ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄວຣັສສາຍພັນໃໝ່ ຂອງພະຍາດໂຄວິດ-19 ໄດ້ຖືກກວດພົບເຫັນ ຢູ່ໃນປະເທດອາຟຣິກາໃຕ້  


ພວກຄົນລຽນແຖວ ຢູ່ດ້ານນອກ ສູນກາງບໍລິການສັກຢາວັກຊີນກັນໂຄວິດ-19 ຊຶ່ງປະເທດເປີດໃຫ້ການສັກຢາໃຫ້ແກ່ໝົດທຸກຄົນທີ່ມີອາຍຸ 18 ຂຶ້ນໄປ ຢູ່ໃນເມືອງເຄປ ທາວ (Cape Town) ຂອງປະເທດອາຟຣິກາໃຕ້, ວັນທີ 20 ສິງຫາ 2021.
ພວກຄົນລຽນແຖວ ຢູ່ດ້ານນອກ ສູນກາງບໍລິການສັກຢາວັກຊີນກັນໂຄວິດ-19 ຊຶ່ງປະເທດເປີດໃຫ້ການສັກຢາໃຫ້ແກ່ໝົດທຸກຄົນທີ່ມີອາຍຸ 18 ຂຶ້ນໄປ ຢູ່ໃນເມືອງເຄປ ທາວ (Cape Town) ຂອງປະເທດອາຟຣິກາໃຕ້, ວັນທີ 20 ສິງຫາ 2021.

ບັນດານັກວິທະຍາສາດ ຢູ່ໃນປະເທດອາຟຣິກາໃຕ້ ກ່າວວ່າ ພວກເພິ່ນໄດ້ກວດພົບເຫັນພະຍາດໂຄວິດ-19 ສາຍພັນໃໝ່.

ສະຖາບັນພະຍາດຕິດແປດແຫ່ງຊາດ ຂອງປະເທດດັ່ງກ່າວ ໄດ້ປະກາດໃນວັນຈັນຜ່ານມານີ້ ວ່າ ການສຶກສາຄົ້ນຄວ້າໃໝ່ໃນດ້ານໄວຣັສທີ່ກາຍພັນ ຊຶ່ງໄດ້ຖືກກຳນົດໃຫ້ເປັນສາຍພັນ C.1.2 ນັ້ນ ໄດ້ຖືກກວດພົບຄັ້ງທຳອິດ ຢູ່ໃນອາຟຣິກາໃຕ້ ເມື່ອເດືອນພຶດສະພາປີນີ້ ແລະນັບຕັ້ງແຕ່ນັ້ນມາ ມັນໄດ້ແຜ່ລະບາດໄປໃນເຈັດປະເທດ ຢູ່ໃນທະວີບ ອາຟຣິກາ ເອເຊຍ ຢູໂຣບ ແລະຂົງເຂດມະຫາສະໝຸດປາຊີຟິກຕອນໃຕ້.

ບັນດານັກວິທະຍາສາດ ກ່າວວ່າ ສາຍພັນ C.1.2 ປາກົດວ່າ ມີລັກສະນະແບບດຽວກັນກັບໄວຣັສທີ່ກາຍພັນ ຊຶ່ງມັນສາມາດຕິດແປດໄດ້ງ່າຍຫຼາຍຂຶ້ນ ແລະສາມາດທີ່ຈະເຂົ້າຄວບຄຸມລະບົບພູມຕ້ານທານຂອງຄົນໄດ້.

ການສຶກສາຄົ້ນຄວ້ານີ້ ຍັງບໍ່ທັນໄດ້ພິມອອກເຜີຍແຜ່ ຫຼືຍັງບໍ່ທັນໄດ້ຜ່ານຂັ້ນຕອນຂອງການກວດສອບຄືນໂດຍບັນດາເພື່ອນນັກວິທະຍາສາດຕາມປົກກະຕິ. ບັນດານັກວິທະຍາສາດ ກ່າວວ່າ ພວກເພິ່ນຍັງຕິດຕາມເບິ່ງອັດຕາຄວາມຖີ່ຂອງໄວຣັສສາຍພັນ C.1.2 ນີ້ຢູ່ ແລະວ່າ ມັນບໍ່ທັນຈະເລີນເຕີບໂຕເປັນ “ສາຍພັນຂອງຄວາມສົນໃຈ” ຫຼື “ສາຍພັນຂອງຄວາມເປັນຫ່ວງ” ພາຍໃຕ້ຄຳແນະນຳທີ່ໄດ້ຈັດຕັ້ງຂຶ້ນ ໂດຍອົງການອະນາໄມໂລກ ຫຼື WHO.

ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ຫຼື CDC ໄດ້ກ່າວໃນວັນຈັນຜ່ານມານີ້ ວ່າ ວັກຊີນກັນໂຄວິດ-19 ສາມຊະນິດທີ່ນຳໃຊ້ຢູ່ໃນສະຫະ ລັດ ໃນປັດຈຸບັນນີ້ ຍັງຄົງມີປະສິດທິພາບສູງໃນການປ້ອງກັນພະຍາດທີ່ຮ້າຍແຮງ. ທ່ານໝໍ ຊາຣາ ອໍລີເວີ ນັກວິທະຍາສາດປະຈຳ CDC ໄດ້ກ່າວບອກ ຄະນະທີ່ປຶກສາດ້ານຢາວັກຊີນ ວ່າ ຢາວັກຊີນກັນໂຄວິດ-19 ມີປະສິດທິພາບເຖິງ 94 ເປີເຊັນ ໃນການປ້ອງກັນພວກຜູ້ໃຫຍ່ ອາຍຸລະຫວ່າງ 18 ຫາ 74 ບໍ່ໃຫ້ເຂົ້າໂຮງໝໍ ໃນລະຫວ່າງເດືອນ ເມສາ ແລະ ກໍລະກົດ ເມື່ອໄວຣັສແດລຕ້າໄດ້ກາຍມາເປັນສາຍພັນທີ່ຕິດແປດຫຼາຍຂຶ້ນ.

ປະສິດທິຜົນຂອງຢາວັກຊີນໃນການປ້ອງກັນພາຍໃນກຸ່ມພວກຜູ້ເຖົ້າອາຍຸ 75 ປີຂຶ້ນໄປ ບໍ່ໃຫ້ເຂົ້າໂຮງໝໍນັ້ນ ໄດ້ຫລຸດລົງແຕ່ກໍຍັງຄົງສູງເກີນກວ່າ 80 ເປີເຊັນຢູ່.

ທ່ານໝໍ ອໍລີເວີ ໄດ້ກ່າວບອກຄະນະທີ່ປຶກສາວ່າ ຢາວັກຊີນທັງຫຼາຍ ປາກົດວ່າມີປະສິດທິພາບຕ່ຳໃນການປ້ອງກັນການຕິດແປດ ຫຼື ການເຈັບປ່ວຍບໍ່ໜັກ ຊຶ່ງທ່ານນາງໄດ້ກ່າວວ່າ ເປັນຍ້ອນຢາວັກຊີນຈະອ່ອນກຳລັງລົງຕະຫຼອດໄລຍະເວ ລາທີ່ຜ່ານໄປ ແລະໄວຣັສສາຍພັນແດລຕ້າ ມີການຕິດແປດຫຼາຍຂຶ້ນນັບມື້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG