ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

NGO ກ່າວຫາ ບໍລິສັດ ຫວຽດນາມ ຕັດໄມ້ ທໍາລາຍປ່າ ຢູ່ລາວ


ໄມ້ທ່ອນ ທີ່ຖືກລັກລອບຕັດ ໂດຍບໍລິສັດຫວຽດນາມ ໃນພາກໃຕ້ ຂອງ ລາວ.
ໄມ້ທ່ອນ ທີ່ຖືກລັກລອບຕັດ ໂດຍບໍລິສັດຫວຽດນາມ ໃນພາກໃຕ້ ຂອງ ລາວ.
ອົງການ Global Witness ລາຍ​ງານ​ວ່າ ລັດ​ວິ​ສາ​ຫະກິດ​ຈາກ​
ຫວຽດນາມ ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຕັດ​ໄມ້​ທໍາລາຍ​ປ່າ ​ແລະ​
ການ​ຍາດ​ຊິງ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ໃນ​ລາວ ​ແລະ​ກໍາປູ​ເຈຍ

please wait

No media source currently available

0:00 0:04:16 0:00
ລິງໂດຍກົງ

ອົງການ Global Witness ຈາກ​ ປະ​ເທດ​ອັງກິດ ຊຶ່ງ​ໄດ້​ດໍາ​ເນີນ​ການ​ ເກັບ​ກໍາ​ຂໍ້​ມູນ​ ແລະ ກວດກາ​ກ່ຽວ​ກັບ​ສະພາບ​ການ​ທໍາລາຍ​ຊັບພະຍາກ​ອນທໍາ​ມະ​ຊາດ​ໃນ​ເຂດ​ລຸ່ມ​ແມ່​ນໍ້າ ຂອງ ລາຍງານວ່າ ກຸ່ມ​ບໍລິສັດ Hoang ​Anh Gia Lai (HAGL) ຈາກ​ຫວຽດນາມ ໄດ້​ດໍາ​ເນີນ​ທຸລະ​ກິດທີ່​ລະ​ເມີດ​ຕໍ່​ພັນທະ​ສັນຍາ​ວ່າ​ດ້ວຍ​ການ​ອະນຸລັກສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ແລ​ະການ​ພັດທະນາ​ທາງ​ສັງຄົມ ທັງ​ໃນ​ລາວ ​ແລະ​ກໍາປູ​ເຈຍ. ​

ໂດຍ​ລາຍ​ງານ​ຂອງ​ອົງການ Global Witness ດັ່ງກ່າວ​ນີ້ ​ໄດ້​ລະບຸ​ວ່າ ກຸ່ມ​ບໍລິສັດ HAGL ​ໄດ້​ມີ​ສ່ວນ​ກ່ຽວຂ້ອງ​ທັງ​ໃນ​ການ​ຕັດ​ໄມ້​ທໍາລາຍ​ປ່າ ແລະ​ການ​ຍາດ​ຊິງ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ​ໃນ ລາວ ​ແລະ​ກໍາປູ​ເຈຍ​ຢ່າງ​ກວ້າງຂວາງ ​ໂດຍ​ສະ​ເພາະແມ່ນ​ການ​ຍາດ​ຊິງ​ເອົາ​ທີ່​ດິນ​ຂອງ​ປະຊາຊົນ ລາວ ​ແລະ​ກໍາປູ​ເຈຍ ​ໄປ​ເປັນ​ສ່ວນ​ນຶ່ງ​ໃນ​ເຂດ​ສໍາ​ປະທານ ທີ່​ດິນ​ຂອງ​ບໍລິສັດ​ນັ້ນ ກໍ​ປາກົດ​ວ່າ ບໍລິສັດ HAGL ກໍ​ເປັນ 1 ​ໃນ 2 ບໍລິສັດ​ຈາກ​ຫວຽດ ນາມ ທີ່​ມີ​ສ່ວນ​ໃນ​ການ​ຍາດ​ຊິງ​ເອົາ​ທີ່​ດິນ​ຂອງປະຊາຊົນ​ລາວ ແລະ​ກໍາປູ​ເຈຍ ຄິດ​ເປັນ​ເນື້ອ​ທີ່​ລວມກັນ​ກວ້າງ​ກວ່າ 3.7 ລ້ານ​ເຮັກ​ຕ້າ.

