊ້ເປັນສະຖານທີ່ພັກສຸກເສີນສຳລັບຜູ້ລອດຊີວິດຈາກແຜ່ດິນໄຫວ.
ທ່ານ Koirala ຈາກອົງການ Maiti Nepal ກ່າວວ່າການສ້າງໂຮງຮຽນຄືນໃໝ່ ແລະ ການ
ປູກຈິດສຳນຶກ ກ່ຽວກັບ ໄພຂົ່ມຂູ່ຈາກພວກຄ້າມະນຸດໃນເຂດຊຸມຊົນເຂດຊົນນະບົດຄວນເປັນບຸລິມະສິດອັນດັບໜຶ່ງ.
”ຈຸດທີ່ເຮົາຄວນສຸມໃສ່ໃນຕອນນີ້ແມ່ນການຟື້ນຟູ, ການຟື້ນຟູເບື້ຶອງຕົ້ນຂອງໂຮງຮຽນ ແລະ ການສຶກສາຄວນບໍ່ໃຫ້ມີການເສຍເງິນ, ເປັນຂໍ້ບັງຄັບ. ປະຊາຄົມນາໆຊາດທັງໝົດ ພວກເຮົາຄວນມາຮວມກັນ ແລະ ຫາວິທີປ້ອງກັນ, ປ້ອງກັນ ແລະ ປົກປ້ອງເດັກຍິງ ແລະ ເດັກນ້ອຍຜູ້ທີ່ລອດຊີວິດມາໄດ້. ພວກເຮົາຄວນນຳເອົາໂຄງການປ້ອງກັນ, ໂຄງການປູກຈິດສຳນຶກໄປຫາບັນດາໝູ່ບ້ານທັງຫຼາຍ ເພາະວ່າ ປະຊາຊົນຈະສາມາດລະມັດລະວັງໂຕເອງ ແລະ ຂ້ອຍຄິດວ່າເຮົາຈະສາມາດເຮັດໃຫ້ການຄ້າມະນຸດຫຼຸດໜ້ອຍລົງ.”
ອົງການ UNICEF ໄດ້ສະແດງຄວາມເປັນຫ່ວງຕໍ່ສິ່ງທີ່ປະເທດ ເນປານ ໄດ້ຮັບເມື່ອບໍ່ດົນ
ມານີ້ ຈາກການເພີ່ມຂຶ້ນຂອງຈຳນວນຜູ້ເຂົ້າຮຽນຊັ້ນປະຖົມເຖິງ 95 ເປີເຊັນວ່າ ມັນອາດຈະ
ສູນເສຍໄປ ຍ້ອນຜົນສະທ້ອນຂອງແຜ່ນດິນໄຫວ.
ແຕ່ພະນັກງານສາທາລະນະສຸກ ຂອງທ້ອງຖິ່ນເວົ້າວ່າ ໂດຍທົ່ວໄປແລ້ວ ພວກປະຊາຊົນ
ແມ່ນມີຄວາມໝົດຫວັງຫຼາຍ ຫຼັງຈາກທີ່ໄດ້ສູນເສຍທຸກຢ່າງໄປຍ້ອນແຜ່ນດິນໄຫວ, ເຮັດໃຫ້ພວກເຂົາມີຄວາມສ່ຽງຕໍ່ການຕົດເປັນເຫຍື່ອຂອງພວກຄ້າມະນຸດ ທີ່ໃຫ້ສັນຍາວ່າ ຈະຫາວຽກ ແລະ ມີຄ່າຈ້າງໃຫ້.
ບົດລາຍງານຂອງກະຊວງ ການຕ່າງປະເທດ ສະຫະລັດ ໄດ້ພົບວ່າ ຜູ້ຍິງ ແລະ ເດັກຍິງ ເນປານ ໄດ້ປະເຊິີນໜ້າກັບການຖືກບັງຄັບ ໃຫ້ເຮັດວຽກໃນ ເນປານ ແລະ ອິນເດຍ ເປັນຂ້ອຍຂ້າ, ຂໍທານ, ຄົນເຮັດວຽກໃນໂຮງງານ ແລະ ເປັນກຳມະກອນຢູ່ບໍ່ແຮ່. ບາງຄົນ
ກໍ່ເຮັດວຽກຢູ່ສະຖານບັນເທິງຜູ້ໃຫຍ່. ບາງຄົນກໍ່ຖືກຂາຍໄປ Malaysia, Hong Kong ແລະ ເກົາຫຼີໃຕ້, ແລະ ແມ່ນກະທັ້ງເມືອງ Khasa ຂອງປະເທດຈີນ ທີ່ຢູ່ຕິດກັບຊາຍແດນ ກໍມີ.
ບົດລາຍງານໄດ້ລະບຸວ່າ ເຖິງແມ່ນປະເທດ ເນປານ ບໍ່ສາມາດທີ່ຈະປະຕິບັດຕາມ
“ມາດຕະຖານຕ່ຳສຸດເພື່ອລຶບລ້າງການຄ້າມະນຸດ, ແຕ່ກໍໄດ້ມີການດຳເນີນຄວາມພະຍາ
ຍາມອັນສຳຄັນ. ບັນດານັກປຸກລະດົມມີຄວາມເປັນຢ້ານກົວວ່າ ຄວາມກ້າວໜ້າຕ່າງໆທີ່
ໄດ້ຮັບມາຕອນນີ້ ອາດສູນເສຍໄປກັບແຜ່ນດິນໄຫວ ໃນວັນທີ 25 ເດືອນ ເມສາ ໝົດແລ້ວ.