ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບັນດາ ພັນທະມິດ ຂອງ ສະຫະລັດ ໃນເຂດ ປາຊີຟິກ ບໍ່ສະບາຍໃຈ ກັບອິດທິພົນຂອງ ຈີນ


ທະຫານນະວິກະໂຍທິນ ສະຫະລັດ ຢືນໃກ້ກັບເກາະດອນ ຢູ່ເທິງເຮືອລົບ USS Ronald Reagan ທີ່ກຳລັງສີດນ້ຳເພື່ອ ຫາການປົນເປື້ອນຂອງ ສານກຳມັນຕະພາບລັງສີ ນອກຊາຍຝັ່ງ ຍີປຸ່ນ.
ທະຫານນະວິກະໂຍທິນ ສະຫະລັດ ຢືນໃກ້ກັບເກາະດອນ ຢູ່ເທິງເຮືອລົບ USS Ronald Reagan ທີ່ກຳລັງສີດນ້ຳເພື່ອ ຫາການປົນເປື້ອນຂອງ ສານກຳມັນຕະພາບລັງສີ ນອກຊາຍຝັ່ງ ຍີປຸ່ນ.

ຜູ້​ບັນຊາ​ການ ກອງທັບເຮືອ ໃນເຂດປາຊີ​ຟິກຄົນ​ໃໝ່ຂອງ ສະຫະລັດ​ ກຳລັງ​ຊອກ​ຫາ​ຊ່ອງທາງ ເພື່ອໃຫ້ການຄ້ຳປະກັນແກ່ ພັນທະ​ມິດໃນ​ພາກ​ພື້ນວ່າ ການຫັນ​ກອງ​ກຳລັງ​ທະຫານ​ສະຫະລັດ​ໄປຍັງຂົງເຂດ ຈະ​ດຳເນີນຕໍ່ໄປ ​ຖ້າມກາງ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ຂະຫຍາຍອິດທິພົນທາງ​ທະ​ເລ​ຂອງ ຈີນ. ນັກ​ຂ່າວ ວີ​ໂອ​ເອ Steve Herman ມີລາຍ​ງານ​ຈາກ​ຫ້ອງການປະຈຳເຂດ​ເອ​ເຊ​ຍ ຕາ​ເວັນ​ອອກສຽງ​ໃຕ້​ ຂອງພວ​ກ​ເຮົາ​ທີ່ ບາ​ງກອກ ​
ເຊິ່ງ ພຸດທະ​ສອນ ຈະນຳເອົາລາຍ​ລະອຽດມາ​ສະ​ເໜີ​ທ່ານ.

ຕັ້ງ​ແຕ່​ທ່ານໄດ້​ຮັບ​ຕຳ​ແໜ່​ງ ເມື່ອສາມ​ເດືອນກ່ອນ ເປັນ​ຜູ້​ບັນຊາ​ການນຳພາ​ກອງທັບ​ເຮືອ ໃນເຂດປາຊີ​ຟິກ ພົນ​ເຮືອ​ເອກ Scott Swift ໄດ້ໄປຢ້ຽມຢາມປະເທດ ຟີລິບປິນ, ເກົາຫຼີໃຕ້, ຍີ່ປຸ່ນ, ອອສເຕຣເລຍ, ນິວຊີແລນ ແລະ ມາເລເຊຍ ເພື່ອພົບປະກັບບັນດາຄູ່ ຕຳແໜ່ງໃນບັນ ດາກອງທັບເຮືອຂອງປະເທດເຫລົ່ານີ້.

ກ່ອນທີ່ທ່ານຈະເດີນທາງໄປ ສິງກະໂປ, ຜູ້ບັນຊາການກອງເຮືອ ສະຫະລັດ ຂະນະທີ່ຢູ່ໃນ ກົວລາລຳເປີ ໄດ້ລົມກັບກຸ່ມຂອງບັນດານັກຂ່າວຜ່ານ ທາງໂທລະສັບ.