ກຸ່ມບໍລິສັດ HAGL ​ເປັນ​ບໍລິສັດ​ໃຫຍ່​ອັນ​ດັບ​ທີ 2 ​ໃນ​ຕະຫຼາດ​ຮຸ້ນ​ຫວຽດນາມ ທີ່​ມີ​ການ​ລົງທຶນ​ທັງ ​ໃນ ​ແລະ​ຕ່າງປະ​ເທດ ​ໂດຍ​ສໍາລັບ​ລາວ​ນັ້ນ ກໍ​ໄດ້​ເນັ້ນ​ໜັກ​ການ​ລົງທຶນ​ໃນ​ດ້ານ​ການ​ປູກ​ຢາງ​ພາຣາ ການ​ຂຸດ​ຄົ້ນ​ແຮ່​ທາດ ການ​ກໍ່ສ້າງ​ເຂື່ອນ​ຜະລິດ​ໄຟຟ້າ ​ແລະ​ອຸດສາຫະກໍາ​ການ​ແປ​ຮູບ​ໄມ້ ທີ່​ຄິດ​ເປັນ​ມູນ​ຄ່າ​ການ​ລົງທຶນ​ໃນ​ລາວ ລວມກັນ​ຫຼາຍ​ກວ່າ 1,000 ລ້ານ​ໂດ​ລ່າ. ​

ສວນປູກຢາງພາລາ ທີ່ລົງທຶນໂດຍບໍລິສັດຫວຽດນາມ
ສວນປູກຢາງພາລາ ທີ່ລົງທຶນໂດຍບໍລິສັດຫວຽດນາມ

ໂດຍ​ໃນ​ປັດຈຸບັນ​ນີ້ ກຸ່ມ​ບໍລິສັດ HAGL ທີ່​ມີ​ພື້ນ​ທີ່​ສໍາ​ປະທານ​
ສໍາລັບ​ການ​ປູກ​ຢາງພາຣາ ກວ້າງ​ກວ່າ 25,000 ​ເຮັກ​ຕ້າ ​ໃນ​
ແຂວງ​ອັດ​ຕະປື ​ແລະ​ກໍາລັງ​ຂຸດ​ຄົ້ນ​ແຮ່​ເຫຼັກ​ຢູ່​ໃນ​ເຂດ​ເມືອງ​ກະ
ລຶມ ກັບ​ເມືອງ​ທ່າ​ແຕງ ​ໃນ​ແຂວງ​ເຊ​ກອງ ທັງ​ຍັງ​ຈະ​ລົງທຶນ​ກໍ່
ສ້າງ​ເຂື່ອນ​ນໍ້າ​ກົງ ​ເຂື່ອນ​ນໍ້າ​ເອັດ ​ແລະ​ເຂື່ອນ​ເຊ​ກອງ​ຢູ່​ໃນ​ລາວ​
ດ້ວຍ ​ເປົ້າໝາຍ​ທີ່​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ໄປ​ຂາຍ​ຍັງ​ຫວຽດນາມ​
ອີກ​ດ້ວຍ.

ຍິ່ງ​ໄປ​ກວ່າ​ນັ້ນ ກຸ່ມ​ບໍລິສັດ HAGL ກໍ​ໄດ້​ລົງທຶນ​ສ້າງ​ສະໜາມ​
ບິນ​ ຢູ່​ແຂວງ​ອັດ​ຕະປື ​ແລະ​ແຂວງ ຫົວພັນ ຊຶ່ງ​ເປັນ​ການ​ລົງທຶນ
​ແລະ​ດໍາ​ເນີນ​ການ​ກໍ​່ສ້າງ​ສະໜາມ​ບິນ ທັງ 2 ​ແຫ່ງ ​ໃຫ້​ກ່ອນ ​ໂດຍ ລັດຖະບານລາວ ຈະ​ຕ້ອງ​ຊໍາລະ​ຄືນ​ໃນ​ພາຍຫຼັງ​ຄິດ​ເປັນ​ມູນ​ຄ່າ​ລວມຫຼາຍ​ກວ່າ 110 ລ້ານ​ໂດ​ລ່າ ທີ່​ແບ່ງ​ເປັນ​ການ​ລົງທຶນ​ສ້າງ​ສະໜາມ​ບິນ ທີ​່​ແຂວງ​ອັດ​ຕະປື​ໃນ​ມູນ​ຄ່າ 36 ລ້ານ​ໂດ​ລ່າ ສ່ວນ 74 ລ້ານ​ໂດ​ລ່າ ທີ່​ເຫຼື​ອນັ້ນ ກໍ​ເປັນ​ການ​ລົງ ທຶນ​ສ້າງ​ສະໜາມ​ບິນ​ທີ່​ແຂວງ​ຫົວພັນ ຕາ​ມລໍາດັບ ທັງ​ນີ້ກໍ​ເນື່ອງ​ຈາກ​ວ່າ​ລັດຖະບານ ລາວບໍ່​ມີ​ງົບປະມານ​ທີ່​ຈະ​ດໍາ​ເນີນ​ການ​ດ້ວຍ​ ຕົນ​ເອັງ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນ​ສູງ ​ໃນ​ກົມ​ການ​ບິນ​ພົນລະ​ເຮືອ​ຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ ແຈ​ງວ່າ:

