ບັນດາກຸ່ມສັງຄົມພົນລະເຮືອນ ຂອງທ້ອງຖິ່ນ ແລະນາໆຊາດ
ຢູ່ໃນປະເທດກຳປູເຈຍ ພາກັນເຕືອນວ່າ ກົດໝາຍໃໝ່ທີ່ແນ່
ໃສ່ພວກອົງການຈັດຕັ້ງ ບໍ່ຂື້ນກັບລັດຖະບານນັ້ນ ອາດສາ
ມາດສ້າງຄວາມເສຍຫາຍ ໃຫ້ແກ່ເສດຖະກິດຂອງປະເທດ
ແລະເຮັດໃຫ້ການພັດທະນາ ສ້າງສາປະເທດ ຊັກຊ້າລົງ.
Neou Vannarin ນັກຂ່າວວີໂອເອ ພາສາຂະແມ ມີລາຍ
ງານ ຊຶ່ງກິ່ງສະຫວັນຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.
ໃນການຖະແຫລງຕໍ່ສື່ມວນຊົນ ຢູ່ນະຄອນຫລວງພະນົມເປັນ
ເມື່ອວັນຈັນແລ້ວນີ້ ບັນດາຜູ້ຕາງໜ້າ ເກືອບ 270 ຄົນ ຂອງ
ກຸ່ມສັງຄົມພົນລະເຮືອນ ຂອງ ທ້ອງຖິ່ນ ແລະນາໆຊາດທີ່ເຮັດ
ວຽກຢູ່ໃນກຳປູເຈຍ ພາກັນອ້າງວ່າ ຮ່າງກົດໝາຍ ທີ່ຮ້ອງວ່າ “ຢຸດ ແລະ ປຶກສາກ່ອນ” ຈະສົ່ງຜົນກະທົບຕໍ່ຫລາຍ ກວ່າ 4,000 ໂຄງການພັດທະນາ ຖ້າຫາກວ່າມີການຮັບຜ່ານເອົາ
ໂດຍບໍ່ມີການປືກສາຫາລືກັນຢ່າງຖືກຕ້ອງ.
ເຂົາເຈົ້າເຕືອນວ່າ ຊາວກຳປູເຈຍ ຫລາຍກວ່ານຶ່ງລ້ານຄົນ ອາດຖືກໃຫ້ອອກການ ເພາະ
ວ່າຮ່າງກົດໝາຍດັ່ງກ່າວ ວາງຄວາມກົດດັນຕໍ່ພວກອົງການທີ່ບໍ່ຂື້ນກັບລັດຖະບານ ຫລື NGO ແລະບີບບັງຄັບໃຫ້ ຈຳນວນນຶ່ງຕ້ອງໄດ້ອັດລົງ.
ທ່ານ Soeung Saroeun ຫົວໜ້າບໍລິຫານອົງການທີ່ຊື່ວ່າ ຄະນະກຳມະການຮ່ວມມືເພື່ອກຳປູເຈຍ ກ່າວວ່າ “ຜົນສະທ້ອນທາງສັງຄົມ ແມ່ນຈະຮ້າຍແຮງ. ຂ້າພະເຈົ້າ
ຢາກຖາມວ່າ ແມ່ນໃຜເປັນຜູ້ທີ່ໄດ້ຊ່ວຍເຫລືອພວກເດັກນ້ອຍກຳພ້າ ເດັກນ້ອຍ
ພິການ ແລະພວກເດັກນ້ອຍທີ່ຕິດເຊື້ອ HIV/AIDS ມາກ່ອນ? ແມ່ນໃຜໄດ້ຊ່ວຍ
ເຮັດໃຫ້ ກຳປູເຈຍກ້າວຂື້ນມາສູ່ຖານະປະເທດອັນດັບໜຶ່ງ ໃນການຕໍ່ສູ້ກັບເຊື້ອ
HIV/AIDS? ມັນແມ່ນພວກສັງຄົມພົນລະເຮືອນ.”
ທ່ານນາງ Sara Sitts ຫົວໜ້າປະຈຳກຳປູເຈຍ ຂອງອົງການ Pact Cambodia ກ່າວ
ວ່າ ກຳປູເຈຍຈະສູນເສຍໂຄງການພັດທະນາຕ່າງໆໄປ ໃນມູນຄ່າ 600 ຫາ 700 ລ້ານ
ໂດລາ ຕໍ່ປີ ເວລາໃດ ກົດໝາຍຖືກຮັບຜ່ານເອົາ ທີ່ອາດຈະຂົ່ມຂູ່ຕໍ່ ອົງການນາໆຊາດທີ່
ບໍ່ຂື້ນກັບລັດຖະບານ ເຖິງປະສິດຕິພາບ ທີ່ຈະບໍລິຫານໃຫ້ໂຄງການຕ່າງໆໄດ້ຜົນ” ທ່ານ
ນາງກ່າວອີກວ່່າ “ພວກເຮົາຄາດວ່າ ປະຊາກອນກຳປູເຈຍ ຫລາຍລ້ານຄົນຈະຮູ້ສຶກຕໍ່ຜົນ
ກະທົບຢູ່ທົ່ວໂຄງການ ຈາກສຸຂະພາບ ແລະການສຶກສາ ຈົນເຖິງຊີວິດການເປັນຢູ່ ສິ່ງແວດ
ລ້ອມ ແລະການປົກຄອງຕົນເອງທີ່ດີນັ້ນ.”
