ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເກົາ​ຫຼີ​ເໜືອ​ ປິດ​ເມືອງ ໃນ​ເຂດ​ນະ​ຄອນ​ຫຼວງ​ພຽງ​ຢາງ ຍ້ອນ​ໂຣກລະ​ບົບ​ຫາຍ​ໃຈ ອີງ​ຕາມ​ລາຍ​ງານ​ຂ່າວ


ການ​ສະ​ຫຼອງ​ປີ​ໃໝ່ ທາງ​ຈັນ​ທະ​ຄະ​ຕິ ​ຢູ່​ເກົາ​ຫຼີ​ເໜືອ
ການ​ສະ​ຫຼອງ​ປີ​ໃໝ່ ທາງ​ຈັນ​ທະ​ຄະ​ຕິ ​ຢູ່​ເກົາ​ຫຼີ​ເໜືອ

ເຈົ້າ​ໜ້າ​ທີ່​ໃນ​ເຂດ​ນະ​ຄອນ​ຫຼວງ​ພຽງ​ຢາງ​ຂອງ​ເກົາ​ຫຼີ​ເໜືອ​ໄດ້​ສັ່ງ​ໃຫ້​ປິດ​ເມືອງ​ເປັນ​ເວ​ລາຫ້າມື້ ເນື່ອງ​ຈາກ​ມີກໍ​ລະ​ນີ​ຄົນ​ປ່ວຍຍ້ອນ​ລະ​ບົບ​ຫາຍ​ໃຈ​ ທີ່​ບໍ່​ໄດ້​ລະ​ບຸ​ຊື່​ເພີ້ມ​ຂຶ້ນ ​ອົງ​ການ​ຂ່າວ NK ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ໂຊ​ລ​ ລາຍ​ງານໃນ​ວັນ​ພຸດມື້ນີ້ ໂດຍ​ອ້າງ​ແຈ້ງ​ການ​ຂອງ​ລັດ​ຖະ​ບານ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ແຈ້ງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ກ່າວ​ເຖິງ​ໂຄວິດ-19 ແຕ່​ເວົ້າ​ວ່າ ປະ​ຊາ​ຊົນ​ຢູ່​ໃນ​ນະ​ຄອນ​ດັ່ງ​ກ່າວ​ຖືກ​ບັງ​ຄັບ​ໃຫ້​ຢູ່ໃນເຮືອນໄປ​ຈົນ​ຮອດ​ວັນ​ອາ​ທິດແລະ​ຕ້ອງ​ແຈ້ງ​ການກວດ
ອຸນ​ຫະ​ພູມ​ຫຼາຍ​ຄັ້ງ​ໃນ​ແຕ່​ລະ​ມື້ ອີງ​ຕາມ​ລາຍ​ງານ​ ​ອົງ​ການ​ຂ່າວ NK ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ສະ​ຖາ​ນະ​ການ​ໃນ​ເກົາ​ຫຼີ​ເໜືອ.

ໃນ​ວັນ​ອັງ​ຄານ​ວານນີ້ ເວັບ​ໄຊ​ລາຍ​ງານ​ວ່າປະ​ຊາ​ຊົນ​ໃນ​ເຂດ​ພຽງ​ຢາງ​ປາ​ກົດ​ພາ​ກັນ​ໄປ​ຊື້​ເຄື່ອງ​ຊື້​ຂອງມາ​ເກັບ​ໄວ້ ໂດຍ​ຄາດ​ການ​ວ່າ​ຈະ​ມີ​ມາດ​ຕະ​ການ​ທີ່​ເຄັ່ງ​ຄັດ​ດັ່ງ​ກ່າວ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ເຂດ​ອື່ນໆ​ຂອງ​ປະ​ເທດ​ໄດ້​ມີ​ການ​ປິດ​ເມືອງ​ຄັ້ງ​ໃໝ່​ຕື່ມອີກ​ຫຼື​ບໍ່.

​ເກົາ​ຫຼີ​ເໜືອ​ຮັບ​ຮູ້​ການ​ລະ​ບາດ ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ເທື່ອ​ທຳ​ອິດ ​ໃນ​ປີ​ກາຍນີ້ ແຕ່​ຕໍ່​ມາ​ໃນ​ເດືອນ​ສິງ​ຫາ​ກໍ​ປະ​ກາດ​ວ່າ ຕົນ​ໄດ້​ຮັບ​ໄຊ​ຊະ​ນ​ະ​ໃນ​ການ​ປາບ​ເຊື້ອ​ໄວ​ຣັ​ສ​ດັ່ງ​ກ່າວ.

ເກົາ​ຫຼີ​ເໜືອ​ ຊຶ່ງ​ເປັນ​ປະ​ເທດ​ທີ່​ໂດດ​ດ່ຽວ​ ບໍ່​ເຄີຍ​ໃຫ້​ການ​ຢືນ​ຢັນ​ວ່າ ມີ​ຜູ້​ຄົນ​ຫຼາຍ​ປານ​ໃດ​ຕິດ​ໂຄວິດ-19 ຊຶ່ງ​ເປັນ​ທີ່​ປາ​ກົດ​ວ່າ​ອາດ​ເປັນ​ຍ້ອນ​ຂາດ​ເຄື່ອງ​ມື​ໃນ​ການ ກວດ​ຢ່າງກວ້າງ​ຂວາງ.

ແຕ່​ແນວ​ໃດ​ກໍ​ຕາມ ເກົາ​ຫຼີ​ເໜືອ​ໄດ້​ລາຍ​ງານ​ກໍ​ລະ​ນີ​ຜູ້​ປ່ວຍ​ທີ່​ເປັນ​ໄຂ້​ໃນ​ແຕ່​ລະ​ມື້ ຊຶ່ງ​ໂຕ​ເລກ​ເພີ້ມຂຶ້ນ​ເປັນ​ປະ​ມານ 4 ລ້ານ 7 ແສນ 7 ໝື່ນ​ຄົນຈາກ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ 25 ລ້ານ​ຄົນ. ແຕ່​ປະ​ເທດ​ດັ່ງ​ກ່າວໄດ້ຢຸດ​ເຊົາ​ໃນ​ການ​ນັບ​ກໍ​ລະ​ນີ​ຜູ້​ປ່ວຍ​ມາ​ແຕ່​ວັນ​ທີ 29 ກໍ​ລະ​ກົດ.

ສື່ມວນ​ຊົນ​ຂອງ​ທາງ​ການ​ຍັງ​ສືບ​ຕໍ່​ລາຍ​ງານ​ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ມື​ກັບ​ການ​ຕໍ່​ຕ້າ​ນ​ໂຣກ​ລະ​ບາດກ່ຽວ​ກັບ​ປອດ​ອັກ​ເສບ ຮວມ​ທັງ​ໄຂ້​ຫວັດ​ໃຫຍ່ ແຕ່​ຍັງ​ບໍ່​ທັນ​ໄດ້​ລາຍ​ງານ​ກ່ຽວ​ກັບ​ຄຳ​ສັ່ງ​ການ​ປິດ​ເມືອງ​ເທື່ອ.

ໃນ​ວັນ​ອັງ​ຄານວ​ານນີ້ ອົງ​ການ​ຂ່າວ​ສູນ​ກາງ KCNA ລາຍ​ງານ​ວ່າ ເມືອງ​ແຄ-​ຊອງ ທີ່​ຕັ້ງ​ຢູ່​ໃກ້​ກັບ​ຊາຍ​ແດນ​ເກົາ​ຫຼີ​ໃຕ້ ໄດ້​ທຳ​ການ​ປຸກ​ລະ​ດົມ​ປະ​ຊາ​ຊົນ​ເພີ້ມ​ຂຶ້ນ “ເພື່ອ​ໃຫ້​ປະ​ຊາ​ຊົນ​ຜູ້​ອອກ​ແຮງ​ງານ​ປະ​ຕິ​ບັດ​ກົດ​ລະ​ບຽບ​ການ​ຕໍ່​ຕ້ານ​ໂຣກ​ລະ​ບາດ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຢູ່​ໃນ​ວຽກ​ການ​ແລະ​ຊີ​ວິດ​ຂອງ​ພວກ​ເຂົາ​ເຈົ້າ.”

SEOUL, Jan 25 (Reuters) - Authorities in the North Korean capital Pyongyang have ordered a five-day lockdown due to rising cases of an unspecified respiratory illness, Seoul-based NK News reported on Wednesday, citing a government notice.

The notice did not mention COVID-19 but said that residents in the city are required to stay in their homes through the end of Sunday and must submit to temperature checks multiple times each day, according to NK News, which monitors North Korea.

On Tuesday, the website reported that Pyongyang residents appeared to be stocking up on goods in anticipation of stricter measures. It is unclear whether other areas of the country have imposed new lockdowns.

North Korea acknowledged its first COVID-19 outbreak last year, but by August had declared victory over the virus.

The secretive country never confirmed how many people caught COVID, apparently because it lacks the means to conduct widespread testing.

Instead, it reported daily numbers of patients with fever, a tally that rose to some 4.77 million, out of a population of about 25 million. But it has not reported such cases since July 29.

State media have continued to report on anti-pandemic measures to battle respiratory diseases, including the flu, but had yet to report on the lockdown order.

On Tuesday, state news agency KCNA said the city of Kaesong, near the border with South Korea, had intensified public communication campaigns "so that all the working people observe anti-epidemic regulations voluntarily in their work and life."

XS
SM
MD
LG