“ຄັນວ່າ​ເວົ້າ​ເລຶ່ອງພື້ນຖານ​ໂຄງຮ່າງ​ນີ້ ກໍ​ບໍ່​ສາມາດຂ້າມ​ສະໜາມ​ບິນ ​ໂດຍ​ສະ​ເພາະ​ແມ່​ນລັດ ຖະບານ​ໄດ້​ມີ​ແຜນການ​ລະຫວ່າງ ສາມ​ປະ​ເທດ ກໍ​ຄື ລາວ ກໍາ ປູ​ເຈຍ ​ແລະ​ຫວຽດນາມ​ ​ເພື່ອສ້າງ​ເຂດ​ເສດຖະກິດ​ພິ​ເສດ​ລະຫວ່າງ​ປະ​ເທດ ສະ​ນັ້ນ ​ເພື່ອ​ຮັບຮອງ​ໃຫ້​ກັບ​ການ​ພັດທະນາ ລັດຖະບານ​ຈຶ່ງ​ໄດ້​ກູ້​ຢືມ​ຈາກ Hoang Anh Gia Lai ​ເພື່ອ​ໃຫ້ Hoang Anh Gia Lai ນີ້ ສ້າງ​ສະໜາມ​ບິນ​ຢູ່​ແຂວງ​ອັດ​ຕະປື.”

ການ​ກໍ່ສ້າງສະໜາມ​ບິນ​ ທັງ​ສອງແຫ່ງ​ດັ່ງກ່າວ ຈະ​ສໍາ​ເລັດ ​ແລະເປີດ​ໃຊ້​ພາຍ​ໃນ​ປີ 2015 ​ໂດຍ​ສໍາລັບ​ສະໜາມ​ບິນ​ ຢູ່​ທີ່​ແຂວງ​ອັດ​ຕະປືນັ້ນ ຈະ​ມີ​ທາງ​ແລ່ນຂຶ້ນລົງ​ ຫຼື Runway ຍາວ 1,850 ​ແມັດ ກວ້າງ 30 ​ແມັດ ສາມາ​ດຮອງ​ຮັບ​ເຮືອ​ບິນ​ຂະໜາດ 70-100 ບ່ອນ​ນັ່ງ ສ່ວນ​ສະໜາມ​ບິນ​ຢູ່​ແຂວງ​ຫົວພັນ​ນັ້ນ ກໍ​ເປັນ​ແບບ​ດຽວ​ກັນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ອົງການ Global Witness ​ໄດ້​ສະ​ເໜີ​ລາຍ​ງານ​ດັ່ງກ່າວ ທັງ​ກໍ​ຍັງ​ໄດ້ຮຽກຮ້ອງ ຂໍ​ໃຫ້​ບັນດາ​ສະຖາ​ບັນ​ການ​ເງິນ​ລະຫວ່າງ​ປະ​ເທດ​ຖອນ​ການ​ສະໜັບ ສະໜຸນ​ດ້ານ​ເງິນ​ທຶນ​ທີ່​ໃຫ້​ກັບ​ກຸ່ມ​ບໍລິສັດ​ HAGL ດ້ວຍ​ນັ້ນ ກໍ​ຍ່ອມ​ທີ່​ຈະ​ສົ່ງ​ຜົນ​ກະທົງ​ເຖິງ​ການ​ລົງທຶນ​ ຂອງ​ກຸ່ມ​ບໍລິ ສັດ​ດັ່ງກ່າວນີ້​ໃນ​ລາວດ້ວຍ ຖ້າ​ຫາກ​ວ່າ​ ສະ​ຖາ​ບັນ​ການ​ເງິນ​ລະຫວ່າງ​ປະ​ເທດ​ປະຕິບັດ​ຕາມ​ການ​ຮຽກຮ້ອງ​ດັ່ງກ່າວ​ຂອງ​ອົງການ Global Witness ​ໃນ​ໄລຍະ​ຕໍ່​ໄປ.
XS
SM
MD
LG