ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ການຮັບຟັງຄຳໃຫ້ການ ຮອບໃໝ່ ກ່ຽວກັບການກໍ່ຈະລາຈົນ ທີ່ຫໍລັດຖະສະພາ ຈະເພັ່ງເລັງໃສ່ ກຸ່ມຫົວຮຸນແຮງ ທີ່ເຊື່ອມໂຍງ ກັບທ່ານທຣຳ ແລະເພື່ອນຮ່ວມງານຂອງທ່ານ


ແຟ້ມພາບ - ວີດີໂອ ໄດ້ຖືກນຳສະແດງໂດຍຄະນະກຳມະການ ທີ່ອ້າງວ່າ ສະແດງໃຫ້ເຫັນກຸ່ມ Proud Boys ຢູ່ດ້ານໜ້າ ຂອງຫໍລັດຖະສະພາ ໃນວັນທີ 6 ມັງກອນ 2021, ຂະນະທີ່ ຄະນະກຳມະການຂອງສະພາຕ່ຳ ສືບສວນການໂຈມຕີ ຫໍລັດຖະສະພາ ສຫລ ໃນວັນທີ 6 ມັງກອນ ກຳລັງຮັບຟັງຄຳໃຫ້ການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ມິຖຸນາ 2022.
ແຟ້ມພາບ - ວີດີໂອ ໄດ້ຖືກນຳສະແດງໂດຍຄະນະກຳມະການ ທີ່ອ້າງວ່າ ສະແດງໃຫ້ເຫັນກຸ່ມ Proud Boys ຢູ່ດ້ານໜ້າ ຂອງຫໍລັດຖະສະພາ ໃນວັນທີ 6 ມັງກອນ 2021, ຂະນະທີ່ ຄະນະກຳມະການຂອງສະພາຕ່ຳ ສືບສວນການໂຈມຕີ ຫໍລັດຖະສະພາ ສຫລ ໃນວັນທີ 6 ມັງກອນ ກຳລັງຮັບຟັງຄຳໃຫ້ການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ມິຖຸນາ 2022.

ຄະນະກຳມະການຂອງສະພາຕ່ຳ ສອບສວນເລື້ອງການກໍ່ຈະລາຈົນ ຢູ່ທີ່ຫໍລັດຖະສະພາ ໃນວັນທີ 6 ມັງກອນ ເມື່ອປີກາຍນີ້ ແມ່ນມີກຳນົດຈະຮັບຟັງຄຳໃຫ້ການ ໃນວັນອັງຄານມື້ນີ້ ໃນການເຊື່ອມໂຍງພວກກຸ່ມຫົວຮຸນແຮງຝ່າຍຂວາຈັດ ໃສ່ກັບການສ້າງຄວາມວຸ້ນວາຍ ໃນຂະນະທີ່ພວກເຂົາໄດ້ພະຍາຍາມທີ່ຈະ​ຂັດຂວາງການຢັ້ງຢືນໄຊຊະນະ ການເລືອກຕັ້ງປະທານາທິບໍດີ ປີ 2020 ຂອງທ່ານໂຈ ໄບເດັນ ທີ່ໄດ້ເອົາຊະນະ ທ່ານດໍໂນລ ທຣຳ ຊຶ່ງໃນເວລານັ້ນ ດຳລົງຕຳແໜ່ງຢູ່.

ບັນດາສະມາຊິສະພາຕ່ຳຂອງຄະນະກຳມະການດັ່ງກ່າວ ຍັງບໍ່ທັນກ່າວວ່າ ຜູ້ໃດຈະມາໃຫ້ການຢູ່ທີ່ການພິຈາລະນາຮັບຟັງ ທີ່ມີຄວາມສົນໃຈສູງ ໃນຄັ້ງຫຼ້າສຸດນີ້ ແຕ່ພະຍານຄົນນຶ່ງ ທີ່ຄາດໝາຍກັນວ່າ ຈະເປັນ ທ່ານເຈສັນ ແວນ ເທເຕັນໂຮບວ໌ (Jason Van Tatenhove) ຜູ້ທີ່ອະທິບາຍຕົນເອງວ່າເປັນ “ນັກໂຄ ສະນາຊວນເຊື່ອ ຫຼື propagandist” ໃຫ້ແກ່ກຸ່ມ Oath Keepers ຊຶ່ງເປັນກຸ່ມທະຫານບ້ານຕໍ່ຕ້ານລັດຖະບານ. ພວກສະມາຊິກຂອງກຸ່ມນີ້ ແມ່ນລວມຢູ່ໃນພວກທີ່ສະໜັບສະໜຸນທ່ານທຣຳ ປະມານ 2,000 ຄົນ ຜູ້ທີ່ໄດ້ບຸກເຂົ້າໄປໃນຫໍລັດຖະສະພາ.

ແຟ້ມພາບ - ພວກສະມາຊິກຂອງກຸ່ມ Oath Keepers ຢູ່ທີ່ດ້ານໜ້າກ້ຳຕາເວັນອອກ ຂອງຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນ 2021, ໃນນະຄອນຫຼວງ ວໍຊິງຕັນ.
ແຟ້ມພາບ - ພວກສະມາຊິກຂອງກຸ່ມ Oath Keepers ຢູ່ທີ່ດ້ານໜ້າກ້ຳຕາເວັນອອກ ຂອງຫໍລັດຖະສະພາ ສະຫະລັດ ເມື່ອວັນທີ 6 ມັງກອນ 2021, ໃນນະຄອນຫຼວງ ວໍຊິງຕັນ.

ຄາດກັນວ່າ ການໃຫ້ປາກຄຳຂອງພະຍານຄົນອື່ນໆ ຈະເພັ່ງເລັງໃສ່ເລື້ອງບົດ ບາດຂອງກຸ່ມ Proud Boys ຊຶ່ງເປັນກຸ່ມຟາຊິສໃໝ່. ຜູ້ນຳທັງຫ້າຄົນຂອງກຸ່ມນີ້ ໄດ້ຖືກຕັ້ງຂໍ້ຫາອາຍາ ໃນການສົມຮູ້ຮ່ວມຄິດເພື່ອກໍ່ກະບົດ ທີ່ກ່ຽວຂ້ອງກັບການກໍ່ຈະລາຈົນຢູ່ທີ່ຫໍລັດຖະສະພາ ແລະກຳລັງລໍຖ້າການດຳເນີນຄະດີ ໃນທ້າຍປີນີ້. ຂໍ້ກ່າວຫາແບບດຽວກັນ ໄດ້ຖືກຟ້ອງຕໍ່ ສະມາຊິກຂອງກຸ່ມ Oath Keepers 11 ຄົນ ຊຶ່ງ 3 ຄົນ ໃນນີ້ ກໍໄດ້ຍອມສາລະພາບຜິດໄປແລ້ວ.

ທ່ານທຣຳ ໄດ້ກ່າວເຍາະເຍີ້ຍຄະນະກຳມະການສືບສວນ ໂດຍເອີ້ນສະມາຊິກຄະນະກຳມະການ ເກົ້າທ່ານ-ທີ່ມີ 7 ຄົນສັງກັດພັກເດໂມແຄຣັດ ແລະ ສອງຄົນ ສັງກັດພັກຣີພັບບລີກັນ ທີ່ເປັນແກນນຳໃນການຕໍ່ຕ້ານທ່ານທຣຳ ວ່າເປັນ “ພວກອັນຕະພານແລະບໍ່ຮູ້ຈັກຫຍັງໃນດ້ານການເມືອງ.”