ພົນເຮືອເອກ Swift ໄດ້ຍອມຮັບວ່າ ທຸກໆສະຖານທີ່ ທີ່ທ່ານເຄີຍໄປຢ້ຽມຢາມມາ ຕ່າງກໍ “ມີຄວາມ​ຮູ້ສຶກ​ບໍ່​ສະບາຍ​ໃຈ” ຍ້ອນ​ຄວາມເປັນຫ່ວງ ກ່ຽວກັບ “ຂະໜາດ ແລະ ຂອບ ເຂດ” ຂອງໂຄງການຖົມດິນຂອງ ປັກກິ່ງ ໃນທະເລຈີນໃຕ້.”

ທ່ານ Swift ກ່າວວ່າ “ພວກເຂົາທຸກຄົນໄດ້ສະແດງຄວາມເປັນຫ່ວງ ແລະ ບໍ່ແນ່ໃຈ ກ່ຽວກັບວ່າອະນາຄົດຈະເປັນແນວໃດ. ແຕ່ຂ້າພະເຈົ້າ ຄິດວ່າ, ສິ່ງທີ່ສຳຄັນທີ່ສຸດ ແມ່ນການເຂົ້າມາຮ່ວມກັນ ໃນຫຼາຍຝ່າຍ ແລະ ວິທີການໄກ່ເກ່ຍຄວາມແຕກຕ່າງ ພວກນີ້ ໃນການກ່າວອ້າງ ພາຍໃນພາກພື້ນ ໃນວິທີທາງແງ່ບວກ ແລະ ບໍ່ອະນຸຍາດ​ໃຫ້ມີການ ບີບບັງຄັບດ້ວຍການໃຊ້ກຳລັງ ຫຼື ທະຫານ ເປັນດັ່ງກັບວິທີການ ເພື່ອ ແກ້ໄຂບັນຫາ ເພື່ອຜົນປະໂຫຍດຂອງຝ່າຍໃດຝ່າຍໜຶ່ງ ຫຼື ຝ່າຍອື່ນໆ.”

ວີໂອເອ ໄດ້ຖາມຜູ້ບັນຊາການ Swift ກ່ຽວກັບຄວາມສົງໄສ ທີ່ໄດ້ສະແດງອອກໂດຍ ພັນທະມິດຂອງ ສະຫະລັດ ກ່ຽວກັບຄຳໝັ້ນສັນຍາ ໄລຍະຍາວຂອງ ທຳນຽບຫ້າແຈ ໃນການຫັນໄປສູ່ປາຊີຟິກ ທີ່ໄດ້ໂຄສະນາອອກໄປຢ່າງກວ້າງ.

ທ່ານ Swift ກ່າວວ່າ “ມັນແມ່ນການສະທ້ອນກັບອັນເລັກນ້ອຍ ໃນສິ່ງທີ່ຄວາມ ສາມາດຂອງ ສະຫະລັດ ແມ່ນເພື່ອສະໜັບສະໜູນ ເຂດທີ່ກັບມາໃຫ້ຄວາມສຳຄັນ ຄືນ, ມັນແມ່ນການສະທ້ອນກັບ ຂອງຄວາມບໍ່ສະບາຍໃຈ ໃນສະຖານທີ່ຂອງເຫດ ການຫຼາຍກວ່າ, ດັ່ງກັບທີ່ທ່ານໄດ້ສະເໜີ, ມີຫຼາຍປະເທດແມ່ນມີຄວາມເປັນຫ່ວງ ກ່ຽວກັບວ່າ ອະນາຄົດຈະເປັນແນວໃດ. ແລະຫຼາຍປະເທດໃນນັ້ນ ໄດ້ຫັນມາຫາ ສະຫະລັດ ດັ່ງກັບເປັນຜູ້ສືບຕໍ່ຮັບປະກັນ ຄວາມໝັ້ນຄົງ ທີ່ພວກເຂົາໄດ້ຮັບ ໃນ ທົ່ວພາກພື້ນ, ແນ່ນອນສຳລັບ 70 ປີທີ່ຜ່ານມາ.”

