ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເຊັນເຊີລຸ້ນໃໝ່ ທຳການວັດແທກທີ່ເປັນໄປບໍ່ໄດ້ໃນເມື່ອກ່ອນ


LogOn: Next-gen sensors taking previously impossible measurements
please wait

No media source currently available

0:00 0:01:59 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້.

ບັນ​ດານັກຄົ້ນຄວ້າຢູ່ລັດ ຄາລິຟໍເນຍ ກຳລັງພັດທະນາ ເຄື່ອງເຊັນເຊີ ທີ່ມີຄຸນນະພາບສູງເພື່ອກວດຈັບການປ່ຽນແປງຂອງສະພາບແວດລ້ອມຢ່າງວ່ອງ​ໄວ. ​ນັກ​ຂ່າວ​ວີ​ໂອ​ເອ ຈີເນຍ ດູລົດ ມີລາຍງານໃນລາຍການ LogOn ຂອງ​ອາ​ທິດນີ້.

ນັກຄົ້ນຄ້ວາ ມະຫາວິທະຍາໄລ​ລັດຄາລິຟໍເນຍ ໃນ​ນະ​ຄອນ ລອສ໌ ແອນເຈີລິສ໌ ກຳລັງພັດທະນາເຄື່ອງເຊັນເຊີ ຄວານທຳ ລຸ້ນໃໝ່ທີ່ທ່ານ ສາສດາຈານ ປຣິນີຫາ ນາຣາງ (Prineha Narang) ເວົ້າວ່າ ມັນຈະປັບ​ປຸງ​ການວັດ ແທກທີ່ແນ່ນອນ ກ່ຽວ​ກັບ ສິ່ງ​ທີ່ເກີດຂຶ້ນຢູ່ໃນອາກາດ ຫຼື ໃນນ້ຳຂອງ​ພວກ​ເຮົາ.

ສາສະດາຈານ ປຣິນີຫາ ນາຣາງ (Prineha Narang) ນັກຄົ້ນຄວ້າ ມະຫາວິທະຍາໄລ ແຄລິຟໍຣເນຍເວົ້າວ່າ:

“ບາງສິ່ງທີ່ສາ​ມາດເປັນສັນຍານເລີ່ມຕົ້ນຂອງບັນຫາທີ່ໃຫຍ່ ແລະ ນັ້ນ​ກໍ​ແມ່ນ ເປົ້າ​ໝາຍ​ພື້ນ​ຖານ​ເພື່ອ​ທຳ​ການ​ຕັດ​ສິນ​ໃຈ ກ່ຽວ​ກັບ ສຸ​ຂະ​ພາບ​ຂອງ​ມະ​ນຸດ ໃນ​ແງ່​ຂອງ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ຄຸນ​ນະ​ພາບ​ຂອງ​ອາ​ກາດ.”

ນັກຄົ້ນຄວ້າ ທ່ານ ເຊີຈີໂອ ຄາບາ​ໂຮ (Sergio Carbajo) ຢູ່ມະຫາວິທະຍາ ໄລ ຄາລິຟໍຣເນຍ ແມ່ນ​ກຳ​ລັງ​ເພັ່ງ​ເລັງ​ໃສ່ການ​ໃຊ້​ແສງ​ເລ​ເຊີ​ທີ່​ມີ​ຄວາມ​ແນ່ນອນ​ສຸດຍອດ​ໃສ່​ໂມ​ເລ​ກຸນ, “ອ່ານ” ຄຸນລັກສະນະຄວານ​ທຳ​ຂອງ​ມັນ ຫຼື ການ​ລົງ​ຊື່​ທີ່​ພິເສດ ຫຼື ລາຍມືຂອງ​ມັນ, ດັ່ງ​ທີ່​ທ່ານ​ເອີ້ນ​ມັນ, ດ້ວຍ​ເຄື່ອງ​ໝາຍເວລາ ແລະ ສະ​ຖານ​ທີ່​ຕັ້ງ.

ນັກຄົ້ນຄວ້າ ເຊີຈີໂອ ຄາບະໂຮ ເວົ້າວ່າ:

“ເຈົ້າເກັບຫຼາຍຮ້ອຍພັນໂມເລກຸນທີ່ເຈົ້າມີ ແລະ ນັ້ນ​ກໍ​ແມ່ນ​ເວ​ລາ​ທີ່​ເຈົ້າ​ສາ​ມາດ​ເລີ່​ມ​ຊອກ​ຫາ​ບໍ່​ພຽງ​ແຕ່​ຂໍ້​ມູນ​ດຽວ​ທີ່​ເຈົ້າ​ໄດ້​ມາ, ແຕ່​ເປັນ​ຂໍ້​ມູນ​ລວມ​ທັງ​ໝົດ​ເວ​ລາ​ທີ່​ມັນຢູ່​ນຳ​ກັນ, ສະ​ນັ້ນ​ເຈົ້າ​ຈຶ່ງ​ສາ​ມາດປຽບ​ທຽບ​ເຫດ​ການ​ຕ່າງໆ​ໄດ້.”