ທ່ານນາງກ່າວວ່າ “ຮ່າງກົດໝາຍຕ້ານ NGO ສະບັບຫລ້າສຸດ ທີ່ມີໃຫ້ເບິ່ງຢ່າງ
ເປີດເຜີຍນັ້ນ ແມ່ນຈະຈຳກັດງົບປະມານ ຊຶ່ງຈະຂົ່ມຂູ່ຕໍ່ຄວາມສາມາດຂອງພວກ
NGO ໃນການຈັດຕັ້ງປະຕິບັດໂຄງການຂອງພວກຕົນ ຢ່າງບໍ່ສິ້ນເປືອງຄ່າໃຊ້ຈ່າຍຫລາຍ. ພວກເຮົາຄາດວ່າ ປະຊາກອນກຳປູເຈຍ ຫລາຍລ້ານຄົນ ຈະຮູ້ສຶກ
ເຖິງຜົນກະທົບຢູ່ໃນທົ່ວທຸກດ້ານ ຈາກສຸຂະພາບ ແລະການສຶກສາ ໄປຫາຊີວິດ
ການເປັນຢູ່ ສິ່ງແວດລ້ອມ ແລະການປົກຄອງທີ່ດີ.”
ທາງທ່ານ Am Sam Ath ຫົວໜ້າຝ່າຍຕິດຕາມເບິ່ງໂຄງການຂອງ ອົງການ Licadho
ກ່າວວ່າ ກົດໝາຍໃໝ່ແມ່ນບໍ່ຈຳເປັນ ເພາະວ່າ ມີກົດໝາຍແພ່ງຄວບຄຸມການລົງທະບຽນ
ຂອງພວກ NGO ຢູ່ແລ້ວ. ທ່ານກ່າວວ່າ ກົດໝາຍໃໝ່ແມ່ນມີເປົ້າໝາຍ ເພື່ອຢຸດການ
ປະທ້ວງຮຽກຮ້ອງເອົາກຳມະສິດທີ່ດິນ.
ທ່ານກ່າວຕໍ່ໄປວ່າ “ຖ້າຫາກວ່າ ກົດໝາຍຖືກຮັບຜ່ານເອົາ ບັນດາສະມາຄົມທ້ອງຖິ່ນ
ກໍຈະກາຍເປັນສະມາຄົມທີ່ຜິດກົດໝາຍ ເພາະວ່າ ເຂົາເຈົ້າລົງທະບຽນບໍ່ໄດ້. ພວກນັກ
ເຄື່ອນໄຫວກໍຈະຖືກລົງໂທດ ພາຍໃຕ້ກົດໝາຍນັ້ນ ຍ້ອນໄດ້ເຂົ້າຮ່ວມກັບສະມາຄົມທີ່
ຜິດກົດໝາຍ.”
ແຕ່ວ່າ ທ່ານ Phay Siphan ໂຄສົກປະຈຳສະພາລັດຖະມົນຕີ ປະຕິເສດຕໍ່ຄຳກ່າວອ້າງ
|ນັ້ນ ໂດຍກ່າວວ່າ ກົດໝາຍຈະໄດ້ຮັບການຈັດຕັ້ງປະຕິບັດຢ່າງໂປ່ງໃສ ເພື່ອປັບປຸງຂັ້ນ
ຕອນການດຳເນີນງານຂອງພວກ ອົງການ NGO ເຫລົ່ານັ້ນ. ທ່ານກ່າວຕື່ມອີກວ່າ ກຸ່ມ
ສັງຄົມພົນລະເຮືອນ ມີລາຍການທີ່ຊຸກເຊື່ອງໄວ້. ຄຳກ່າວອ້າງເຫລົ່ານັ້ນແມ່ນອີງຕາມ
ຈີນຕະນາການຂອງເຂົາເຈົ້າ. ພວກທີ່ຄັດຄ້ານຕໍ່ ກົດໝາຍ ພາກັນຊຸກເຊື່ອງວຽກລັບ
ຂອງເຂົາເຈົ້າ. ກົດໝາຍນີ້ຈະບໍ່ຂັດ ຂວາງຕໍ່ ກິດຈະກຳພັດທະນາສ້າງສາ ຂອງກຳປູເຈຍ
ແຕ່ຢ່າງ|ໃດເລີຍ."
ທ່ານກ່າວຕື່ມວ່າ ພວກ NGO ຄວນຈະລໍຖ້າ ຈົນກວ່າກົດໝາຍໄດ້ຖືກສົ່ງໄປຍັງສະພາ
ແຫ່ງຊາດ ບ່ອນທີ່ເຂົາເຈົ້າຈະສາມາດປະກອບຄວາມເຫັນ ແລະຄຳສະເໜີຕ່າງໆໄດ້.
ແຕ່ຝ່າຍກຸ່ມສັງຄົມພົນລະເຮືອນ ຕ້ອງການໃຫ້ມີການປຶກສາຫາລືເສຍກ່ອນ ກ່ອນທີ່
ລັດຖະບານຈະຮັບຮອງເອົາຮ່າງກົດໝາຍນີ້ ແລະສົ່ງໄປສະພາ.
ລັດຖະບານກຳປູເຈຍ ໄດ້ຮ່າງມາດຕະການນີ້ ມາຕັ້ງແຕ່ປີ 2010 ແຕ່ບໍ່ເຄີຍໄດ້ຈັດໃຫ້
ມີການປຶກສາຫາລື ກັບສາທາລະນະຊົນ. ເດືອນແລ້ວນີ້ ນາຍົກລັດຖະມົນຕີ Hun Sen
ກ່າວວ່າ ລັດຖະບານຂອງທ່ານ ຈະຮັບຮອງເອົາຮ່າງກົດໝາຍສະບັບນີ້ ພາຍໃນເດືອນ
ພຶດ ສະພາ ກ່ອນຈະສົ່ງໄປຫາສະພາແຫ່ງຊາດ ເພື່ອອະພິປາຍແລະໃຫ້ສັດຕະຍາບັນ.
ອີງຕາມຮ່າງກົດໝາຍ ທີ່ ວີໂອເອ ໄດ້ຮັບມານັ້ນ ຖ້າຫາກໄດ້ຮັບການຮັບຮອງເອົາຈາກ
ສະພາ ກົດໝາຍສະບັບນີ້ກໍແມ່ນຈະບັງຄັບໃຫ້ ພວກສະມາຄົມ ແລະ ພວກ NGO ທ້ອງ
ຖິ່ນທັງໝົດໄປລົງທະບຽນຢູ່ກະຊວງພາຍໃນ ແລະໃຫ້ພວກ NGO ຕ່າງປະເທດ ໄປລົງ
ທະບຽນຢູ່ ກະຊວງຕ່າງປະເທດ. ນອກເໜືອໄປຈາກນັ້ນແລ້ວ ພວກອົງການຈັດຕັ້ງທັງ
ໝົດ ຈະຕ້ອງໄດ້ລາຍງານ ຄວາມຄືບໜ້າໃນການປະຕິບັດງານຂອງເຂົາເຈົ້າ ແລະລາຍ
ງານເລື້ອງການເງິນເປັນປະຈຳ.
ມາດຕາ 25 ແລະ 30 ຂອງຮ່າງກົດໝາຍນີ້ ລະບຸວ່າ ອົງການຈັດຕັ້ງຈະຖືກລືບລ້າງອອກ
ຈາກທະບຽນ ຖ້າຫາກບໍ່ລາຍງານຕໍ່ກະຊວງເຫລົ່ານັ້ນ.
ຜູ້ປະສານງານ ອົງການປະຊາຄົມຊາວໄຮ່ຊາວນາກຳປູເຈຍ ທ່ານ Theng Savoeun
ກ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນວັນຈັນທີ່ຜ່ານມາວ່າ ກົດໝາຍໃໝ່ນີ້
ຈະສົ່ງຜົນກະທົບຕໍ່ ບັນດາສະມາຄົມນ້ອຍໆ ເຊັ່ນ ສະມາຄົມຂອງທ່ານເອງ ເພາະວ່າ
ເຂົາເຈົ້າບໍ່ສາມາດລົງທະບຽນ ແລະນຳສະເໜີລາຍງານຕໍ່ລັດຖະບານ ເປັນປະຈຳໄດ້.
ທ່ານໄດ້ກ່າວວ່າ “ເວລາໃດກົດໝາຍຖືກຮັບຜ່ານເອົາ ມັນກໍຈະບັງຄັບໃຫ້ພວກຊາວໄຮ່
ຊາວນາ ໄປລົງທະບຽນສະມາຄົມຂອງເຂົາເຈົ້າ ຢູ່ກະຊວງພາຍໃນ ແລະທີ່ດິນຂອງເຂົາ
ເຈົ້າ ທີ່ມີບັນຫາຢູ່ນັ້ນ ກໍຈະຖືກຍຶດເອົາ. ອີກຈຸດນຶ່ງກໍຄືວ່າ ມາດຕາ 25 ຂອງກົດໝາຍ
ບັງຄັບໃຫ້ເຂົາເຈົ້າ ນຳສະເໜີລາຍງານການເຮັດວຽກ ແລະການເງິນຂອງເຂົາເຈົ້າ ຕໍ່
ທາງກະຊວງ ຊຶ່ງເຂົາເຈົ້າບໍ່ມີຄວາມສາມາດພຽງພໍທີ່ຈະເຮັດໄດ້. ເພາະສະນັ້ນ ຮ່າງກົດ
ໝາຍນີ້ ກໍແມ່ນເປັນການກົດດັນ ຕໍ່ສິດທິຂອງພວກເຮົາ."