ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ວ່າ ຕົນພຽງແຕ່ ຢາກໃຫ້​ ເກົາຫຼີເໜືອ ​ລົບລ້າງ ອາວຸດນິວເຄລຍ ເທົ່ານັ້ນ


​ປະທານາທິບໍດີ​ ດໍ​​ໂນ​ລ ທຣໍາ ກ່າວຢູ່ໃນກອງປະຊຸມ ທີ່ຫ້ອງການໃຫຍ່ ຂອງທໍານຽບຂາວ ໃນນະຄອນວໍຊິງຕັນ ໃນວັນທີ 30 ພະຈິກ 2017.
​ປະທານາທິບໍດີ​ ດໍ​​ໂນ​ລ ທຣໍາ ກ່າວຢູ່ໃນກອງປະຊຸມ ທີ່ຫ້ອງການໃຫຍ່ ຂອງທໍານຽບຂາວ ໃນນະຄອນວໍຊິງຕັນ ໃນວັນທີ 30 ພະຈິກ 2017.

ຫລັງຈາກ​ທີ່​ໄດ້​ຮຽກຮ້ອງໃຫ້​ບັນດາ​ປະ​ເທດ​ຕ່າງໆຕັດ​ສາຍ​ພົວພັນ​ກັບ​ເກົາຫຼີເໜືອພາຍ​
ຫລັງ​ທີ່​ປະ​ເທດດັ່ງກ່າວ ​ໄດ້​ທໍາ​ການ​ທົດ​ລອງ ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ​ຄັ້ງຫລ້າ​ສຸດ ໃນ​
ວັນ​ພະຫັດ​ວານ​ນີ້ ລັດຖະບານ​ຂອງທ່ານທຣໍາ ຍັງ​ບໍ່ໄດ້ແນະນຳ ເຖິງຂັ້ນກັບ ໃຫ້​ມີ​ການ
​ປ່ຽນ​ແປງ​ລະບອບ​ປົກຄອງ​ໃນ​ພຽງຢາງ.

​ໃນ​ການ​ຕອບ​ຄໍາ​ຖາມ​ຂອງ​ນັກ​ຂ່າວ​ວີ​ໂອ​ເອ ຢູ່​ໃນ​ກອງປະຊຸມ​ຖະແຫຼງ​ຂ່າວນັ້ນ ທ່ານ​ນາງ
ຊາຣາ ຮັກ​ຄະ​ບີ ​ແຊນ​ເດີ້ (Sarah Huckabee Sanders) ​ເວົ້າວ່າ "ເມື່ອ​ເວົ້າ​ເຖິງເກົາ
ຫລີ​ເໜືອ​ແລ້ວ ຄະນະລັດຖະບານຊຸດ​ນີ້​ ແມ່ນ​ເພັ່ງ​ເລັງ​ໃສ່ເປົ້າໝາຍ​ໃຫຍ່ໆ ​ ແລະ​ນັ້ນກໍ
​ຄືການເຮັດ​ໃຫ້​ແຫລມ​ເກົາຫລີ​ປອດອາວຸດ​ນີວ​ເຄລຍ. ນັ້ນຄື​ບູລິ​ມະ​ສິດ​ນໍ້າ​ເບີ​ນຶ່ງ​ຂອງ
​ພວກ​ເຮົາ. ອັນ​ໃດ​ທີ່​ນອກ​ເໜືອ​ໄປ​ກວ່າ​ນັ້ນ ບໍ່​ແມ່ນບູລິ​ມະ​ສິດ ​ໃນ​ເວລາ​ນີ້."

ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານັ້ນ​ ໃນ​ມື້​ວານ​ນີ້​ ​ປະທານາທິບໍດີ​ ດໍໂນ​ລ ທຣໍາ ປາກົດ​ ​ໄດ້
​ສະ​ເໜີວ່າ ​ເຖິງ​ເວລາ​ແລ້ວ ​ທີ່​ກິມຈົງ​ອຶນ (Kim Jong Un), ຊຶ່ງ​ເປັນ​ຜູ້​ນໍາ​ລຸ້ນທີ​ສາມ​ຢູ່​ໃນ
​ປະ​ເທດ​ທີ່​ທຸກຈົນ​ແຫ່ງນີ້ ຄວນຈະຖືກປ່ຽນ.

ທ່ານ​ ທຣໍາ ກ່າວ​ຢູ່​ໃນ​ຂໍ້ຄວາມ​ທີ່ຂຽນລົງ​ໃນ​ທວີ​ດ​ເທີ (Twitter) ວ່າ "ທູດ​ພິ​ເສດ​ຂອງ​ຈີນ
ທີ່​ຫາກໍ່ກັບ​ມາ​ຈາກເກົາຫລີ​ເໜືອ ປາກົດ​ວ່າ ​ບໍ່​ໄດ້​ມີ​ຜົນ​ຫຍັງ​ຕໍ່ມະນຸດ​ຈະ​ຫລວດ​ນ້ອຍ
ຄົນ​ນັ້ນ​ເລີຍ. ບໍ່ຢາກ​ເຊື່ອ​ເລີຍ​ວ່າ ປະຊາຊົນ​ແລະ​ທະຫານ​ຂອງ​ລາວ​ອົດທົນ​ດໍາລົງ​ຊີວິດ
ຢູ່​ໃນ​ສະພາບ ​ທີ່ຂີ້​ຮ້າຍ​ແບບ​ນັ້ນ​ໄດ້​ຈັ່ງ​ໃດ."

ທ່ານ ຈີມ ​ແມັດ​ຕິສ (Jim Mattis) ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ເຊັ່ນ​ກັນ​ວ່າ ທ່າ​ນບໍ່ຢາກ​ສະ
ຫລຸບ​ວ່າ​ວິທີ​ການ​ທູດ ບໍ່ໃຊ້​ການໄດ້​ກັບເກົາຫລີ​ເໜືອ ​ແລະ​ສະຫະລັດ​ຈະ​ສືບຕໍ່​ເຮັດ​ການ
​ກົດ​ດັນ​ຕໍ່ເກົາຫລີ​ເໜືອ ​ຢູ່​ໃນ​ສະຫະ​ປະຊາ​ຊາດໄປ​ເລື້ອຍໆ.

ອີງ​ຕາມ ທ່ານ ​ແມັດ​ຕິສ (Mattis) ແລ້ວ ​ວິທີ​ການ​ທູດຂອງສະຫະລັດ​ແມ່ນ​ດໍາ​ເນີນ​ການ​
ຢູ່​ໃນ​ຖານະ​ທີ່​ມີ​ຄວາມ​ແຂັງ​ແກ່ນ "​ເພາະວ່າ​ພວກ​ເຮົາ​ກໍ​ຍັງ​ມີ​ທາງ​ເລືອກ​ທີ່​ຈະ​ໃຊ້​ວິທີ​ການ
​ທາງ​ທະຫານ​ຢູ່."

​ໃນ​ການ​ກ່າວຢູ່​ໃນ​ກອງ​ປະຊຸມ​ສຸກ​ເສີນ​ຂອງ​ສະພາ​ຄວາມໝັ້ນຄົງ​ຂອງ​ສະຫະ​ປະຊາ​ຊາດ
ໃນ​ວັນ​ພຸດ​ຜ່ານ​ມາ ທ່ານ​ນາງ ນິກກີ ເຮລີ (Nikki Haley) ​ເອກ​ອັກຄະ​ລັດຖະທູ​ດສະຫະລັດ
​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ປະ​ເທດ​ຕັດ​ສາຍ​ພົວພັນ​ດ້ານ​ການ​ທູດ ​ແລະ​ດ້ານ​ເສດຖະກິດກັບເກົາ
ຫລີ​ເໜືອ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ການປຸກ​ລະດົມ​ໃຫ້​ມີ​ການ​ກົດ​ດັນຕໍ່ພຽງຢາງ​ຢ່າງ​ສຸດ​ຂີດ.

​ໂຄສົກກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງແຮເຕີ ນາວເອີດທ໌ (Heather
Nauert) ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ "ພວກ​ເຮົາ​ມີ​ປະ​ເທດທີ່​ມີ​ການພັດທະນາ​ແລ້ວ
20 ປະ​ເທດ ທີ່​ໄດ້​ເຮັດ​ຫລາຍສິ່ງຫລາຍ​ຢ່າງ​ແຕກ​ຕ່າງ​ກັນ ​ເພື່ອ​ເຂົ້າຮ່ວມ​ປະຕິ​ບັດການ
​ຕາມ​ການ​ປຸກລະດົມດັ່ງກ່າວ. ແລະ​ຂ່າວ​ທີ່​ຈະ​ໄດ້​ຮັບ​ຈາກ​ເຢຍຣະມັນ​ໃນ​ມື້ນີ້ ຈະເປັນ​ໄປ
​ໃນ​ທາງ​ບວກ​ໄປ​ຈົນໝົດ."

ກ່ອນໜ້ານັ້ນ ​ໃນ​ມື້ວານ​ນີ້​ເຊັ່ນ​ກັນ ເຢຍຣະມັນປະກາດ​ວ່າ ຕົນ​ໄດ້​ຖອນ​ນັກ​ການ​ທູດ​ຄົນ
ທີ​ສາມ​ອອກ​ຈາກ​ພຽງຢາງ ​ແຕ່​ບໍ່​ໄດ້​ຕັດ​ສາຍ​ພົວພັນທາງ​ການ​ທູດ​ເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US North Korea
please wait
Embed

No media source currently available

0:00 0:00:56 0:00

XS
SM
MD
LG