ຍ້ອນຄວາມ​ສັບ​ສົນ​ຂອງ ຄວານທຳ, ເຊິ່ງ​ແມ່ນ​ປາ​ກົດ​ການ​ທີ່ ໂຟ​ຕັນ​ ນຶ່ງ “ຮູ້” ກ່ຽວ​ກັບ ການ​ມີ​ຢູ່​ຂອງ​ອີກ ໂຟ​ຕັນ​ນຶ່ງ, ເຄື່ອງເຊັນເຊີ​ທີ່​ວ່ານີ້​ກໍ​ຈະ​ສາ​ມາດ​ວັດ​ແທກບາງຢ່າງທີ່ຢູ່ຫ່າງອອກໄປ 1 ໄມ;

ເມື່ອໝອກຄວັນໄຟປ່າຈາກປະເທດ ການາດາ ພັດລົງມາປົກຄຸມລັດ ນິວຢອກ ໃນລະດູຮ້ອນທີ່ແລ້ວນີ້, ນັກຄົ້ນຄ້ວາເວົ້າວ່າ ເຄື່ອງເຊັນເຊີຕ່າງໆ ອາດ​ສາ​ມາດ ຄາດເດົາໄດ້ວ່າ ໝອກຄວັນດັ່ງ​ກ່າວຈະຢູ່ໃນຈຸດໃດຂອງເມືອງ ແລະ ຈະຢູ່ອີກດົນປານໃດ, ແມ່ນ​ກະ​ທັ້ງຮູ້​ເລິກ​ລົງ​ໄປ​ຫາ​ສານປົນເປື້ອນທີ່ສະເພາະ ເຈາະຈົງນຳອີກດ້​ວຍ.

ນັກວິທະຍາສາດ ທ່ານ ເ​ດັນນິສ ຄິມ ເວົ້າວ່າມັນເປັນພຽງຈຸດເລີ່ມຕົ້ນເທົ່ານັ້ນ.

“ໜຶ່ງໃນຫຼາຍໆສິ່ງທີ່ພວກເຮົາສາມາດເຮັດໄດ້ຢູ່ໃນເຄື່ອງເຊັນເຊີ ຄ​ວານ​ທຳນີ້ ຄືກວດຈັບຄວາມປ່ຽນແປງຢູ່ໃນສະໜາມແມ່ເຫຼັກ, ຍົກຕົວຢ່າງ, ຫຼາຍເທື່ອເວ​ລາ​ທີ່ເຈົ້າມີ, ແມ່ນກະທັ້ງຢູ່ໃນປະເທດທີ່ມີແຜ່ນດີນໄຫວ, ບ່ອນ​ທີ່ມີລະດັບແຜ່ນດິນ ໄຫວທີ່ແຕກຕ່າງກັນ, ເຈົ້າຍັງສາມາດນຳໃຊ້ມັນກວດ ຈັບການປ່ຽນແປງທີ່ມີ ຄຸນນະພາບສູງ ຊື່ງສາມາດເຮັດໄຫ້ເຮົາຄາດເດົາ ຫຼື ຮູ້​ສຶກໄດ້ເຖິງແຜ່ນດິນໄຫວ ກ່ອນ​ທີ່​ມັນ​ຈະເກີດຂື້ນ”

10 ປີໜ້າຂ້າງໜ້າ, ນັກວິທະຍາສາດ ຄາດຫວັງວ່າເຊັນເຊີພວກນີ້ ຈະຄົ້ນພົບ ວິທີທາງໃຊ້ງານຢ່າງກວ້າງຂວາງ ໃນດ້ານວິທະຍາສາດ​ສະ​ພາບ​ອາ​ກາດ.

Researchers at the University of California in Los Angeles are developing next generation quantum sensors that Professor Prineha Narang says will improve the precision of measuring what is happening in our air or water.

“Some things that can be early markers of bigger problems, and that’s really the name of the game in making decisions around human health in terms of responding to air quality changes. ”

UCLA researcher Sergio Carbajo is focusing two ultra-precise laser beams on a molecule, “reading” its quantum characteristics, or its unique signature or fingerprint, as he calls it, with a time and location stamp.

“You collect hundreds of thousands of them that you have, and that’s when you can begin to look for not only the individual information that you obtain, but the entire summation of that information when it’s entangled, so you can see correlated events.”

Because of quantum entanglement, a phenomenon when one photon “knows” of the existence of another, these sensors will be able to measure something miles away.

When smog from Canadian fires descended on New York last summer, the researchers say sensors could have predicted in which areas of the city and for how long the smoke would stay – even down to specific contaminants.

Scientist Dennis Kim says that’s only the start.

“One of the things that we can do with quantum sensors is detect changes in magnetic fields, so for instance, a lot of times when you have, even in earthquake country, where you have different earthquakes, so you can have a higher sensitivity, so we can kind of predict or kind of sense earthquakes before they happen.”

In the next ten years, researchers expect these sensors will find even broader applications in climate science.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG