ທ່ານດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ “ປະຕິວັດໃນສາມັນສຳນຶກ” ໃນຄຳປາໄສຢູ່ພິທີສາບານຕົນ ເມື່ອວັນຈັນວານນີ້. ໃນການສາບານຕົນເປັນປະທານາທິບໍດີ ຄົນທີ 47 ຂອງສະຫະລັດ ທີ່ເປັນຂີດໝາຍຂອງການກັບຄືນມາສູ່ອຳນາດທີ່ໜ້າປະຫລາດ ນັບແຕ່ໄດ້ເສຍໄຊໃນການແຂ່ງສະໄໝທີສອງຂອງທ່ານ ໃຫ້ແກ່ທ່ານ ໂຈ ໄບເດັນ ໃນປີ 2020. ຫົວໜ້າພະແນກຂ່າວຂອງທຳນຽບຂ່າວ ແພຕຊີ ວີດາຄຸສວາຣາ ມີລາຍງານີ້.
“ຂ້າພະເຈົ້າ ດໍໂນລ ເຈ ທຣຳ.”
ທ່ານດໍໂນລ ທຣຳ ສາບານຕົນເປັນປະທານາທິບໍດີ ຄົນທີ 47 ຂອງສະຫະລັດ.
“ດັ່ງນັ້ນ ຂໍພະເຈົ້າຈົ່ງຊ່ອຍຂ້າພະເຈົ້າດ້ວຍ.”
ທ່ານໄດ້ປະຕິຍານວ່າ ຈະປະຕິບັດຕາມຄຳສັນຍາໃນການໂຄສະນາຫາສຽງໃຫ້ສຳເລັດຜົນ ແລະໄດ້ຮຽກຮ້ອງໃຫ້ “ປະຕິວັດໃນສາມັນສຳນຶກ” ລວມທັງການປາບປາມຕໍ່ພວກຄົນເຂົ້າເມືອງທີ່ຜິດກົດໝາຍ.
ປະທານາທິບໍດີ ດໍໂນລ ທຣຳ ເວົ້າວ່າ “ຂ້າພະເຈົ້າຈະປະກາດ ພາວະສຸກເສີນແຫ່ງຊາດ ຢູ່ທີ່ເຂດຊາຍແດນທາງພາກໃຕ້ຂອງພວກເຮົາ. ພວກເຮົາຈະເລີ້ມຂັ້ນຕອນຂອງການສົ່ງພວກຄົນຫຼາຍລ້ານ ແລະພວກອາຊະຍາກອນຕ່າງດ້າວຫຼາຍລ້ານຄົນກັບຄືນໄປຍັງສະຖານທີ່ທີ່ພວກເຂົາມາຈາກນັ້ນ. ຂ້າພະເຈົ້າຈະສົ່ງພວກທະຫານໄປປະຈຳການຢູ່ຊາຍແດນທາງພາກໃຕ້ ເພື່ອຕໍ່ຕ້ານການບຸກລຸກເຂົ້າມາໃນປະເທດພວກເຮົາຢ່າງຮ້າຍແຮງ.”
ດັ່ງໃນການກ່າວປາໄສໃນການສາບານຕົນ ເມື່ອປີ 2017, ທ່ານທຣຳ ໄດ້ເວົ້າອອກມາເຖິງຄວາມລົ້ມແຫຼວຕ່າງໆຂອງປະທານາທິບໍດີ ຄົນກ່ອນ.
ທ່ານທຣຳ ໄດ້ສັນຍາທີ່ຈະຕັດງົບປະມານຂອງລັດຖະບານກາງ ແລະຈະຖອດຖອນການປົກປ້ອງດ້ານກົດໝາຍສຳລັບພວກປ່ຽນເພດຊາວອາເມຣິກັນທັງຫຼາຍ.
ທ່ານປະທານາທິບໍດີ ດໍໂນລ ທຣຳ ເວົ້າວ່າ “ມາເຖິງມື້ນີ້ ແຕ່ນີ້ຕໍ່ໄປ ມັນຈະເປັນນະໂຍບາຍທີ່ເປັນທາງການຂອງລັດຖະບານສະຫະລັດ ທີ່ວ່າ ມີພຽງແຕ່ສອງເພດເທົ່ານັ້ນ ຜູ້ຊາຍ ແລະຜູ້ຍິງ.”
ທ່ານທຣຳ ເຂົ້າມາສູ່ອຳນາດ ທ່າມກາງບັນຫາຂັດແຍ້ງທີ່ມີຢູ່ຕໍ່ເນື່ອງໃນຢູເຄຣນ ແລະການຢຸດຍິງທີ່ບອບບາງຢູ່ໃນກາຊາ.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວ່າ “ພວກເຮົາຈະວັດແທກຄວາມສຳເລັດຂອງພວກເຮົາ, ບໍ່ພຽງແຕ່ການຕໍ່ສູ້ທີ່ພວກເຮົາເອົາຊະນະ ແຕ່ສົງຄາມຕ່າງໆທີ່ພວກເຮົາຍຸຕິລົງ ແລະບາງທີສິ່ງທີ່ສຳຄັນສຸດ ສົ່ງຄາມຕ່າງໆທີ່ພວກເຮົາບໍ່ເຄີຍເຂົ້າໄປມີສ່ວນ.”
ທ່ານທຣຳ ໄດ້ກ່າວຊ້ຳແລ້ວຊ້ຳອີກຊຶ່ງເຈດຕະນາຂອງທ່ານ ທີ່ຈະເອົາການຄວບຄຸມຂອງຄອງປະເທດປານາມາ.
ຊຶ່ງທ່ານປະທານາທິບໍດີ ດໍໂນລ ທຣຳ ເວົ້າວ່າ “ຈີນ ເປັນຜູ້ບໍລິຫານຄອງຂອງປານາມາ. ແລະພວກເຮົາບໍ່ໄດ້ເອົາມັນໃຫ້ແກ່ຈີນ. ພວກເຮົາເອົາມັນໃຫ້ປານາມາ ແລະພວກເຮົາຈະເອົາມັນກັບຄືນມາ.”
ປະທານາທິບໍດີທຸກທ່ານທີ່ຍັງມີຊີວິດ ກໍໄດ້ເຂົ້າຮ່ວມໃນການສາບານຕົວ ພ້ອມກັບບັນດາແຂກຕ່າງປະເທດທີ່ຊົງກຽດຈາກ ອາເຈັນຕິນາ, ຈີນ ແລະອີຕາລີ ພ້ອມດ້ວຍບັນດາມະຫາເສດຖີພັນລ້ານດ້ານເທັກໂນໂລຈີ ແລະນບັນດາຜູ້ບໍລິຈາກແກ່ທ່ານທຣຳ ຄື ທ່ານແຈັຟ ເບສໂສສ໌, ທ່ານອີລອນ ມັສຄ໌ ແລະທ່ານມາກ ຊັກເກີຣເບີກ.
ພິທີສາບານຕົວໄດ້ຖືກຍ້າຍໄປຈັດຢູ່ພາຍໃນຫໍລັດຖະສະພາ ແຄັບປີໂຕ ຍ້ອນສະພາບອາກາດ. ພວກຜູ້ສະໜັບສະໜູນທ່ານທຣຳ ບໍ່ໝົດທຸກຄົນ ທີ່ບໍ່ສາມາດເຂົ້າໄປຊົມໄດ້ ກໍສາມາດເຂົ້າໄປຊົມຢູ່ໃນສະໜາມກິລາ Capital Arena ຢູ່ໃກ້ໆພາຍໃນສະໜາມ.
ນາງຊູແຊນ ເຣີໂນ ຜູ້ສະໜັບສະໜູນທ່ານທຣຳ ກ່າວວ່າ “ຂ້ອຍເສຍໃຈ ແຕ່ຂ້ອຍຈະກ່າວວ່າ ຂ້ອຍຄາດເດົາວ່າ ເປັນເລື້ອງຄວາມປອດໄພທີ່ສຳຄັນສຸດ ແລະຄວາມເປັນຫ່ວງສຳລັບຄວາມໜາວ.”
ໃນຕອນເຊົ້າຂອງວັນຈັນວານນີ້ ປະທານາທິບໍດີ ໂຈ ໄບເດັນ ທີ່ກຳລັງຈະພົ້ນຈາກຕຳແໜ່ງ ໄດ້ຕ້ອນຮັບທ່ານທຣຳ ສຳລັບການດື່ມຊາຍາມເຊົ້າ ຢູ່ທຳນຽບຂາວ ເຖິງໄດ້ມີການແລກຄຳເວົ້າທີ່ກະທົບກະເທືອນຈາກທັງສອງທ່ານກໍຕາມ.
ມັນເປັນນຶ່ງໃນການໂອນອຳນາດມາຫຼາຍຄັ້ງທີ່ເປັນປະເພນີ. ທ່ານທຣຳ ບໍ່ໄດ້ເຂົ້າຮ່ວມໃນຄັ້ງໃດເລີຍ ໃນລະຫວ່າງການສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານໄບເດັນ ໃນປີ 2021.
ທ່ານທຣຳ ໄດ້ເຕືອນເຖິງການລ້າງແຄ້ນ ແລະໃນບໍ່ເທົ່າໃດນາທີກ່ອນທີ່ຈະອອກຈາກຕຳແໜ່ງ ທ່ານໄບເດັນ ກໍໄດ້ໃຫ້ອະໄພໂທດແກ່ຜູ້ທີ່ສຳຄັນຫຼາຍທ່ານ ໃນຄະນະລັດຖະບານຂອງທ່ານ ແລະບັນດາສະມາຊິກຄອບຄົວຂອງພວກເຂົານຳດ້ວຍ.
ທ່ານໄບເດັນ ໄດ້ເອີ້ນທ່ານທຣຳ ວ່າ ເປັນໄພຂົ່ມຂູ່ຕໍ່ປະຊາທິປະໄຕ. ໃນວັນທີ 6 ມັງກອນ 2021 ພວກສະໜັບສະໜູນທ່ານທຣຳ ພາກັນບຸກເຂົ້າໄປລັດຖະສະພາ ເພື່ອຕາວປີ້ນ ໄຊຊະນະການເລືອກຕັ້ງປີ 2020 ຂອງທ່ານໄບເດັນ. ທ່ານທຣຳ ໄດ້ປະຕິຍານວ່າ ຈະໃຫ້ອະໄພໂທດແກ່ພວກທີ່ຖືກພົບວ່າມີຄວາມຜິດ.
ທ່ານປະທານາທິບໍດີ ທຣຳ ກ່າວວ່າ “ຈະບໍ່ມີອີກຕໍ່ໄປເລີຍ ທີ່ອຳນາດຢ່າງຫຼວງຫຼາຍຂອງລັດ ຖືກນຳມາໃຊ້ເປັນອາວຸດ ເພື່ອດຳເນີນຄະດີຕໍ່ບັນດານັກການເມືອງຝ່າຍຄ້ານ.”
ຍັງມີປະເພນີທີ່ປະຕິບັດກັນມາ, ກໍຄື ທ່ານທຣຳ ແລະຮອງປະທານາທິບໍດີ ເຈ ດີ ແວ້ນສ໌ ໄດ້ເຂົ້າຮ່ວມຮັບປະທານອາຫານທ່ຽງ ກັບບັນດາສະມາຊິກສະພາຕ່ຳ. ທ່ານເຂົ້າມາດຳລົງຕຳແໜ່ງດ້ວຍພັກຣີພັບບລີກັນຂອງທ່ານ ຄວບຄຸມສຽງສ່ວນຫຼາຍໃນທັງ ສະພາສູງ ແລະສະພາຕ່ຳສະຫະລັດ.
ອ່ານຂ່າວນີ້ໃນພາສາອັງກິດ
Donald Trump called for a “revolution of common sense” in his inaugural speech Monday. The swearing in of the 47th president of the United States marked his remarkable return to power since losing his second term bid to Joe Biden in 2020. White House Bureau Chief Patsy Widakuswara has this report.]]
“I, Donald John Trump...”
Donald Trump is sworn in as the 47th president of the United States.
“So help me God.”
He vowed to fulfill campaign promises and called for a “revolution of common sense,” including cracking down on illegal immigration.
((President Donald Trump))
“I will declare a national emergency at our southern border. // We will begin the process of returning millions and millions of criminal aliens back to the places from which they came. // I will send troops to the southern border to repel the disastrous invasion of our country.”
As in his 2017 inaugural address, Trump lamented the failures of his predecessor.
He promised to slash the federal budget and roll back legal protections for transgender Americans.
((President Donald Trump))
“As of today, it will henceforth be the official policy of the United States government that there are only two genders, male and female.”
Trump comes to power amid continuing conflict in Ukraine and a fragile ceasefire in Gaza.
((President Donald Trump))
“We will measure our success, not only by the battles we win, but also by the wars that we end, and perhaps most importantly, the wars we never get into.”
Trump repeated his intention to reclaim control of the Panama Canal.
((President Donald Trump))
“China is operating the Panama Canal. And we didn't give it to China. We gave it to Panama, and we're taking it back.”
Carrie Underwood singing
“America, America. God shed his Grace on thee.”
All living presidents attended the inauguration, along with foreign dignitaries from Argentina, China, and Italy, as well as tech billionaires and Trump donors Jeff Bezos, Elon Musk and Mark Zuckerberg.
The inauguration ceremony was moved inside the Capitol due to weather. Not all of Trump’s supporters were able to watch from the Capital One Arena, a nearby indoor stadium. They have high expectations.
((Trump Supporter))
"Freedom back in our country, safety back in our country, closed borders and peace through strength in the world."
Earlier on Monday, outgoing President Joe Biden hosted Trump for morning tea at the White House, despite the harsh words the two men have traded.
It's one of many transfers of power traditions. Trump did not participate in any, during Biden's 2021 inauguration.
Trump has warned of retribution, and minutes before leaving office Biden pardoned key figures in his administration and family members.
Biden has called Trump a threat to democracy. On January 6, 2021, Trump supporters swarmed the Capitol to overturn Biden’s 2020 victory. Trump has pledged to pardon some of those convicted.
((President Donald Trump))
“Never again will the immense power of the state be weaponized to persecute political opponents.”
Also following tradition, Trump and his Vice President JD Vance attended a luncheon with members of Congress. He is entering office with his Republican party holding the majority in both the Senate and the House of Representatives.
ຟໍຣັມສະແດງຄວາມຄິດເຫັນ