ຄຳຖາມທີ່ປະເຊີນໜ້າຄະນະກຳມະການສືບສວນ ກໍແມ່ນການສະແດງໃຫ້ເຫັນ ສິ່ງທີ່ເຊື່ອມໂຍງກັນ ຖ້າຫາກວ່າມີ ພວກກຸ່ມຫົວຮຸນແຮງ ມີໜ້າທີ່ສະເພາະເຈາະຈົງໃຫ້ທ່ານທຣຳ ໃນຂະນະດຽວກັນ ໃຫ້ລາຍລະອຽດຢ່າງກວ້າງຂວາງໃນການຕິດຕໍ່ພົວພັນກັນ ກັບພວກຜູ້ຮ່ວມງານທາງການເມືອງຂອງທ່ານທຣຳ ຂະນະທີ່ທ່ານຫາທາງເພື່ອຮັກສາອຳນາດຂອງທ່ານໄວ້ ໂດຍການທັບມ້າງ ການນັບຄະ ແນນສຽງຢ່າງາເປັນທາງການຂອງແຕ່ລະລັດ ທີ່ສະແດງໃຫ້ເຫັນວ່າ ທ່ານໄບເດັນ ໄດ້ຊະນະການເລືອກຕັ້ງ.

ຈຸດສູນກາງຂອງການພິຈາລະນາຮັບຟັງຄຳໃຫ້ການ ແມ່ນຂໍ້ຄວາມໃນທະວີດເຕີຂອງທ່ານທຣຳ ທີ່ໄດ້ສົ່ງອອກໄປຫາຜູ້ທີ່ຕິດຕາມທ່ານ ຫຼາຍລ້ານຄົນ ໃນວັນທີ 19 ທັນວາ 2020 ທີ່ກ່າວວ່າ “ຕາມສະຖິຕິແລ້ວ ເປັນໄປບໍ່ໄດ້ທີ່ຜ່າຍແພ້ການເລືອກຕັ້ງ 2020. ການປະທ້ວງໃຫຍ່ຢູ່ນະຄອນຫຼວງດີຊີ ໃນວັນທີ 6 ມັງກອນ. ໄປທີ່ນັ້ນ ຈະດຸເດືອດ!”

ສະມາຊິກສະພາຕ່ຳ ທ່ານເຈມມີ ແຣສກິນ ສະມາຊິກຄະນະກຳມະການ ຜູ້ທີ່ຈະກຳກັບໃນການສອບຖາມ ໂດຍສ່ວນຫຼາຍໃນວັນອັງຄານມື້ນີ້ ໄດ້ກ່າວຕໍ່ອົງການຂ່າວ CBS ວ່າ “ດໍໂນລ ທຣຳ ເປັນ ແນ່ນອນ ຜູ້ສຳຄັນໃນສູນກາງ ທີ່ກຳນົດໃຫ້ທຸກສິ່ງາທຸກຢ່າງເລີ້ມດຳເນີນໄປ. ລາວເປັນບຸກຄົນ...ຜູ້ທີ່ໄດ້ລະບຸ ວັນທີ 6 ມັງກອນ ໃຫ້ເປັນວັນສຳລັບການປະທ້ວງໃຫຍ່ ແລະລາວໄດ້ປະກາດມື້ນັ້ນ ຢູ່ໃນຂໍ້ຄວາມທີ່ຂຽນລົງໃນທະວີດເຕີ ໃນຕອນກາງຄືນຂອງວັນທີ 19 ທັນວາ ຫຼັງຈາກໄດ້ເຂົ້າກອງປະຊຸມທີ່ບ້າຄັ້ງກັບພວກທີ່ປຶກສາດ້ານການເມືອງ ນຶ່ງໃນນັ້ນ ໄດ້ຖືກອະທິບາຍເປັນຄືກັບ ການປະຊຸມທີ່ບ້າທີ່ສຸດ ໃນຕະຫຼອດການດຳລົງຕຳແໜ່ງປະທານາທິບໍດີຂອງທຣຳ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG