ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄົນ​ຂັບ​ລົດຜູ້​ນຶ່ງ​ ແລ່ນ​ຕຳ​ພວກຜູ້​ຄົນ ຕາມທາງ ລົດຖີບ ເຮັດໃຫ້ຢ່າ​ງນ້ອຍ 8 ຄົນ ​ເສຍ​ຊີວິດ ​


NY Terror Attack Targets Bike Path Travelers
please wait

No media source currently available

0:00 0:01:52 0:00

ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ທີ່ແນ​​ເປົ້າ​ໝາຍໃສ່ພວກຜູ້ຄົນຕາມທາງ ລົດຖີບ

ມີ​ຢ່າ​ງນ້ອຍ 8 ຄົນ ​ໄດ້​ເສຍ​ຊີວິດ ​ແລະ​ອີກ​ສິບ​ກວ່າ​ຄົນ ​ໄດ້​ຮັບ​ບາດ​ເຈັບ ​ໃນເຂດແມນ
ແຮດຕັນ ທາງພາກ​ໃຕ້​ຂອງນະຄອນ New York ຫຼັງ​ຈາກ​ ​ຄົນ​ຂັບ​ລົດຜູ້​ນຶ່ງ​ໄດ້​ແລ່ນ​ຕຳ
​ພວກ​ຄົນ​ຍ່າງແລະ​ພວກ​ຂີ່​ລົດຖີບຫຼາຍຄົນ​ ໃນ​ຕອນ​ບ່າຍວັນ​ອັງຄານວານ​ນີ້ ​ຊຶ່ງ​ເປັນ
ອັນ​ທີ່ ເຈົ້າ​ໜ້າ​ທີ່​ເອີ້ນ​ວ່າ ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍນັ້ນ. ວັນນະ​ສອນ​ ຈະ​ນຳ​ລາຍ​ລະອຽດ
ຈາກລາຍ​ງານ​ຂອງ Ramon Taylor ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຕາມ​ຖະນົນ​ເສັ້ນ​ West Side Highway ພຽງ​ບໍ່
ທໍ່ໃດຮ່ອມ​ຈາກ​ຕຶກ​ສູນ​ກາງ​ການ​ຄ້າ​ໂລ​ກ ຫຼື World Trade Center ໃນເຂດແມນ
ແຮດຕັນຕອນ​ທີ່ຄົນ​ຂັບ​ລົດ​ຂົນສົ່ງທີ່ເຊົ່າມາ ແລ່ນໄປຕາມທາງລົດຖີບທີ່ຄັບຂັ່ງອັງອໍ
ຕຳເອົາ​ພວກ​ຄົນຍ່າງ​ແລະພວກຂີ່​ລົດຖີບ ​ແລ້ວແລ່ນຕຳເອົາ​ລົດ​ເມ​ຂອງ​ພວກ​ນັກຮຽນ
ມັດທະຍົມ​.

ທ່ານ Bill de Blasio ​ເຈົ້າ​ຄອງ​ກຳ​ແພງນະຄອນ New York ກ່າວ​ວ່າ “ນີ້​ແມ່ນ​ການກໍ່
​ການ​ຮ້າ​ຍ ​ແລະ​ ​ເປັນ​ແບບ​ຂີ້​ຂາດ​ຕາຂາວໂດຍ​ສະ​ເພາະ​ ທີ່​ມີເປົ້າ​ໝາຍແນ​ໃສ່​ພວກ​ທີ່ບໍ່ມີຄວາມຜິດຫຽັງ.”

​ເຈົ້າ​ໜ້າ​ທີ່​ໄດ້​ບົ່ງຊີ້​ໃຫ້​ເຫັນ​ໂຕຜູ້​ຕ້ອງ​ສົງ​ໄສນັ້ນວ່າ​ແມ່ນ​ທ້າວ ໄຊຟູໂລ ໄຊໂປ ​ໄວ 29 ປີ
ສັນຊາດ ອຸສເບັກກິສຖານ. ດຽວນີ້ລາວ​ຍັງຢູ່​ໃນ​ການ​ຄວບ​ຄຸມຕົວ​ຂອງ​ຕຳຫຼວດ ​ຢູ່ໃນ​ໂຮງພະຍາບານ New York.

ທ່ານ James P. O’Neill ຜູ້​ບັນຊາ​ການ​ຕຳຫຼວດ ຂອງ​ກົມ​ຕຳຫຼວດ ນະຄອນ ນິວຢັອກ
ກ່າວ​ວ່າ “​ຄົນ​ຂັບ​ລົດກະບະຜູ້​ນີ້ ອາຍຸ 29 ປີ ​ແລ່ນ​ອອກມາ​ຈາກ​ລົດ ​ຈັບປືນສັ້ນສອງ​ກະບອກແກວ່ງໄປມາ. ​ຕຳຫຼວດໃນ​ເຄື່ອງ​ແບບຜູ້ນຶ່ງ ທີ່​ປະຕິບັດ​ງານ​ຢູ່ໃນ​ຂົງ​ເຂດ
ດັ່ງກ່າວ ​ໄດ້​ປະ​ເຊີນ​ໜ້າ​ກັບ​ຜູ້ກ່ຽວ ​ແລະ​ໄດ້​ຍິງໃສ່ທ້ອງ​ຂອງ​ລາວ.”

ສຳ​ຫຼັບ​ພວກ​ທີ່​ເຫັນ​ເຫດການ​ບາງ​ຄົນກ່າວວ່າ ຄວາມ​ສົນລະ​ວົນ​ວຸ້ນວາຍ​ຍັງຕິດຕາແບບ
ລາງໆກ່ຽວ​ກັບພາບສະຫຍອງຂັວນຂອງ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ ໃນ​ທົ່ວ​ຢູ​ໂຣບນັ້ນ.

ລົດກະບະຂອງບໍລິສັດ Home Depot ທີ່ໄດ້ແລ່ນຕຳຝູງຊົນ, ສັງຫານຢ່າງນ້ອຍ 8 ຄົນ ແລະບາດເຈັບອີກຫຼາຍສິບຄົນ ທີ່ໄດ້ສະແດງໃຫ້ເຫັນຄະນະກູ້ໄພສຸກເສີນຂອງນະຄອນ New York City ຢູ່ໃນທີ່ເກີດເຫດ ໃນຕອນລຸ່ມຂອງManhattan ທີ່ນະຄອນ New York, NY, 31 ຕຸລາ 2017.
ລົດກະບະຂອງບໍລິສັດ Home Depot ທີ່ໄດ້ແລ່ນຕຳຝູງຊົນ, ສັງຫານຢ່າງນ້ອຍ 8 ຄົນ ແລະບາດເຈັບອີກຫຼາຍສິບຄົນ ທີ່ໄດ້ສະແດງໃຫ້ເຫັນຄະນະກູ້ໄພສຸກເສີນຂອງນະຄອນ New York City ຢູ່ໃນທີ່ເກີດເຫດ ໃນຕອນລຸ່ມຂອງManhattan ທີ່ນະຄອນ New York, NY, 31 ຕຸລາ 2017.

ນາງ Elizabeth Chernobelsky ຜູ້ທີ່​ເຫັນ​ເຫດການ ​ກ່າວ​ວ່າ “ມັນ​ເບິ່ງ​ຄື​ວ່າເປັນ​ຂອງ
ທີ່ຜ່ານພົ້ນໄປແລ້ວແຕ່ດົນ ແຕ່​ແລ້ວ ພໍ​ມັນ​ເກີດ​ຂຶ້ນ​ຢູ່​ຕໍ່ໜ້າ​ຕໍ່​ຕາ ຂ້າງໆ​ເຮົາ​ເອງ ​ມັນ​ເລີຍເຮັດໃຫ້ເກືອບວ່າສະຫຼົບໄປ ແລະເລື່ອງຈັັ່ງຊີ້ ​ເຈົ້າ​ບໍ່​ຢາກ​ໃຫ້​ມັນ​ເກີດ​ຂຶ້ນ​ກັບ​ຜູ້​ໃດ.”

ບາ​ງພວກ​ຍັງ​ພາກັນ​ບໍ່​ເຊື່ອ​ວ່າ​ມັນເປັນເລື່ອງ​ຈິງ​. ນັກ​ສຶກສາມະຫາ​ວິທະຍາ​ໄລຜູ້ນຶ່ງ
ທ້າວ Jake Saunders ຜູ້​ຊຶ່ງໄປເກືອບທັນ​ລົດ​ໄຟ ​ໃນ​ຕອນ​ນັ້ນ ຖື​ວ່າ​ຕົນ​ເອງ​ໂຊກ​ດີ
ທີ່​ສຸດ​ ຊຶ່ງ​ລາວ​ກ່າວ​ວ່າ “ຖ້າວ່າ​ ຂ້ອຍ​ໄປ​ທັນ​ລົດ​ໄຟຂະ​ບວນ​ນັ້ນ, ກໍແມ່ນວ່າ ຂ້ອຍຈະ​
ຢູ່ບ່ອນ​ທີ່ຍິງກັນຫັ້ນພໍດີ ​ເພາ​ວ່າ​ນັ້ນ​ແມ່ນ​ເສັ້ນທາງ​ທີ່​ຂ້ອຍຈະໄປ.”

​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ ​ໃນ​ຂະນະ​ທີ່​ບັນດາ​ພໍ່​ແມ່ ພາກັນ​ຈູງ​ລູກ​ຜູກ​ຫຼານ​ອອກ​ມາ
ເລາະ​ເຄາະປະຕູ​ບ້ານ​ໃກ້​ເຮືອນ​ຄຽງ​ເພື່ອ​ຂໍ​ເຂົ້າໜົມ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ປະ​ເພນີ​ປະຈຳປີໃນການສະຫຼອງເທດ​ສະການ​ບຸນຜີ ຫຼື ບຸນ Halloween.

ພາຍຖ່າຍ ຂອງທ້າວ Sayfullo Saipov ທີ່ບໍ່ໄດ້ລະບຸວັນທີ ຈາກກະຊວງດັດນິໄສ ເຂດ St. Charles ຜ່ານທາງ KMOV.
ພາຍຖ່າຍ ຂອງທ້າວ Sayfullo Saipov ທີ່ບໍ່ໄດ້ລະບຸວັນທີ ຈາກກະຊວງດັດນິໄສ ເຂດ St. Charles ຜ່ານທາງ KMOV.

ນາງ Shannon Edwards ຜູ້​ຢູ່​ອາ​ໄສ​ໃນ​ນະ​ຄອນ New York ຜູ້​ນຶ່ງກ່າວ​ວ່າ
“ພວກ​ເດັກນ້ອຍ​ພາກັນ​ອອກ​ມາ Trick-or-treat ຊຶ່ງໝາຍຄວາມວ່າ ຈະເອົາ
ເຂົ້າໜົມໃຫ້ເບາະ ຫຼືຊິໃຫ້ຂ້ອຍຫຼອກ ແລະພວກໝາ​ກໍຈະ​ອອກ​ມາສືບກິ່ນ​ຊອກ​ຫາ
​ລະ​ເບີດຢູ່​ໃນ​ຕຶກ​ອາຄານ ທີ່​ພວກ​ເດັກນ້ອຍ​ພາກັນ​ຮູ້​ດີ​ແລະ​ຖື​ວ່າ​ເປັນເລື່ອງປົກກະ
ຕິ​ໄປໃນ​ການ​ປະຕິ​ງານເຊັ່ນ​ນີ້ເລື້ອຍມາ.”

​ແຕ່​ວ່າ​ບັນດາ​ພໍ່​ແມ່ໃນ​ທົ່ວຕົວ​ເມືອງ​ ກໍຈະພາກັນ​ບໍ່​ລົດ​ລະ ຍຶດໜ່ຽວ ​ບໍ່​ໃຫ້​ເຫດການ
​ໂຈມ​ຕີ​ນີ້ ກີດຂວາງ​ແຜ​ນການອອກ​ມາ​ມ່ວນ​ຊື່ນ​ໃນຍາມລາຕີ​ທີ່​ສະໜຸກ​ສະໜາ​ນຂອງ​
ພວກ​ເຂົາ​ເຈົ້າ​ແລະ​ພວກ​ເດັກນ້ອຍ.