ໂຄງການຄວາມໝັ້ນຄົງທາງທະເລຂອງ ກະຊວງປ້ອງກັນປະເທດ ເຊິ່ງໄດ້ເປີດເຜີຍອອກ ໃນສັບປະດາທີ່ແລ້ວ, ແມ່ນມີ 60 ເປີເຊັນຂອງອຸປະກອນທາງກອງທັບເຮືອ ແລະ ການບິນ ຈະເຂົ້າໄປຕັ້ງຖານ ປະຕິບັດງານໃນຂົງເຂດ ເອເຊຍ ປາຊີຟິກ ໃນປີ 2020. ຍີ່ປຸ່ນ ຈະເປັນ ເສົາຫຼັກສຳຄັນກັບເກາະ Guam ດັ່ງກັບສູນກາງຍຸດທະສາດ ທີ່ສຳຄັນ. ຍັງຈະມີການຮ່ວມມື ກັບ ຫວຽດນາມ ແລະ ອິນເດຍ ເຊິ່ງທັງສອງປະເທດແມ່ນເປັນຄູ່ແຂ່ງຂອງ ຈີນ. ແລະ ປະຕິບັດການ ຮ່ວມທາງທະຫານ ແມ່ນຈະຖືກຂະຫຍາຍ ອອກໄປກັບ ອິນໂດເນ ເຊຍ, ຍີ່ປຸ່ນ ແລະ ມາເລເຊຍນຳດ້ວຍ.

ຜູ້ບັນຊາການກອງເຮືອກ່າວວ່າ ນັ້ນຄວນຮັບຮອງຄຳໝັ້ນສັນຍາທັງໝົດຂອງກອງທັບເຮືອ ສະຫະລັດ ຕໍ່ພາກພື້ນດັ່ງກ່າວ.

ທ່ານ Swift ກ່າວ​ວ່າ “ມັນ​ມີ​ຫຼາຍ​ຕົວຢ່າງ​ຂອງ​ການທີ່​ວ່າ​ບໍ່​ແມ່ນ​ພຽງ​ແຕ່​ຂະໜາດໃນ ການສົ່ງກຳລັງໄປສະໜັບສະໜຸນ​ເທົ່າ​ນັ້ນ​ ​ແຕ່ວ່າ​ມັນ​ແມ່ນ​ຄວາມ​ສາມາດ​ເຊັ່ນ​ກັນ.”

ພົນ​ເຮືອເອກ Swift ກ່າວ​ວ່າ ທ່ານ​ຕັ້ງ​ໃຈ​ທີ່​ຈະ​ຮັບປະກັນ​ວ່າ ກອງ​ເຮື​ອ​ໃນເຂດປາຊີ​ຟິກ​ແມ່ນ “ກອງທັບ​ແຫ່ງ​ທາງ​ເລືອກ​ເພື່ອ​ຕອບ​ສະໜອງ​ຕໍ່​ເຫດການ​ໃດ​ໆ​ເຊິ່ງອາດ​ຈະ​ເກີດ​ຂຶ້ນ” ​ໃນ​ພາກ​ພື້ນ.

ທ່ານ​ພົນ​ເຮືອ​ເອກ, ​ໃນ​ອະ​ດີດໄດ້​ບັນຊາ​ກອງ​ເຮືອ​ທີ 7, ຍັງ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃນ​ການ​ຂະຫຍາຍ​ການ​ຕິດ​ຕໍ່​ກັບ ກອງທັບເຮືອ ແລະໜ່ວຍ ຍາມຝັ່ງຂອງ ຈີນ ເພື່ອ​ພະຍາຍາມ​ທີ່​ຈະ “ຫຼຸດຜ່ອນ ​ອົງ​ປະກອບ​ຂອງ​ຄວາມ​ບໍ່​ໝັ້ນຄົງ​ ທີ່ກຳລັງເກີດ​ຂຶ້ນ​ຢູ່ໃນ​ພາກ​ພື້ນ.”

XS
SM
MD
LG