NEWS WORDS: RESILIENT
Welcome to the Voice of America’s “News Words,”
ທ່ານນັກຮຽນນັກສຶກສາທັງຫລາຍ ຍິນດີຕ້ອນຮັບເຂົ້າສູ່ລາຍການຮຽນຄຳສັບພາສາອັງກິດໃນຂ່າວ ບ່ອນທີ່ພວກເຮົາເວົ້າ ກ່ຽວກັບ ຄຳສັບທີ່ທ່ານອາດໄດ້ຍິນ ຢູ່ໃນຂ່າວ.
The US economy has had its ups and downs. Recently, the chair of Federal Reserve described it this way.
ເສດຖະກິດສະຫະລັດ ມີໄດ້ມີຊ່ວງຂຶ້ນ ແລະ ລົງຂອງມັນ. ຫວ່າງມໍ່ໆມານີ້ ປະທານທະນາຄານກາງ ສະຫະລັດ ໄດ້ອະທິບາຍມັນໃນວິທີນີ້.
RESILIENT
RESILIENT: ຣີຊິລຽນ
Despite persistently low energy prices and economic weakness abroad, Federal Reserve chair Janet Yellen says the U.S, economy has been resilient in the face of shocks.
ເຖິງແມ່ນວ່າ ມັນໄດ້ມີລາຄາພະລັງງານທີ່ຕໍ່າ ແລະ ເສດຖະກິດທີ່ອ່ອນແອຢູ່ຕ່າງປະເທດຢ່າງຕໍ່ເນື່ອງກໍຕາມ, ປະທານທະນາຄານກາງ ສະຫະລັດ ທ່ານນາງ ເຈແນັດ ແຢລລັນ ກ່າວວ່າ ເສດຖະກິດ ສະຫະລັດ ແມ່ນສາມາດທີ່ຈະຟື້ນຕົວຄືນສູ່ສະພາບເດີມໄດ້ຍ້ອນເຫດການທີ່ບໍ່ຄາດຄິດຕ່າງໆ.
Resilient means being able to recover from difficult conditions and unexpected changes.
ຣີຊິລຽນ ໝາຍເຖິງການສາມາດທີ່ຈະຟື້ນຕົວຈາກສະພາບທີ່ຫຍຸ້ງຍາກ ແລະການປ່ຽນແປງທີ່ບໍ່ຄາດຝັນ.
The chair of the Federal Reserve says the U.S economy is resilient because it is slowly getting better after the Great Recession, which began in 2008.
ປະທານຂອງທະນາຄານກາງສະຫະລັດ ກ່າວວ່າ ເສດຖະກິດ ສະຫະລັດ ມີຄວາມສາມາດຟື້ນຕົວໄດ້ເພາະວ່າ ມັນໄດ້ດີຂຶ້ນຢ່າງຊ້າໆຫລັງຈາກພາວະເສດ ຖະກິດຕົກຕໍ່າຄັ້ງໃຫຍ່ ຊຶ່ງໄດ້ເລີ້ມຂຶ້ນໃນ 2008.