ທ່ານ Joe Berko ຜູ້​ຢູ່​ອາ​ໄສ​ໃນ​ນະ​ຄອນ New York ອີກ​ຄົນ​ນຶ່ງກ່າວ​ວ່າ “ຜູ້​ທີ່​ມັນ​
ໂຫດ​ຮ້າຍ​ປ່າ​ເຖື່ອນ ທີ່​ກະທຳໃນ​ການ​ກໍ່​ການ​ຮ້າຍ​ຄັ້ງ​ນີ້ ບໍ່​ສາມາດ​ຈະ​ຢັ້ງ​ການ​ດຳລົງ​
ຊີ​ວິດ​ຂອງ​ພວກ​ເຮົ​າ​ໄດ້ ແລະ​ພວກ​ເຮົາ​ກໍ​ບໍ່ສາມາດທີ່ຈະ​ໃຫ້​ພວກ​ມັນ​ເຂົ້າ​ມາ​ຍຶດ​ເອົາ
ວິຖີ​ຊີວິດຂອງ​ພວກ​ເຮົ​າ​ໄປໄດ້ ​ເຖິງ​ແມ່ນ​ວ່າ ຈະ​ມີ​ຄວາມ​ຮູ້ສຶກ​ສັບສົນ​ປະ​ປົນ​ກັນ​ໄປ
ກໍ​ຕາມ ທັງ​ຄວາມ​ໂສກ​ເສົ້າ​ແລະ​ຄວາມ​ຢ້ານ​ກົວ ທຸກ​ສິ່ງ​ຢ່າງ​ກໍແມ່ນ​ຈະ​ຕ້ອງ​ດຳ​ເນີນ​
ຕໍ່​ໄປ. ຖ້າ​ຫາກ​ພວກ​ເຮົາ​ຢຸດ, ກໍຖື​ວ່າ​ພວກ​ມັນ​ຊະນະ ​ແລະ​ພວກ​ເຮົາ​ກໍ​ຈະບໍ່​ສາມາດ​
ເຮັດ​ໃຫ້​ສິ່ງເຫຼົ່າ​ນັ້ນ​ເກີດຂຶ້ນ​ໄດ້.”


[[At least eight people are dead and more than a dozen wounded in New York City's Lower Manhattan after a motorist veered head-on into pedestrians and cyclists Tuesday afternoon, in what authorities are calling an act of terror. Ramon Taylor reports.]]

Terror struck along West Side Highway, just blocks from Manhattan's towering World Trade Center, when a man drove a rented truck onto a busy bike path, pummeling through pedestrians, cyclists and into a high school bus.

((BILL DE BLASIO, MAYOR, NEW YORK CITY))
"This was an act of terror, and a particularly cowardly act of terror, aimed at innocent civilians."

((Phone footage mandatory cg: YouTube/Tawhid Kabir))
Authorities have identified the suspect as Sayfullo Saipov ((Say-fuh-lo Sai-pov)), a 29-year old Uzbek national. He remains in police custody at a New York hospital.

((JAMES P. O'NEILL, NYPD COMMISSIONER))
"The driver of the truck, a 29-year old man, exited the vehicle, brandishing two handguns. A uniformed officer from the first precinct confronted the subject and shot him in the abdomen."

For some witnesses, the chaos was reminiscent of images of deadly attacks from across Europe.

((ELIZABETH CHERNOBELSKY, CRIME SCENE WITNESS))
"It always seems really distant but then when it's right next to you, obviously it's really shocking and disturbing, and you don't want it to happen to anybody."

Others were left in disbelief. College student Jake Saunders, who barely missed a train at a crucial moment, considers himself lucky.

((JAKE SAUNDERS, NEW YORK RESIDENT))
"If I had made that train, I would be right where the shooting is, right there, because that was my destination."

The incident took place as parents readied their children to visit neighbors and receive candy treats as part of the annual Halloween celebration.

((SHANNON EDWARDS, NEW YORK RESIDENT))
"Kids are trick-or-treating, and a bomb sniffer's in the building. Kids have become way too accustomed to this."

But parents across the city insisted the incident would not stand in the way of their evening plans with the kids.

((JOE BERKO, NEW YORK RESIDENT))
"The cowards that have made this terror act cannot stop our lives, and we cannot let them take over our lives. And in spite of all the mixed feelings and the sadness and the fear, everything has to go on. If we stop, then they won, and we can't let that happen."
XS
SM
MD
LG